ຍຸດ​ທະ​ສາດ​ພັດ​ທະ​ນາ​ການ​ບໍ​ລິ​ການ logistics ຫວຽດ​ນາມໄລ​ຍະ 2025 – 2035, ວິ​ໄສ​ທັດ​ຮອດ​ປີ 2050, ໄດ້ວາງ​ເປົ້າ​ໝາຍ​ບັນ​ລຸ​ລະ​ດັບ​ເຕີບ​ໂຕ​ສະ​ເລ່ຍຂອງ​ຂະ​ແໜງ logistics ​ໃນແຕ່​ລະ​ປີແມ່ນ​ແຕ່ 12% - 15% ຕໍ່​ປີ; ຈັດ​ອັນດັບຕາມ​ດັດ​ຊະ​ນີ​ປະ​ສິດ​ທິ​ຜົນ logistics (ໂດຍ​ທະ​ນາ​ຄານ​ໂລກ​ປະ​ກາດ) ໃນ​ກຸ່ມ 40 ປະ​ເທດແລະເຂດ​ແຄວ້ນ​ແຖວ​ໜ້າ.

ຢູ່ຫວຽດ​ນາມ, ວິ​ສາ​ຫະ​ກິດ logistics ພາຍ​ໃນ​ປະ​ເທດສ່ວນຫຼາຍຫາ​ກໍ່​ຢຸດ​ຢູ່ລະ​ດັບ​ຫັນ​ຂັ້ນ​ຕອນ​ພື້ນ​ຖານ​ເປັນ​ດີ​ຈີ​ຕອນ​ເທົ່າ​ນັ້ນ. ຈຳ​ນວນ​ຫົວ​ໜ່ວຍ​ໝູນ​ໃຊ້ AI ຢ່າງ​ມີ​ແບບ​ມີ​ແຜນ​ເຂົ້​າ​ໃນ​ການ​ໄຈ້​ແຍກວິ​ເຄາະ​ຂໍ້​ມູນແລ້ວ​ຕັດ​ສິນແມ່ນ​ຍັງ​ຈຳ​ກັດ​ຢູ່. ບັນ​ດາ​ນັກ​ຊ່ຽວ​ຊານ​ໄດ້​ຍົກ​ອອກ​ຂໍ້​ສະ​ເໜີ​ແນະ​ໃຫ້​ວິ​ສາ​ຫະ​ກິດ​ຫັນ​ເປັນ​ດີ​ຈີ​ຕອນແລະຫັນ​ຂໍ້​ມູນ​ເປັນມາດຖານ. ນີ້​ແມ່ນ​ພື້ນ​ຖານ​ທີ່​ມີ​ລັກ​ສະ​ນະ​ຕັດ​ສິນ​ຊີ້​ຂາດ. ຖ້າ​ບໍ່​ມີ​ຂໍ້​ມູນ​ທີ່​ໜ້າ​ໄວ້​ວາງ​ໃຈ, ທຸກ​ການ​ໝູນ​ໃຊ້​ປັນ​ຍາ​ປະ​ດິດ​ຈະຢຸດ​ຢູ່​ລະ​ດັບພຽງ​ແຕ່​​ສະ​ແດງ​demoເທົ່າ​ນັ້ນ. ທີ​ສອງ​ແມ່ນ, ວິ​ສາ​ຫະ​ກິດ​ຄວນ​ເລີ່ມ​ຕົ້ນ​ດ້ວຍ​ບັນ​ດາ​ໂຄງ​ການ​ທີ່​ມີ​ຂອບ​ຂະ​ໜາດ​ນ້ອຍ, ຄັດ​ເລືອກ​ບັນ​ດາ​ພື້ນ​ຖານ​ເຕັກ​ໂນ​ໂລ​ຢີ​ທີ່​ມີ​ຢູ່​ແລ້ວແທນ​ທີ່​ສ້າງ​ຕັ້ງ​ໃໝ່ເພື່ອ​ປະ​ຢັດ​ແຫຼ່ງ​ກຳ​ລັງ. ທີ​ສາມ​ແມ່ນ, ສ້າງ​ກົນ​ໄກ​ຄຸ້ມຄອງບໍ​ລິ​ຫານ. ສ້າງ​ຕັ້ງ​ບັນ​ດາ​ຂັ້ນ​ຕອນ​ກ່ຽວ​ກັບ​ການ​ຮັກ​ສາ​ຄວາມ​ລ​ັບ, ຄຸນ​ສົມ​ບັດແລະການ​ບໍ​ລິ​ຫານ​ຄວາມ​ສ່ຽງ​ເມື່ອ​ເຄື່ອນ​ໄຫວ​ເຕັກ​ໂນ​ໂລ​ຢີ​ໃໝ່. ທ່ານຮ​ສ​.ປອຫງວຽນ​ບິ່ງ​ມິງ, ຫົວ​ໜ້າ​ສະ​ຖາ​ບັນ​ເຕັກ​ໂນ​ໂລ​ຢີແລະເສດ​ຖະ​ກິ​ດ​ດີ​ຈີ​ຕອນ, ມະ​ຫາ​ວິ​ທະ​ຍາ​ໄລສັບພະ​ວິ​ຊາຮ່າ​ໂນ້ຍ, ໃຫ້​ຮູ້​ວ່າ:

“logistics ທັນ​ສະ​ໄໝແມ່ນ​ໂຈດ​ຈັດ​ສັນ​ຂໍ້​ມູນແລະຄວາມ​ສ່ຽງ​ໄວ້​ວາງ​ໃຈ. AI ຊ່ວຍ​ໃຫ້​ພວກ​ເຮົາ​ອ່ານເອ​ກະ​ສານທຸລະກຳ, ປຽບ​ທຽບ, ພົບ​ເຫັນ​ກໍ​ລະ​ນີ​ຢູ່ນອກ​ກົດ​ລະ​ບຽບແລະຍົກ​ອອກ​ຂໍ້​ສະ​ເໜີ​ແນະ​ກ່ຽວ​ກັບ​ວິ​ທີ​ການ​ແກ້​ໄຂກໍ​ຄືບັນ​ທຶກ​ເຫດ​ຜົນທີ່ຕັດ​ສິນ”.

ມີ​ວິ​ສາ​ຫະ​ກິດ logistics ຫວຽດ​ນາມຈຳ​ນວນ​ໜຶ່ງພວມ​ໝູນ​ໃຊ້​ປັນ​ຍາ​ປະ​ດິດ​ຢ່າງ​ແຮງ​ເພື່ອ​ຫັນ​ເປັນ​ອັດ​ຕະ​ໂນ​ມັດ, ຫຼຸດ​ຜ່ອນ​ລາຍ​ຈ່າຍແລະແກ້​ໄຂ​ບັນ​ດາ​ກໍ​ລະ​ນີ​ຍາກ​ເຊັ່ນຫຼຸດ​ຜ່ອນ​ໄລ​ຍະ​ທາງ​ຂົນ​ສົ່ງ, ຈັດສິນ​ຄ້າແລະຄຸ້ມ​ຄອງ​ເດີນ​ສາງໃຫ້ໄດ້ຫຼາຍທີ່ສຸດ. ທ່ານຫງວຽນ​ແອັງ​ຢຸງ, ຜູ້​ຄຸ້ມ​ຄອງ​ໂຄງ​ການ​ເຕັກ​ໂນ​ໂລ​ຢີ​ຂອງ J&T Express ຫວຽດ​ນາມ, ໃຫ້​ຂໍ້​ສັງ​ເກດ​ວ່າ:

“ໃນຫຼາຍ​ປີ​ຜ່ານ​ມາ, ພວກ​ຂ້າ​ພະ​ເຈົ້າ​ເຄື່ອນ​ໄຫວ​ໂດຍ​ອີງ​ໃສ່​ປະ​ສົບ​ການ​ຕົວ​ຈິງແລະປະ​ຕິ​ບັດ​ຂັ້ນ​ຕອນ​ຕ່າງໆ​ດ້ວຍ​ມື. ແຕ່​ເມື່ອ​ຂອບ​ຂະ​ໜາດ​ຕະຫຼາດ​ບັນ​ລຸ​ເຖິງ​ລະ​ດັບ​ທີ່​ໃຫຍ່ກວ່າແລ້ວ, ບັນ​ດາ​ປະ​ສົບ​ການ​ລຽບ​ງ່າຍ​ກໍ​ຮອດ​ເວ​ລາ​ຕ້ອງ​ປ່ຽນ​ແປງ​, ພວກ​ຂ້າ​ພະ​ເຈົ້າ​ໄດ້​ເລີ່ມ​ຮັບ​ຮູ້​ປັນ​ຍາ​ປະ​ດິດ (AI) ບໍ່​ພຽງ​ແຕ່​ແມ່ນ​ການ​ຄັດ​ເລືອກ​ເທົ່າ​ນັ້ນຫາ​ກ​ຍັງ​ແມ່ນ​ປັດ​ໄຈ​ບັງ​ຄັບ​ເພື່ອ​ແກ້ງ​ແຍ້ງ. ປັດ​ຈຸ​ບັນ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ເລີ່ມ​ປ່ຽນ​ຈາກ​ “AI ໜູນ​ຊ່ວຍ” ໄປ​ສູ່ “AI ​ຄາດຄະເນ” ແລະໃນ​ຊຸມ​ປີ​ຈະ​ມາ​ເຖິງ, AI ຈະມີ​ຄວາມ​ສາ​ມາດ “ຕັດ​ສິນ​ດ້ວຍ​ຕົນ​ເອງ”.

ປັດ​ຈຸ​ບັ​ນ, ຈຳ​ນວນ​ວິ​ສາ​ຫະ​ກິດຫວຽດ​ນາມທີ່​ໝູນ​ໃຊ້ “AI ຢ່າງ​ມີ​ໄຫວ​ພິບ” ບໍ່​ຮອດ 2%. ​ເຫດຜົນ​ທຳ​ອິດ​ແມ່ນ​ຍ້ອນ​ແຫຼ່ງ​ກຳ​ລັງ​ລົງ​ທຶນ, ບໍ່​ພຽງ​ແຕ່​ແມ່ນ​ລາຍ​ຈ່າຍ​ລົງ​ທຶນ​ເປັນ​ຈຳ​ນວນຫຼາຍ​ໃຫ້​ແກ່​ລະ​ບົບ logistics ອັດ​ສະ​ລິ​ຍະ ​ໃນ​ເບື້ອງ​ຕົ້ນເທົ່າ​ນັ້ນ, ຫາ​ກ​ຍັງ​ມີ​ການ​ລົງ​ທຶນ​ເພີ່ມ​ເຕີມເພື່ອ​ໄປ​ທັນ​​ກັບການ​ພັດ​ທະ​ນາ​ຂອງ​ເຕັກ​ໂນ​ໂລ​ຢີໃໝ່ອີກດ້ວຍ. ທ່ານຫງວຽນ​ຕຽນ​ດົ່ງ, ຜູ້​ອຳ​ນວຍ​ການ​ຝ່າຍ​ເຕັກ​ນິກ AI, ກຸ່ມ​ບໍ​ລິ​ສັດ CMC ຖື​ວ່າ:

“ພວກ​ເຮົາ​ຕ້ອງ​ຕີ​ລາ​ຄາ​ໄດ້​ວ່າຕ້ອງ​ມີ​ຄວາມ​ເປັນ​ໄປ​ໄດ້​ສູງແລະນຳ​ມາ​ເຊິ່ງ​ມູນ​ຄ່າ​ສູງ. ນັ້ນ​ແມ່ນ​ລະ​ບົບ​ມູນ​ຄ່າແລະຄວາມ​ສາມາດເປັນ​ໄປ​ໄດ້. ມີ 4 ປັດ​ໄຈ​ນ້ອຍແມ່ນ​ມູນ​ຄ່າ​ນັ້ນຈະ​ກ່ຽວ​ຂ້ອງ​ເຖິງ​ມູນ​ຄ່າ​ທີ່​ນຳ​ມາ​ກ່ຽວກັບ​ການ​ຫຼຸດ​ຜ່ອນ​ຄ່າ​ໃຊ້​ຈ່າຍລົງໃຫ້ໄດ້ຫຼາຍສຸດ, ກ່ຽວ​ກັບ​ຄວ​າມ​ປອດ​ໄພ​ໃນ​ການ​ເຄື່ອນ​ໄຫວກໍ​ຄື​ການ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ບໍ​ລິ​ການ. ສ່ວນ​ກ່ຽວ​ຂ້ອງ​ເຖິງ​ລັກ​ສະ​ນະ​ຄວາມສາມາດ​ເປັນ​ໄປ​ໄດ້​ແມ່ນ​ລັກ​ສະ​ນະ​ກຽມ​ພ້ອມ​ດ້ານ​ຂໍ້​ມູນ, ລັກ​ສະ​ນະ​ກຽມ​ພ້ອມ​ດ້ານ​ຊັບ​ພະ​ຍາ​ກອນ​ມະ​ນຸດທີ່​ມີ​ຄວາມ​ສາ​ມາດ​ໝູນ​ໃຊ້​ບັນ​ດາ​ເຕັກ​ໂນ​ໂລ​ຢີ​ໃໝ່​ໃນ​ປັດ​ຈຸ​ບັນ, ກ່ຽວ​ກັບ​ດ້ານວັດ​ທະ​ນະ​ທຳ​ ແມ່ນ​ມີ​ຄວາມພ້ອມ​ໝູນ​ໃຊ້​ປັນ​ຍາ​ປະ​ດິດ​ເມື່ອ​ທຽບ​ໃສ່​ປັດ​ຈຸ​ບັນຫຼື​ບໍ, ກໍ​ຄື​ກ່ຽ​ວ​ຂ້ອງ​ເຖິງ​ພື້ນ​ຖານ​ເຕັກ​ໂນ​ໂລ​ຢີເຊິ່ງວິ​ສາ​ຫະ​ກິດ​ພວມ​ມີ. ພາຍຫຼັງ​ທີ່​ມີ​ການ​ວິ​ເຄາະ​ແລ້ວ, ອາ​ດ​ຈະ​ຊີ້​ອອກ​ບັນ​ດາ​ຂົງ​ເຂດ​​ທີ່ພວກ​ເຮົາ​ຄວນ​ລົງ​ທຶນ​ເຂົ້າເພື່ອ​ນຳ​ມາ​ເຊິ່ງ​ມູນ​ຄ່າ​ຕົວ​ຈິງ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ຢ່າງວ່ອງ​ໄວ”.

ຫວຽດ​ນາມວາງ​ເປົ້າ​ໝາຍ​ຮອດ​ປີ 2035, ມີ 100% ວິ​ສາ​ຫະ​ກິດ logistics ໝູນ​ໃຊ້​ການ​ຫັນ​ເປັນ​ດີ​ຈີ​ຕອນ, ແນ​ໃສ່​ນຳ​ມາດ​ຕະ​ຖ່ວງ​ລາຍ​ຈ​່າຍ logistics ຕໍ່ GDP ຫຼຸດ​ລົງ​ເຫຼືອ​ພຽງ​ແຕ່ 10% ຫາ 12%. ນີ້​ແມ່ນ​ເປົ້າ​ໝາຍ​ທີ່​ມີ​ຄວາມ​ຕັ້ງຫວັງ​ສູງແຕ່​ມີ​ຄວາມສາມາດ​ເປັນ​ໄປ​ໄດ້, ຖ້າ​ປະ​ຊ​າ​ຄົມ​ວິ​ສາ​ຫະ​ກິດ​ມີ​ຄວາມ​ຕັດ​ສິນ​ໃຈລັດ​ໜ້​າ​ກະ​ແສ​ປັນ​ຍາ​ປະ​ດິດ (AI). ຍູ້​ແຮງ​ການ​ໝູນ​ໃຊ້ AI ແມ່ນ​​ຂໍ້ກຸນ​ແຈ​ທີ່​ຈຳ​ເປັນຊ່ວຍ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ​ຂະ​ແໜງ logistics ຫວຽດ​ນາມໃນ​ເວ​ທີ​ສາ​ກົນ./.