ການ​ຫັນ​ເປັນ​ດີ​ຈີ​ຕອນ ແລະ ຫັນ​ເປັນ​ສີ​ຂຽວ​ພວມ​ກາຍ​ເປັນ​ຄວາມ​ຮຽ​ກ​ຮ້ອງ​ຕ້ອງ​ການ​ທີ່ນັບ​ມື້​ນັບ​ຈະ​ແຈ້ງ​ສຳ​ລັບ​ວິ​ສ​າ​ຫະ​ກິດໃນ​ວິ​ວັດ​ການ​ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ແກ້ງ​ແຍ້ງ. ຢູ່​ ກວ໋າງ​ນິງ, ການ​ຫັນ​ເປັນ​ດີ​ຈີ​ຕອນ ພວມ​ຄ່ອຍໆເລີ່ມຈາກ​ເລື່ອງ​ລາວ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຢີ​ໄປ​ເຖິງບັນ​ດາ​ການ​ປ່ຽນ​ແປງ​ລະ​ອຽດ​ໃນ​ວິ​ທິ​ການ​ຜະ​ລິດ, ຄຸ້ມ​ຄອງ​ບໍ​ລິ​ຫານ ແລະ ນຳ​ຜະ​ລິດ​ຕະ​ພັນ​ອອກ​ສູ່​ຕະຫຼາດ​ຂອງວິ​ສາ​ຫະ​ກິດ. ໃນ​ວິ​ວັດ​ການ​ນັ້ນ, ການ​ຫັນ​ເປັນ​ສີ​ຂຽວ​ໄດ້​ຮັບ​ການ​ປະ​ຕິ​ບັດ​ໄປພ້ອມ​ໆກັນ, ສ້າງ​ກຳ​ລັງ​ໜູນ​ເພື່ອ​ໃຫ້​ວິ​ສາ​ຫ​ະ​ກິດ​ປ່ຽນ​ແປງ​ໃໝ່ເຕັກ​ໂນ​ໂລ​ຢີ, ຍົກ​ສູງ​ຄຸນ​ຄ່າ​ຜະ​ລິດ​ຕະ​ພັນ ແລະ ປັບໃຫ້ເຂົ້າກັບ​ຮູບ​ແບບ​ກາ​ນ​ເຕີ​ບ​ໂຕ​ໃໝ່.

ຢູ່​ຕາ​ແສງ ​ເດື່ອງ​ຮ​ວາ, ຄອບ​ຄົວ​​ປ້າ ຟ້າມ​ທິ​ແທັງ​ເຮືອງ ໄດ້​ຕິດ​ພັນ​ກັບ​ຕົ້ນ​ຊາ ມາກວ່າ 30 ປີ. ໃນ​ຕະຫຼອດ​ໄລ​ຍະ​ຍາວ, ຍອດ​ຊາ​ທີ່​ເກັບ​ກ່ຽວ​ຢູ່​ເຂດ​ຊາ​ໃຫຍ່​ທີ່​ສຸດ ​ກ​ວ໋າງ​ນິງ ໄດ້ຂາຍເປັນພຽງ​ແຕ່​ວັດ​ຖຸ​ດິບ, ບໍ່​ທັນ​ສ້າງເປັນ​ເຄື່ອງ​ໝາຍການຄ້າ​ທີ່​ສົມ​ຄູ່​ກັບ​ຄຸນ​ຄ່າ​ຂອງ​ຜະ​ລິດ​ຕະ​ພັນໄດ້. ຈົນ​ຮອດ​ປີ 2021, ບໍ​ລິ​ສັດ ​ການ​ລົງ​ທຶ​ນ​ກໍ່​ສ້າງ ແລະ ການ​ຄ້າ ຫວຽດ​ຕູ ​ຈຳ​ກັດ ຂອງ​ຄອບ​ຄົວ ​ປ້າ​ເຮືອງ ໄດ້​ເລີ່ມ​ປ່ຽນ​ທິດ, ຈາກ​ການ​ສະ​ໜອງວັດ​ຖຸ​ດິບ​ໃຫ້​ແກ່​ຕະຫຼາດ​ເປັນ​ສ່ວນຫຼາຍ​ໄປເປັນ​ການ​ປຸງ​ແຕ່ງ​ດ້ວຍ​ຕົນ​ເອງ ແລະ ສ້າງເປັນ​ຜະ​ລິດ​ຕະ​ພັນ. ພ້ອມ​ກັບ​ການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ​ປຸງ​ແຕ່ງ, ເຕັກ​ນິກ​ການ​ປູກ​ຝັງ​ອົງ​ຄະ​ທາດ​ຕາມ​ມາດ​ຖານ ​ຍີ່​ປຸ່ນ, ວິ​ສາ​ຫະ​ກິດ​ຍັງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ລົງ​ທຶນ ເນື້ອ​ໃນ​ດີ​ຈີ​ຕອນ, ການ​ຄ້າ​ເອ​ເລັກ​ໂຕ​ນິກ ແລະ ຂໍ້​ມູນ​ລູກ​ຄ້າ. ພາຍຫຼັງ 4 ປີ, ວິ​ສາ​ຫະ​ກິດ​ມີ 6 ຜະ​ລິດ​ຕະ​ພັນ​ບັນ​ລຸ​ມາດ​ຖານ​ໜຶ່ງ​ຕາ​ແສງ​ໜຶ່ງ​ຜະ​ລິດ​ຕະ​ພັນ (OCOP) 5 ດາວ​ລະ​ດັບ​ຊາດ (ຜະ​ລິດ​ຕະ​ພັນ​ທີ່​ມີ​ຄຸນ​ນະ​ພາບ​ໂດດ​ເດັ່ນ, ບັນ​ລຸ​ມາດ​ຖານ​ການສົ່ງ​ອອກ ແລະ ເຂັ້ມ​ຂຸ້ມ​ໄປ​ດ້ວຍ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ທ້ອ​ງຖິ່ນ) ແລະ ເດືອນ​ກັນ​ຍາ 2025 ໄດ້ຮັບການ​ຢັ້ງ​ຢືນ​ແມ່ນ​ວິ​ສາ​ຫະ​ກິດ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ. ຈາກ​ການ​ຜະ​ລິດ​ ຈົນ​ຮອດ​ຕະຫຼາດ, ເຕັກ​ໂນ​ໂລ​ຢີ​ພວມ​ກາຍ​ເປັນ​ພາກ​ສ່ວນ​ໜຶ່ງ​ໃນ​ວິ​ທີ​ທີ່ວິ​ສາ​ຫະ​ກິດ​ສ້າງຄຸນ​ຄ່າ​ໃຫ້​ແກ່​ຜະ​ລິດ​ຕະ​ພັນ. ທ່າ​ນ​ນາງ ຟ້າມ​ທິ​ແທັງ​ເຮືອງ, ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ ການ​ລົງທຶນ​ກໍ່​ສ້າງ ແລະ ການຄ້າ ຫວຽດ​ຕູ ​ຈຳ​ກັດ ແບ່ງ​ປັນ​ວ່າ:

ເພື່ອ​ໃຫ້​ປະ​ຊາ​ຊົນກັບຄືນມາ​ປູກ​ຊາອີກ, ຕາມ​ຂ້າ​ພະ​ເຈົ້າ, ວິ​ທີ​ການ​ດີ​ທີ່​ສຸດ​ແມ່ນ ຕົ້ນ​ຊາ​ຕ້ອງ​ນຳ​ມາ​ເຊິ່ງ​ຄຸນ​ຄ່າ​ເສດ​ຖະ​ກິດທີ່ສູງ ແລະ ການ​ດຳ​ລົ​ງ​ຊີ​ວິດ​ທີ່ດີກວ່າ​ໃຫ້​ແກ່​ປະ​ຊາ​ຊົນ​ເຂດ​ຊາ. ພວກ​ຂ້າ​ພະ​ເຈົ້າ​ໄດ້​ໝູນ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ເພື່ອ​ເຮັດ​ຜະ​ລິດ​ຕະ​ພັນໃຫ້​ດີກວ່າ, ນຳ​ໃຊ້​ການ​ຫັນ​ເປັນ​ດີ​ຈີ​ຕອນ ເພື່ອ​ນຳ​ຜະ​ລິດ​ຕະ​ພັນ​ອອກ​ສູ່​ຕະຫຼາດ, ຈາກ​ນັ້ນ​ ກໍ່ສ້າງ​ການ​ເຕີບ​ໂຕ​ເພື່ອ​ກັບ​ຄືນ​ມາ​ລົງ​ທຶນ​ເຂົ້າ​ເຂດ​ວັດ​ຖຸ​ດິບ ແລະ ຊາວ​ກະ​ສິກອນ.

