ໃນ​ປະ​ຫວັດ​ແຫ່ງ​ການ​ພົວ​ພັນ​ທາງ​ການ​ທູດ, ​ມີ​ການ​ພົບ​ປະ​ທີ່​ໄດ້ດຳເນີນພຽງ​ໃນ​​ເວ​ລາ​ສັ້ນໆ 2 –​​ 3 ຊົ່ວໂມງເທົ່າ​ນັ້ນ, ແຕ່ພັດສ້າງເປັນ​ການ​ພົວ​ພັນ​ສອງ​ປະ​ເທດ ຫວຽດ​ນາມ ແລະ ໄທ ກ່​ອນ​ນີ້ 50 ປີ. ນັ້ນ​ແມ່ນ​ເລື່ອງ​ລາວ​ກ່ຽວ​ກັບ​ການ​ພົບ​ປະ​ຢູ່​ຫ້ອງ​ລໍ​ຖ້າ​ທີ່ສະ​ໜາມ​ບິນ ດອນເມືອງ ​ເມື່ອ​ປີ 1976 - ຈຸດ​ເລີ່ມ​ຕົ້ນ​ໃຫ້​ແກ່​ວິ​ວັດ​ການ​ຈາກ​ “ສະ​ໜາມ​ຮົບ” ກາຍ​ເປັນ “​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດຮອບ​ດ້ານ” ລະ​ຫວ່າງ ຫວຽດ​ນາມ ແລະ ໄທ. ນີ້​ແມ່ນ​ເນື້ອ​ໃນ​ທີ່​ການ​ແບ່ງ​ປັນ​ໂດຍ C ASEAN ຈັດ​ຂຶ້ນ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ໄທ ​ທີ່​​ດຳ​ເນີນ​ຢູ່ ​ຮ່າ​ໂນ້ຍ.

ປະ​ຫວັດ​ແຫ່ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ໄທ ​​ບໍ່​ໄດ້ເລີ່ມ​ຕົ້ນ​ຈາກ​ບັນ​ດາ​ຫ້ອງ​ປະ​ຊຸມ​ທີ່ຫຼູຫຼາ, ຫາກ​ເລີ່ມ​ມາຈາ​ກ​ສະຖາ​ນະ​ການ​ທີ່​ມີ​ລັກ​ສະ​ນະ​ເປັນ​ບາດ​ລ້ຽວ. ປີ 1976, ເມື່ອ​ບັນ​ດາ​ຮົ້ວ​ກີດ​ຂວາງ​ທາງ​ພູມີສາດການ​ເມືອງ​ຍັງຫຼວງຫຼາຍ​ນັ້ນ, ການ​ສ້າງ​ຕັ້ງ​ຊ່ອງ​ທາງ​ຕິດ​ຕໍ່​ສື່​ສານ​ລະ​ຫວ່າງ​ສອງ​ປະ​ເທດ​ແມ່ນ​ສິ່ງ​ທ້າ​ທາຍ​ໃຫຍ່​ທີ່​ສຸດ. ທ່ານ​ ພິໄຊ (Bhichai) ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ໄທ ໃນ​ເວ​ລາ​ນັ້ນ ໄດ້​ຮຽກ​ຮ້ອງ​ໃຫ້ຜູ້ຕາງໜ້າພິ​ເສດ​ຂອງ​ຕົນ​ຢູ່ ນິວຢອກ ຊອກ​ຫາ​ທຸກວິ​ທີ​ທາງເພື່ອ​ເຊື່ອມ​ຕໍ່​ກັບ​ຝ່າຍ ຫວຽດ​ນາມ. ເມື່ອ​ຮູ້​ຂ່າວ​ວ່າ ທ່ານ​ ຟານ​ຫ່ຽນ ຮອ​ງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຈະ​ເດີນ​ທາງ​ອອກຈາກ​ ນິວຢອກ ​ກັບ​ເມືອ ຫວຽດ​ນາມ ແລະ ໄປ​ຜ່ານແດນຢູ່ ບາງກອກ, ທ່ານ​ໄດ້​ສະ​ເໜີ​ໃຫ້​ມີ​ການ​ພົບ​ປະໃນເວລາ​ສັ້ນ​ໆຢູ່​ສະ​ໜາມ​ບິນ. ທ່ານ​ ປ.ອ ຟານ​ຈີ​ແທັ່ງ ອະ​ດີດ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ໄທ ໃຫ້​ຮູ້​ວ່າ:

