ໃນທ່າມກາງນ້ຳໝອກກົ້ວທີ່ປົກຄຸມໄປທົ່ວທາງກີ່ວເຂດຊາຍແດນ ຕຸ່ງວ່າຍ, ປ້ອມປ້ອງກັນ ຊາຍແດນ ບໍ່ພຽງແຕ່ເປັນບ່ອນປົກປັກຮັກສາຫຼັກໝາຍຊາຍແດນ ແຕ່ລະຫຼັກຂອງປະເທດຊາດເທົ່ານັ້ນ, ຫາກຍັງໄດ້ກາຍເປັນບ້ານຫຼັງທີສອງຂອງ ເດັກນ້ອຍທຸກຍາກຫຼາຍຄົນຢູ່ເຂດພູສູງ. ກໍ່​ຍ້ອນ​ບັນ​ດາ​ໂຄງ​ການ, ຄື: “ຊ່ວຍນ້ອງໄປໂຮງຮຽນ - ​ລູກ​ລ້ຽງ​ປ້ອມປ້ອງກັນຊາຍແດນ” ແລະ ​ໂຄງການ “​ພະ​ນັກ​ງານ​ນັກ​ຮົບ​ກອງ​ທັບ​​ ຊ່ວຍ​ນ້ອງ​ໄປ​ໂຮງ​ຮຽນ”, ​ມມີເດັກນ້ອຍເກືອບ​ປະ​ຮຽນຫຼາຍຄົນ ກໍ່ໄດ້ຮັບການໜູນຊ່ວຍຈາກ​ບັນ​ດາ​​ທະ​ຫານ​ຕໍ່​ກຳ​ລັງ​ແຮງ, ໃຫ້​ມີ​ຄວາມ​ໝັ້ນ​ໃຈ​ສືບ​ຕໍ່​ສ້າງຄວາມ​ໄຝ່ຝັນ​ຂອງ​ຕົນ.

ທີ່ການຈັດ​ບຸນວັນເກີດຂອງນັກຮົບທີ່ເກີດໃນເດືອນສິງຫາ ​ຢູ່​ປ້ອມ​ປ້ອງ​ກັນ​ຊາຍ​ແດນ ຕຸ່ງວ່າຍ ແມ່ນ​ຄຶກ​ຄຶ້ນກວ່າປົກກະຕິ. ນອກຈາກດອກໄມ້, ເຂົ້າ​ໜົມ ແລະ ບັນ​ດາຄຳອວຍພອນທະຫານແລ້ວ, ມື້ນີ້ປ້ອມປ້ອງ​ກັນ​ຊາຍ​ແດນຍັງໄດ້ອຳລາ “ບຸກຄະລາກອນ” ພິເສດຄື: ​ວ່າງວັນ​ຮ​ວ່າງ. ນ້ອງ ຮ​ວ່າງ ໃກ້ຈະຮຽນຈົບໂຮງຮຽນ ສາມັນກິນນອນຊົນເຜົ່າເມືອງ ກວານ​ບະ ​​​​ເພື່ອເລີ່ມ​ເຂົ້າ​ສົກຮຽນໃໝ່. ຮວ່າງ ເປັນເດັກກຳພ້າພໍ່ຕັ້ງແຕ່ຍັງນ້ອຍ, ຫຼັງຈາກຮຽນຈົບຊັ້ນປະຖົມຢູ່ໃກ້ບ້ານ, ການເດີນທາງໄປໂຮງຮຽນມັດທະຍົມ​ຂອງ ຮວ່າງ ໄກກວ່າ 16 ກິໂລແມັດ. ເມື່ອ ​ຮ​ວ່າງ ມາປ້ອມປ້ອງກັນຊາຍແດນເປັນ​ຄັ້ງທຳອິດ, ນ້ອງຍັງມີຄວາມກັງວົນຢູ່.

