ໃນຊຸມມື້ຜ່ານມາ, ຢູ່ສູນວັດທະນະທຳສິລະປະ (ເຮືອນເລກທີ 22 ຖະໜົນ ຮວ່າງບວມ, ຕາ​ແສງ ຮວ່ານ​ກຽມ, ຮ່າໂນ້ຍ) ​ເຕັມ​ໄປ​ດ້ວຍ​ສີ​ສັນ​ທີ່​ຫຼາກ​ຫຼາຍໂດຍແສງໂຄມໄຟຮູບດາວ, ໂຄມໄຟໝູນ... ສຽງກອງອັນ​ຟົດ​ຟື້ນປະສານກັບ ສຽງຫົວຂອງເດັກນ້ອຍໃນ​​ວັນ​ບຸນ​ໄຫວ້​ພະ​ຈັນວັນເພັງເດືອນ8.. ຢູ່ແຫ່ງນີ້, ໄດ້​ຈັດງານວາງສະແດງ "​​ດວງ​ພະຈັນ", ເຊິ່ງໄດ້ວາງສະແດງກວ່າ 50 ຜົນງານສິລະປະຂອງ​ວັນບຸນໄຫວ້ພະຈັນ​ໃນ​ເມື່ອ​ກ່ອນ ທີ່ໄດ້ຮັບການສ້າງຂຶ້ນ​ຈາກ​ຮູບແບບທີ່ມີອາຍຸຫຼາຍກວ່າໜຶ່ງສະຕະວັດ.

​ “ຫຼານຮູ້ສຶກມ່ວນ ແລະ ມັກຫຼາຍ, ຫຼານມັກບັນດາໂຄມໄຟນີ້ ແລະ ມັນງາມ ຫຼາຍ”.

“ສິ່ງທີ່ດຶງ​ດູດໃຈທີ່ສຸດແມ່ນຜະລິດຕະພັນຮູບ​ໂຕປູ, ຕຸກກະຕາ ແລະ ໂຄມໄຟຮູບສັດຂະໜາດໃຫຍ່ໂດຍບັນດານັກສິລະປະການໄດ້​ຜະ​ລິດ”.

ຕ້ອງການພຽງແຕ່ ​ແສງ ໂຄມໄຟຮູບດາວ, ໂຄມໄຟຮູບ​ໂຕປາ, ໂຄມໄຟ​ໂຕ​ປູ... ກໍ່ພຽງພໍແລ້ວທີ່ຈະເຮັດໃຫ້​ຊາວ ຫວຽດນາມ ຫຼາຍລຸ້ນຄົນຫວນຄືນຄວາມຊົງຈຳ ຂອງວັນບຸນໄຫວ້ພະຈັນຄາວໄວເດັກ. ໂດຍເຂົ້າຮ່ວມງານວາງສະແດງ, ເຄື່ອງໝາຍ ການຄ້າ ​ກົວ​ໜາ ໄດ້ເລືອກ​ເອົາ​ການຟື້ນຟູບັນ​ດາໂຄມໄຟບຸນໄຫວ້ພະຈັນ ແບບດັ້ງເດີມ, ເຊັ່ນ: ໂຄມໄຟຮູບ​ໂຕ​ກະປູ, ໂຄມໄຟຮູບ​ໂຕກຸ້ງ ແລະ ໂຄມໄຟໝູນ... ດ້ວຍເຕັກນິກ​ການ​ຜະ​ລິດ​ແມ່ນ​ເກືອບ​ດັ້ງເດີມ. ໂດຍ​ເປັນຜູ້ກໍ່ຕັ້ງເຄື່ອງໝາຍການຄ້າ ​ກົວ​ໜາ, ​ອ້າຍ ຈິ້ງວັນ​ເຄວ ​ໃຫ້​ຮູ້ວ່າ:

“ໂຄມໄຟຮູບໂຕປູນີ້ເຮັດຂອບດ້ວຍໄມ້ໄຜ່ ແລະ ຫຸ້ມດ້ວຍເຈ້ຍ​ສາ. ໂຄມໄຟ​ຮູບ​ໂຕປູ​​ໄດ້​ນຳ​ໃຊ້​ໃນ​ວັນ​ບຸນ​ໄຫວ້​ພະ​ຈັນ​ຂອງ​ຊາວ ຫວຽດນາມ ມາເປັນເວລາ ດົນນານແລ້ວ ແລະ ຂ້າ​ພະ​ເຈົ້າ​ກໍ່ຊອກ​ໄດ້​ພາບ​ຖ່າຍ, ເອກະສານຈຳນວນໜຶ່ງ ກ່ຽວກັບ​ວັນ​ບຸນ​ໄຫວ້​ພະ​ຈັນ​ຂອງ ຫວຽດນາມ, ພິ​ເສດ​ແມ່ນ​ຂອງ ຮ່າໂນ້ຍ, ກ່ອນນີ້​ເກືອບ 100 ປີ, ເຊິ່ງຊາວ ຝ​ລັ່ງ ໄດ້ຮັບຮູ້”.