“ເຂົາ​ເຈົ້າ​ໄດ້ມີ​ການ​ພົບ​ປະ​ໂອ້ລົມ​ໃນ​ເວ​ລາ 2 ຊົ່ວ​ໂມງ​ຢູ່​ຫ້ອງ​ປະ​ຊຸມ​ຂອງ​ສະ​ໜາ​ມ​ບິນ. ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ​ ນັ້ນ​ແມ່ນ​ການໂອ້​ລົມ​ສົນທະນາ​ຄັ້ງ​ທຳ​ອິດ​ລະ​ຫວ່າງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ໄທ ແລະ ຮອງ​ລັດ​ຖະ​ມົນ​ຕີ ການ​ຕ່າງ​ປະ​ເທດຫວຽດ​ນາມ ກ່ຽວ​ກັບ​ການ​ສ້າງ​ພື້ນ​ຖານ​ສັນ​ຕິ​ພາບ. ຫຼັງ​ຈາກ​ນັ້ນ 2 – 3 ເດືອນ, ຄະ​ນະ​ຜູ້​ຕາງ​ໜ້າ ໄທ ໄດ້​ມາ​ຢ້ຽມ​ຢາມ ຫວຽດ​ນາມ ແລະ ເລີ່ມ​ຕົ້ນ​ບັນ​ດາ​ການ​ເຈ​ລະ​ຈາ, ພົບ​ປະ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ແລະ ບັນ​ດາ​ການ​ນຳ ຫວຽດ​ນາມ. ນັ້ນ​ແມ່ນ​ການ​ປຶກສາຫາລືທີ່​ຫຍຸ້ງ​ຍາກ​ຂ້ຽວ​ຂາດທີ່ສຸດ. ແຕ່​ສຸດ​ທ້າຍ, ຫຼັງ​ຈາກ​ນັ້ນ 2 – 3 ວັນ, ເຂົາ​ເຈົ້າ​ໄດ້​ຕົກ​ລົງ​ນຳກັນ​ວ່າ: ສອງ​ຊາດ​ຕ້ອງ​ປະ​ອະ​ດີດ​ຕະ​ການໄວ້, ແລ້ວມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ ແລະ ກາຍ​ເປັນ​ເພື່ອນ​ມິດ​ຂອງ​ກັນ. ດ້ວ​ຍ​ວິ​ໄສ​ທັດ​ເພື່ອ​ໃຫ້ ອາ​ຊີ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້ ​ເປັນ​ເອ​ກະ​ພາບ, ແລະບັນ​ດາ​ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ ​ມີ​ຄວາມໝັ້ນ​ຄົງ​ເຂັ້ມ​ແຂງ, ຫວຽດ​ນາມ ແລະ ໄທ ອາດ​ຈະກາຍ​ເປັນບັນດາ​ປັດ​ໄຈຫຼັກ​ແຫຼ່ງ”.

ຈາກ​ບັນ​ດາ​ບາດ​ກ້າວ​ທີ່​ລະ​ມັດ​ລະ​ວັງ, ຢຸດໆ​ຢ່ອນໆ, ຫວຽດ​ນາມ ແລະ ໄທ ​ໄດ້​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເທື່ອ​ລະ​ກ້າວ, ຜ່ານ​ຜ່າ​ຄວາມ​ແຕກ​ຕ່າງ​ກັນ, ມຸ່ງ​ໄປ​ເຖິງ​ສັນ​ຕິ​ພາບ. ພິ​ເສດ, ດ້ວຍ​ຄວາມ​ຄ້າຍ​ຄື​ກັນ ແລະ ບັນ​ດ​າ​ຈຸດ​ພິ​ເສດ​ຂອງ​ການ​ພົວ​ພັນ ຫວຽດ​ນາມ - ໄທ ໄດ້​ສ້າງເປັນ​ການ​ພົວ​ພັນສະ​ໜິດ​ຕິດ​ພັນ ແລະ ບັນ​ດາ​ຊາ​ຕາ​ກຳຮ່ວມ​ຂອງ​ສອງ​ຊາດ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຟ້າມກວາງວິງ - ອະ​ດີດ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ, ອະ​ດີດ​ຫົວ​ໜ້າ SOM ອາ​ຊຽນ ​ຂອງ ຫວຽດ​ນາມ ໃຫ້​ຂໍ້​ສັງ​ເກດ​ວ່າ:

“​ເຖິງວ່າ​ທັງ​ສອງ​ປະ​ເທດລ້ວນ​ແຕ່​ຢູ່​ເຂດ​ອາ​ຊີ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້, ແຕ່ ຫວຽດ​ນາມ ແລະ ໄທ​ ນອນ​ຢູ່​​ໃຈ​ກາງ​ເຂດ​ແມ່​ນ້ຳ​ຂອງ. ນີ້​ແມ່ນ​ຈຸດ​ທີ່ແຕກຕ່າງກັນຫຼາຍ. ໃນ​ອາ​ຊຽນ, ພວກ​ເຮົາ​ພວມ​ສ້າງ​ພາກ​ພື້ນ​ທີ່ກວ້າງ​ໃຫຍ່ກວ່າ ລວມ​ມີ​ທັງ​ທະ​ເລ ແລະ ດິນ​ຕໍ່​ແຜ່ນ. ແຕ່​ສຳ​ລັບ​ ໄທ, ຫວຽດ​ນາມ ແລະ ໄທ ກໍ່​ເອົາ​ໃຈ​ໃສ່​ເປັນພິ​ເສດ​ເຖິງອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ, ​ຄວາມ​ໝັ້ນ​ຄົງ​ແຫຼ່ງ​ນ້ຳ, ການ​ຫາ​ເງິນ​ລ້ຽງ​ຊີບ​ຂອງ​ປະ​ຊາ​ຊົນ ແລະ ການ​ຮັກ​ສາ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງຢ່າງ​ແນ່ນອນ”.

