ວັນທີ 05 ກັນຍາ, ມີນັກຮຽນກວ່າ 1.100 ຄົນຢູ່ຕາແສງເຂດຊາຍແດນ ຈ່າລິ້ງ, ແຂວງ ກາວບັ່ງ ກ້າວເຂົ້າສູ່ສົກຮຽນໃໝ່ 2026 – 2027 ໃນໂຮງຮຽນຫຼັງໃໝ່. ສຳລັບນັກຮຽນຊາວຊົນເຜົ່າສ່ວນໜ້ອຍຫຼາຍຄົນ, ການປ່ຽນແປງບໍ່ພຽງແຕ່ແມ່ນຫ້ອງຮຽນ, ຫ້ອງຄອມພິວເຕີ ຫຼື ໂຕະຕັ່ງໃໝ່ເທົ່ານັ້ນ, ຫາກຍັງເປັນຄັ້ງທຳອິດທີ່ດຳລົງຊີວິດຢູ່ຫ່າງຈາກຄອບຄົວ ພັກຢູ່ໃນໂຮງຮຽນກິນນອນຊົນເຜົ່າອີກດ້ວຍ.
ໃນມື້ທຳອິດທີ່ມາໂຮງຮຽນ, ດ່າມນົງກວິ່ງຈີ, ນັກຮຽນຊັ້ນ ມໍ 2, ມີຄວາມຕື້ນຕັນໃຈເມື່ອຍ່າງໄປຜ່ານຫ້ອງຮຽນທີ່ຫາກໍ່ໄດ້ທາສີໃໝ່. ຫ້ອງຮຽນກວ້າງໃຫຍ່, ໂຕະຕັ່ງໄດ້ຈັດເປັນລະບຽບ, ມີໂທລະທັດ ແລະ ເຄື່ອງສາຍ ໂປເຈັກເຕີ (Projector). ຄວາມປິຕິຊົມຊື່ນຂອງ ຈີ ໄປພ້ອມກັບຄວາມກັງວົນໜ້ອຍໜຶ່ງ ຍ້ອນວ່າສົກຮຽນປີນີ້, ເປັນຄັ້ງທຳອິດທີ່ນ້ອງຕ້ອງໄດ້ຫ່າງຈາກພໍ່ແມ່ເພື່ອໄປຮຽນ ແລະ ພັກຢູ່ໂຮງຮຽນກິນນອນ.
“ນ້ອງມີຄວາມປິຕິຊົມຊື່ນຍ້ອນໄດ້ຮຽນຢູ່ໂຮງຮຽນທີ່ສວຍງາມ, ກວ້າງໃຫຍ່ກວ່າ. ນ້ອງເຫັນວ່າ ເງື່ອນໄຂຢູ່ໂຮງຮຽນແຫ່ງໃໝ່ນີ້ດີທີ່ສຸດ, ນັ້ນແມ່ນກຳລັງໜູນເພື່ອໃຫ້ນ້ອງຮ່ຳຮຽນໃຫ້ເປັນຢ່າງດີກວ່າ”.
ສຳລັບນ້ອງ ນົງເລິມຫວິງ, ນັກຮຽນຊັ້ນ ມໍ 4 ແລ້ວ, ສິ່ງທີ່ສ້າງຄວາມປະທັບໃຈທີ່ສຸດແມ່ນຫ້ອງຄອມພິວເຕີກວ້າງ ແລະ ເຄື່ອງຄອມພິວເຕີໃໝ່, ຊ່ວຍໃຫ້ ຫວິງ ແລະ ພວກເພື່ອນໄດ້ຮຽນໃຊ້, ເຂົ້າເຖິງເຕັກໂນໂລຊີ ແລະ ບັນດາເນື້ອໃນການສຶກສາ STEM.
“ວັນໄຂສົກຮຽນໃໝ່ ນ້ອງໄດ້ຮຽນ, ໄດ້ຫຼີ້ນມ່ວນ ແລະ ມີການລົງປະສົບການຕົວຈິງກັບສິ່ງໃໝ່ຫຼາຍຢ່າງ. ນ້ອງຮູ້ວ່າ ຫ້ອງຮຽນມີໂທລະທັດ, ຫ້ອງຄອມພິວເຕີມີເຄື່ອງຄອມພິວເຕີ, ມີຫຼາຍກິດຈະກຳໃໝ່ຊ່ວຍໃຫ້ນ້ອງມີເງື່ອນໄຂຮ່ຳຮຽນໃຫ້ເປັນຢ່າງດີກວ່າ”.
ຄວາມປິຕິຊົມຊື່ນຂອງນັກຮຽນກໍ່ແມ່ນຄວາມອຸ່ນອຽນໃຈຂອງພໍ່ແມ່ຜູ້ປົກຄອງນັກຮຽນຢູ່ຕາແສງເຂດຊາຍແດນ ຈ່າລິ້ງ. ສຳລັບເອື້ອຍ ນົງທິເງິນ, ຢູ່ບ້ານ ຮຸ່ງກວັກ 2 ແລ້ວ, ພ້ອມກັບຄວາມຕື້ນຕັນໃຈ, ເອື້ອຍກໍ່ຍັງມີຄວາມສົນໃຈເຖິງການກິນ, ການຢູ່, ການຮ່ຳຮຽນ ແລະ ຄວາມສາມາດປັບຕົວຂອງລູກໃນສະພາບແວດລ້ອມໃໝ່ນີ້ອີກ.
“ພວກຂ້າພະເຈົ້າກໍ່ມີຄວາມອຸ່ນອຽນໃຈເມື່ອໃຫ້ລູກຫຼານມາໂຮງຮຽນ, ພວກລູກມີເງື່ອນໄຂຮໍ່າຮຽນດີທີ່ສຸດ, ມີປະສິດທິຜົນທີ່ສຸດ. ເພື່ອໃຫ້ມີໂຮງຮຽນຄືໃນວັນນີ້, ພວກຂ້າພະເຈົ້າຂໍສົ່ງຄຳຂອບໃຈມາຍັງບັນດາອົງການ, ຄະນະ, ຂະແໜງການ, ກຳລັງ ແລະ ປະຊາຊົນ ທີ່ຍາມໃດກໍ່ໄດ້ສ້າງເງື່ອນໄຂສະດວກ, ໜູນຊ່ວຍ, ລະດົມຈິດໃຈ, ວັດຖຸເພື່ອກໍ່ສ້າງໂຮງຮຽນຫຼັງໃໝ່ນີ້”.
ໂຮງຮຽນສາມັນກິນນອນຊົນເຜົ່າຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນ ຈ່າລິ້ງ ໄດ້ເລີ່ມລົງມືກໍ່ສ້າງແຕ່ຕົ້ນປີ 2026 ດ້ວຍຍອດເງິນລົງທຶນກວ່າ 250 ຕື້ດົ່ງ (ເກືອບ 10 ລ້ານ USD). ກິດຈະກຳໄດ້ອອກແບບລວມມີ 31 ຫ້ອງຮຽນ, ສາມາດຮັບໃຊ້ນັກຮຽນ 1.165 ຄົນ, ບັນດາເຂດຮຽນ, ເຂດການບໍລິຫານ, ເຂດກິນນອນ, ເຮືອນໃຫ້ພະນັກງານ, ຄູອາຈານ, ເຮືອນຄົວ ແລະ ບັນດາກິດຈະກຳຮັບໃຊ້ການດຳລົງຊີວິດ.
ໂຮງຮຽນໃໝ່ແຫ່ງ 1 ຈະເສີມຂະຫຍາຍປະສິດທິຜົນໄດ້ກໍ່ຕໍ່ເມື່ອທຸກການເຄື່ອນໄຫວສິດສອນ ແລະ ກິນນອນໄດ້ເຄື່ອນໄຫວດ້ວຍຄວາມປອດໄພ, ມີຄວາມເປັນປົກກະຕິ. ເອື້ອຍຄູ ນົງທິຖຸຍ, ຜູ້ອຳນວຍການໂຮງຮຽນສາມັນກິນນອນຊົນເຜົ່າຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນ ຈ່າລິ້ງ, ໃຫ້ຮູ້ວ່າ:
“ພວກນ້ອງນັກຮຽນໝົດທຸກຄົນລ້ວນແຕ່ມີຄວາມປິຕິຊົມຊື່ນ. ບັນດາພໍ່ແມ່ຜູ້ປົກຄອງນັກຮຽນກໍ່ລ້ວນແຕ່ເຫັນດີສະໜັບສະໜູນຕໍ່ກັບໂຮງຮຽນທີ່ກວ້າງໃຫຍ່, ກະກຽມໃຫ້ສົກຮຽນໃໝ່ດ້ວຍບັນດາຜົນງານໃໝ່. ຖັນແຖວຄູອາຈານຢູ່ໂຮງຮຽນມີຄວາມພາກພູມໃຈ, ໄດ້ຮັບຄວາມເອົາໃຈໃສ່ຈາກພັກ, ລັດ, ທຸກຂັ້ນ, ທຸກຂະແໜງການ; ບັນດາຄູອາຈານດ້ວຍຈິດໃຈກຽມພ້ອມສູງ, ແຂ່ງຂັນສິດສອນໃຫ້ເປັນຢ່າງດີ, ຮ່ຳຮຽນໃຫ້ດີເພື່ອໃຫ້ສົກຮຽນໃໝ່ບັນລຸໝາກຜົນສູງກວ່າ”.
ໂຮງຮຽນສາມັນກິນນອນຊົນເຜົ່າຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນ ຈ່າລິ້ງ ແມ່ນໂຄງການທຳອິດໃນຈຳນວນໂຮງຮຽນກິນນອນຫຼາຍຊັ້ນທັງໝົດ 11 ແຫ່ງໃນໄລຍະທີ 1 ຂອງ ກາວບັ່ງ ທີ່ໄດ້ນຳເຂົ້າໃຊ້ການ. ມື້ອື່ນ, ຈ່າລິ້ງ ບໍ່ພຽງແຕ່ໄດ້ເລີ່ມຕົ້ນດ້ວຍບັນດາຫ້ອງຮຽນໃໝ່, ໂຮງຮຽນໃໝ່ເທົ່ານັ້ນ ຫາກຍັງເລີ່ມຕົ້ນຈາກເລື່ອງເດັກນ້ອຍຢູ່ເຂດຊາຍແດນໄດ້ມີເວລາເພື່ອຮ່ຳຮຽນຕື່ມອີກ, ຫຼຸດຜ່ອນໄລຍະທາງໃນການໄປໂຮງຮຽນ ແລະ ໄດ້ຮັບການເບິ່ງແຍງດູແລໃນສະພາບແວດລ້ອມທີ່ປອດໄພ.
