ແນວຄິດ “ມະຫາສາມັກຄີ” ຂອງປະທານ ໂຮ່ຈີມິນ ແມ່ນໜຶ່ງໃນບັນດາເນື້ອໃນຫຼັກໃນພື້ນຖານແນວຄິດຂອງພັກກອມມູນິດ ຫວຽດນາມ, ສ້າງກຳລັງແຮງ ແລະ ທຸກໄຊຊະນະຂອງການປະຕິວັດ ຫວຽດນາມ. ສຳລັບ ໄຕງວຽນ, ເຂດດິນແດນຍຸດທະສາດ, ແຫ່ງເຕົ້າໂຮມຫຼາຍຊົນເຜົ່າອ້າຍນ້ອງຮ່ວມດຳລົງຊີວິດ, ແນວຄິດມະຫາສາມັກຄີໄດ້ຝຶກຝົນຫຼໍ່ຫຼອມກາຍເປັນກຳລັງແຮງພາຍໃນ, ສ້າງຄວາມສະໜິດຕິດພັນໃນປະຊາຄົມ, ຮັກສາສະຖຽນລະພາບ,ສ້າງໝູ່ບ້ານພັດທະນາ ແລະ ປັບປຸງຄວາມໄວ້ເນື້ອເຊື່ອໃຈຕໍ່ພັກຂອງປະຊາຊົນ.
ຢູ່ເຂດພູຜາປ່າໄມ້ທາງທິດຕາເວັນອອກ ເຈື່ອງເຊີນ (ສາຍພູຫຼວງ), ບ້ານ ດັກອາເຊ, ຕາແສງ ເຊີນລາງ, ແຂວງ ຢາລາຍ, ແຫ່ງເຄີຍເປັນຖານທີ່ໝັ້ນການປະຕິວັດຂອງພໍ່ແມ່ປະຊາຊົນເຜົ່າ ບານາ ໃນຊຸມເດືອນຕໍ່ສູ້. ໃນເຮືອນ ຣົງ ຂອງບ້ານໃນມື້ນີ້, ພາບຂອງປະທານ ໂຮ່ຈິມິນ ໄດ້ຕັ້ງຢູ່ເຂດສະຫງ່າທີ່ສຸດ. ດ້ານລຸ່ມພາບປະທານ ໂຮ່ຈິມິນ ແມ່ນຈົດໝາຍທີ່ເພີ່ນສົ່ງເຖິງກອງປະຊຸມໃຫຍ່ຊາວເຜົ່າສ່ວນໜ້ອຍທາງພາກໃຕ້ ປີ 1946. ເຈົ້າກົກເຈົ້າເຫຼົ່າ ດິງ ເຮິມູນ ໄດ້ຢ້ຳຄືນຄຳສັ່ງສອນຂອງປະທານ ໂຮ່ຈິມິນ ໃຫ້ແກ່ລຸ້ນໜຸ່ມໃນບ້ານ: “ພໍ່ແມ່ປະຊາຊົນຊາວ ກິງ ຫຼື ໂທ, ເມື່ອງ ຫຼື ມ໊ານ, ຢາຣາຍ ຫຼື ເອເດ, ເຊີດັງ ຫຼື ບານາ ແລະ ບັນດາຊົນເຜົ່າສ່ວນໜ້ອຍອື່ນໆ, ລ້ວນແຕ່ແມ່ນລູກຫຼານ ຫວຽດນາມ, ລ້ວນແຕ່ແມ່ນອ້າຍນ້ອງຄີງໃນຄອບຄົວດຽວ”. ເຈົ້າກົກເຈົ້າເຫຼົ່າ ດິງ ເຮິມູນ, ໃຫ້ຮູ້ວ່າ ໄດ້ຈົດຈຳຄຳສອນຂອງເພີ່ນ, ມາຮອດປະຈຸບັນ ປະຊາຊົນ ດັກ ອາເຊ ຍັງຄົງຮັກສາຈິດໃຈມະຫາສາມັກຄີ.
“ຊາວບ້ານມີຄວາມເຄົາລົບຮັກ ປະທານ ໂຮ່ຈີມິນ. ຂ້າພະເຈົ້າໄດ້ສອນໃຫ້ລູກຫຼານຮ່ຳຮຽນໃຫ້ດີ, ຟັງ ແລະ ປະຕິບັດຕາມຄຳສັ່ງສອນຂອງ ປະທານ ໂຮ່ຈີມິນ”.
