ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ແຮງ​ງານ ອາ​ຊຽນ ຄັ້ງ​ທີ 29 (ALMM 29) ພ້ອມ​ກັບ​ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ​ ທີ່​ຫາ​ກໍ່​ດຳ​ເນີນ​ຢູ່ ບາງກອກ, ໄທ, ໄດ້​ເນັ້ນ​ໜັກ​ເຖິງ​ບົດ​ບາດຫຼັກ​ຂອງ​ກຳ​ລັງ​ແຮງ​ງານ ​ອາ​ຊຽນ ແລະ ກຳນົດທິດ​​ຫັນ​ທັກສະ​ເປັນ​ມາດ​ຖານ ມຸ່ງ​ໄປ​ເຖິງ​ການຍອມ​ຮັບໃນຂອບ​ເຂດ​ທົ່ວ​ໂລກ. ​ເລື່ອງຄະ​ນະ ​ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ໄດ້​ຢັ້ງ​ຢືນ​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ແຮງ​ຂອງ ຫວຽດ​ນາມ ຕໍ່​ບັນ​ດາ​ຂໍ້​ລິ​ເລີ່ມ​ຫັນ​ທັກ​ສະ ແລະ ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ຂອງ ອາ​ຊຽນ ​ເປັນ​ມາດ​ຖານ, ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງຕະຫຼາດ​ແຮງ​ງານ ອາ​ຊຽນ ​ໃຫ້ມີຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ກວມ​ລວມ ແລະ ເຊື່ອມ​ໂຍງ. ໃນ​ລາຍ​ການ​ຊາຍ​ຄາ​ອາ​ຊຽນ ​ມື້​ນີ້, ເຊີນ​ທ່ານ​ຮັບ​ຟັງ​ບົດ​ຂຽນທີ່​ມີ​ຫົວ​ຂໍ້ວ່າ “ອາ​ຊຽນ ​ປຶກ​ສາ​ຍຸດ​ທະ​ສາດ​ຊັບ​ພະ​ຍາ​ກອນ​ມະ​ນຸດ ໃນ​ສັງ​ກາດ AI, ຫວຽດ​ນາມ ຢັ້ງ​ຢືນ​ບົດ​ບາດ​ຮ່ວມ​ເດີນ​ທາງ”.

ກອງ​ປະ​ຊຸມ​ເຕົ້າ​​ໂຮມ​ບັນ​ດາ​ລັດ​ຖະ​ມົນ​ຕີ​ແຮງ​ງານ ແລະ ການ​ນຳ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ທີ່ມາ​ຈາກ 11 ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ, ບັນ​ດາ​ຄູ່​ຮ່ວມ​ມື ອາ​ຊຽນ + 3 (ຈີນ, ຍີ່​ປຸ່ນ, ສ.