ຢູ່ເຂດພູສູງຊາຍແດນ, ມີໂຮງຮຽນຫຼັງໃໝ່ແຫ່ງໜຶ່ງບໍ່ພຽງແຕ່ສະໜອງບັນດາຫ້ອງຮຽນທີ່ກວ້າງງາມໃຫ້ແກ່ເດັກນ້ອຍເທົ່ານັ້ນ ຫາກຍັງປະກອບສ່ວນສ້າງເງື່ອນໄຂການຮ່ຳຮຽນທີ່ເປັນປົກກະຕິກວ່າຕໍ່ກັບຄວາມທີ່ເປັນລັກສະນະສະເພາະຂອງທ້ອງຖິ່ນ. ສຳລັບຄູ ແລະ ນັກຮຽນຂອງໂຮງຮຽນອະນຸບານ ແທັງຮ່າ, ຢູ່ຕາແສງ ກິມບາງ, ແຂວງ ເງະອານ, ຄວາມລໍຄອຍນັ້ນໄດ້ຄ່ອຍໆປະກົດຜົນເປັນຈິງ ເມື່ອໂຮງຮຽນຫຼັງໃໝ່ພວມໄດ້ຮັບການກໍ່ສ້າງສຳເລັດ. ນີ້ແມ່ນຂອງຂວັນໂດຍກະຊວງປ້ອງກັນປະເທດ ຫວຽດນາມ ມອບໃຫ້ບັນດານ້ອງໆນັກຮຽນຢູ່ເຂດຊາຍແດນ ຫວຽດນາມ - ລາວ ຂອງແຂວງ ເງະອານ.
ໃນຊຸມມື້ນີ້, ຢູ່ໃນຂອບເຂດໂຮງຮຽນອະນຸບານ ແທັງຮ່າ ຄືກຄື້ນໄປດ້ວຍສຽງເຄື່ອງຈັກ, ສຽງກຳມະກອນພວມກໍ່ສ້າງ... ຢູ່ພື້ນທີ່ຂອງໂຮງຮຽນແຫ່ງເກົ່າ, ມີກິດຈະກຳໃໝ່ພວມໄດ້ຮັບການກໍ່ສ້າງ. ສ່ວນໜຶ່ງຂອງກິດຈະກຳຄ່ອຍໆໄດ້ເປັນຮູບເປັນຮ່າງ ກໍແມ່ນຄວາມຫວັງໜຶ່ງຕື່ມໃຫ້ແກ່ບັນດາຄູອາຈານທີ່ໄດ້ຕິດພັນກັບແຫ່ງນີ້ເປັນເວລາຫຼາຍປີ. ເອື້ອຍຄູ ເຈິ່ນທິງວຽດ, ແບ່ງປັນວ່າ:
“ເມື່ອກ່ອນນີ້, ໂຮງຮຽນຕັ້ງຢູ່ເລິກເມື່ອທຽບກັບເສັ້ນທາງໄປມາຂອງເຂດພູສູງ, ຢູ່ເຂດຫ່າງໄກສອກຫຼີກ ສະນັ້ນ ການໄປມາປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ພື້ນຖານດ້ານວັດຖຸກໍ່ຊຸດໂຊມຫຼາຍ. ກິດຈະກຳນີ້ໄດ້ຮັບການຜັນຂະຫຍາຍ, ບັນດານັກຮຽນຈະໄດ້ຮຽນຢູ່ໂຮງຮຽນຫຼັງໃໝ່ທີ່ກວ້າງໃຫຍ່, ສວຍງາມ, ສະອາດກວ່າ, ໂດຍສະເພາະແມ່ນຫຼົບຫຼີກໄດ້ພາຍຸ, ນ້ຳຖ້ວມທີ່ສ້າງຄວາມລຳບາກຄືໃນຫຼາຍປີຜ່ານມາ”.