ໄປທາງທິດໃຕ້ເຂດ ໄຕງວຽນ, ຢູ່ບ້ານ ປາ, ຕາແສງ ກືປຣາວ, ແຂວງ ດັກລັກ. ໃນຊຸມປີຕໍ່ສູ້, ຄວາມໄວ້ເນື້ອເຊື່ອໃຈຕໍ່ພັກ, ຕໍ່ປະທານ ໂຮ່ຈິມິນ ໄດ້ຊ່ວຍໃຫ້ພໍ່ແມ່ປະຊາຊົນຢູ່ທີ່ນີ້ສາມັກຄີກັນເພື່ອປົກປ້ອງໝູ່ບ້ານ. ທ່ານ ອີ ຕວນ ກາເຊີ, ເລຂາໜ່ວຍພັກບ້ານ ປາ, ໃຫ້ຮູ້ວ່າ:
“ພໍ່ແມ່ປະຊາຊົນຈົດຈຳບຸນຄຸນຂອງລຸງ ໂຮ່, ເວົ້ານຳກັນວ່າ ຕ້ອງສາມັກຄີ, ທຳມາສາກິນຢ່າງດຸໝັ່ນຂະຫຍັນພຽນ, ປະຕິບັດແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດເປັນຢ່າງດີ. ຍ້ອນມີຄວາມເອົາໃຈໃສ່ຂອງພັກ, ລັດ, ປະຈຸບັນໃນບ້ານໄດ້ມີໄຟຟ້າ, ມີເສັ້ນທາງ, ໂຮງຮຽນ, ສຸກສາລາ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນ”.
ສ່ວນ ເຈົ້າກົກເຈົ້າເຫຼົ່າ ດຽວດີ, ບ້ານ ບອນ ບູປັງ 2, ຕາແສງ ກວາງຈຶກ, ເມິນົງ, ຕາແສງ ເຂດປອດໄພ ກວາງຈືກ, ແຂວງ ເລິມດົ່ງ, ໃຫ້ຮູ້ວ່າ:
“ໂດຍເດີນຕາມພັກ, ເດີນຕາມປະທານ ໂຮ່ຈີມິນ, ເມື່ອກ່ອນນີ້ພໍ່ແມ່ປະຊາຊົນພ້ອມກັນຕໍ່ສູ້ເພື່ອປົກປັກຮັກສາດິນແດນ, ໝູ່ບ້ານ. ປະຈຸບັນຍາດໄດ້ສັນຕິພາບແລ້ວກໍ່ສຸມໃສ່ທຳມາຫາກິນ, ສ້າງສາບ້ານເກີດເມືອງນອນ. ຊີວິດໃນປະຈຸບັນມີການປ່ຽນແປງຫຼາຍ”.
ສຳລັບປ້າ ລິງງາ ນີເອ ເກິດຳ, ລູກສາວຂອງ ທ່ານໝໍ ອີ ງົງ ນີເອ ເກິດຳ, ອະດີດປະທານສະພາຊົນເຜົ່າຂອງສະພາແຫ່ງຊາດ ຫວຽດນາມແລ້ວ, ຄວາມຊົງຈຳໃນໄລຍະຮ່ຳຮຽນຢູ່ໂຮງຮຽນພະນັກງານຊົນເຜົ່າເຂດພູດອຍສູນກາງ ຢູ່ທາງພາກເໜືອ, ທ່ານນາງໄດ້ເຫັນລຸງ ໂຮ່ ເປັນຫຼາຍຄັ້ງ.
“ລຸງ ໄດ້ຖາມພວກຫຼານກິນອີ່ມບໍ່, ໄດ້ອອກກຳລັງກາຍບໍ່. ລຸງ ໄດ້ສັ່ງໄວ້ວ່າ ກິນໃຫ້ອີ່ມເພື່ອຮຽນໃຫ້ເກັ່ງ, ອອກກຳລັງກາຍເພື່ອໃຫ້ມີສຸຂະພາບແຂງແຮງ, ໃນອະນາຄົດເປັນພະນັກງານທີ່ດີໃຫ້ແກ່ ໄຕງວຽນ”.
ໃນບັນດາເຮືອນ ຣົງ, ໃນສຽງຕີຄ້ອງທີ່ດັງກ້ອງກັງວານຂຶ້ນຢູ່ກາງໝູ່ບ້ານນັ້ນ, ຍາມໃດບັນດາເຈົ້າກົກເຈົ້າເຫຼົ່າກໍເວົ້າຄືນເຖິງຄຳສັ່ງສອນຂອງປະທານ ໂຮ່ຈິມິນ ກ່ຽວກັບຄວາມມະຫາສາມັກຄີ ໃຫ້ແກ່ລູກຫຼານຟັງ. ແລະຈາກຄວາມສະໜິດຕິດພັນນັ້ນ, ໄຕງວຽນ ໃນປະຈຸບັນໄດ້ມີການປ່ຽນແປງໃນແຕ່ລະມື້, ມີຄວາມອີ່ມໜຳສຳລານ, ສົມບຸນພູນສຸກ, ໝັ້ນຄົງໜຽວແໜ້ນກວ່າໃນກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ຫວຽດນາມ.
