ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (12/7/1976 – 12/7/2026), ການພົວພັນ ຫວຽດນາມ - ຟີລິບປິນ ພວມຢືນຢູ່ຕໍ່ໜ້າບັນດາກາລະໂອກາດພັດທະນາໃໝ່. ຂອບເຂດຄູ່ຮ່ວມມືຍຸດທະສາດເພີ່ມທະວີໄດ້ຮັບການສ້າງຕັ້ງເມື່ອເດືອນມິຖຸນາ 2026, ພ້ອມກັບບັນດາເອກະສານ ແລະ ຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມ, ບໍ່ພຽງແຕ່ເຮັດໃຫ້ການພົວພັນສອງຝ່າຍເລິກເຊິ່ງກວ່າເກົ່າເທົ່ານັ້ນ ຫາກຍັງສ້າງກຳລັງຜັກດັນໃໝ່ເພື່ອຫັນເປົ້າໝາຍຍົກວົງເງິນການຄ້າສອງຝ່າຍຂຶ້ນລະດັບ 10 ຕື້ USD ໃນໄລຍະຈະມາເຖິງໃຫ້ປະກົດຜົນເປັນຈິງ.
ໃນໄລຍະ 50 ປີຜ່ານມາ, ການພົວພັນລະຫວ່າງ ຫວຽດນາມ ແລະ ຟີລິບປິນ ໄດ້ຮັບການປັບປຸງ ແລະ ພັດທະນາຮອບດ້ານ, ມີເນື້ອແທ້ໃນຫຼາຍຂົງເຂດຢ່າງບໍ່ຢຸດຢັ້ງ,. ສອງປະເທດໄດ້ກາຍເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດໃນປີ 2015 ແລະ ຄູ່ຮ່ວມມືຍຸດທະສາດເພີ່ມທະວີໃນປີ 2026.
ການຮ່ວມມືດ້ານເສດຖະກິດຍາມໃດກໍ່ແມ່ນເສົາຄ້ຳສຳຄັນໃນການພົວພັນສອງປະເທດໃນໄລຍະຜ່ານມາ, ດ້ວຍຍອດວົງເງິນການຄ້າສອງຝ່າຍເພີ່ມສະເລ່ຍກວ່າ 10%/ປີ (ໄລຍະ 2015 - 2025). ພິເສດ, ຟີລິບປິນ ແມ່ນຕະຫຼາດສົ່ງອອກເຂົ້າສານໃຫຍ່ທີ່ສຸດຂອງ ຫວຽດນາມ, ກວມເອົາປະມານ 40% ຍອດປະລິມານເຂົ້າສານສົ່ງອອກ. ກົງກັນຂ້າມ, ເຂົ້າສານ ຫວຽດນາມ ກວມເອົາປະມານ 85% ປະລິມານເຂົ້າສານນຳເຂົ້າຂອງ ຟີລິບປິນ, ປະກອບສ່ວນສຳຄັນເຂົ້າໃນການຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານຂອງປະເທດນີ້. ເມື່ອຕີລາຄາກ່ຽວກັບຂົງເຂດການຮ່ວມມືດ້ານເສດຖະກິດການຄ້າສອງຝ່າຍ, ທ່ານ Ferdinand Marcos ປະທານາທິບໍດີ ຟີລິບປິນ ເນັ້ນໜັກວ່າ: ຟີລິບປິນ ແລະ ຫວຽດນາມ ໄດ້ສ້າງການພົວພັນໂດຍອີງຕາມຄວາມໝັ້ນຄົງເຂັ້ມແຂງດ້ານເສດຖະກິດ. ຫວຽດນາມ ໄດ້ກາຍເປັນຄູ່ຮວມມືທີ່ຂາດບໍ່ໄດ້ໃນຂົງເຂດການຄ້າ ແລະ ການລົງທຶນຂອງ ຟີລິບປິນ. ປີ 2025, ວົງເງິນການຄ້າສອງຝ່າຍບັນລຸໄດ້ລະດັບເປັນທີໜ້າປະທັບໃຈ ດ້ວຍກວ່າ 7,7 ຕື້ USD. ຟີລິບປິນ ກາຍເປັນຄູ່ຮວມມືທີ່ປະກອບສ່ວນສຳຄັນເຂົ້າໃນການພັດທະນາເຕັກໂນໂລຢີຂອງ ຫວຽດນາມ, ໃນຂະນະທີ່ ຫວຽດນາມ ກໍ່ແມ່ນຄູ່ຮ່ວມມືສຳຄັນໃນການເພີ່ມທະວີຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ຕ່ອງໂສ້ການສະໜອງອຸດສາຫະກຳຂອງ ຟີລິບປິນ.
ເຖິງວ່າບັນລຸໄດ້ບາດກ້າວສຳຄັນຫຼາຍຢ່າງແລ້ວກໍ່ຕາມ, ແຕ່ການພົວພັນ ຫວຽດນາມ - ຟີລິບປິນ ຍັງໄດ້ຮັບການຕີລາຄາວ່າບໍ່ທັນເໝາະສົມກັບຄວາມສາມາດ, ທ່າແຮງບົ່ມຊ້ອນໃນການຮ່ວມມືຂອງສອງພື້ນຖານເສດຖະກິດ. ດ້ວຍພື້ນຖານຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງທີ່ນັບມື້ນັບໝັ້ນແກ່ນ, ການພົວພັນສອງຝ່າຍໄດ້ຮັບຄວາມຫວັງຈະສືບຕໍ່ພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ , ມຸ່ງໄປເຖິງເປົ້າໝາຍນຳວົງເງິນການຄ້າສອງຝ່າຍໃຫ້ບັນລຸ 10 ຕື້ USD ໃນໄລຍະຈະມາເຖິງ.
