“ອ້າຍ​ນ້ອງ​ໃນ​ກອງ​ໄດ້​ຊາບ​ຊຶບ​ການມອບ​ໜ້າ​ທີ່​ໃຫ​້​ແກ່​ສະ​ມາ​ຊິກ​ແຕ່​ລະ​ຄົນ ເພື່ອ​ເສີມ​ຂະ​ຫຍາຍໜ້າ​ທີ່​ຄວາມ​ຮັບ​ຜິດ​ຊອບ, ເຮັດ​ຫຼ້ອນ​ໜ້າ​ທີ່​ດ້ວຍ​ນ້ຳ​ໃຈຄວາມຮັກແພງຢ່າງຄົບຊຸດ. ​ສ່ວນຂ້​າ​ພະ​ເຈົ້າ​ເອງ, ໃນການ​ປະ​ຕິ​ບັດ​ບັ້ນ​ເຄື່ອນ​ໄຫວນີ້ກໍ່​ຫວັງ​ວ່າ​ຈະ​ຊອກ​ເຫັນພໍ່​ເຖົ້າ​ຂອງ​ຕົນ”.

ໃນ​ທ່າມ​ກາງ​ອາ​ກາດ​ຮ້ອນ​ເອົ້າ​ຂອງ​ເດືອນ ກໍ​ລະ​ກົດ ຢູ່ ດົ່ງ​ຊວັນ, ທ່ານ​ພັນ​ຕີ ເລ​ນາມ​ນິງ, ຜູ້​ຊ່ວຍ​ວຽກ​ງານ​ຄະ​ນະ​ນະ​ໂຍ​ບາຍ, ຫ້ອງ​ການ​ການ​ເມືອງ, ກອງ​ບັນ​ຊາ​ການ​ທະ​ຫານ​ແຂວງ ດັກ​ລັກ, ພ້ອມ​ກັບ​ເພື່ອ​ນ​ຮ່ວມ​ກົມ​ກອງ, ກຳ​ລັງ​ທະ​ຫານ​ລາດ ແລະ ບັນ​ດາ​ທ່ານ​ໝໍ​ນິ​ຕິ​ເວດ​ພວມ​ເຮັດ​ວຽກ​ຢູ່​ເຂດ​ສຸ​ສານ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິ​ດ​ເພື່ອ​ຊາດ ຊວັນ​ກວາງ 2 ດ້ວຍຄວາມຕັ້ງໃຈສູງ. ຢູ່​ຕໍ່​ໜ້າ​ບັນ​ດາ​ສຸມ​ຝັງ​ສົບ​ທີ່​ຍັງ​ບໍ່​ທັນ​ຢັ້ງ​ຢືນ​​ຊື່ໄດ້ນັ້ນ, ເຂົາ​ເຈົ້າ​ໄດ້​ຊອກ​ຫາ​ບັນ​ດາ​ຮ່ອງ​ຮອຍນ້ອຍ​ທີ່​ສຸດ​ທີ່​ຍັງ​ເຫຼືອໄວ້ ພາຍ​ຫຼັງ​ກວ່າ​ເຄິ່ງ​ສະ​ຕະ​ວັດ​ຢູ່​ໃນ​ຂຸມ​ຝັງ​ສົບ​ຂອງ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​ດ້ວຍ​ຄວາມ​ລະ​ມັດ​ລະ​ວັງ.

ສຳ​ລັບອ້າຍ ນິງ, ນີ້ບໍ່​ພຽງ​ແຕ່​ແມ່ນ​ໜ້າ​ທີ່​ຂອງ​ທະ​ຫານ​ຜູ້​ໜຶ່ງ​ທີ່ພວມ​ປະ​ຕິ​ບັດ​ໜ້​າ​ທີ່​ນະ​ໂຍ​ບາຍ​ເທົ່າ​ນັ້​ນ. ອ້າຍ​ຍັງຖື​ເອົາ​ຄວາມ​ຫວັງ​ຂອງ​ຄອບ​ຄົວ​ທີ່ລໍຄອຍມາ​ເປັນ​ເວ​ລາ​ຫຼາຍ​ປີໄປນຳ ໂດຍແມ່ນ: ຊອກ​ຫາຂຸມ​ຝັງ​ສົບ​ຂອງ​ພໍ່​ເຖົ້າ​ທີ່​ໄດ້​ເສຍ​ສະ​ຫຼະ​ຊີ​ວິດ​ໃນ​ສົງ​ຄາມ, ນັ້ນ​ກໍ່​ແມ່ນ​ຄວາມຫວັງສຸ​ດ​ທ້າຍ​ຂອງ​ແມ່​ລາວ.

