(ພາບ: TTXVN)
ເຕັກໂນໂລຊີດີຈີຕອນພວມປ່ຽນແປງວິທີເຄື່ອນໄຫວໃນຫຼາຍຂົງເຂດ, ໃນນັ້ນລວມມີການປ້ອງກັນຊາດ. ປັນຍາປະດິດ (AI), ຄວາມປອດໄພທາງໄຊເບີ, ຂໍ້ມູນຂະໜາດໃຫຍ່ (Big Data), ເຕັກໂນໂລຊີຈຳລອງ (Simulation Technology)... ບໍ່ພຽງແຕ່ຍົກສູງກຳລັງຄວາມສາມາດໃນການຄົ້ນຄວ້າ, ການຝຶກຊ້ອມເທົ່ານັ້ນ, ຫາກຍັງເປີດພື້ນທີ່ການຮ່ວມມືໃໝ່ລະຫວ່າງ ຫວຽດນາມ ແລະ ບັນດາປະເທດ, ປະກອບສ່ວນເຂົ້າໃນການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ເພີ່ມທະວີຄວາມສາມາດຮັບມືກັບສິ່ງທ້າທາຍຕໍ່ຄວາມໝັ້ນຄົງແບບໃໝ່ອີກດ້ວຍ.
ທີ່ກອງປະຊຸມ Shangri-La 2026 ຈັດຂຶ້ນໃນເດືອນ ພຶດສະພາ 2026 ຢູ່ ສິງກະໂປ, ຫວຽດນາມ ໄດ້ເນັ້ນໜັກເຖິງຄວາມປາຖະໜາຢາກເພີ່ມທະວີການຮ່ວມມືດ້ານ AI, ການຫັນເປັນດີຈີຕອນໃນການປ້ອງກັນຊາດ, ຄວາມໝັ້ນຄົງ; ພ້ອມກັນນັ້ນ ກໍ່ເຊີດຊູບົດບາດຂອງມະນຸດໃນການຄຸ້ມຄອງ ແລະ ນຳໃຊ້ບັນດາເຕັກໂນໂລຢີທີ່ມີຜົນກະທົບຢ່າງໃຫຍ່ຫຼວງຕໍ່ຄວາມໝັ້ນຄົງ, ສະຖຽນລະພາບ. ນີ້ກໍ່ແມ່ນທິດທາງທີ່ພວມໄດ້ຫັນໃຫ້ເປັນອັນລະອຽດໃນການພົວພັນດ້ານການປ້ອງກັນຊາດລະຫວ່າງ ຫວຽດນາມ ແລະ ບັນດາຄູ່ຮ່ວມມື.
ເດືອນ ພຶດສະພາ 2026, ຫວຽດນາມ ແລະ ອິນເດຍ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈການຮ່ວມມືກ່ຽວກັບປັນຍາປະດິດ ແລະ ເຕັກໂນໂລຊີ quantum ໃນຂົງເຂດປ້ອງກັນຊາດ. ເດືອນ ສິງຫາ 2026, ບັນດາການເຄື່ອນໄຫວໃນຮ່ວມມືດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ ແລະ ອາເມລິກາ ສືບຕໍ່ໄດ້ຮັບການເປີດກວ້າງດ້ວຍຂໍ້ຕົກລົງຮ່ວມມືໃໝ່ກ່ຽວກັບການແກ້ໄຂຜົນຮ້າຍຢ່ອນຫຼັງຈາກສົງຄາມ, ໃນນັ້ນມີບັນດາບັນຫາທີ່ຕິດພັນກັບເຕັກໂນໂລຊີ ແລະ ຂໍ້ມູນດີຈີຕອນ. ທ່ານ ຮຸ່ງກາວ ຜູ້ຮັກສາການລັດຖະມົນຕີກະຊວງກອງທັບເຮືອ ອາເມລິກາ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າຈະສືບຕໍ່ຮ່ວມມືກັບ ຫວຽດນາມ ເພື່ອຮຳບາດແຜສົງຄາມ. ບໍ່ດົນມານີ້, ຂ້າພະເຈົ້າໄດ້ເດີນທາງໄປ Hawaii, ແຫ່ງທີ່ມີຫ້ອງທົດລອງຂະໜາດໃຫຍ່ ແລະ ເຕັກໂນໂລຊີກວດວິໄຈ ADN ທີ່ທັນສະໄໝ; ພວກຂ້າພະເຈົ້າພວມມານະພະຍາຍາມຮ່ວມມືກັບ ຫວຽດນາມ ຍູ້ແຮງຄວາມຄືບໜ້າການຢັ້ງຢືນຊື່ ແລະ ນາມສະກຸນດ້ວຍເຕັກໂນໂລຊີ ເພື່ອວິໄຈຕົວຢ່າງໃຫ້ເລິກເຊິ່ງກວ່າ”.