ຢູ່ເຂດຊາຍແດນ ຫວຽດນາມ - ລາວ, ໃນຫຼາຍປີມານີ້, ຍາມໃດການຮຽນ ແລະ ການສອນຂອງຄູອາຈານ ແລະ ນັກຮຽນໂຮງຮຽນອະນຸບານ ແທັງຮ່າ ກໍ່ຖືກຜົນສະທ້ອນຈາກເງື່ອນໄຂທຳມະຊາດຂອງເຂດ. ແຕ່ລະປີມີ 2 ເທື່ອ, ເລື່ອງ “ຫຼົບຫຼີກນ້ຳຖ້ວມ” ເກືອບຄືວ່າກາຍເປັນສິ່ງທີ່ລື້ງເຄີຍສຳລັບຄູອາຈານຢູ່ໂຮງຮຽນ ແລະ ປະຊາຊົນຢູ່ທ້ອງຖິ່ນ. ປ້າ ໂລທິເຮີ້ຍ, ປະຊາຊົນຕາແສງ ກິມບາງ, ເລົ່າສູ່ຟັງວ່າ:
“ເຂດນີ້ແມ່ນນອນຢູ່ພື້ນທ່ີຕ່ຳ ສະນັ້ນຮອດລະດູຝົນ ນັກຮຽນໄປໂຮງຮຽນລຳບາກທີ່ສຸດ. ຮອດຕອນນ້ຳຖ້ວມ, ບັນດາຄູອາຈານກໍ່ຕ້ອງໜີນ້ຳຖ້ວມ, ນຳເອົາເຄື່ອງອຸປະກອນການຮຽນຂຶ້ນໄປເຂດສູງ, ແຕ່ສ່ວນຫຼາຍແມ່ນບໍ່ທັນ ສະນັ້ນເຄື່ອງຂອງຖືກເປ່ເພເສຍຫາຍໝົດ”.
ວັນທີ 10 ກໍລະກົດ ຜ່ານມາ ໄດ້ສ້າງຂີດໝາຍເລີ່ມຕົ້ນຂອງກິດຈະກຳທີ່ມີຄວາມໝາຍຫຼາຍຢ່າງຕໍ່ກັບທ້ອງຖິ່ນ. ໂຮງຮຽນອະນຸບານ ແທັງຮ່າ ແມ່ນໜຶ່ງໃນບັນດາກິດຈະກຳໂດຍກະຊວງປ້ອງກັນປະເທດ ຫວຽດນາມ ມອບໃຫ້ທ້ອງຖິ່ນ, ໃນຂອບເຂດການພົບແລກປ່ຽນປະມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 3, ປີ 2026 ຈັດຂຶ້ນເມື່ອຕົ້ນເດືອນ ກໍລະກົດ. ໂດຍຕາງໜ້າໃຫ້ເຈົ້າຂອງລົງທຶນ, ທ່ານພັນເອກ ເຈິ່ນກວາງຈູງ, ກຳມະການການເມືອງທະຫານຊາຍແດນແຂວງ ເງະອານ, ໃຫ້ຮູ້ວ່າ:
“ກິດຈະກຳມີຍອດຈຳນວນເງິນລົງທຶນ 30 ຕື້ດົ່ງ (ເກືອບ 1,14 ລ້ານ USD), ດ້ວຍຂອບຂະໜາດ ມີອາຄານ 2 ຊັ້ນ 2 ແຖວ, ດ້ວຍເນື້ອທີ່ທັງໝົດ 1.646 ຕາແມັດ. ກິດຈະກຳລວມມີ 13 ຫ້ອງ, ປະກອບດ້ວຍຫ້ອງຮຽນ, ບັນດາຫ້ອງຮຽນວິຊາສະເພາະ, ກິດຈະກຳສຳລັບການອອກກຳລັງກາຍ, ວິຈິດສິນ ແລະ ດົນຕີ. ກິດຈະກຳຈະໄດ້ນຳເຂົ້າຮັບໃຊ້ວຽກງານເບິ່ງແຍງດູແລບັນດາເດັກນ້ອຍອະນຸຊົນໃນໄວໆນີ້”.
ເລື່ອງກໍ່ສ້າງໂຮງຮຽນອະນຸບານ ແທັງຮ່າ ບໍ່ພຽງແຕ່ປະກອບສ່ວນປັບປຸງເງື່ອນໄຂການຮ່ຳຮຽນໃຫ້ແກ່ເດັກນ້ອຍຢູ່ເຂດຊາຍແດນເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງກະຊວງປ້ອງກັນປະເທດ ທີ່ມີຕໍ່ການດຳລົງຊີວິດຂອງປະຊາຊົນຢູ່ບັນດາເຂດທີ່ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງອີກດ້ວຍ. ແລະສຳລັບນ້ອງ ຫງວຽນເລຮວ່ຽນຈາງ, ສິ່ງທີ່ນ້ອງລໍຄອຍແມ່ນລຽບງ່າຍທີ່ສຸດ.