ວິ​ໄສ​ທັດ​ກ່ຽວ​ກັ​ບການຮ່ວມ​ຊະ​ຕາ​ກຳ ອາ​ຊຽນ ໄດ້​ຮັບ​ການ​ປັບ​ປຸງຢ່າງ​ຈະ​ແຈ້ງ​ນັບ​ແຕ່​ປີ 1995, ເມື່ອ ຫວຽດ​ນາມ ​ເຂົ້າເປັນສະມາຊິກ​ອາ​ຊຽນ. ນັບ​ແຕ່​ເວ​ລາ​ນັ້ນ, ສອງ​ປະ​ເທດ​ບໍ່​ພຽງ​ແຕ່​ແມ່ນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຊາຍ​ຄາ​ລວມ​ຢ່າງ​ແທ້​ຈິງ. ພິ​ເສດ, ກົນ​ໄກ​​ປະ​ຊຸມ​ລະ​ຫວ່າງ​ລັດ​ຖະ​ບານຮ່ວມ - ກົນ​ໄກ​ໜຶ່ງ​ດຽວ​ຂອງ​ໄທ ກັບ ຫວຽດ​ນາມ ໄດ້​​ພິສູດ​ໃຫ້​ເຫັນລະ​ດັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ຢ່າງ​ເລິກ​ເຊິ່ງ​ລະ​ຫວ່າງ​ສອງ​ຝ່າຍ. ທ່ານ​ນາງ ອຸຣະວະດີ ສີພີຣົມ (Urawadee Sriphiromya) ເອກ​ອັກ​ຄະ​ລັດ​ຖະ​ທູດ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ​ລາ​ຊະ​ອາ​ນາ​ຈັກ ​ໄທ ປະ​ຈຳ ຫວຽດ​ນາມ ຢັ້ງ​ຢືນ​ວ່າ:

ການ​ພົວ​ພັນ​ສອງ​ຝ່າຍ​ລະ​ຫວ່າງ​ສອງ​ປະ​ເທດ​ພວມ​ຢູ່​ໃນ​ໄລ​ຍະ​ໃກ້​ຊິດ​ສະໜິດສະໜົມທີ່​ສຸດ ແລະ ຢູ່​ໃນລະ​ດັບ​ສູງ​ທີ່​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປັດ​ຈຸ​ບັນ. ປັດ​ຈຸ​ບັນ​ພວກ​ເຮົາ​ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ. ສິ່ງ​ນີ້​ມີຄວາມໝາຍ​ດຽວກັນກັບເລື່ອງພວກ​ເຮົາ​ພ້ອມ​ກັນກໍ່ສ້າງ​​ບົນ​ພື້ນ​ຖານ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ນ້ຳ​ໃຈ​ມິດ​ຕະ​ພາບ ແລະ ກາ​ນ​ຮ່ວມ​ມື​ແບບ​ຍືນ​ຍົງ​ໃນ​ໄລ​ຍະກວ່າ 5 ທົດ​ສະ​ວັດ​ຜ່ານ​ມາ. ການ​ນຳ​ສອງ​ປະ​ເທດ​ໄດ້​ມອບ​ໜ້າ​ທີ່​​ສູ້​ຊົນ​ເພື່ອ​ບັນ​ລຸວົງ​ເງິນ​ການ​ຄ້າ​ສອງ​ຝ່າຍໃຫ້​ໄດ້ 25 ຕື້ USD ໂດຍ​ໄວ. ປັດ​ຈຸ​ບັນ, ພວກ​ເຮົາ​ບັນ​ລຸ​ໄດ້ກວ່າ 22 ຕື້ USD ແລ້ວ. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ​ເມື່ອ​ຮ່ວມ​ແຮງ​ຮ່ວມ​ໃຈ, ພວກ​ເຮົາ​ຈະ​ບັນ​ລຸ​ໄດ້​ຕົວ​ເລກ​ການ​ຄ້າ​ຄື​ດັ່ງໄດ້​ວາງ​ອອກ. ຂ້າ​ພະ​ເຈົ້າ​ກໍ່​ຢາກ​ເວົ້າ​ເຖິງ​ຄວາມ​ວັດ​ທະ​ນາ​ຖາ​ວອນ. ການ​ພົວ​ພັນ​ຂອງພວກ​ເຮົາ​ພວມ​ເດັ່ນຂຶ້ນ​ໃນ​ທຸກ​ຂົງ​ເຂດ, ແລະ​ແຕ່​ລະ​​ຂົງ​ເຂດນັ້ນ ​ກໍ່ໜູນ​ຊ່ວຍ, ປັບປຸງໃຫ້​ກັນ​ແລະ​ກັນ. ນັ້ນ​ແມ່ນ​ເຫດຜົນ​ເປັນ​ຫຍັງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຂອງ​ພວກ​ເຮົາ​ຍາມ​ໃດ​ກໍ່​ຟົດ​ຟື້ນ ແລະ ຮຸ່ງເຮືອງເຫຼືອງເຫຼື້ອມ.