ທ່ານ ລ້າຍທ້າຍບິ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຟີລິບປິນ ກໍ່ຖືວ່າ ດ້ວຍທ່າໄດ້ປຽບແມ່ນສອງປະເທດແຄມທະເລ, ສອງຝ່າຍມີຄວາມສາມາດບົ່ມຊ້ອນຮ່ວມມືໃນການຂຸດຄົ້ນແບບຍືນຍົງ, ການຂົນສົ່ງທາງທະເລ ແລະ ພະລັງງານທົດແທນນອກຝັ່ງ. ຟີລິບປິນ ມີທ່າແຮງກ່ຽວກັບຊັບພະຍາກອນມະນຸດພາສາ ອັງກິດ ແລະ ຂະແໜງ BPO, ໃນຂະນະນັ້ນ ຫວຽດນາມ ກໍ່ມີລະບົບນິເວດເຕັກໂນໂລຢີທີ່ຂະຫຍັນຂັນເຄື່ອນ. ສອງຝ່າຍອາດສາມາດເພີ່ມທະວີການຮ່ວມມືບຳລຸງສ້າງຊັບພະຍາກອນມະນຸດດີຈີຕອນ, ປັນຍາປະດິດ, ຄວາມປອດໄພທາງໄຊເບີ, fintech ແລະ ເຊື່ອມຕໍ່ບັນດາມະຫາວິທະຍາໄລ, ສະຖານການສຶກສາວິຊາຊີບ. ຄວາມຕ້ອງການຫັນຄົມມະນາຄົມເປັນທັນສະໄໝ ແລະ ການຫັນປ່ຽນພະລັງງານຂອງ ຟີລິບປິນ ຈະເປີດໂອກາດອັນໃຫຍ່ຫຼວງໃຫ້ແກ່ວິສາຫະກິດ ຫວຽດນາມ, ພິເສດແມ່ນໃນຂົງເຂດລົດໄຟຟ້າ.
ກ່ຽວກັບການຄ້າ - ການລົງທຶນ, ເປົ້າໝາຍວົງເງິນການຄ້າບັນລຸ 10 ຕື້ USD ແມ່ນມີຄວາມສາມາດເປັນໄປໄດ້ ຖ້າສອງຝ່າຍສືບຕໍ່ຫັນການເຮັດລະບຽບການເປັນງ່າຍດາຍ, ສົ່ງເສີມຢ່າງແຮງ ແລະ ເຊື່ອມຕໍ່ວິສາຫະກິດ. ການປັບປຸງ logistics ໃຫ້ສົມບູນແບບ ແລະ ເຊື່ອມຕໍ່ການເດີນເຮືອ ຈະປະກອບສ່ວນຫຼຸດຜ່ອນຄ່າໃຊ້ຈ່າຍ, ຍົກສູງປະສິດທິຜົນໃນການແລກປ່ຽນສິນຄ້າ. ໃນຂົງເຂດກະສິກຳ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ, ຈາກການພົວພັນຊື້ຂາຍແບບເກົ່າ, ສອງປະເທດຕ້ອງມຸ່ງໄປເຖິງກົນໄກຮ່ວມມືໄລຍະຍາວ, ຮັບປະກັນຕ່ອງໂສ້ການສະໜອງເປັນປົກກະຕິ, ພ້ອມທັງເປີດກວ້າງການຮ່ວມມືດ້ານກະສິກຳອັດສະລິຍະ, ປູກລ້ຽງສິນໃນນ້ຳ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ… ເຊິ່ງແມ່ນບັນດາທ່າອ່ຽງໃຫຍ່ທີ່ເຕັມໄປດ້ວຍແງ່ຫວັງ.
ຢູ່ເວທີປາໄສວິສາຫະກິດ ຫວຽດນາມ - ຟີລິບປິນ ໃນວັນທີ 1 ມິຖຸນາ 2026 ດ້ວຍການເຂົ້າຮ່ວມຂອງ ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ທ່ານ Ferdinad Marcos ປະທານາທິບໍດີ ຟີລິບປິນ, ການນຳຂັ້ນສູງສອງປະເທດໄດ້ສົ່ງສານຢ່າງແຮງກ່ຽວກັບຄວາມຮຽກຮ້ອງຕ້ອງການຍົກລະດັບການຮ່ວມມືດ້ານເສດຖະກິດ, ໃຫ້ສົມກັບພື້ນຖານດ້ານການເມືອງອັນດີງາມ ແລະ ຄວາມສາມາດບົ່ມຊ້ອນພັດທະນາຂອງສອງພື້ນຖານເສດຖະກິດທີ່ຂະຫຍັນຂັນເຄື່ອນ. ບົນພື້ນຖານການພົວພັນດ້ານການເມືອງທີ່ນັບມື້ນັບໄດ້ຮັບການປັບປຸງ, ຂໍ້ຕົກລົງ 15 ສະບັບທີ່ໄດ້ລົງນາມຢູ່ເວທີປາໄສວິສາຫະກິດ ຫວຽດນາມ - ຟີລິບປິນນັ້ນຫວັງວ່າຈະສ້າງກຳລັງຜັກດັນຕື່ມອີກ, ຊຸກຍູ້ການຮ່ວມມືເສດຖະກິດ - ການຄ້າສອງຝ່າຍໃຫ້ພັດທະນາຢ່າງແຮງໃນໄລຍະຈະມາເຖິງ.