“ລູກຫວັງວ່າຈະມີໂຮງຮຽນໃຫຍ່ໂຕ, ມີເຄື່ອງຫຼິ້ນຫຼາຍກວ່າ ແລະ ຫຼັງຄາບໍ່ຮົ່ວ, ບໍ່ປຽກຍ້ອນຝົນອີກແລ້ວ”.
ບັນດາຄວາມຫວັງນັ້ນກໍ່ແມ່ນສິ່ງທີ່ຄູອາຈານຕັ້ງຫວັງວ່າຈະປະກົດຜົນເປັນຈິງ ເມື່ອກິດຈະກຳໄດ້ກໍ່ສ້າງສຳເລັດ ແລະ ນຳເຂົ້າໃຊ້ການ. ເອື້ອຍຄູ ຟ້າມທິຮວ່ຽນ, ໂຮງຮຽນອະນຸບານ ແທັງຮ່າ, ແບ່ງປັນວ່າ:
“ຄູອາຈານໃນໂຮງຮຽນມີຄວາມປິຕິຊົມຊື່ນ ແລະ ມີຄວາມສຸກຍ້ອນຈະໄດ້ສິດສອນຢູ່ໂຮງຮຽນຫຼັງໃໝ່, ພວກນ້ອງນັກຮຽນຈະໄດ້ຮຽນຢູ່ໂຮງຮຽນຫຼັງໃໝ່ ແລະ ມີບັນດາຫ້ອງອະເນກປະສົງ, ພວກນ້ອງຈະມີການເຄື່ອນໄຫວ ແລະ ໄດ້ພັດທະນາຕົນເອງຫຼາຍກວ່າ”.
ສຳລັບຄະນະອຳນວຍການໂຮງຮຽນ, ສິ່ງທີ່ມີຄວາມໝາຍທີ່ສຸດບໍ່ພຽງແຕ່ແມ່ນພື້ນຖານດ້ານວັດຖຸໃໝ່ເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອຍົກສູງຄຸນນະພາບການເບິ່ງແຍງດູແລ, ສຶກສານັກຮຽນໃນບໍລິເວນແຂວງ. ທ່ານ ນາງ ເຈິ່ນທິຕວຽດ, ຜູ້ອຳນວຍການໂຮງຮຽນ, ໃຫ້ຮູ້ວ່າ:
“ທາງໂຮງຮຽນມີຄວາມປິຕິຊົມຊື່ນ ແລະ ພາກພູມໃຈ ເມື່ອກະຊວງປ້ອງກັນປະເທດມອບໂຮງຮຽນທີ່ໄດ້ກໍ່ສ້າງຮັບປະກັນຕາມມາດຕະຖານແຫ່ງຊາດລະດັບ 2 ເພື່ອຍົກສູງຄຸນນະພາບການຮຽນ ແລະ ການສອນຂອງໂຮງຮຽນ. ພ້ອມກັນນັ້ນ, ທາງໂຮງຮຽນກໍ່ແມ່ນແຫ່ງເພື່ອໃຫ້ພໍ່ແມ່ປະຊາຊົນໄດ້ຫຼົບຫຼີກພາຍຸ”.
ສຳລັບບໍລິເວນທີ່ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງຄື ແທັງຮ່າ, ການປັບປຸງເງື່ອນໄຂການຮ່ຳຮຽນລ້ວນແຕ່ມີຄວາມໝາຍຍາວນານສຳລັບບັນດາຄອບຄົວ ແລະ ວົງຄະນະຍາດ. ແລະໂຮງຮຽນຫຼັງໃໝ່ແຫ່ງນີ້ບໍ່ພຽງແຕ່ສ້າງຄວາມຫວັງກ່ຽວກັບສະພາບແວດລ້ອມການຮ່ຳຮຽນທີ່ປອດໄພ, ກວ້າງໃຫຍ່ໃຫ້ແກ່ເດັກນ້ອຍເທົ່ານັ້ນ, ຫາກຍັງກາຍເປັນບ່ອນເພິ່ງພາອາໄສຂອງປະຊາຊົນໃນລະດູຝົນຕົກ, ນ້ຳຖ້ວມອີກດ້ວຍ.
