ຕາແສງ ຝູອຽນ ຕັ້ງຢູ່ເຂດອ້ອມທົ່ງນາ ເມື່ອງເຕີກ, ແມ່ນໜຶ່ງໃນບັນດາອູ່ເຂົ້າໃຫຍ່ຂອງແຂວງ ເຊີນລາ. ໃນແຕ່ລະມື້, ໂດຍປະສານເຂົ້າກັບສຽງຂອງຫ້ວຍນ້ຳໄຫຼຜ່ານໝູ່ບ້ານ ແມ່ນສຽງຂອງກະສວຍຕ່ຳຫູກຂອງແມ່ຍິງເຜົ່າ ໄທຂາວ ຢູ່ແຫ່ງນີ້. ເຂົາເຈົ້າພວມຮັກສາແລະນຳສີສັນຂອງຊົນເຜົ່າເຂົ້າໃນຊີວິດແຫ່ງຍຸກທັນສະໄໝຜ່ານກະສວຍນີ້.
ໃນຄອບຄົວຂອງປ້າ ດິງທິຫວຽດ ມີຫ້ອງນ້ອຍໆ, ບ່ອນທີ່ປ້າເກັບຮັກສາບັນດາຜະລິດຕະພັນພື້ນເມືອງຂອງຊາວເຜົ່າໄທຂາວ. ຈາກຜ້າຫົ່ມດຳ, ຜ້າຫົ່ມແດງ, ຕະຫຼອດຮອດແຜ່ນຜ້າລາຍສີຟ້າ, ສີເຫຼືອງ ຫຼື ຜ້າສີອິດ, ທັງໝົດນັ້ນລ້ວນແຕ່ໂດຍປ້າ ຫວຽດ ຕ່ຳທໍເອງ. ທຸກມື້, ນັ່ງຢູ່ກີ່ຫູກເກົ່າ, ປ້າ ຫວຽດ ຂະຫຍັນໝັ່ນພຽນສອດເສັ້ນຝ້າຍແຕ່ລະເສັ້ນເຂົ້າເຄືອຫູກ ເພື່ອສ້າງບັນດາລວດລາຍທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ໄທຂາວ. ຕ່ຳຫູກບໍ່ພຽງແຕ່ຜະລິດຜ້າເທົ່ານັ້ນ ຫາກໃນນັ້ນຍັງບັນຈຸໄປດ້ວຍບັນດາເລື່ອງລາວສະເພາະຂອງໝູ່ບ້ານເຂດພູສູງອີກດ້ວຍ.ປ້າ ດິງທິຫວຽດ ໃຫ້ຮູ້ວ່າ:
“ກ່ຽວກັບດ້ານເຕັກນິກຕ່ຳຫູກທໍໄໝ, ຂ້າພະເຈົ້າຄິດອອກລວດລາຍໃດ, ກໍ່ຈະຕ່ຳທໍລວດລາຍນັ້ນ. ຂ້າພະເຈົ້າຄົ້ນຄິດເອງຕອນຢູ່ໃນເຄືອຫູກ, ຕອນທີ່ຂ້າພະເຈົ້າໃຊ້ເສັ້ນຝ້າຍເພື່ອປະສົມສີ. ນັ້ນແມ່ນການປະດິດຄິດສ້າງຂອງຕົນ. ໃນເມື່ອກ່ອນ, ຕອນທີ່ເປັນໄວໜຸ່ມພວກຂ້າພະເຈົ້າມີຄວາມຂະຫຍັນພຽນ ແລະ ດຸໝັ່ນ. ຕອນເຊົ້າໄປເຮັດວຽກ, ຕອນທ່ຽງແມ່ນນັ່ງຕ່ຳຜ້າ, ຍັງມີແສງໂຄມໄຟແມ່ນຍັງຕ່ຳຜ້າຢູ່”.
ເມື່ອກ່ອນ, ຄອບຄົວໃດກໍ່ມີເຄື່ອງກີ່ຫູກ, ແມ່ຍິງ ໄທຂາວຢູ່ ຝູອຽນ ສ່ວນຫຼາຍລ້ວນແຕ່ຮູ້ຕ່ຳຫູກ. ຫຼັງຈາກນັ້ນໃນໄລຍະໜຶ່ງ ເບິ່ງຄືວ່າຖືກສູນຫາຍໄປແລ້ວ, ແຕ່ໃນ 5 – 6 ປີມໍ່ໆມານີ້, ອາຊີບຕ່ຳຫູກໄດ້ຮັບການຟື້ນຟູ ແລະ ບັນດາຜະລິດຕະພັນຕ່ຳແຜ່ນແພພື້ນເມືອງຍັງຄົງຮັກສາບົດບາດສຳຄັນໃນການດຳລົງຊີວິດຂອງຊາວເຜົ່າ ໄທຂາວ.