ເກົາຫຼີ) ພ້ອມ​ກັບ​ຜູ້​ຕາງ​ໜ້າ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຄື: ອົງ​ການ​ແຮງ​ງານ​ສາ​ກົນ (ILO), ອົງ​ການ​ຈັດ​ຕັ້ງ​ຮ່ວມ​ມື ແລະ ພັດ​ທະ​ນາ ເສດ​ຖະ​ກິດ(OECD) ແລະ ອົງ​ການຈັດຕັ້ງສາກົນເພື່ອການຍົກຍ້າຍຖິ່ນຖານ​ (IOM). ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ​ອະ​ນຸ​ທິນ ຊານວິ​ຣະ​ກຸນ ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ໄດ້​ຢັ້ງ​ຢືນ​ຂອບ​ຂະ​ໜາດ​ຍຸດ​ທະ​ສາດ​ຂອງ​ກຳ​ລັງ​ແຮງ​ງານ ອາ​ຊຽນ ໃນ​ສະ​ພາບ​ການ​ໂລກ​ພວມ​ມີ​ການ​ຫັນປ່ຽນຢ່າງວ່ອງ​ໄວ​ຍ້ອນ​ເຕັກ​ໂນ​ໂລ​ຢີ ແລະ ປັນ​ຍາ​ປະ​ດິດ (AI):

ອາ​ຊຽນ ​ແມ່​ນ​ຊາຍ​ຄາ​ລວມ​ຂອງ​ປະ​ຊາ​ຊົນ​ກວ່າ 700 ລ້ານ​ຄົນ, ດ້ວຍ​ກຳ​ລັງ​ງ​ແຮງ​ງານກວ່າ 360 ລ້ານ​ຄົນ, ແມ່ນໜຶ່ງ​ໃນ​ບັນ​ດາ​ຊັບ​ພະ​ຍາ​ກອນ​ມະ​ນຸດຫຼາຍ​ທີ່​ສຸດ​ ແລະ ຂະ​ຫຍັນ​ຂັ​ນ​ເຄື່ອນ​ທີ່​ສຸດ​ໃນ​ໂລກ. ມະ​ນຸດ​ແມ່ນ​ຊັບ​ສິນ​ຍິ່ງ​ໃຫ​ຍ່​ທີ່​ສຸດ​ຂອງ​ພວກ​ເຮົາ, ທັກ​ສະ​ຂອງ​ເຂົາ​ເຈົ້າ​ຈະ​ຕັດ​ສິນ​ຄວາມ​ສາ​ມາດ​ໃນ​ການ​ແກ້ງ​ແຍ້ງ​ກໍ່​ຄື​ຄວາມ​ວັດ​ທະ​ນາ​ຖາ​ວອນຂອງ​ທົ່ວ​ພາກ​ພື້ນ ໃນ​ໂລກ​ເຕັມ​ໄປ​ດ້ວຍ​ການ​ຜັນ​ແປ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອະ​ນຸທິນ ກໍ່​ເນັ້ນ​ໜັກ​ເຖິງ​ການ​ລົງ​ທຶນ​ຍົກ​ສູງ​ທັກ​ສະ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ, ລວມ​ມີ​ທັກ​ສະ​ດີ​ຈີ​ຕອນ, AI, ເສດ​ຖະ​ກິດ​ສີ​ຂຽວ ແລະ ເສດ​ຖະ​ກິດ​ເບິ່ງ​ແຍງ​ດູ​ແລ, ແມ່ນ​ຂໍ້​ກຸນ​ແຈ​ເພື່ອ​ຮັບ​ປະ​ກັນ​ການ​ພັດ​ທະ​ນາ​ແບບ​ຍື​ນ​ຍົງ​ ແລະ ບໍ່​ໃຫ້​ຜູ້​ໃດ​ຖືກ​ປະ​ໄວ້​ຢູ່​ທາງ​ຫຼັງ.