ເຕັກໂນໂລຊີກໍ່ເປັນຂົວເຊື່ອມຕໍ່ລະຫວ່າງບັນດານັກທຸລະກິດດ້ານປ້ອງກັນຊາດ ຫວຽດນາມ ກັບສາກົນ. ທີ່ງານວາງສະແດງປ້ອງກັນຊາດ ແລະ ການບິນອະວາກາດ SAHA 2026 ທີ່ຈັດຂຶ້ນທີ່ຢູ່ ຕວກກີ ຫວ່າງແລ້ວນີ້, Viettel High Tech ໄດ້ນຳຜະລິດຕະພັນເຕັກໂນໂລຊີສູງ ຫຼາຍກວ່າ 70 ຢ່າງມາວາງສະແດງ. ນັບແຕ່ radar, UAV, ລະບົບຕ້ານ UAV ຕະຫຼອດຮອດການສູ້ຮົບເອເລັກໂຕນິກ, ເຄືອຂ່າຍ 5G ນຳໃຊ້ສະເພາະດ້ານການທະຫານ. ທ່ານ ຫງວຽນມິນກວາງ, ຜູ້ອຳນວຍການໃຫຍ່ ບໍລິສັດໃຫຍ່ເຕັກໂນໂລຊີສູງ Viettel, ຢືນຢັນວ່າ:
“ການຮ່ວມມືກັບຄູ່ຮ່ວມມືສາກົນແມ່ນສິ່ງຈຳເປັນສຳລັບວິສາຫະກິດເມື່ອອອກສູ່ໂລກ, ພວກຂ້າພະເຈົ້າບໍ່ສາມາດໄປແບບໂດດດ່ຽວໄດ້ ຫາກຕ້ອງມີຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ. ໃນຈຳນວນ 11 ເຕັກໂນໂລຊີຍຸດທະສາດຂອງ ຫວຽດນາມ ນັ້ນ, Viettel ພວມພັດທະນາ 9 ເຕັກໂນໂລຊີ, ໃນນັ້ນລວມມີທັງ 5G ແລະ 6G. ຕາມແຜນການ, ຮອດປີ 2028 ພວກຂ້າພະເຈົ້າຈະເລີ່ມທົດລອງ 6G”.
ກຳນົດທິດໃນການສ້າງພື້ນຖານການປ້ອງກັນຊາດດີຈີຕອນ ກໍ່ວາງເປົ້າໝາຍຮອດປີ 2030, ຫວຽດນາມ ຈະເປັນເຈົ້າເຕັກໂນໂລຢີຍຸດທະສາດຈຳນວນໜຶ່ງ, ຄື: ປັນຍາປະດິດ (AI), ອິນເຕີເນັດສັບພະສິ່ງ, ຂໍ້ມູນຂະໜາດໃຫຍ່, ເຕັກໂນໂລຢີ quantum, 5G/6G, ແລະ ຂໍ້ມູນດາວທຽມ. ຢູ່ບັນດາສະຖາບັນການຝຶກຊ້ອມປ້ອງກັນຊາດ ຫວຽດນາມ, ຈິດໃຈນີ້ພວມໄດ້ຫັນໃຫ້ປະກົດຜົນເປັນຈິງດ້ວຍການນຳເອົາປັນຍາປະດິດ, ການສ້າງໂປແກຼມ, ການຈຳລອງ ແລະ ເຄື່ອງມືດີຈີຕອນເຂົ້າໃນການສິດສອນ, ຈາກນັ້ນ ຈຶ່ງຄ່ອຍໆສ້າງແຫຼ່ງກຳລັງທີ່ມີຄວາມອາດສາມາດເປັນເຈົ້າເຕັກໂນໂລຢີ.