“ປີນີ້ຫຼານຂຶ້ນຮຽນຊັ້ນ ມໍ 7 ແລະ ຫຼານໄດ້ເຂົ້າ​ມາ​ຢູ່ປ້ອມປ້ອງກັນຊາຍແດນ ຕຸ່ງວ່າຍ ເປັນ​ເວ​ລາເກືອບສອງປີແລ້ວ. ຕອນ​ທີ່​ຫຼານຫາກໍ່ມາຮອດໃໝ່ໆ, ​ຫຼານກໍ່​ມີ​ຄວາມ​​ກັງ​ວົນ, ບໍ່ຮູ້ຈະເຮັດຫຍັງ... ຕໍ່ມາ ອ້າຍ Pao, ບັນ​ດາ​ອ້າຍ, ອາວ​ໄດ້ຄ່ອຍໆສອນ​ໃຫ້. ຕອນ​ທີ່​ຫຼານບໍ່ມີບົດຝຶກຫັດ, ​ຫຼານໄດ້ຊ່ວຍ​ບັນ​ດາ​ອ້າຍ, ອາວ​ທຳຄວາມສະອາດ. ຕອນຮຽນປະຖົມ, ​ຫຼານເປັນນັກຮຽນ​ເກັ່ງ. ຕອນຮຽນຊັ້ນ ມໍ 6 ​ຫຼານເປັນນັກຮຽນປະເພດດີ”.

ໂດຍພັກ​ຢູ່​ໃນ​ຊາຍ​ຄາ​ປ້ອມ​ປ້ອງ​ກັນ​ກັບ ຮ​ວ່າງ ແມ່ນ ຢ່າງ​ແທັ່ງ​ປາວ, ບ້ານ ຕຸ່ງວ່າຍ​ຟີ່ນ, ປາວ ແບ່ງ​ປັນ​ວ່າ:

“ຫຼານ​ມາ​ຢູ່​ທີ່ນີ້​ໄດ້ 4 ປີ​ແລ້ວ, ຕອນ​ທີ່​ຫຼານ​ຫາກໍ່ມາ, ​ຫຼານກໍ່ຮູ້ສຶກກັງວົນຫຼາຍ ແລະ ບໍ່ຄຸ້ນເຄີຍກັບທຸກຢ່າງເລີຍ. ຫຼັງຈາກນັ້ນ, ​ແຫ່ງນີ້ກໍ່ຄ່ອຍໆກາຍເປັນ​ເຮືອນ​ຂອງ​ຫຼານ. ຢູ່ທີ່ນີ້, ​ຫຼານເຮັດການຜະລິດກັບ​ບັນ​ດາ​ອາວທະຫານ, ​ການ​ກິນ​ການ​ຢູ່​ກໍ່ໄດ້​ຮັບ​ປະ​ກັນ. ບັນ​ດາ​ອາວ​ໄດ້ຊ່ວຍ​ຫຼານໃນ​ກາ​ນ​ຮຽນ. ບັນ​ດາວິຊາທີ່​ຫຼານຮຽນບໍ່ໄດ້, ຫຼານກໍ່ຂໍຄວາມ​ຊ່ວຍເຫຼືອຈາກ​ບັນ​ດາ​ອາວ​ທະ​ຫານເພື່ອ​ໃຫ້ເພິ່ນສອນເພີ່ມ”.