ຈາກ​ທິດ​ສຳຜັດ​ອື່ນ, ເຄື່ອງໝາຍການຄ້າ ທອງຢອງ ໄດ້ສ້າງຄວາມ ປະທັບໃຈໃນງານວາງສະແດງດ້ວຍຊຸດເຄື່ອງຫຼິ້ນສັດມຸງຄຸນ. ຝູງມ້າຂາວ, ມ້າແດງ, ມ້າດຳ, ມ້າເຫຼັກ... ໄດ້ເອົາແຮງບັນດານໃຈມາຈາກສິລະປະ ວິຈິດສິນບູຮານ ຫວຽດນາມ. ນັກຈິດຕະກອນ ນາມ​ຈີ, ​ຜູ້​ຕາງ​ໜ້າເຄື່ອງໝາຍການຄ້າ ​ທອງຢອງ, ​ໃຫ້​ຮູ້​ວ່າ:

“ເມື່ອຂ້​າ​ພະ​ເຈົ້າ​ຜະ​ລິດ​ອອກຜະລິດຕະພັນເຫຼົ່ານີ້, ຂ້າ​ພະ​ເຈົ້າເຫັນວ່າ ບໍ່ພຽງແຕ່ຜູ້​ອາ​ຍຸ​ສູງ ແລະ ໄວກາງເທົ່ານັ້ນ, ຫາກ​ຍັງມີບັນ​ດາ​ເພື່ອນ​ໜຸ່ມກໍ່ຢາກ​ຊອກຮູ້ ແລະ ເປັນເຈົ້າ​ຂອງຜະ​ລິ​ດ​ຕ​ະ​ພັນ​ໜຶ່ງ. ​ຂ້າ​ພ​ະ​ເຈົ້າເຫັນວ່າ ​ປະ​ຈຸ​ບັນມີຫຼາຍຄົນພັດຢາກກັບຄືນສູ່ຄຸນຄ່າແບບດັ້ງເດີມ. ເພາະວ່າ ເນື້ອແທ້ຂອງຄຸນຄ່າ ແບບດັ້ງເດີມແມ່ນແກ່ນ​ສານຂອງມະນຸດ”.

ໃນຂະ​ນະ​ນັ້ນ, The Annam ໄດ້ນຳບັນ​ດາເຄື່ອງຫຼິ້ນທີ່ເຄີຍປະກົດຢູ່ ໃນງານບຸນ ແລະ ພະລາດຊະວັງ ມາວາງສະແດງໃນ​ງານ​ວາງ​ສະ​ແດງນີ້. ​ນັບແຕ່ຄັນຮົ່ມ, ເຄື່ອງຫຼິ້ນຮູບປະພັນນັກປະ​ລິນ​ຍາ​ເອກ​ເຮັດ​ດ້ວຍເຈ້ຍ, ວີຂົນນົກ... ທັງໝົດເຫຼົ່າ​ນັ້ນລ້ວນແຕ່ໄດ້ຮັບການຄົ້ນຄວ້າຈາກສິລະປະພື້ນເມືອງ. ທ່ານ ​ຫງວຽນ​ດຶກ​ແອັງ, ຜູ້ຕາງໜ້າ​ຂອງ The Annam, ໄດ້ແບ່ງປັນວ່າ:

“ສຳລັບຄົນ gen Z ລຸ່ນພວກຂ້າ​ພະ​ເຈົ້າ​ແລ້ວ, ຮູບປະພັນນັກປະ​ລິນ​ຍາ​ເອກ​ເຮັດ​ດ້ວຍເຈ້ຍ ເກືອບຄື​ວ່າ​ຖືກ​ສູນ​ຫາຍໄປ ແລະ ຊ້ຳ​ບໍ່​ໜຳແມ່ນບໍ່ປະກົດອີກ. ດ້ວຍຄວາມປາ​ດຖະໜາທີ່​ວ່າ ຈະນຳເອົາມໍລະດົກນີ້ ເຂົ້າສູ່ຊີວິດ ແລະ ເຮັດໃຫ້​ລຸ້ນ​ໜຸ່ມ​ໄດ້​ເຂົ້າເຖິງ, ຂ້າພະເຈົ້າໄດ້ຕັດສິນໃຈຟື້ນຟູຮູບປະພັນນັກປະ​ລິນ​ຍາ​ເອກ​ເຮັດ​ດ້ວຍເຈ້ຍ. ນອກ​ຈາກນັ້ນ, ຮູບປະພັນນັກປະ​ລິນ​ຍາ​ເອກ​ເຮັດ​ດ້ວຍເຈ້ຍຍັງມີ ຄວາມໝາຍດ້ານວັດທະນະທຳມະນຸດ​ຂອງ​ຜູ້​ຄົນໃນ​ເມື່ອ​ກ່ອນ​ທີ່​ສະ​ຫງວນ​ໃຫ້​ແກ່​ເດັກ​ນ້ອຍ ໂດຍ​ມີ​ຄວາມ​ໝາຍ​ກ່ຽວ​ກັບການຮຽນຮູ້ ແລະ ຄວາມມຸ່ງຫວັງ​ອີກ​ດ້ວຍ”.

ມີຈຸດເດັ່ນອີກອັນໜຶ່ງແມ່ນພາໝາກໄມ້ຫ້າຊະນິດຂະໜາດໃຫຍ່ທີ່ເຮັດດ້ວຍໄມ້ໄຜ່, ປົກ​ດ້ວຍ​ເຈ້ຍ​ສີ, ມີເສັ້ນຜ່າສູນກາງເຖິງ 1,5 ແມັດ. ພາໝາກໄມ້ຂະໜາດໃຫຍ່​ນັ້ນໄດ້ເຮັດໃຫ້ຮູບພາບ​ພາ​ໝາກ​ໄມ້​ໃນ​ວັນ​ບຸນ​ໄຫວ້​ພະ​ຈັນ​ທີ່​ເປັນ​ມູນ​ເຊື້ອ​ຍິ່ງ​ພົ້ນ​ເດັ່ນຂຶ້ນ. ສຳລັບແຂກທ່ອງທ່ຽວຫຼາຍຄົນ, ​ເມື່ອ​ແວ່ຢ້ຽມເຂດນີ້ກໍ່ແມ່ນໂອກາດ ທີ່ຈະໄດ້ລະນຶກເຖິງ ​ວັນ​ບຸນ​ໄຫວ້​ພະ​ຈັນຂອງຫຼາຍປີ​ກ່ອນ.

ເອື້ອຍ ຫງວຽນ​ແທັງ​ຖາວ, ຢູ່ ຮ່າ​ໂນ້ຍ, ໃຫ້​ຮູ້​ວ່າ:

“ໂດຍເປັນ​ຜູ້ເຕີບໃຫຍ່ຢູ່ ຮ່າໂນ້ຍ ແລະ ດຳ​ລົງ​ຊີ​ວິດ​ຢູ່ຖະໜົນ ຮ່າງມ໋າ, ​ຂ້າ​ພະ​ເຈົ້າ​ໄດ້ເຫັນແນວໂນ້ມກ່ຽວກັບໂຄມໄຟໃນວັນ​ບຸນ​ໄຫວ້​ພະ​ຈັນແຕ່ລະຄັ້ງ. ​ວັນ​ບຸນ​ໄຫວ້​ພະ​ຈັນ​ຕອນ​ທີ່​ຂ້າ​ພະ​ເຈົ້າຍັງ​ເປັນ​ເດັກນ້ອຍ, ​ຂ້າ​ພະ​ເຈົ້າ​ໄດ້ເຫັນໂຄມໄຟບູຮານ ແຕ່ໄລ​ຍະ​ຕໍ່ມາ​ຖຖືກສູນຫາຍໄປ. ສະນັ້ນ, ​ຂ້າ​ພະ​ເຈົ້າເຫັນວ່າ ເມື່ອໂຄມໄຟເມື່ອ​ກ່ອນ​ໄດ້​ຮັບ​ການ​ຟື້ນ​ຟູ​ຈະຊ່ວຍໃຫ້ລຸ້ນໜຸ່ມເຊື່ອມຕໍ່ກັບວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ”.

ງານວາງສະແດງ "​​ດວງ​ພະຈັນ" ໄດ້ວາດພາບເຖິງ​ວັນ​ບຸນ​ໄຫວ້​ພະ​ຈັນ​ໃນ​ເມື່ອ​ກ່ອນຢ່າງມີຊີວິດຊີວາ, ​ຊຶ່ງເປັນການຫວນຄືນຄວາມຊົງຈຳ, ວັດທະນະທຳທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ ຫວຽດນາມ.