ຢູ່ໂຮງຮຽນນາຍທະຫານປ້ອງກັນເຄມີ, ການຍົກສູງຄວາມສາມາດດ້ານດີຈີຕອນ, ຄວາມເປັນເຈົ້າດ້ານເຕັກໂນໂລຢີ ນັບມື້ນັບໄດ້ຮັບຄວາມເອົາໃຈໃສ່ຍູ້ແຮງຈາກກົມກອງ, ປະກອບສ່ວນຍົກສູງຄຸນນະພາບການບຳລຸງສ້າງ, ກະກຽມຖັນແຖວນາຍທະຫານຕອບສະຫນອງຄວາມຮຽກຮ້ອງຕ້ອງການໃນການສ້າງກອງທັບທີ່ທັນສະໄໝ. ທ່ານພັນເອກ ນາງ ຫງວຽນທິແທັງຫາຍ, ອາຈານສອນຢູ່ໂຮງຮຽນນາຍທະຫານປ້ອງກັນເຄມີ, ໃຫ້ຮູ້ວ່າ:
“ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການຫັນເປັນດີຈີຕອນ ໃນນັ້ນບັນດານັກຮຽນຈະໄດ້ຮຽນກ່ຽວກັບປັນຍາປະດິດ ແລະ ບັນດາຊອບແວຈຳລອງ, ຊອບແວແຕ້ມບັນດາແຜນການສູ້ຮົບ. ນອກຈາກນັ້ນ, ນັກຮຽນຍັງໄດ້ຮຽນການສ້າງໂປແກຼມ, ຜ່ານນັ້ນ ກໍ່ສາມາດໜູນຊ່ວຍຄວາມສາມາດສ້າງບັນດາຊອບແວ, ຮັບໃຊ້ໃຫ້ແກ່ວິວັດການຝຶກອົບຮົມ, ວຽກງານວິຊາສະເພາະ”.
ເຕັກໂນໂລຊີດີຈີຕອນພວມສ້າງວົງຈອນໃໝ່ຂອງການເຊື່ອມຕໍ່: ການຮ່ວມມືສາກົນໄດ້ຊ່ວຍເປີດກວ້າງພູມປັນຍາ, ພູມປັນຍາໄດ້ຫັນປ່ຽນເປັນກຳລັງຄວາມສາມາດ ແລະ ກຳລັງຄວາມສາມາດດ້ານເຕັກໂນໂລຊີປະກອບສ່ວນປັບປຸງກຳລັງແຮງດ້ານປ້ອງກັນຊາດ. ພ້ອມກັນນັ້ນ, ກໍ່ເປີດໂອກາດໃຫ້ບັນດາປະເທດເພີ່ມທະວີການສົນທະນາ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືເພື່ອສັນຕິພາບ. ສຳລັບ ຫວຽດນາມ, ເລື່ອງເປັນເຈົ້າການເຂົ້າຮ່ວມບັນດາຂົງເຂດການຮ່ວມມືໃໝ່ນັ້ນ ກໍ່ແມ່ນວິທີເປີດກວ້າງການຕ່າງປະເທດດ້ານການປ້ອງກັນຊາດ, ຍາດແຍ່ງແຫຼ່ງກຳລັງສາກົນ, ຍົກສູງກຳລັງຄວາມສາມາດດ້ານເຕັກໂນໂລຊີ ແລະ ປົກປັກຮັກສາບ້ານເກີດເມືອງນອນແຕ່ໄກ, ແຕ່ໄວ.
