ໂດຍຫາກໍ່ປະຕິບັດສຳເລັດລະບຽບການສືບທອດ, ອ້າຍ ເຈິ່ນວັນດຶກ, ຢູ່ບ້ານເມົ້າອາ 1, ຕາແສງ ເມົ້າອາ, ຮູ້ສຶກແປກໃຈເມື່ອເອກະສານຢັ້ງຢືນຕົວຕົນຫຼາຍຢ່າງ ບໍ່ຈຳເປັນຕ້ອງໄດ້ສຳເນົາ, ຢັ້ງຢືນເອກະສານຄືເມື່ອກ່ອນ. ຂໍ້ມູນຢັ້ງຢືນຕົວຕົນໄດ້ຮັບການເຊື່ອມຕໍ່, ປະກົດຢູ່ໃນລະບົບ, ຊ່ວຍໃຫ້ພະນັກງານພາກສ່ວນປະຕູດຽວ ຫຼຸດຜ່ອນບັນດາຂັ້ນຕອນກວດກາ, ປ້ອນຂໍ້ມູນດ້ວຍມືຫຼາຍພໍສົມຄວນ. ອ້າຍ ເຈິ່ນວັນດຶກ ແບ່ງປັນວ່່າ:
ໃນວິວັດການປະຕິບັດລະບຽບການຮັບການສືບທອດຈາກປູ່ຍ່າຕາຍາຍ, ຂ້າພະເຈົ້າເຫັນວ່າມີຄວາມສະດວກຫຼາຍ. ບັນດາຂໍ້ຂ້ອງໃຈໄດ້ຮັບການອະທິບາຍຢ່າງລະອຽດ, ຊ່ວຍເຫຼືອຢ່າງຮີບດ່ວນ. ວຽກງານນີ້ແມ່ນດີຫຼາຍສຳລັບພໍ່ແມ່ປະຊາຊົນໃນວິວັດການຄ້າຂາຍ ຫຼືກວດກາເອກະສານທີ່ກ່ຽວຂ້ອງເຖິງທີ່ດິນ.
ຄວາມສະດວກໂດຍປະຊາຊົນຮູ້ສຶກໄດ້ໃນມື້ນີ້ແມ່ນໝາກຜົນຂອງວິວັດການຜ່າຜ່ານຄວາມຫຍຸ້ງຍາກທີ່ບໍ່ງ່າຍຢູ່ຂັ້ນຮາກຖານ. ຢູ່ຕາແສງ ເມົ້າອາ, ພະນັກງານບັນດາກຸ່ມປະຕິບັດງານຕ້ອງກວດກາເອກະສານແຕ່ລະຊຸດ, ສົມທຽບເອກະສານ, ຢັ້ງຢືນຂໍ້ມູນ ແລະ ເຮັດແຈ້ງບ່ອນອີງດ້ານນິຕິກຳ ຕໍ່ກັບດິນແຕ່ລະຕອນ. ມາຮອດປັດຈຸບັນ, ທາງຕາແສງໄດ້ປະຕິບັດສຳເລັດການອັບເດດ, ຫັນຂໍ້ມູນທີ່ດິນໃນບໍລິເວນເປັນມາດຖານ, ບັນລຸ 100% ແຜນການເຊິ່ງແຂວງມອບໝາຍໃຫ້. ທ່ານ ດິງແມັ້ງເກື່ອງ, ຮອງປະທານຄະນະກຳມະການປະຊາຊົນຕາແສງ ເມົ້າອາ, ແຂວງ ລາວກາຍ ໃຫ້ຮູ້ວ່າ:
ໃນວິວັດການປະຕິບັດ, ຄວາມຫຍຸ້ງຍາກທີ່ສຸດແມ່ນເອກະສານທີ່ດິນໄດ້ດຳເນີນການເຮັດຜ່ານຫຼາຍໄລຍະ ດັ່ງນັ້ນ ຈຶ່ງມີຄວາມແຕກຕ່າງກັນ. ສຳລັບບັນດາກໍລະນີມີຂໍ້ຕິດຂັດ, ທາງຕາແສງລ້ວນແຕ່ຕ້ອງສຳຫຼວດກວດຄືນສະເພາະ, ສົມທຽບເອກະສານ, ຢັ້ງຢືນທີ່ດິນຕົວຈິງ. ທັດສະນະແມ່ນບໍ່ເດີນຕາມຄວາມຄືບໜ້າ ຫາກຕ້ອງຮັບປະກັນລັກສະນະຊັດເຈນ.
