ດ້ຽນບຽນແມ່ນແຂວງທີ່ມີພູມສັນຖານເຂດພູດອຍຕັດແບ່ງ, 70% ເນື້ອທີ່ປູກຝັງແມ່ນເປີ້ນພູ, ໄລຍະຫ່າງລະຫວ່າງບັນດາເຂດກັບສູນກາງແມ່ນໃຫຍ່ທີ່ສຸດສະນັ້ນຄວາມສາມາດເຂົ້າເຖິງກັບການບໍລິການຍັງປະສົບກັບຄວາມຫຍຸ້ງຍາກຢູ່. ເຖິງຢ່າງໃດກໍຕາມ, ບັນດາຂໍ້ຈຳກັດດັ່ງກ່າວພັດເປີດໂອກາດແລະພື້ນທີ່ພັດທະນາໃໝ່ໃຫ້ແກ່ດ້ຽນບຽນ. ທາງແຂວງກໍນຳໜ້າໃນການຂຸດຄົ້ນກຳລັງຄວາມສາມາດຂອງພື້ນຖານເສດຖະກິດການບິນລະດັບຕ່ຳເມື່ອວາງເປົ້າໝາຍຜັນຂະຫຍາຍເຮືອບິນບໍ່ມີຄົນຂັບ (UAV)ປະມານ 6.000 ຖ້ຽວ, ສູ້ຊົນບັນລຸອັດຕາຖ້ຽວບິນປອດໄພກວ່າ 99%. ການເຄື່ອນໄຫວນີ້ນອນໃນໂຄງການທົດລອງທີ່ມີການຄວບຄຸມ (sandbox) ຜະລິດຕະພັນແລະການບໍລິການໝູນໃຊ້ເຕັກໂນໂລຢີດີຈີຕອນໃນການພັດທະນາເສດຖະກິດການບິນລະດັບຕ່ຳທີ່ແກ່ຍາວຮອດເດືອນພຶດສະພາ 2027. ນີ້ໄດ້ຮັບຖືວ່າແມ່ນບາດກ້າວເດີນຍູ້ແຮງການຂຸດຄົ້ນກຳລັງຄວາມສາມາດ, ສ້າງພື້ນຖານຕົວຈິງເພື່ອປັບປຸງກົນໄກ, ນະໂຍບາຍໃຫ້ຂົງເຂດໃໝ່ນີ້ໃຫ້ສົມບູນແບບ. ພ້ອມດຽວກັນນັ້ນ, ກໍແມ່ນພື້ນຖານເພື່ອສ້າງລະບົບຂໍ້ມູນຮັບໃຊ້ການຄຸ້ມຄອງການເຄື່ອນໄຫວບິນ, ຕິດຕາມກວດກາຖ້ຽວບິນ, ສ້າງແຜນທີ່ດີຈີຕອນແລະຮູບແບບພູມສັນຖານດີຈີຕອນໃນຂອບເຂດການທົດລອງເທື່ອລະກ້າວ. ທ່ານບຸ່ຍຮວ່າງເຟືອງ, ຮອງລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຢີ, ໃຫ້ຮູ້ວ່າ:
“ແຂວງດ້ຽນບຽນແມ່ນໜຶ່ງໃນບັນດາທ້ອງຖິ່ນທຳອິດທີ່ລົງທະບຽນກັບກະຊວງວິທະຍາສາດແລະເຕັກໂນໂລຢີຜັນຂະຫຍາຍຮູບແບບທົດລອງໂດຍມີການຄວບຄຸມພັດທະນາເສດຖະກິດການບິນລະດັບຕ່ຳໃນບໍລິເວນແຂວງ. ທາງແຂວງບໍ່ພຽງແຕ່ທົດລອງຮູບແບບພັດທະນາເສດຖະກິດໃໝ່ເທົ່ານັ້ນຫາກຍັງແມ່ນທ້ອງຖິ່ນທຳອິດໃນທົ່ວປະເທດທີ່ທົດລອງນະໂຍບາຍນີ້, ປະກອບສ່ວນເຮັດລະບອບລະບຽບການ, ຂອບລະບອບລະບຽບການກ່ຽວກັບວິທະຍາສາດເຕັກໂນໂລຢີນະວັດຕະກຳແຫ່ງຊາດໃຫ້ສົມບູນແບບ”.
