ບໍ່ມີຕອນໃດທີ່ມະນຸດເຊື່ອມຕໍ່ນຳກັນໄດ້ຢ່າງສະດວກສະບາຍຄືໃນປະຈຸບັນ. ພຽງແຕ່ມີໂທລະສັບມືຖື, ພວກເຮົາກໍ່ສາມາດໂອ້ລົມກັບຍາດຕິພີ່ນ້ອງທີ່ຢູ່ຫ່າງໄກຈາກເຮົານັບພັນກີໂລແມັດ, ບໍ່ວ່າຈະໄປເຮັດວຽກ, ຮ່ຳຮຽນ ຫຼື ທ່ອງທ່ຽວຢູ່ແຫ່ງໃດ. ແລະ ກໍ່ຍ້ອນບັນດາອຸປະກອນເຕັກໂນໂລຊີນັ້ນພວມຄ່ອຍໆປ່ຽນແປງວິທີທີ່ສະມາຊິກໃນຄອບຄົວພົວພັນນຳກັນ. ໃນສະພາບການນັ້ນ, ມີຫຼາຍຄອບຄົວຢູ່ ຫວຽດນາມ ພວມເປັນເຈົ້າການສ້າງ “ເຂດບໍ່ມີເຕັກໂນໂລຊີ” - ຈຸດເວລາບໍ່ນຳໃຊ້ໂທລະສັບມືຖື, ບໍ່ນຳໃຊ້ສື່ສັງຄົມອອນໄລ ເພື່ອຮັກສາການເຊື່ອມຕໍ່ສຳພັນລະຫວ່າງມະນຸດດ້ວຍກັນ.
ໃນຍຸກສະໄໝດີຈີຕອນ, ມະນຸດພວມເຊື່ອມຕໍ່ນຳກັນຫຼາຍກວ່າ, ກວ້າງກວ່າເວລາໃດໝົດ, ແຕ່ກໍ່ໃນຈຸດເວລານີ້, ມີຫຼາຍຄອບຄົວກໍ່ປະເຊີນໜ້າກັບສະພາບທີ່ວ່າ: ທຸກຄົນນັ່ງຢູ່ໃກ້ກັນ ແຕ່ພັດຢູ່ໃນໂລກທີ່ແຕກຕ່າງກັນ.
ລຸງ ຫງວຽນເຟືອງຮວ່າ, ຢູ່ຕາແສງ ຮາຍບ່າຈຶງ, ຮ່າໂນ້ຍ, ໄດ້ເຫັນປະຈັກຕາສະພາບການນັ້ນຢູ່ໃນຄອບຄົນຂອງຕົນ. ລູກຫຼານຍັງເຕົ້າໂຮມກັນເຕັມເຮືອນ, ແຕ່ແທນທີ່ຈະໂອ້ລົມນຳກັນຄືໃນເມື່ອກ່ອນ, ປະຈຸບັນແຕ່ລະຄົນພັດຕັ້ງໃຈເບິ່ງໂທລະສັບມືຖື, ແທັບເລັດ, ແລັບທອບ… ລຸງ ຮວ່າ ຫວນຄືນວ່າ:
“ຂ້າພະເຈົ້າຈື່ວ່າເມື່ອກ່ອນທີ່ຍັງບໍ່ທັນມີໂທລະສັບມືຖື, ທຸກຄົນລ້ວນແຕ່ນັ່ງນຳກັນກິນເຂົ້າ, ໂອ້ລົມດ້ວຍຄວາມມ່ວນຊື່ນ. ມາຮອດປະຈຸບັນ, ໃນສະໄໝເຕັກໂນໂລຊີນີ້, ລູກຫຼານຕິດໜ້າຈໍຫຼາຍເກີນໄປ, ສະນັ້ນຂ້າພະເຈົ້າຄິດວ່າ ຕົນເອງຕ້ອງເຮັດຫຍັງຈັກຢ່າງ”.
ສິ່ງທີ່ລຸງ ຮວ່າ ເລືອກບໍ່ແມ່ນການຫ້າມ, ແຕ່ສ້າງເປັນ “ເຂດບໍ່ມີເຕັກໂນໂລຊີ” ນ້ອຍໆໃນຄາບເຂົ້າຂອງຄອບຄົວ. ເມື່ອບໍ່ມີຜູ້ໃດຖືກໜ້າຈໍດຶງດູດອີກ, ບັນດາຄວາມສົນໃຈລວມຂອງບັນດາສະມາຊິກໃນຄອບຄົວກໍ່ໄດ້ເປີດເຜີຍ. ອ້າຍ ຫງວຽນວັນຕຸ່ງ, ລູກຊາຍຂອງລຸງ ຮວ່າ, ແບ່ງປັນວ່າ:
“ທຳອິດ, ຂ້າພະເຈົ້າກໍ່ຄິດວ່າ ພໍ່ເຂັ້ມງວດເກີນໄປ, ແຕ່ຫຼັງຈາກການກິນເຂົ້າ 2 – 3 ຄາບແລ້ວ ຂ້າພະເຈົ້າກໍ່ເຫັນໄດ້ສິ່ງງ່າຍໆ, ຄື: ມື້ນີ້ແມ່ເຮົາໄປຕະຫຼາດຊື້ຫຍັງ, ພໍ່ເມື່ອຍ ຫຼື ມ່ວນ, ຫຼືວ່າ ເມຍມີເລື່ອງລາວຫຍັງຢູ່ຫ້ອງການບໍ່”.