ບໍ່ພຽງແຕ່ຢູ່ເຂດຊົນນະບົດ, ຢູ່ຕາແສງ ອຽນບ້າຍ, ບ່ອນທີ່ມີປະຊາຊົນເປັນຈຳນວນຫຼາຍ ແລະ ທີ່ດິນມີການຜັນປ່ຽນເປັນປະຈຳ, ເລື່ອງຫັນຂໍ້ມູນເປັນມາດຖານກໍ່ໄດ້ຮັບການຜັນຂະຫຍາຍຢ່າງຂ້ຽວຂາດ. ຄະນະຊີ້ນຳຂອງຕາແສງ ໄດ້ສ້າງຕັ້ງ 5 ກຸ່ມປະຕິບັດງານ, ແບ່ງໜ້າທີ່ວຽກງານໃຫ້ແຕ່ລະຄົນຢ່າງລະອຽດ, ຕິດແທດກັບແຕ່ລະເຂດ. ເຄື່ອງຈັກ, ວັດຖຸອຸປະກອນໄດ້ເອົາລົງໄປຮາກຖານ, ກຳລັງຕຳຫຼວດ, ກຸ່ມຊຸມຊົນພ້ອມກັບພະນັກງານວິຊາການໄດ້ປະສານສົມທົບກັນສົມທຽບ, ຢັ້ງຢືນຂໍ້ມູນພັກເຊົາຂອງຜູ້ນຳໃຊ້ທີິ່ດິນແຕ່ລະຄົນ. ທ່ານນາງ ຟ້າມທິລານແອັງ, ຮອງປະທານຄະນະກຳມະການປະຊາຊົນ ຕາແສງ ອຽນບ້າຍ, ແຂວງ ລາວກາຍ ໃຫ້ຮູ້ວ່າ:
ເພື່ອແກ້ໄຂ, ທາງຕາແສງໄດ້ມອບວຽກງານລະອຽດໃຫ້ພະນັກງານແຕ່ລະຄົນ, ປະສານສົມທົບກັບຕຳຫຼວດ, ຫ້ອງການຈົດທະບຽນທີ່ດິນ ແລະ ປະຊາຊົນເພື່ອຫັນຂໍ້ມູນເປັນມາດຖານ. ເມື່ອຂໍ້ມູນຄົບຊຸດແລ້ວ, ການຄົ້ນຫາຈະໄວກວ່າ, ຍົກສູງປະສິດທິຜົນໃນການຄຸ້ມຄອງ, ຊ່ວຍໃຫ້ປະຊາຊົນຫຼຸດຜ່ອນການສະໜອງຂໍ້ມູນເອກະສານເຈ້ຍຄືນອີກ.