ຕາມແມ່ຍິງຊາວເຜົ່າ ໄທຂາວ ແລ້ວ, ເຕັກນິກເພື່ອຕ່ຳຜ້າຫົ່ມແມ່ນຍາກທີ່ສຸດ ແລະ ຕ້ອງມີກີ່ຕ່ຳສະເພາະ. ຜ້າຫົ່ມຂອງຊາວເຜົ່າ ໄທຂາວ ມີ 2 ແບບຄື ຜ້າຫົ່ມມີລວດລາຍສີດຳ ແລະ ລວດລາຍສີແດງ. ປ້າ ຮວ່າງທິຮຽນ ໃຫ້ຮູ້ວ່າ:
“ຕ່ຳຜ້າຫົ່ມຈະຍາກກວ່າ. ເຮົາຕ້ອງອອກແບບລວດລາຍໃຫ້ຜ້າຫົ່ມ. ຖ້າແມ່ນຜ້າທຳມະດາ ແມ່ນຂ້າພະເຈົ້າເອົາເສັ້ນຝ້າຍມາ, ຂ້າພະເຈົ້າຈະຕ່ຳພຽງແຕ່ລວດລາຍ. ເມື່ອກ່ອນ, ຜູ້ເຖົ້າຜູ້ແກ່ສອນ ຂ້າພະເຈົ້າກໍ່ຮຽນນຳ. ກ່ອນນັ້ນຂ້າພະເຈົ້າຕ້ອງປູກຝ້າຍ, ແລ້ວນຳໄປປັ່ນເປັນເສັ້ນ, ຈາກນັ້ນຈຶ່ງຕ່ຳ. ຕ່ຳແລ້ວຈຶ່ງເຮັດພື້ນຜ້າຫົ່ມນີ້ເພື່ອໃຊ້ຫົ່ມ”.
ບັນດາຜ້າຫົ່ມສີດຳ, ສີແດງແມ່ນໜຶ່ງໃນບັນດາຂອງຂວັນທີ່ແມ່ຍິງໄປເອົາຜົວຈະເອົາໄປນຳເພື່ອມອບໃຫ້ຄອບຄົວຂອງຜົວ. ປ້າ ເລທິເປີຍ ໃຫ້ຮູ້ວ່າ:
“ໃນເມື່ອກ່ອນ, ເຂົາເຈົ້າເວົ້າວ່າ ຜູ້ໃດຕ່ຳຜ້າຫົ່ມໄດ້ 10 ຜືນ, ເສື່ອນອນ 10 ອັນຈຶ່ງເອົາຜົວໄດ້. ຖືໝອນຄູ່ໜຶ່ງໄປເຮືອນຂອງຜົວເພື່ອເອົາໃຫ້ພໍ່ເຖົ້າແມ່ເຖົ້າ, ພໍ່ແມ່ຂອງຜົວ. ຜ້າຫົ່ມ 2 ຜືນ, ເສື່ອ 2 ອັນ, ທັງຕັ່ງນຳອີກ. ຕ້ອງຄົບທຸກຢ່າງຄືແນວນັ້ນ. ໂດຍສະແດງໃຫ້ເຫັນມູນເຊື້ອທີ່ມີມາແຕ່ດົນນານຈົນມາຮອດປະຈຸບັນຂອງຊົນເຜົ່າຕົນ ກ່ອນທີ່ຈະແຕ່ງງານ”.
ປ້າ ລໍ່ທິເຄືອງ, ເຈົ້າຂອງຮ້ານເຮັດຕັ່ງພື້ນເມືອງຂອງຊາວເຜົ່າ ໄທຂາວ ຢູ່ ຝູອຽນ, ໃຫ້ຮູ້ວ່າ: ໃນເມື່ອກ່ອນ, ປ້າໄດ້ຫຍິບຕັ່ງດ້ວຍມື ແລະ ໃຊ້ເວລາ2 - 3ມື້ຈຶ່ງໄດ້ອັນໜຶ່ງ. ປະຈຸບັນ, ຍ້ອນນຳໃຊ້ເຄື່ອງຫຍິບ, ແຕ່ລະມື້ປ້າຫຍິບໄດ້ປະມານ 10 ອັນ. ປ້າ ເຄືອງ ເລົ່າສູ່ຟັງວ່າ:
“ຂ້າພະເຈົ້າມັກຮັກອາຊີບນັບແຕ່ຄາວຍັງນ້ອຍ. ແມ່ຕູ້ເປັນຜູ້ສອນໃຫ້. ແມ່ຕູ້ບອກໃຫ້ໄປເບິ່ງວິທີຕ່ຳ ຫຼື ຫຍິບກັບອາວ, ອາ, ແລ້ວກັບມາຂ້າພະເຈົ້າກໍ່ເຮັດເລີຍ. ຂ້າພະເຈົ້າເຫັນວ່າ ເຮັດວຽກງານນີ້ກໍ່ມ່ວນ. ປະຈຸບັນ, ເຂົາເຈົ້າບໍ່ໄດ້ເຮັດຫຼາຍອີກແລ້ວ. ເຂົາເຈົ້າມັກຮັກໃນສິ່ງທີ່ຂ້າພະເຈົ້າເຮັດ ແລະ ຮູ້ສຶກວ່າ ທຸກຄົນມີຄວາມສຸກຂ້າພະເຈົ້າກໍ່ມີຄວາມສຸກເຊັ່ນດຽວກັນ”.
ຍ້ອນບັນດາແມ່ຍິງຕິດພັນກັບອາຊີບທີ່ເປັນມູນເຊື້ອ, ຍາມໃດກໍ່ມັກຮັກເສັ້ນຝ້າຍຜ້າແພ ແລະ ວຽກງານຕ່ຳລວດລາຍທີ່ເປັນເອກະລັກສະເພາະຂອງຊົນເຜົ່າ, ສະນັ້ນ ສີສັນສ່ວນໜຶ່ງຂອງຊາວເຜົ່າ ໄທຂາວ ຍັງຄົງໄດ້ຮັກສາໄວ້.
