ຈາກບັນດາງານບຸນທີ່ບໍ່ໄດ້ຈັດສ້າງຂຶ້ນ, ບໍ່ມີເວທີສະແດງ ຕະຫຼອດຮອດວິວັດ ການເດີນທາງ 30 ປີແຫ່ງການຟື້ນຟູວັດທະນະທຳທີ່ເຄີຍຖືກສູນຫາຍໄປ, ບັນດາ ຕາແສງເຂດພູດອຍຂອງນະຄອນ ດ່ານັ້ງ ໄດ້ຄ່ອຍໆນຳວັດທະນະທຳພື້ນເມືອງ ໃຫ້ກາຍເປັນກຳລັງໜູນພັດທະນາ.
ເມື່ອນາໄຮ່ຫາກໍເກັບກ່ຽວສຳເລັດແລ້ວ, ຊາວເຜົ່າ Bhnong ກວ່າ 4.000 ຄົນ ຈາກຫຼາຍບ້ານ, ຕາແສງຢູ່ເມືອງ ເຟືອກແຈັງ, ນະຄອນ ດ່ານັ້ງ ໄດ້ເຕົ້າໂຮມກັນຢູ່ໃຈກາງຕາແສງເພື່ອເຂົ້າຮ່ວມງານບຸນ. ໂດຍບໍ່ໄດ້ຈັດສ້າງ, ບໍ່ມີເວທີສະແດງ, ງານບຸນດັ່ງກ່າວມີຄວາມລຽບງ່າຍ, ພຽງແຕ່ນຳເອົາເຄື່ອງຂອງໃນການດຳເນີນຊີວິດປະຈຳວັນຂອງຊາວເຜົ່າ Bhnong ຄື: ເຮືອນຮ້ານ, ສາງ, ເຮືອນຄົວ ມາຕັ້ງແບບຮູບຈຳລອງຂຶ້ນຄືກັນຢູ່ບ້ານເທົ່ານັ້ນ... ເກືອບທັງບ້ານ Bhnong ໄດ້ນຳມາສ້າງຈຳລອງຢູ່ກາງເດີ່ນໃນຕາແສງ. ນັກສິລະປະການ ນາງ ເລທິແອັງ, ຢູ່ຕາແສງ ເຟືອກແຈັງ, ໄດ້ແບ່ງປັນວ່າ:
ຮອດງານບຸນວັດທະນະທຳ Bhnong, ບ້ານຂອງພວກເຮົາຫວັງວ່າຈະໄດ້ໂຄສະນາ, ແນະນຳຈຸດຄວາມງາມຂອງວັດທະນະທຳ, ຄື: ກອງ, ຄ້ອງ ແລະ ຜ້າແພພື້ນເມືອງ... ສິ່ງເຫຼົ່ານີ້ແມ່ນຈຸດຄວາມງາມດ້ານວັດທະນະທຳທີ່ເປັນເອກະລັກ ຂອງຊາວເຜົ່າ Bhnong.
ຢູ່ໃນທ່າມກາງສຽງຫົວທີ່ຄຶກຄັກ, ນາງສາວພວມຂ້ຽວທໍ່ໄໝຄຽງຂ້າງກີ່ຕ່ຳຫູກ, ຄວາມຄ່ອງແຄ້ວຂອງນາງຄືດັ່ງເຄີຍເຮັດວຽກງານນີ້ມາດົນນານແລ້ວ. ຊາວເຜົ່າ Bhnong ມີທັງສາງດ້ານວັດທະນະທຳໂດຍອີງໃສ່ປ່າໄມ້: ຄື: ອາຊີບຕີເຫຼັກ, ປຸກເຮືອນຮ້ານ, ເຮັດສາງ, ຕະຫຼອກຮອດການປູກພືດ, ຫວ່ານກ້າຢູ່ໄຮ່ນາ. ທັງໝົດເຫຼົ່ານັ້ນແມ່ນໄດ້ວາດພາບຄືນຢ່າງມີຊີວິດຊີວານັບແຕ່ລາຍລະອຽດນ້ອຍໆ. ນັກສິລະປະການໜຸ່ມ ນາງ ໂຮ່ທິຈາງ, ຢູ່ຕາແສງ ເຟືອກແຈັງ ໃຫ້ຮູ້ວ່າ:
ຜູ້ໜຸ່ມຄືຂ້າພະເຈົ້າມີຄວາມປິຕິຊົມຊື່ນ, ເອກອ້າງທະນົງໃຈທີ່ສຸດເມື່ອໄດ້ ເຂົ້າຮ່ວມງານບຸນປະກອບສ່ວນອະນຸລັກຮັກສາວັດທະນະທໍາທ້ອງຖິ່ນຂອງຕົນ.