ຈາກບັນດາບໍລິເວນຮາກຖານຄື: ເມົ້າອາ, ອຽນບ້າຍ, ສາງຖານຂໍ້ມູນທີ່ດິນທີ່ນັບມື້ນັບຄົບຖ້ວນ, ຊັດເຈນ ພວມໄດ້ສ້າງຂຶ້ນໃນຂອບເຂດທົ່ວແຂວງ. ມາຮອດປັດຈຸບັນ, ທາງແຂວງ ລາວກາຍ ໄດ້ເຮັດແຈ້ງ, ຫັນຂໍ້ມູນທີ່ດິນເປັນມາດຖານ ກວ່າ 3,1 ລ້ານຕອນ ຂຶ້ນກຸ່ມ 1. ມີປະມານ 1,7 ລ້ານຕອນຂຶ້ນກຸ່ມ 2 ພວມສືບຕໍ່ໄດ້ບູລະນະໃຫ້ສຳເລັດດ້ວຍເປົ້າໝາຍ 100% ໃນທ້າຍເດືອນພະຈິກ ປີ 2026. ຂໍ້ມູນໄດ້ເຮັດແຈ້ງແລ້ວ ກໍ່ພວມເປີດເສັ້ນທາງໃຫ້ແກ່ການປະຕິຮູບລະບຽບການບໍລິຫານ. ລາວກາຍ ໄດ້ປະກາດ 45 ລະບຽບການບໍລິຫານໃນຂົງເຂດທີ່ດິນ, ໃນນັ້ນມີ 41 ລະບຽບການບໍລິຫານໄດ້ປະຕິບັດແບບທາງໄກ. ທ່ານນາງ ຫງວຽນທິວີເຫ້ວ, ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງ ລາວກາຍ ໃຫ້ຮູ້ວ່າ ການເຮັດໃຫ້ຂໍ້ມູນຖືກຕ້ອງຈະແຈ້ງ ພຽງແຕ່ແມ່ນບາດກ້າວທຳອິດ. ເພື່ອໃຫ້ຖານຂໍ້ມູນຄົງຢູ່ຢ່າງແທ້ຈິງ, ສິ່ງສຳຄັນທີ່ສຸດແມ່ນຂໍ້ມູນຕ້ອງໄດ້ອັບເດດເປັນປະຈຳ, ຕໍ່ເນື່ອງ, ຕິດພັນກັບແຕ່ລະການຜັນປ່ຽນກ່ຽວກັບທີ່ດິນ ແລະ ວິວັດການແກ້ໄຂລະບຽບການບໍລິຫານ.
ຂໍ້ມູນທີ່ດິນຕອນຕ່າງໆທີ່ໄດ້ນັບການສ້າງໃນວິວັດກາມອບດິນ, ອອກເອກະສານຢັ້ງຢືນ, ປ່ຽນແປງເປົ້າໝາຍນຳໃຊ້… ພະແນກໄດ້ຊີ້ນຳໃຫ້ບັນດາທ້ອງຖິ່ນຕ້ອງອັບເດດເຂົ້າຖານຂໍ້ມູນເປັນປະຈຳ, ຕໍ່ເນື່ອງໃນທຸກໆວັນ, ຕິດພັນກັບວຽກງານແກ້ໄຂລະບຽບການບໍລິຫານ. ບັນດາຈຸດທີ່ຕັ້ງຂອງດິນທີ່ຍັງບໍ່ທັນເປັນມາດຖານຈະສືບຕໍ່ປະຕິບັດເພື່ອສ້າງຄວາມສົມບູນໃຫ້ແກ່ຖານຂໍ້ມູນທີ່ດິນ.
ຈາກບັນດາຂໍ້ມູນເອກະສານເຈ້ຍແຕ່ລະຊຸດ, ລາວກາຍ ພວມຄ່ອຍໆສ້າງລະບົບຖານຂໍ້ມູນທີ່ດິນທີ່ມີຄວາມສາມາດ “ຮູ້”, “ໄດ້ອັບເດດ” ແລະ “ຮັບໃຊ້” ເທື່ອລະກ້າວ. ເພາະສະນັ້ນ, ບັ້ນເຄື່ອນໄຫວ 120 ວັນ ແລະ ຄືນ ບໍ່ພຽງແຕ່ແມ່ນການແຂ່ງເພື່ອຫັນຂໍ້ມູນທີ່ດິນເປັນດີຈີຕອນເທົ່ານັ້ນ. ເມື່ອຂໍ້ມູນທີ່ດິນຄົງຢູ່ໃນພື້ນຖານດີຈີຕອນຢ່າງແທ້ຈິງ, ດິນແຕ່ລະຕອນບໍ່ພຽງແຕ່ແມ່ນເອກະສານທີ່ໄດ້ຮັບການສຳເນົາຮັກສາເທົ່ານັ້ນ ຫາກຍັງກາຍເປັນພາກສ່ວນໜຶ່ງຂອງພື້ນຖານໂຄງລ່າງຂໍ້ມູນທີ່ຮັບໃຊ້ໃຫ້ແກ່ການຄຸ້ມຄອງ, ທຸລະກຳ ແລະ ພັດທະນາເສດຖະກິດ - ສັງຄົມໃນຍຸກດີຈີຕອນອີກດ້ວຍ.