ມີຫຼາຍສິ່ງເບິ່ງຄືວ່າເປັນອັນນ້ອຍໆ, ແຕ່ເມື່ອນັ່ງໂອ້ລົມ, ຮັບຟັງກັນ, ແຕ່ລະຄົນຈຶ່ງເຫັນວ່າ ຕົນເອງໄດ້ປະລະຫຼາຍເລື່ອງລາວຂອງຄົນທີ່ເຮົາຮັກ. ອ້າຍ ລືວ ແບ່ງປັນວ່າ:
“ທຸກຄົນໃນຄອບຄົວຈະບໍ່ມີເວລາຫຼາຍເພື່ອໂອ້ລົມແລກປ່ຽນນຳກັນ ຫາກແຕ່ລະຄົນຈະໃຊ້ໂທລະສັບມືຖື, ມີຜູ້ເຂົ້າເບິ່ງເວັບໄຊ, ຜູ້ຫຼິ້ນເກມ, ຜູ້ເຮັດວຽກສ່ວນຕົວ ຫຼື ລົມໂທລະສັບ. ແຕ່ໃນລະດູແລ້ງນີ້ ລູກຫຼານໄດ້ພັກແລ້ງ, ຂ້າພະເຈົ້າກໍ່ຢາກສະຫງວນເວລາໃຫ້ລູກຫຼານຫຼາຍກວ່າ”.
ສ່ວນສຳລັບນ້ອງ ເຈິ່ນຢ້ຽວແອັງ, ລູກສາວຂອງອ້າຍ ລຶວ ແລ້ວ, ນີ້ແມ່ນຈຸດເວລາທີ່ເຕັມໄປດ້ວຍຄວາມໝາຍ.
“ຢູ່ເຮືອນ ພໍ່ຂອງນ້ອງກໍ່ໄດ້ໂອ້ລົມນຳກັນ, ແຕ່ສ່ວນຫຼາຍແມ່ນເລື່ອງລາວທີ່ເຂັ້ມງວດ ຫຼື ເລື່ອງຮ່ຳຮຽນ. ສະນັ້ນ, ນີ້ຈຶ່ງແມ່ນຈຸດເວລາທີ່ສາມາດໂອ້ລົມ, ຢອກຫຼິ້ນ, ຮັບຟັງກັນ”.
ຊ່ວງເວລາໃກ້ຊິດກັນຂອງສະມາຊິກໃນຄອບຄົວເບິ່ງຄືວ່າແມ່ນເລື່ອງທຳມະດານັ້ນ ພັດກາຍເປັນສິ່ງທີ່ລ້ຳຄ່າຍິ່ງກວ່າເວລາໃດໝົດ.
“ພໍ່, ແມ່ ແລະ ລູກຫຼານຢູ່ໃນຄອບຄົວຕ້ອງພະຍາຍາມສະຫງວນເວລາໃຫ້ແກ່ກັນຫຼາຍທີ່ສຸດ, ນັບແຕ່ໃນຄາບເຂົ້າ, ເວລາອອກກຳລັງກາຍ, ເບິ່ງໂທລະທັດ, ຫຼີກລ່ຽງການຈັບໂທລະສັບຄົນລະໜ່ວຍ, ບໍ່ໂອ້ລົມແລກປ່ຽນນຳກັນ. ຖ້າຄືແນວນັ້ນ ຄວາມສະໜິດຕິດພັນຢູ່ພາຍໃນຄອບຄົວຈະບໍ່ໝັ້ນຄົງອີກ”.
“ກິນເຂົ້າແລ້ວ, ສະມາຊິກໃນຄອບຄົວຈະນັ່ງນຳກັນ, ເລົ່າເລື່ອງລາວ ຫຼື ສະແດງຄວາມຮັກຕໍ່ຄອບຄົວ. ຂ້າພະເຈົ້າຮູ້ສຶກວ່າ ຊີວິດຄອບຄົວກໍ່ໄດ້ມີຄວາມອົບອຸ່ນຫຼາຍຂຶ້ນ, ມີຄວາມຮັກຂອງພໍ່ແມ່ຕໍ່ລູກ, ຂອງພໍ່ເຖົ້າແມ່ເຖົ້າຕໍ່ກັບຫຼານ”.
ໃນຍຸກສະໄໝດີຈີຕອນ, ເຕັກໂນໂລຊີສາມາດພາມະນຸດຫຍັບເຂົ້າມາໃກ້ກັນກວ່າ. ແຕ່ເພື່ອຮັກສາຄວາມຕິດພັນຢ່າງແທ້ຈິງນັ້ນ, ສະມາຊິກໃນຄອບຄົວແຕ່ລະຄົນຍັງຕ້ອງແບ່ງເວລາໃຫ້ແກ່ກັນ. ຈາກບັນດາຄາບເຂົ້າທີ່ບໍ່ນຳໃຊ້ໂທລະສັບ, ການໂອ້ລົມນຳກັນຢ່າງຈິງໃຈ ຫຼື ຈຸດເວລາພ້ອມກັນແບ່ງປັນ, ບັນດາຄຸນຄ່າຂອງຄວາມຮັກ ແລະ ໜ້າທີ່ຄວາມຮັບຜິດຊອບ ພວມໄດ້ເພີ່ມພູນຄູນສ້າງໃນແຕ່ລະມື້.