ຕາມສະ​ພາບ​ການ​ຕົວ​ຈິງ​ຢູ່​ນະ​ຄອນ ກວ໋າງ​ນິງ ໃນ​ປັດ​ຈຸ​ບັນ, ການ​ຫັນ​ເປັນ​ດີ​ຈີ​ຕອນ ​ວິ​ສາ​ຫະ​ກິ​ດ​ພວມໄດ້ເຂົ້າ​ເຖິງດ້ວຍການຕິດພັນກັບ​ບັນ​ດາ​ຄວາມ​ຕ້ອງ​ການຕົວຈິງ​ຂອງ​ການ​ຜະ​ລິດ ແລະ ດຳ​ເນີນ​ທຸ​ລະ​ກິດ. ດ້ວຍ​ວິ​ສາ​ຫະ​ກິດ​ກວ່າ 14.000 ແຫ່ງພວມ​ເຄື່ອນ​ໄຫວ, ໃນ​ນັ້ນ​ປະ​ມານ 98% ແມ່ນ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ, ປະ​ຊາ​ຄົມ​ວິ​ສາ​ຫະ​ກິ​ດ ​ກ​ວ໋າງ​ນິງ ມີຄວາມ​ເປັນຫຼາຍ​ຮູບ​ແບບກ່ຽວ​ກັບ​ຂອ​ບ​ຂະ​ໜາດ​ ແລະ ລະ​ດັບການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ​. ໃນ​ນັ້ນ, ສະ​ມາ​ຄົມ​ນັກ​ທຸລະກິດ​ໜຸ່ມ ​ກວ໋າງ​ນິງ ແມ່ນ​ກຳ​ລັງ​ນຳ​ໜ້າ. ທ່ານ ຄຸກ​ດິ່ງ​ເຟືອງປະ​ທານ​ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ໜຸ່ມ ກວ໋າງ​ນິງ ໃຫ້​ຮູ້ວ່າ:

ພວກ​ຂ້າ​ພະ​ເຈົ້າສຸມ​ໃສ່​ປະ​ຕິ​ບັດ​ແຜນ​ຮ່າງ​ກ່ຽວ​ກັບ​ຖານ​ຂໍ້​ມູນ​ດີ​ຈີ​ຕອນ​ຂອງ​ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ໜຸ່ມ​ແຂວງ​ ກວ໋າງ​ນິງ​ ເພື່ອ​ແນ​ໃສ່​ຫັນ​ເອ​ກະ​ສານ​ວິ​ສາ​ຫະ​ກິດ​ສະ​ມາ​ຊິກເປັນ​ດີ​ຈີ​ຕອນ ເກືອບ 300 ​ຊຸດ, ຊ່ວຍ​ສ້າງ​ການເຊື່ອມ​ຕໍ່​ໃນ​ປະ​ຊາ​ຄົມ​ນັກ​ທຸ​ລະ​ກິດ, ວິ​ສາ​ຫະ​ກິດ. ພ້ອມ​ກັນນັ້ນ, ພວກ​ຂ້າ​ພະ​ເຈົ້າ​ກໍ່​ປາດ​ຖະ​ໜາ​ຢາກ​ເຊື່ອມ​ຕໍ່​ກັບວິ​ສາ​ຫະ​ກິດ​ສະ​ມາ​ຊິກ 21.000 ແຫ່ງ​ໃນ​ທົ່ວ​ປະ​ເທດ​ເພື່ອ​ຫັນ​ເປັນ​ດີ​ຈີ​ຕອນ, ຫັນ​ເປັນ​ສີ​ຂຽວ.

ການ​ຫັນ​ເປັນ​ດີ​ຈີ​ຕອນ​ກໍ່​ວາງ​ອອກ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ກ່ຽວ​ກັບ​ລະ​ບົບ​ນິ​ເວດ​ໜູນ​ຊ່ວຍ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ, ເປັນ​ຕົ້ນ​ແມ່ນ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ, ອາດ​ສາ​ມາດ​ເຂົ້າ​ເຖິງ​ເຕັກ​ໂນ​ໂລ​ຢີ​ທີ່​ເໝາະ​ສົມ. ຕາມ​ນັ້ນ​ແລ້ວ, ແຕ່​ປີ 2015 ກວ໋າງ​ນິງ ​ໄດ້​ຮັກ​ສາ​ຮູບ​ແບບ​ກາ​ເຟ​ນັກ​ທຸ​ລະ​ກິດ​ເພື່ອ​ສ້າງ​ຊ່ອງ​ທາງ​ແລກ​ປ່ຽນ​ລະ​ຫວ່າງວິ​ສາ​ຫະ​ກິດ ແລະ ອົງ​ການ​ຄຸ້ມ​ຄອງ​. ຫວ່າງ​ແລ້ວ​ນີ້, ໂຄງ​ການ​ໃຫ້​ຄຳ​ປຶກ​ສາ​ສຳລັບຜູ້​ອຳ​ນວຍ​ການ​ຝ່າຍ​ບໍ​ລິ​ຫານ​ກໍ່​ໄດ້ນຳ​ມາ​ທ້ອງ​ຖິ່ນ, ພ້ອມ​ກັບ​ການ​ກຳ​ນົດ​ທິດ​ປ່ຽນ​ແປງ​ໃໝ່​ການ​ເຄື່ອນ​ໄຫວ​ຂອງ​ສູນ​ ແອັບຟຼີເຄຊັ່ນ ແລະ ນະ​ວັດ​ຕະ​ກຳ. ທ່ານ​ນາງ ຫວູ​ທິ​ກິມ​ຈີ, ຮອງ​ຫົວ​ໜ້າ​ພະ​ແນກວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ ນະ​ຄອນ ກ​ວ໋າງ​ນິງ ໃຫ້​ຮູ້​ວ່າ:

ໃນ​ປີ​ນີ້, ພວກ​ຂ້າ​ພະ​ເຈົ້າ​ຈະ​ປ່ຽນ​ແປງ​ໃໝ່​ຮູບ​ແບບ​ສູນ ​ແອັບຟຼີເຄຊັ່ນ ແລະ ນະ​ວັດ​ຕະ​ກຳ ເພື່ອ​ກາຍ​ເປັນ​ເວ​ທີ​ປາ​ໄສ​ “ຕະຫຼາດ​ເຕັກ​ໂນ​ໂລ​ຢີ” ຢ່າງແທ້ຈິງ, ແບ່ງ​ປັນ​ລະ​ຫວ່າງ​ກາ​ນ​ສະ​ໜອງ ແລະ ຄວາມ​ຕ້ອງ​ການ, ລະ​ຫວ່າງ​ປັນ​ຍາ​ຊົນ ແລະ ວິ​ສາ​ຫະ​ກິດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ກວ່າ. ເຊິ່ງ​ຈະ​ຜັນ​ຂະ​ຫຍາຍ​ກາຍ​ເປັນ​ລະ​ບົບ ​ຕົວ​ຢ່າງ​ຄື Tech Cafe, Tech Connect ແລະ ປີ​ໜ້າ​ຈະ​ກາຍ​ເປັນ Fast of Connect ຢ່າງ​ເປັນ​ປະ​ຈຳ ແລະ ຕໍ່​ເນື່ອງກວ່າ.

ພ້ອມ​ກັບ​ການ​ຫັນ​ເປັນ​ດີ​ຈີ​ຕອນ, ບັນ​ດາ​ການ​ປ່ຽນ​ແປງ​ໃນ​ເຕັກ​ໂນ​ໂລ​ຢີ ແລະ ແບບວິ​ທີ​ການ​ຜະ​ລິດ ​ກໍ່​ພວມ​ເປີດ​ທິດ​ເດີນ​ຂຽວກວ່າ​ໃຫ້​ແກ່​ວິ​ສາ​ຫະ​ກິດ ​ກ​ວ໋າງ​ນິງ. ຈາກ​ການ​ຍົກ​ສູງ​ຄຸນ​ນະ​ພາບ​ເຂດ​ວັດ​ຖຸ​ດິບ, ລົງ​ທຶນ​ເຕັກ​ໂນ​ໂລ​ຢີ​ຕະຫຼອດ​ຮອດ​ການ​ນຳ​ໃຊ້​ບັນ​ດາ​ແຫຼ່ງ​ກຳ​ລັງຢ່າງ​ມີ​ປະ​ສິດ​ທິ​ຜົນ​, ການ​ຫັນ​ເປັນ​ສີ​ຂຽວ​ພວມ​ໄດ້​ວາງ​ອອກ​ໃນ​ວິ​ວັດ​ການ​ປ່ຽນ​ແປງ​ໃໝ່​ການ​ເຄື່ອນ​ໄຫວ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດເທື່ອ​ລະ​ກ້າວ.

ຄວາມ​ເປັນ​ເຈົ້າ​ການ​ຈາກ​ເຂດ​ເສດ​ຖະ​ກິດ​ເອ​ກະ​ຊົນ ແລະ ຄວາມ​ມາ​ນະ​ພະ​ຍາ​ຍາມ​ໜູນ​ຊ່ວຍ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ແລະ ກາ​ນ​ເຊື່ອມ​ຈອດ​ຂອງ​ນະ​ຄອນ​ກ​ວ໋າ​ງນິງ ພວມ​ສ້າງ​ພື້ນ​ຖານ​ໃຫ້​ແກ່​ວິ​ວັດ​ການ​ຫັນ​ປ່ຽນຕື່ມອີກ. ຈາກແຕ່ລະ​ວິ​ສາ​ຫະ​ກິດ, ການ​ຫັນ​ເປັນ​ດີ​ຈີ​ຕອນ ແລະ ການ​ຫັນ​ເປັນ​ສີ​ຂຽວ ພວມ​ຄ່ອຍໆ​ກາຍ​ເປັນ​ສ່ວນ​ໜຶ່ງ​ໃນ​ວິ​ທີ​ທີ່ ​ກວ໋າງ​ນິງ ສ້າງ​ກຳ​ລັງ​ໜູນ​ການ​ເຕີບ​ໂຕ​ໃໝ່.