ເລື່ອງ​ລາວຂອງ​ອ້າຍ ນິງ ພຽງ​ແຕ່​ແມ່ນ​ໜຶ່ງ​ໃນ​ຫຼາຍ​ເລື່ອງ​ລາວທີູ່່ເບື້ອງ​ຫ​ຼັງ​ບັນ​ດາ​ຂຸມ​ຝັງ​ສົບທີ່​ຍັງ​ບໍ່​ທັນ​ຮູ້​ຊື່. ປະ​ຈຸ​ບັນ, ທົ່ວ​ແຂວງ ດັກ​ລັກ ຍັງ​ມີ​ສຸມ​ຝັງ​ສົບກ່ວາ 4.100 ຂຸມຂອງ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດທີ່​ຍັງ​ບໍ່​ທັນ​ຢັ້ງ​ຢືນ​ຊື່​ແລະ​ນາມ​ສະ​ກຸນໄດ້. ແຕ່​ລະ​ຂຸມ​ຝັ​ງ​ສົບ​ນັ້ນ​ແມ່ນ​ຄວາມ​ຫວັງ​ໜຶ່ງ​ຂອງ​ຍາດ​ຕິ​ພີ່​ນ້ອງ ແລະ ກໍ່​ແມ່ນ​​ເຫດຜົນ​ເພື່ອ​ໃຫ້​ບັ້ນ​ເຄື່ອນ​ໄຫວ “500 ວັນ ແລະ ຄືນ​ຍູ້​ແຮງ​ການ​ຊອກ​ຫາ, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່​ແລະ​ນາມ​ສະ​ກຸນ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ” ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ.

ພາຍ​ຫຼັງ​ກວ່າ​ເຄິ່ງສະ​ຕະ​ວັດ, ການເວ​ລາ​ໄດ້​ເຮັດ​ໃຫ້​ຮ່ອງ​ຮອຍ​ສົງ​ຄາມ​ຄ່ອຍ​ຈາງ​ໄປ. ມີ​ຫຼາຍ​ຂຸມ​ຝັ​ງ​ສົບຍັງ​ເຫຼືອ​ແຕ່​ແຂ້ວ​ 2 – 3 ເຫຼັ້ມ ຫຼື ກະ​ດູກ​ນ້ອຍ​ທີ່​ສຸດ. ມີ​ຫຼາຍ​ກໍ​ລະ​ນີ, ອັດຖິໄດ້ຖືກສະຫຼາຍ​ຈົນ​ເຫຼືອ​ຂະ​ໜາດ​ທີ່ບໍ່​ສາ​ມາດ​ເກັບ​ເອົາ​ຕົວ​ຢ່າງ​ເພື່ອ​ວິ​ໄຈ ADN ໄດ້. ທ່ານ​ໝໍ ໂຮ່​ກິມ​ທີ, ສູນນິ​ຕິ​ເວດ​ສາດ​ແຂວງ ດັກ​ລັກ, ໃຫ້​ຮູ້​ວ່າ:

“ໃນ​ຂອດ​ການເອົາ​ຕົວ​ຢ່າງ​ແມ່ນ​ຕ້ອງເຮັດ​ລະ​ອ​ຽດ​ລະ​ອໍ​ທີ່​ສຸດ, ບໍ່​ໃຫ້​ຕົວຢ່າງຕິດປົນກັບ​ຜູ້​ວິ​ໄຈ ແລະ ກົງກັນຂ້າມ. ຍ້ອນ​ການ​ເກັບ​ເອົາ​ຕົວ​ຢ່າງ​ແມ່ນ​ຫຍຸ້ງ​ຍາກ​ແລ້ວ ສະ​ນັ້ນ​ ຕ້ອງ​ມີ​ຄວາມ​ລະ​ມັດ​ລະ​ວັງ. ພວກ​ຂ້າ​ພະ​ເຈົ້າ​ພຽງ​ຫວັງ​ວ່າ​ ຈະສາມາດຊອກ​ຫາ​ຊື່​ແລະ​ນາ​ສະ​ກຸນສົ່ງຄືນໃຫ້​ແກ່​ບັນ​ດາ​ນັກ​ຮົບ​ເສຍ​ສະ​ຫຼ​ະ​ຊີ​ວິດ​ເພື່ອ​ຊາດໄດ້”.

ພ້ອມ​ກັບ​ການ​ເກັບ​ເອົາ​ຕົວ​ຢ່າງ ADN, ຈຸດ​ໃໝ່​ຂອງບັ້ນການຜັນຂະຫຍາຍຄັ້ງນີ້ແມ່ນ ຂໍ້ມູນທັງໝົດກ່ຽວ​ກັບ​ຂຸມ​ຝັງ​ສົບ​ແຕ່​ລະ​ຂຸມ​ລ້ວນ​ແຕ່​ໄດ້​ຫັນ​ເປັນ​ດ​ີ​ຈີ​ຕອນ​ຢູ່​ກັບ​ທີ່. ຈາກ​ຈຸດ​ຝັ​ງ​ສົບ, ສະ​ພາບຂອງ​ຂຸມ ຕະ​ຫຼອດ​ຮອດ​ຕົວ​ຢ່າງ ADN ລ້ວນ​ແຕ່​ໄດ້​ອັບ​ເດດ​ເຂົ້າ​ໃນ​ລະ​ບົບ​ຂໍ້​ມູນ, ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່ການ​ເກັບ​ຮັກ​ສາ ແລະ ສົມ​ທຽບ​ກັບ​ພື້ນ​ຖານ​ຂໍ້​ມູນ​ຂອງ​ຍາດ​ຕິ​ພີ່​ນ້ອງລຸ້ນຕໍ່ໄປຂອງ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ.

ຖັດຈາກເຂດ​ສຸ​ສານນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​​ເພື່ອ​ຊາດ ຊວັນ​ກວາງ 2, ບັນ​ດາ​ໜ່ວຍ​ປະ​ຕິ​ບັດ​ງານ​ຈະ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ການ​ເກັບ​ເອົາ​ຕົວ​ຢ່າງ​ຢູ່​ບັນ​ດາ​ເຂດ​ສຸ​ສານ​ທີ່​ຍັງ​ເຫຼືອ, ພ້ອມ​ກັນ​ນັ້​ນ ກໍ່ຮັກ​ສາ​ວຽກ​ງານ​ຊອ​ກ​ຫາ, ທ້ອນ​ໂຮ​ມ​ອັດ​ຖິນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ. ທ່ານ ດ່າວມີ້, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ດັກ​ລັກ, ໃຫ້​ຮູ້​ວ່າ:

“ພວກ​ຂ້າ​ພະ​ເຈົ້າ​ພວມ​ຍູ້​ແຮງ​ການ​ຜັນ​ຂະ​ຫຍາຍບັ້ນ​ເຄື່ອນ​ໄຫວ 500 ວັນ​ແລະ​ຄືນຢັ້ງ​ຢືນ​ຊື່​ ແລະ ນາມ​ສະ​ກຸນ​ຂອງນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ. ພວກ​ຂ້າ​ພະ​ເຈົ້າ​ພວມກວດ​ກາ​ຄືນ ສ້າງ​ແຜນ​ການ​ເພື່ອ​ຂຶ້​ນ​ແຜນ​ມອບ​ໜ້າ​ວຽກ, ຈັດ​ແບ່ງວຽກ​ງານ​ລະ​ອຽດ, ຮັບ​ປະ​ກັນ​ເປົ້າ​ໝາຍ​ແມ່ນ​ຮອດ​ວັນ​ທີ 31 ຕຸ​ລາ ຈະປະ​ຕິ​ບັດ​ສຳ​ເລັດ​ວຽກ​ງານ​ເກັບ​ເອົາ​ຕົວ​ຢ່າງ​ເພື່ອຢັ້ງ​ຢືນ​ຊື່ແລະ​ນາມ​ສະ​ກຸນ. ພ້ອມ​ກັນ​ນັ້ນ, ກໍ່ຕັ້ງ​ໜ້າ​ຍູ້​ແຮງ​ການ​ຊອ​ກ​ຫາ​ອັດ​ຖິ​ນັກ​​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດຢູ່​ພາຍ​ໃນ​ປະ​ເທດ ແລະ ສ້າງ​ແຜນ​ການ​ສືບ​ຕໍ່​ຊອກ​ຫາ​ຢູ່ ກຳ​ປູ​ເຈຍ”.

ຢູ່​ສຸ​ສານນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ ຊວັນ​ກວາງ 2, ວຽກ​ງານ​ຍັງ​ດຳ​ເນີນ​ໄປ​ຢ່າງ​ມິດງຽບ. ຂຸມ​ຝັ​ງ​ສົບ​ແຕ່​ລະ​ຂຸ​ມ​ທີ່​ໄດ​້​ເປີດ​ອອກ​​ດ້ວຍ​ຄວາມ​ລະ​ມັດ​ລະ​ວັງ​ເປັນ​ຢ່າ​ງ​ສູງທີ່ສຸດ, ດ້ວຍ​ຄວາມ​ຫວັງ​ວ່າ ຈະບໍ່ປະ​ຮ່ອງ​ຮອຍ​ໃດໆ​ທີ່​ຍັງ​ເຫຼືອ​ພາຍ​ຫຼັງ​ກວ່າ​ເຄິ່ງ​ສະ​ຕະ​ວັດ.

ອາດ​ຈະ​ຍັງບໍ່​ທັນມີ​ຄຳ​ຕອບ​ໃຫ້​ແກ່​ໝົດທຸກຂຸມ​ຝັງ​ສົບ​ທີ່​ຍັງ​ບໍ່​ທັນ​ຮູ້​ຊື່​ໃນ​ທັນ​ທີ, ແຕ່​ວ່າ ແຕ່​ລະຕົວ​ຢ່າງ ADN ທີ່​ໄດ້​ເກັບ​ຮັກ​ສາ, ແຕ່ລະຂໍ້​ມູນ​ໄດ້​ຫັນ​ເປັນ​ດີ​ຈີ​ຕອນ​ໃນ​ມື້ນີ້ ລ້ວນ​ແຕ່​ປະ​ກອບ​ສ່ວນ​ເພີ່ມ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດານັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​ໄດ້ຮັບການ​ຢັ້ງ​ຢືນ​ຊື່​ແລະ​ນາມ​ສະ​ກຸນຕື່ມອີກ.