ກ້າວ​ເຂົ້າສູ່​ໄລ​ຍະ​ໃໝ່: ສັງ​ກາດ​​ແຫ່ງ​ການ​ປະ​ດິດ​ຄິດ​ສ້າງ ແລະ ຄວາມ​ຍືນ​ຍົງ. ເປົ້າ​ໝາຍ​ບໍ່​ພຽງ​ແຕ່​ແມ່ນ​ການ​ພົບປະແລ​ກ​ປ່ຽນ​ແບບ​ເກົ່າ​ເທົ່າ​ນັ້ນ ຫາກ​​ແມ່ນ​ການ​ຮ່ວມ​ປະ​ດິດ​ຄິດ​ສ້າງ. ທ່ານ​ນາງ ເຈິ່ນ​ຫ໋າຍ​ເວິນ ຮອງ​ຫົວ​ໜ້າ​ກົມ​ຮ່ວມ​ມື​ສາ​ກົນ, ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ ຫວຽດນາມ ໃຫ້​ຂໍ້​ສັງ​ເກດ​ວ່າ:

“ຮອດ​ເວ​ລາແລ້ວທີ່​ພວກ​ເຮົາ​ຕ້ອງ​ຫັນ​ປ່ຽນ​ຈາກບ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ທີ່​ມີ​​ຢູ່​ແລ້ວ ໄປສູ່ບັນ​ດາ​ການ​ຮ່ວມ​ມື​ທີ່​ແທ້​ຈິງກວ່າ. ຂ້າ​ພະ​ເຈົ້າ​ຖື​ວ່າ ພວກ​ເຮົາ​ຄວນ​ຊຸກ​ຍູ້​ຢ່າງ​ແຮງ​ການ​ຮ່ວມ​ຜະ​ລິດ ບັນ​ດາ​ຜະ​ລິດ​ຕະ​ພັນ​​ປະ​ດິດ​ຄິດສ້າງ. ລະ​ອຽດ​ແມ່ນ ຊຸກ​ຍູ້​ການຮ່ວມ​ຜະ​ລິດ​ໃນ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ ແລະ ຫົວ​ຄິດ​ປະ​ດິດ​ສ້າງ, ພ້ອມ​ກັນ​ນັ້ນ​ແມ່ນ​ບັນ​ດາ​ຜະ​ລິດ​ຕະ​ພັນ​ກິ​ລາ​ລວມ ແລະ ເຊື່ອມ​ຕໍ່​ການ​ທ່ອງ​ທ່ຽວ”.

50 ປີ​ທຳ​ອິດໄດ້​ອັດ​ລົງ​ເພື່ອ​ເປີດໜ້າ​​ໃໝ່, ຫວຽດ​ນາມ ແລະ ໄທ ບໍ່​ພຽງ​ແຕ່​ແມ່ນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ຮ່ວມ​ຜະ​ລິດ​ເຂົ້ານາ​ທາມເທົ່າ​ນັ້ນ. ​ຫາກໃນ​ບົດ​ເພງປະສານສຽງ​ຂອງ ​ອາ​ຊຽນ ​ທີ່​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ສອງ​ປະ​ເທດ​ ໄດ້ ແລະ ພວມ​ສວ​ມ​ບົດ​ບາດ​ແມ່ນ​ບັນ​ດາ​ນັກ​ດົນ​ຕີຫຼັກ​ແຫຼ່ງ, ສືບ​ຕໍ່​ຮ່ວມ​ກັນ​ຂຽນ​​ບົດ​ເພງ​ສະຫຼອງໄຊກ່ຽວ​ກັບ​​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​​ສັນ​ຕິ​ພາບ, ​ສະ​ຖຽນ​ລະ​ພາບ, ວັດ​ທະ​ນາ​ຖາ​ວອນ ແລະ ປະ​ດິດ​ສ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ.