ໂດຍເຄີຍດຳລົງຊີວິດຢູ່ແບບກະແຈກກະຈາຍໃນເຂດທີ່ມີຄວາມສ່ຽງເກີດດິນເຊາະເຈື່ອນ, ນໍ້າຖ້ວມ, ຫຼາຍຄອບຄົວຂອງຊາວເຜົ່າ ຢ້າວ ຢູ່ບ້ານ ນ້ຳ​ຢ້າງ, ຕາແສງ ມິງຄາຍ, ແຂວງ ກາວບັ່ງ ໄດ້ຍ້າຍໄປຢູ່ເຂດຕັ້ງຖິ່ນຖານຄົງ​ທີ່​ຄືນໃໝ່ທີ່ມີໄຟຟ້າ, ນໍ້າ​ປະ​ປາ ແລະ ​ທາງຄົມມະນາຄົມທີ່ສະດວກສະບາຍກວ່າ. ພ້ອມກັບ​ແຫຼ່ງ​ກຳ​ລັງລົງທຶນ​ຂອງລັດ, ​ຄວາມ​ເຫັນ​ດີ​ເຫັນ​ພ້ອມຂອງປະຊາຊົນໄດ້ປະກອບສ່ວນເຂົ້າໃນການກໍ່ສ້າງເຂດ​ດຳ​ລົງ​ຊີ​ວິດ​ໃໝ່ໃຫ້​ແກ່ບັນ​ດາຄອບຄົວ.

"​ການ​ດຳ​ລົງຊີວິດໃນ​ເມື່ອ​ກ່ອນ​ປະ​ສົບ​ກັບຄວາມຫຍຸ້ງຍາກຫຼາຍ, ຫຼາຍຄອບຄົວ​ເຄເຄີຍຢູຕາມຮອມພູ,ຫ້ວຍຮອງ, ບໍ່ມີໄຟຟ້າແລະ ນໍ້າປະປາໃຊ້, ຕ້ອງຂ້າມ​ຫ້ວຍ​ນ້ຳ​ເພື່ອ​ໄປ​ມາ. ແຕ່ສອງປີມານີ້, ​ຄອບ​ຄົວ​ໄດ້ປູກຕົ້ນແຄ່, ຊີວິດກໍ່ດີຂຶ້ນຫຼາຍ. ໄຟຟ້າ, ນໍ້າ ໃຊ້ກໍ່​ມີຢ່າງ​ພຽງ​ພໍແລ້ວ".

ນັ້ນແມ່ນຄຳ​ແບ່ງ​ປັນ​ຂອງ​ອ້າຍ ຈ້ຽວວັນຟຸ້ງ,ຢູ່ບ້ານ ນ້ຳ​ຢ້າງ, ເມື່ອເວົ້າ​ເຖິງ​ບ່ອຍ​ຢູ່​ອາ​ໄສແຫ່ງໃໝ່.

ກ່ອນ​ທີ່ຈະ​ກໍ່​ສ້າງ​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ໃໝ່, ມີ​ຫຼາຍ​ຄອບ​ຄົວ​ຊາວ​ ເຜົ່າຢ້າວ ​ຢູ່ ​ນ້ຳຢ້າງ ​ດຳ​ລົງ​ຊີ​ວິດ​​ແບບກະ​ແຈກ​ກະ​ຈາຍ​ຢູ່ລຽບ​ຕາມຫ້ວຍ​ຮອງ ແລະ ​ເນີນ​ພູ. ເສັ້ນທາງໄປ​ມາ​ປະ​ສົບ​ກັບຄວາມຫຍຸ້ງຍາກ, ໄຟຟ້າ, ນ້ຳ​ໃຊ້ຍັງຂາດ​ເຂີນ, ເຮັດໃຫ້​ເລື່ອງ​ພາ​ເດັກ​ນ້ອຍໄປໂຮງຮຽນ, ໄປກວດ​ພະ​ຍາດ ຫຼື ຂົນສົ່ງສິນຄ້າກະສິກຳ​ປະ​ສົບ​ກັບ​ຄວາມຫຍຸ້ງ​ຍາກຫຼາຍ​ຢ່າງ. ​ເມື່ອ​ຮອດລະດູຝົນ, ປະຊາຊົນກໍອາໄສຢູ່ໃນ​ເຮືອນ ນອນ​ຢູ່ເຂດທີ່​ມີ​ຄວາມສ່ຽງເກີດດິນເຊາະເຈື່ອນ,ນໍ້າຖ້ວມຂຶ້ນສູງ. ໃນ​ປີ 2021, ​ໂຄງການຈັດ​ສັນເຂດ​ຊ​ຸມ​ຊົນ​ທີີ່ຖືກ​ໄພ​ທຳ​ມະ​ຊາດ​ຢູ່ ​ນ້ຳຢ້າງ, ​ ປໍ່​ລ່າ​ງ ​ໄດ້​ຮັບ​ການ​ອະນຸມັດ. ​ໂຄງ​ການນີ້​ໄດ້​ຮັບ​ການຈັດ​ແບ່ງທຶນຈາກງົບປະມານສູນກາງ ແລະ ​ບັນ​ດາ​ໂຄງ​ການ​ເປົ້າ​ໝາຍແຫ່ງຊາດ, ເພື່ອຍົກຍ້າຍປະຊາຊົນອອກຈາກເຂດທີ່​ມີຄວາມສ່ຽງຈາກ​ໄພ​ທຳ​ມະ​ຊາດ, ສ້າງເງື່ອນໄຂ​ຮັກ​ສາການດຳ​ລົງ​ຊີ​ວິດທີ່ເປັນປົກກະຕິ.

ທ່ານ ຈຽວວັນເຊີນ, ອະດີດເລຂາ​ໜ່ວຍພັກ, ອະດີດປະທານບ້ານ ​ນ້ຳ​ຢ້າງ, ​ໃຫ້​ຮູ້ວ່າ:

“ພວກຂ້າ​ພະ​ເຈົ້າ​ໄດ້​ປະ​ຕິ​ບັດ​ການສຳຫຼວດແລ້ວ ແລະ ຂໍຄວາມເຫັນຂອງພໍ່​ແມ່ປະຊາຊົນ. ຂ້າພະເຈົ້າໄດ້ຖາມປະຊາຊົນ​ໂດຍ​ກົງວ່າ​ ເຂດໃດກວ້າງຂວາງ​ແມ່ນ​ຈະ​ຂົນ​ຂວາຍໃຫ້​ປະ​ຊາ​ຊົນຈົ່ງບໍລິຈາກທີ່ດິນ. ​ສຳ​ລັບ​ເຂດດິນໃນປະຈຸບັນ, ພໍ່​ແມ່​ປະ​ຊາ​ຊົນທຸກຄົນ​ລ້ວນ​ແຕ່ເຫັນດີ ​ຍ້ອນລັດໄດ້ກໍ່ສ້າງ​ໃຫ້​ແກ່ປະຊາຊົນຢູ່ອາໄສ”.

ມີກວ່າ 10 ຄຄອບຄົວ​ສະ​ໝັກໃຈບໍລິຈາກທີ່ດິນເພື່ອກໍ່ສ້າງເຂດຕັ້ງຖິ່ນຖານ​ຄົງ​ທີ່​ຄືນໃໝ່. ໃນນັ້ນ, ຄອບຄົວຂອງ​ອ້າຍ ຈ້ຽວວັນຢຸງ ໄດ້ມອບ​ເນື້ອທີ່ດິນປູກຝັງ 7.000 ຕາແມັດ.

“ໃນຈຸດເວລານັ້ນ, ​​ທ່ານປະທານບ້ານກໍ່ບອກວ່າ ໂຄງການນີ້ໄດ້ຮັບການໜູນ​ຊ່ວຍຈາກລັດ ໃຫ້ແກ່​ພໍ່​ແມ​່​ປະ​ຊາ​ຊົນ, ສະນັ້ນ ຂ້າພະເຈົ້າຈຶ່ງບອກກັບເມຍ​ວ່າ ຄອບຄົວ​ຂອງ​ພວກເຮົາກໍ່​ກະ​ກຽມ​ທີ່​ດິນ​ເພື່ອ​ບໍ​ລິຈາກ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ໃນບ້ານທຸກຄົນເພື່​ອ​ພ້ອມ​ກັນໄດ້ຊົມໃຊ້ຜົນປະໂຫຍດ. ​ພໍ່​ແມ່​ປະ​ຊາ​ຊົນພວກເຮົາໄດ້ມີຄວາມສະຫງົບສຸກ, ​ການ​ໄປ​ມາກໍສະດວກ, ​ການທຳ​ມາ​ຫາ​ກກິນກໍ​ສະ​ບາຍ, ​ສິນ​ຄ້າກໍ່​ຂາຍ​ໄດ້ດີກວ່າ”.

ນັບແຕ່​ປີ 2023, ປະຊາຊົນ​ໄດ້ເລີ່​ມນຳ​ໃຊ້​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ຄືນ​ໃໝ່ ​ນ້ຳ​ຢ້າງ. ເສັ້ນທາງຄົມ​ມະ​ນາ​ຄົມ, ໄຟຟ້າ, ນ້ຳປະປາ​ໄດ້​ຮັບ​ການ​ລົງທຶນ; ປະຊາຊົນ​ສາ​ມາດ​ໃຊ້ໂທ​ລະ​ສັບ ແລະ ອິນເຕີເນັດໄດ້. ທ່ານ ​ຈ້ຽວວັນເລີມ, ປະທານບ້ານ ນ້ຳຢ້າງ, ໃຫ້ຮູ້ວ່າ:

"ປະຈຸບັນ, ການ​ດຳ​ລົງຊີວິດຂອງປະຊາຊົນມີຄວາມສະດວກສະບາຍ​ຫຼາຍ​ຂຶ້ນ​ເມື່ອ​ທຽບ​ໃສ່​ກ່ອນນີ້. ເສັ້ນທາງ​ໄປ​ມາ​ໄດ້​ຮັບ​ການກໍ່​ສ້າງ ,ອັນໄດ້​ສ້າງ​ຄວາມ​ສະ​ດວກ​ໃນ​ຫຼາຍ​ດ້ານ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ, ພໍ່​ແມ່​ປະ​ຊາ​ຊົນ​ທັງຄ້າຂາຍ, ໄປ​ມາ ແລະ ການພາລູກຫຼານ​ໄປ​ໂຮງ​ຮຽນລ້ວນແຕ່​ສະ​ດວກ, ​ພໍ່​ແມ່​ປະ​ຊາ​ຊົນ​ມີ​ຄວາມ​ພາກ​ພູ​ມ​ໃຈ​ຫຼາຍ. ພື້ນຖານໂຄງລ່າງ​​ໄດ້​ນຳ​ເຂົ້າ​ໃຊ້​ການ​ຢູ່​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງທີ່​ຄືນ​ໃໝ່, ຄື: ໄຟຟ້າ, ນໍ້າປະປາ, ​ເຄື່ອຂ່າຍໂທລະສັບ, ອິນເຕີເນັດ... ລ້ວນ​ແຕ່​ໄດ້ເຄື່ອນ​ໄຫວ​ເປັນ​ປົກ​ກະຕິ".

ບໍ່ພຽງແຕ່ມີ​ບ່ອນ​ຢູ່​ອາ​ໄສໃໝ່ເທົ່ານັ້ນ, ​ບັນ​ດາຄອບຄົວຢູ່ທີ່ນີ້ ໂດຍເຄີຍ​ອີງ​ໃສ່ ເສດຖະກິດ​ຂອງພູຜາ​ປ່າ​ໄມ້, ປະຈຸບັນ ຕາ​ແສງ ມິງ​ຄາຍ ໄດ້​ໜູນ​ຊ່ວຍ​ເບ້ຍ​ໄມ້, ສັດລ້ຽງ, ປຸ໋ຍ ແລະ ແນະນຳດ້ານເຕັກ​ນິກ​ອີກ​ດ້ວຍ. ທ່ານ ນົງຫາຍຮຸ່ງ, ຮອງປະທານຄະນະກຳ​ມະ​ການ​ປະ​ຊາ​ຊົນ​ຕາ​ແສງ ມິງຄາຍ, ໃຫ້ຮູ້ວ່າ:

​“ໃນຊຸມປີຜ່ານມາ, ​ຈາກ​ບັນ​ດາໂຄງການ​ໜູນ​ຊ່ວຍ​ການພັດທະນາການຜະລິດ​ແລ້ວ ປະຊາຊົນກໍ່ໄດ້ລົງທຶນພັດທະນາຕົ້ນຢາງພາລາ ແລະ ຕົ້ນແຄ່ກວ່າ 80 ເຮັກຕາ, ໃນເບື້ອງຕົ້ນ​ໄດ້​ສ້າງ​ລາຍ​ຮັບ​ຢ່າງໝັ້ນຄົງ. ຊີ​ວິດ​ການ​ເປັນ​ຢູ່​ຂອງຫຼາຍຄອບຄົວກໍ່​ດີ​ຂ​ຶ້ນ, ກໍ່ສ້າງ​ເຮືອນ​ທີ່ໃຫຍ່ໂຕໂອຖົງ, ສາມາດຊື້ເຄື່ອງ​ຂອງ​ຮັບ​ໃຊ້​ການ​ດຳ​ລົງ​ຊີ​ວິດ​ໄດ້​ຫຼາຍ​ຢ່າງ”.

ບ່ອນ​ຢູ່​ອາ​ໄສແຫ່ງໃໝ່ບໍ່ພຽງແຕ່ຊ່ວຍໃຫ້ບັນ​ດາຄອບຄົວຫຼີກລ່ຽງຄວາມສ່ຽງ​ຈາກ​ໄພ​ພິ​ບັດເທົ່ານັ້ນ, ​ຫາກຍັງສ້າງເງື່ອນໄຂ​ສະ​ດວກ​ຮັບ​ປະ​ກັນ​ການ​ດຳ​ລົງ​ຊີ​ວິດ​ໃຫ້​ແກ່​ປະ​ຊາ​ຊົນ​ອີກ​ດ້ວຍ. ​ຈາກເນືິອທີ່ດິນທີ່ປະຊາຊົນສະ​ໝັກ​ໃຈປະກອບສ່ວນ ຕະ​ຫຼອດ​ຮອດ​ພື້ນ​ຖານໂຄງລ່າງ​ເຊິ່ງລັດ​ໄດ້ລົງທຶນກໍ່ສ້າງ, ເຂດ​ຕັ້ງຖິ່ນຖານ​ຄົງ​ທີ່​ຄືນ​ໃໝ່​ພວມຄ່ອຍໆ​ຕອບ​ສະ​ໜອງ​ຄວາມຕ້ອງການ​ດ້ານທີ່ຢູ່ອາໄສ ແລະ ການດຳລົງຊີວິດໃນ​ໄລ​ຍະ​ຍາວ​ຂອງ​ປະ​ຊາ​ຊົນເປັນເທື່ອລະກ້າວອີ​ກ​ດ້ວຍ.