ນັບແຕ່ປີ 2018, ຜ່ານບັນດາໂຄງການ "​ຊ່ວຍນ້ອງໄປໂຮງຮຽນ - ລູກລ້ຽງ​ປ້ອມ​ປ້ອງ​ກັນ​ຊາຍ​ແດນ" ແລະ ໂຄງ​ການ "ພະນັກງານນັກຮົບກອງທັບ ຊ່ວຍນ້ອງໄປໂຮງຮຽນ", ​ປ້ອມ​ປ້ອງ​ກັນຊາຍແດນໄດ້​ໜູນ​ຊ່ວຍໃຫ້ນັກຮຽນ 22 ຄົນ (ໃນນັ້ນມີທັງການເບິ່ງແຍງລ້ຽງດູເດັກ 2 ຄົນຢູ່ກັບກົມກອງໂດຍກົງ). ​ທ່ານພັນຕີ ເລດິງຈ້ອງ, ​ນັກການເມືອງ​ປ້ອມ​ປ້ອງ​ກັນຊາຍແດນ ຕຸ່ງວ່າຍ, ທະຫານຊາຍແດນ ຕຽນກວາງ, ໃຫ້​ຮູ້ວ່າ:

“ແຕ່ລະມື້, ນອກຈາກ​ເວ​ລາ​ໄດ້​ຮັບ​ການສິດສອນຈາກຄູອາຈານຢູ່ໂຮງຮຽນ ແລ້ວ, ​ເມື່ອ​ກັບ​ມາ​ປ້ອມທະ​ຫານກໍ່​ຈະ​ດຳ​ລົງ​ຊີ​ວິດ, ຮ່ຳ​ຮ​ຽນ​ຄື​ທະ​ຫານ​ຜູ້​ໜຶ່ງ. ໃນຕອນເຊົ້າ​ ຕື່​ນ​ມາ​ອອກ​ກຳ​ລັງ​ກາຍ, ໄປໂຮງຮຽນ; ຕອນແລງເຂົ້າຮ່ວມຫຼີ້ນກິລາ, ທຳການຜະລິດກະສິກຳ; ຕອນ​ຄ່ຳ ​ບັນ​ດາ​ອາວ, ອ້າຍ​ທະ​ຫານຈະສອນບົດຮຽນໃຫ້”.

ການປ່ຽນແປງຂອງ​ພວກເດັກນ້ອຍ​ຢູ່ເຂດພູສູງ ບໍ່ແມ່ນມື້​ໜຶ່ງ, ສອງມື້, ຫາກ​ແມ່ນ​ໄລ​ຍະ​ທາງແຫ່ງຄວາມອົດທົນຂອງ​ກົມ​ກອງທັງໝົດ. ​ທ່ານພັນຈັດຕະວາ ​ວ່າງວັນ​ສາງ, ຫົວໜ້າກອງລະດົມ​ຂົນ​ຂວາຍມະຫາຊົນ, ປ້ອມທະຫານ​ປ້ອງ​ກັນຊາຍແດນ ຕຸ່ງວ່າຍ, ​ໃຫ້​ຮູ້ວ່າ:

“ຕອນທີ່​ຫາກໍ່ມາປ້ອມທະຫານ, ​ພວກເດັກ​ນ້ອຍຍັງຂີ້ອາຍ, ຈຽມຕົວ, ບໍ່ຄ່ອຍຫ້າວຫັນ, ແລະ ບໍ່ຮູ້ເຮັດຫຍັງ... ​ແຕ່ຫຼັງຈາກໄດ້ຢູ່ກັບ​ພະ​ນັກ​ງານ, ທະຫານປະມານໜຶ່ງເດືອນ, ກໍ່ເລີ່ມປັບຕົວເຂົ້າກັບຊີວິດຢູ່ປ້ອມທະຫານ. ໃນຊ່ວງເວລາທີ່ພວກຫຼານຢູ່ທີ່ນີ້, ເດັກ​ຮູ້​ຄວາມ, ​ເຂົ້າ​ຮ່ວມທຳການຜະລິດກະສິກຳ ກັບອາວທະຫານ. ພວກຂ້າ​ພະ​ເຈົ້າ​ໄດ້​ຂຶ້ນ​ແຜນຕາຕະລາງຮຽນປ​ະ​ຈຳອາ​ທິດ​ໃຫ້ພວກ​ນ້ອງ. ໃນວັນຈັນ, ວັນອັງຄານ, ວັນພະຫັດ ຈະ​ມີ ສະມາຊິກສອງຄົນຂອງ ກອງລະດົມມະ​ຫາຊົນເປັນຜູ້ຊີ້ສອນໃຫ້ພວກ​ນ້ອງ.”