ນັບແຕ່ເມີື່ອອຳນາດການປົກຄອງທ້ອງຖິ່ນສອງຂັ້ນໄດ້ເລີ່ມເຄື່ອນໄຫວ (ໃນເດືອນ ກໍລະກົດ 2025), ການນຳບັນດາຕາແສງເຂດພູດອຍນະຄອນ ດ່ານັ້ງ ໄດ້ເອົາໃຈໃສ່ເຖິງການຮັກສາວັດທະນະທຳ, ໃນນັ້ນລວມມີຕາແສງ ເຟືອກແຈັງ. ສຳລັບອຳນາດການປົກຄອງຢູ່ແຫ່ງນີ້, ວັດທະນະທຳແມ່ນມູນມັງ, ເປັນຊັບສົມບັດໃຫ້ແກ່ທັງວົງຄະນະຍາດ. ທ່ານ ເລດິ່ງຕ່າຍ, ປະທານຄະນະກຳມະການປະຊາຊົນ ຕາແສງ ເຟືອກແຈັງ, ແບ່ງປັນວ່າ:
ທາງນະຄອນໄດ້ກຳນົດ ວັດທະນະທຳເປັນກຳລັງໜູນເພື່ອພັດທະນາແບບຍືນຍົງ. ພິເສດແແມ່ນນຳມະຕິເລກທີ 80 ຂອງກົມການເມືອງກ່ຽວກັບການພັດທະນາ ວັດທະນະທຳ ຫວຽດນາມ ເຂົ້າສູ່ຊີວິດຕົວຈິງ, ສະນັ້ນ ຕາແສງ ເຟືອກແຈັງ ໄດ້ກຳນົດ ວັດທະນະທຳເປັນກຳລັງໜູນເພື່ອພັດທະນາ. ພວກຂ້າພະເຈົ້າສະຫງວນແຫຼ່ງກຳລັງ ເພື່ອຈັດງານບຸນວັດທະນະທຳປະເພນີ.
ວັດທະນະທຳທີ່ເປັນມູນເຊື້ອຂອງພໍ່ແມ່ປະຊາຊົນເຜົ່າ Cor ຢູ່ເຂດພູດອຍນະຄອນ ດ່ານັ້ງ ມີຊ່ວງເວລາໜຶ່ງເຄີຍຖືກສູນຫາຍໄປ. ແຕ່ໃນປະຈຸບັນ, ຮອດວັນບຸນ, ບຸນເກັບກ່ຽວ, ຢູ່ໝູ່ບ້ານ Cor, ມີບ່າວສາວໄດ້ນຸ່ງຊຸດອາພອນປະເພນີເຂົ້າຮ່ວມພິທີແຂ່ງຂັນຕີຄ້ອງ. ເພື່ອມີການຟື້ນຟູນັ້ນກໍ່ຍ້ອນຄຸນງາມຄວາມດີຂອງນັກສິລະປະການດີເດັ່ນ ເຢືອງລາຍ, ດຳລົງຊີວິດຢູ່ຕາແສງ ຈ່າລຽນ, ນະຄອນ ດ່ານັ້ງ. ທ່ານໄດ້ສະຫງວນເວລາກວ່າ 30 ປີເພື່ອສະສົມ, ເກັບກຳ, ຟື້ນຟູເພງພື້ນເມືອງ, ເຄື່ອງດົນຕີທີ່ເບິ່ງຄືວ່າຖືກສູນຫາຍໄປແລ້ວ. ນັກສິລະປະການດີເດັ່ນ ເຢືອງລາຍ ແບ່ງປັນວ່າ:
ສິສັນວັດທະນະທໍາແມ່ນຂອງພວກເຮົາ, ສະນັ້ນ ຂ້າພະເຈົ້າໄດ້ໄປໂຄສະນາ, ຂົນຂວາຍພໍ່ແມ່ປະຊາຊົນ ຈົ່ງຮັກສາສີສັນທີ່ເປັນເອກະລັກສະເພາະໄວ້.
ພາຍຫຼັງທີ່ແຂວງ ກວາງນາມ ໂຮມເຂົ້າກັບນະຄອນ ດ່ານັ້ງ, ມີຫຼາຍງານບຸນພື້ນເມືອງໄດ້ຮັບການຟື້ນຟູໃນຊຸມຊົນ. ເຂດສະແດງ, ເຂດອະນຸລັກຮັກສາໄດ້ໃຫ້ບຸລິມະສິດການສ້າງ, ນຳເອົາວັດທະນະທຳລົງຮອດຮາກຖານເພື່ອໃຫ້ປະຊາຊົນທັງເປັນເຈົ້າຂອງ, ທັງແມ່ນຜູ້ທີ່ໄດ້ຮັບຜົນປະໂຫຍດຈາກມໍລະດົກຂອງຕົນ.
ທ່ານ ຫງວຽນແມ້ງຮ່າ, ຫົວໜ້າພະແນກຊົນເຜົ່າ ແລະ ສາສະໜາ ນະຄອນ ດ່ານັ້ງ ຢືນຢັນວ່າ:
ນະຄອນ ດ່ານັ້ງ ມີຄວາມເອົາໃຈໃສ່ເປັນພິເສດຕໍ່ດ້ານວັດທະນະທຳ, ຊີ້ນຳການປະຕິບັດມະຕິເລກທີ 80 ຂອງກົມການເມືອງກ່ຽວກັບການພັດທະນາວັດທະນະທຳ ຢ່າງເຂັ້ມງວດ. ໃນໄລຍະຜ່ານມາ, ຫຼາຍຕາແສງໄດ້ຜັນຂະຫຍາຍປະຕິບັດມະຕິດັ່ງກ່າວຢ່າງລະອຽດ.
ຈາກບັນດາບ້ານນ້ອຍໆຢູ່ເຂດພູສູງ, ຄວາມຄາດຫວັງອັນໃຫຍ່ຫຼວງພວມປະກົດຂຶ້ນຄື: ນຳນະຄອນ ດ່ານັ້ງ ໃຫ້ກາຍເປັນນະຄອນມໍລະດົກ, ປະດິດຄິດສ້າງ, ເຂັ້ມຂຸ້ນໄປດ້ວຍສີສັນ. ແຫ່ງທີ່ປະຊາຊົນແຕ່ລະຄົນລ້ວນແຕ່ແມ່ນເຈົ້າກຳ, ແມ່ນເຈົ້າຂອງມໍລະດົກທີ່ເຂົາເຈົ້າພວມອະນຸລັກຮັກສາໄວ້ຢ່າງແທ້ຈິງ.