ຢູ່ກອງ​ປະ​ຊຸມ, ບັນ​ດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ປຶກ​ສາ​​ບັນ​ດາ​ມາດ​ຕະ​ການ​ເພີ່ມ​ທະ​ວີ​ຊັ​ບ​ພະ​ຍາ​ກອນ​ມະ​ນຸດ ອາ​ຊຽນ ເພື່ອ​ປັບ​ຕົວ​ຕໍ່​ການ​ປ່ຽນ​ແປງຢ່າງວ່ອງ​ໄວ​ຂອງ​ເຕັກ​ໂນ​ໂລ​ຢີ, ວິ​ວັດ​ການ​ຫັນ​ເປັນ​ສີ​ຂຽວ, ຫັນ​ເປັນ​ດີ​ຈີ​ຕອນ ແລະ ບັນ​ດາ​ການ​ຜັນ​ແປ​ຂອງ​ຕະຫຼາດ​ແຮງ​ງານ. ບັນ​ດາ​ປະ​ເທດ​ຢັ້ງ​ຢືນ​ຄືນ​ຄຳ​ໝັ້ນ​ສັນ​ຍາ​ລວມ​ສຳລັບການ​ຊຸກ​ຍູ້​ວຽກ​ເຮັດ​ງານ​ທຳ​ຢ່າງ​ສົມ​ເຫດ​ສົ​ມ​ຜົນ, ກວມ​ລວມ, ຍົກ​ສູງ​ຄວາມ​ສາ​ມາດ​ປັບ​ຕົວ​ຂອງ​ກຳ​ລັງ​ແຮງ​ງານ ແລະ ສ້າງ​ໂອ​ກາດ​ຮ່ຳ​ຮຽນ​ຕະຫຼອດ​ຊີ​ວິດ, ຮັບ​ປະ​ກັນ​ບໍ່​ປະ​ໃຫ້​ໃຜ​ຖື​ກ​ປະ​ໄວ້​ຢູ່​ທາງຫຼັງ, ສະ​ໜັບ​ສະ​ໜູນວິ​ໄສ​ທັດ​ປະ​ຊາ​ຄົມ​ອາ​ຊຽນ 2045 ແລະ ແຜນ​ການ​ຍຸດ​ທະ​ສາດ​ປະ​ຊາ​ຄົມ ວັດ​ທະ​ນະ​ທຳ - ສັງ​ຄົມ ອາ​ຊຽນ (ASCC) ຢ່າງ​ແຮງ, ບັນ​ດາ​ປະ​ເທດ​ເນັ້ນຫ​ນັກ​ເຖິງ​​ຄວາມ​ສຳ​ຄັນ​ຂອງ​ການ​ສ້າງ​ແຜນ​ການໂດຍ​ອີງ​ຕາມ​ໝາກ​ຜົນ ແລະ ຂໍ້​ມູນ​ເພື່ອ​ປັບ​ປຸງ​ການ​ຫາ​ເງິນ​ລ້ຽງ​ຊີບ​ໃຫ້​ປະ​ຊາ​ຊົນ… ເພື່ອ​ແນ​ໃສ່ຫັນ​ບັນ​ດາ​ເປົ້າ​ໝາຍ​ຍົກລະ​ດັບ​​ຊັບ​ພະ​ຍາ​ກອນ​ມະ​ນຸດໃຫ້​ປະ​ກົດ​ຜົນ​ເປັນ​ຈິງ, ທ່ານ ຈຸ​ລະ​ພັນ ອາ​ມົົນວິ​ວັດ ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຮງ​ງານ ໄທ ຕາງ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ປະ​ກາດ 3 ເສົາ​ຄ້ຳ​ແຫ່ງການ​ກະ​ທຳ​ຈຸດ​ສຸມ​ຂອງ ກອງ​ປະ​ຊຸມ ALMM 29 ວ່າ:

ດ້ວຍ​ຫົວ​ຂໍ້ ຊຸກ​ຍູ້​ຊັບ​ພະ​ຍາ​ກອນ​ມະ​ນຸດ ອາ​ຊຽນ: ຢັ້ງ​ຢືນ​ທັກ​ສະ​ມຸ່ງ​ໄປ​ເຖິງ​ການຍອມ​ຮັບ​ທົ່ວ​ໂລກ, ໄທ​ ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ຊຸກ​ຍູ້ 3 ຂົງ​ເຂດ​ຢັ້ງ​ຢືນ​ທັກ​ສະ​ທີ່​ມີ​ການ​ຜູກ​ພັນ​ຢ່າງ​ແໜ້ນ​ແຟ້ນ​ນຳ​ກັນ, ລວມ​ມີ​ໃບ​ຢັ້ງ​ຢືນ​ຊຸດບຳ​ລຸງ​​ກໍ່ສ້າງ​ທັກ​ສະ​ ອາ​ຊຽນ; ໃບ​ຢັ້ງ​ຢືນ​ມາດ​ຖານ​ທັກ​ສະ ອາ​ຊຽນ ແລະ ໃບ​ຢັ້ງ​ຢືນ​ສູນ​ດີ​ເດັ່ນ ອາ​ຊຽນ.