ກໍ່ຍ້ອນມີລະບຽບວິໄນບວກກັບຄວາມຮັກ​ແພງຂອງບັນ​ດາທະຫານ, ຜົນການ ຮຽນຂອງ ຮວ່າງ ແລະ ​ປາວ ໄດ້ດີຂຶ້ນຢ່າງ​​ຊັດເຈນ. ແຕ່ສິ່ງທີ່ສຳຄັນກວ່ານັ້ນ​ແມ່ນ ຄວາມຝັນຂອງພວກ​ຫຼານກໍ່​ເລີ່ມ​ເຕີບໃຫຍ່.

“ກໍ່​ຍ້ອນ​ບັນ​ດາ​ອາ​ວ​ຈຶ່ງ​ເຮັດ​ໃຫ້ຫຼານຮ​ຽນ​ດີຂຶ້ນ. ຫຼານຫວັງວ່າຈະຮຽນໄດ້ດີ, ປະ​ຕິ​ບັດ​ໄດ້​ຕາມຄວາມ​​ຫວັງ​ຂອງ​ຂອງ​ບັນ​ດາ​ອາວ​ທະ​ຫານ, ກາຍເປັນທະຫານ​ປ້ອງ​ກັນຊາຍແດນຜູ້ໜຶ່ງ”.

“ຫຼານຫວັງ​ວ່າ ໃນ​ອະ​ນາ​ຄົດ​ຈະ​ເປັນ​ທະ​ຫານຄືກັບ​ອາວທະ​ຫານຢູ່​ທີ່ນີ້, ສະນັ້ນ ຫຼານຈະພະຍາຍາມຮຽນ​ໃຫ້​ດີ ເພື່ອ​ເປັນ​ການຕອບແທນ​ນ້ຳ​ໃຈ ແລະ ການລ້ຽງດູ ຂອງ​ພວກ​ອາວ”.

ຢູ່ ຕຸ່ງວ່າຍ, ນ້ຳໝອກອາດຈະບິດບັງເສັ້ນ​ທາງ​ກັບ​ເມືອບ້ານ, ແຕ່ມັນບໍ່ສາມາດ ບິດບັງເສັ້ນທາງຂອງ ຮວ່າງ ຫຼື ປາວ ແລະ ເດັກຄົນອື່ນໆໄດ້. ​ຢູ່ທ່າມກາງເຂດ​ພູ​ຜາ​ປ່າ​ໄມ້ທີ່ຂຽວອຸ່ມທຸ່ມ​ຂອງ​ເຂດຊາຍແດນ, ພວກເດັກນ້ອຍກຳພ້າ, ຜູ້ທີ່ເກືອບ​ຄື​ວ່າຈະປະ​ຮຽນ, ກໍ່ພວມເຕີບໃຫຍ່ຂຶ້ນໃນນ້ຳ​ໃຈ​ຄວາມຮັກແພງຂອງ​ບັນ​ດາທະຫານ. ແລະໃນອະນາຄົດ ເມື່ອເຕີບໃຫຍ່ຂຶ້ນມາ, ຊຸມ​ເດືອນປີພັກ​ອາ​ໄສ​ຢູ່ປ້ອມປ້ອງກັນຊາຍແດນ ຕຸ່ງວ່າຍ ​ຍາມ​ໃດ​ກໍ່ຈະເປັນ​ບ່ອ​ນອ​ີງທີ່ແຂງແກ່ນ​ເພື່ອ​ຊ່ວຍ​ໃຫ້​ພວກ​ນ້ອງມີຄວາມໝັ້ນໃຈໃນການເດີນທາງເພື່ອສ້າງວິຊາອາຊີບ.