ແຜນການພັດທະນາເສດຖະກິດການບິນລະດັບຕ່ຳຢູ່ດ້ຽນບຽນສຸມໃສ່ 4 ຂົງເຂດ, ລວມມີ: ກະສິກຳ, logistics, ສາທາລະນະສຸກແລະການວັກແທກແຜນທີ່ດີຈີຕອນ. ໃນຂົງເຂດສາທາລະນະສຸກ, ດ້ຽນບຽນຈະສ້າງຕັ້ງຕາໜ່າງຂົນສົ່ງສຸກເສີນດ້ວຍ UAV ເຊື່ອມຕໍ່ບັນດາສູນສາທາລະນະສຸກເພື່ອສົ່ງຢຸກຢາ, ຕົວຢ່າງພະຍາດ, ຍົກສູງຄວາມສາມາດເຂົ້າເຖິງການບໍລິການສາທາລະນະສຸກໃຫ້ແກ່ປະຊາຊົນ. ພິເສດ, ໃນຂົງເຂດກະສິກຳ, UAV ຈະໄດ້ນຳໃຊ້ເພື່ອຂົນສົ່ງຜະລິດຕະພັນກະເສດ, ສີດຢາປ້ອງກັນພືດ, ໃສ່ປຸ໋ຍ, ເພາະພັນ, ຕິດຕາມການເຕີບໃຫຍ່ຂອງຕົ້ນປູກ… ທ່ານນາງຫຼໍ່ຫາຍຢິງ, ຮອງກົມກະສິກຳສາຂາແຂວງດ້ຽນບຽນໃຫ້ຮູ້ວ່າ:
“ແຂວງດ້ຽນບຽນພວມຜັນຂະຫຍາຍບັນດາຮູບແບບທີ່ໝູນໃຊ້ເຄື່ອງອຸປະກອນການບິນບໍ່ມີຄົນຂັບ (UAV), ເຕັກໂນໂລຢີດີຈີຕອນເຂົ້າໃນການຕິດຕາມກວດກາການຜະລິດ, ຄຸ້ມຄອງພະຍາດແລະສ້າງຖານຂໍ້ມູນໃນຂົງເຂດກະສິກຳ. ນີ້ກໍແມ່ນບັນດາບາດກ້າວເດີນທີ່ສຳຄັນແນໃສ່ຫັນເປົ້າໝາຍສ້າງພື້ນຖານກະສິກຳສີຂຽວ, ອັດສະລິຍະໃຫ້ປະກົດຜົນເປັນຈິງ, ຍົກສູງຄຸນຄ່າການຜະລິດ ແລະເພີ່ມກຳລັງແກ້ງແຍ້ງຂອງຜະລິດຕະພັນກະເສດແຂວງດ້ຽນບຽນໃນໄລຍະເຊື່ອມໂຍງ”.
ການທົດລອງຕົວຈິງຢູ່ຕາແສງສິງຟິ່ງໄດ້ຊີ້ໃຫ້ເຫັນວ່າ UAV ບໍ່ພຽງແຕ່ຊ່ວຍເພີ່ມສະມັດຕະພາບເທົ່ານັ້ນຫາກຍັງຫຼຸດຜ່ອນຄ່າໃຊ້ຈ່າຍ logistics ເຖິງ 40% ແລະຄ່າໃຊ້ຈ່າຍໃນການປູກຝັງ15 – 20%. ທ່ານຫງວຽນວັນຄວາ, ປະທານສະຫະພັນເສດຖະກິດລະດັບຕ່ຳຫວຽດນາມໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າສະເໜີໃຫ້ແຂວງດ້ຽນບຽນບໍ່ຊຸກຍູ້ເສດຖະກິດລະດັບຕ່ຳສະເພາະຢູ່ແຂວງຕົນເທົ່ານັ້ນ, ຫາກຕ້ອງຮ່ວມສຳພັນກັບແຂວງອື່ນອີກເພື່ອເຂົ້າຮ່ວມບັນດາຮູບແບບກວດກາ, ປະຕິບັດຮູບແບບຕ່າງໆ, ພິເສດແມ່ນຮູບແບບເຂດພູສູງ, ພູດອຍແລະຊາຍແດນ. ຍ້ອນແນວນັ້ນ, ແຂວງດ້ຽນບຽນຈະສວມບົດບາດນຳພາ”.
ທິດກ້າວເດີນຂອງແຂວງດ້ຽນບຽນພວມເປີດກາລະໂອກາດໃໝ່ໃນການໝູນໃຊ້ເຕັກໂນໂລຢີ, ພັດທະນາເສດຖະກິດ, ຍົກສູງລະດັບການຮັບປະກັນຊີວິດສັງຄົມບໍ່ພຽງແຕ່ໃຫ້ແກ່ປະຊາຊົນທ້ອງຖິ່ນເທົ່ານັ້ນຫາກຍັງໃຫ້ບັນດາແຂວງເຂດພູດອຍອີກດ້ວຍ. ຖ້າປະຕິບັດໄດ້ເປັນຢ່າງດີ, ນີ້ອາດຈະກາຍເປັນກຳລັງໜູນເຕີບໂຕໃໝ່, ປະກອບສ່ວນຊຸກຍູ້ເສດຖະກິດດີຈີຕອນແລະຍົກສູງກຳລັງແກ້ງແຍ້ງໃນຂົງເຂດໃໝ່ຂອງແຂວງດ້ຽນບຽນ ເວົ້າສະເພາະແລະຫວຽດນາມເວົ້າລວມ./.