ເຂົ້າ​ຮ່ວມກອງ​ປະ​ຊຸມ, ຄະ​ນະ​ຜູ້​ແທນ ຫວຽດ​ນາມ ໂດຍ​ທ່ານ ກາວ​ຮຸຍ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ ເປັນຜູ້ຕາ​ງ​ໜ້າ​ ໄດ້​ຢັ້ງ​ຢືນ​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ແຮງ​ຂອງ ຫວຽດ​ນາມ ຕໍ່​ບັນ​ດາ​ຂໍ້​ລິ​ເລີ່ມ​ຫັນ​ທັກ​ສະ ແລະ ການພັດ​ທະ​ນາ​​ຊັບ​ພະ​ຍາ​ກອ​ນ​ມະ​ນຸດ​ຂອງ​ ອາ​ຊຽນ ​ເປັນ​ມາດ​ຖານ, ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງ​ຕະຫຼາດ​ແຮງ​ງານ ອາ​ຊຽນ ​ມີຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ກວມ​ລວມ ແລະ ເຊື່ອມ​ໂຍງ. ພ້ອມ​ກັນ​ນັ້ນ, ຫວຽດ​ນາມ ກໍ່ເຂົ້າ​ຮ່ວມ​ການ​ປຶກ​ສາ​ກ່ຽວ​ກັບ​ບັນ​ດາ​ທິດ​ທາງ​ຮ່ວມ​ມື​ໃນ​ພາກ​ພື້ນ, ໃນ​ນັ້ນ​ເນັ້ນ​ໜັກ​ເຖິງ​ການ​ສ້າງ​ລະ​ບົບ​ຢັ້ງ​ຢືນ​ທັກ​ສະ​ບັນ​ລຸ​ມາດ​ຖາ​ນ​ສາ​ກົນ ແລະ ຊຸກ​ຍູ້​ກົນ​ໄກຮັບ​ຮອງ​ເຊິ່ງກັນ​ແລະ​ກັນ​ແມ່ນ ​ຂໍ້​ກຸນ​ແຈ ຍຸດ​ທະ​ສາດ​ເພື່ອ​ເປີດ​ໂອ​ກາດ​ເຮັດ​ວຽກ​ແບບ​ຍືນ​ຍົງ, ຜ່ານ​ນັ້ນ​ ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ແກ້ງ​ແຍ້ງ ໃຫ້​ແກ່​ກຳ​ລັງ​ແຮງ​ງານ​ທົ່ວ​ພາກ​ພື້ນ. ເພື່ອ​ແນ​ໃສ່​ຫັນ​ເປົ້າ​ໝາຍ​ນີ້​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ, ຫວຽດ​ນາມ ໄດ້​ສະ​ເໜີ 3 ຈຸດ​ສຸມ​ຮ່ວມ​ມື​ຍຸດ​ທະ​ສາດ.

ທີ​ໜຶ່ງ, ເປີດກວ້າງ​ຂອບ​ຂະ​ໜາດ ແລະ ປະ​ລິ​ມານຂໍ້​ຕົກ​ລົງຮັບຮູ້​ເຊິ່ງ​ກັນ​ແລະ​ກັນ (MRAs) ໃນ​ພາກ​ພື້ນ, ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ສະ​ພາ​ສຶກ​ສາອ​າ​ຊີບ ອາ​ຊຽນ (ATC) ເພື່ອ​ເຊື່ອມ​ຈອດ​ລະ​ບົບຢັ້ງ​ຢືນທັກ​ສະ​ແຫ່ງ​ຊາດ ດ້ວຍ​ມາ​ດ​ຖານ​​ພາກ​ພື້ນ ແລະ ທົ່ວ​ໂລກ.