ດ້ວຍ​​ກວ່າ 17.000 ເກາະ, ການ​ທ່ອງ​ທ່ຽວ​ ອິນ​ໂດ​ເນ​ເຊຍ ມີ​ຊື່​ສຽງດ້ວຍ​ບັນ​ດາ​ຫາດ​ຊາຍ​ທີ່​ສວຍ​ງາມ​ຢູ່ Bali, Lombok ຫຼື Labuan Bajo... ​ອາ​ກາດ​ຢູ່ຫຼາຍ​ເຂດ​ຂອງ ອິນ​ໂດ​ເນ​ເຊຍ ໄດ້​ຮັບ​​ຕີ​ລາ​ຄາ​ວ່າແມ່ນ​ຄ້າຍ​ຄື​ກັນ​​ກັບ​ອາ​ກາດ​ຢູ່ເຂດ​ພາກ​ກາງ ແລະ ພາກ​ໃຕ້​ຂອງ ຫວຽດ​ນາມ, ໃນ​ຂະ​ນະ​ທີ່ວັດ​ທະ​ນະ​ທຳ ແລະ ອາ​ຫານ​ການ​ກິນ​ກໍ່​ມີ​ຈຸດ​ທີ່​ຄ້າຍ​ຄື​ກັນ. ເຖິງ​ຢ່​າງ​ໃດ​ກໍ​ຕາມ, ເມື່ອ​ເວົ້າ​ເຖິງ​ການ​ທ່ອງ​ທ່ຽວ ຫວຽດ​ນາມ, ຊາວ​ອິນ​ໂດ​ເນ​ເຊຍ ຫຼາຍ​ຄົນຍັງ​ຮູ້​ສຶກຕື່ນ​ເຕັ້ນທີ່​ສຸດ.

ຜ່ານ​​ການ​ສຳ​ພາດ​ຂອງ​ນັກ​ຂ່າວ​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ (VOV) ປະ​ຈຳ ອິນ​ໂດ​ເນ​ເຊຍ​ກໍ່​ເຫັນ​ວ່າ, ຊາ​ປາ (ແຂວງ ລ່າວ​ກາຍ) ແມ່ນ​ສະ​ຖານ​ທີ່​​ທີ່​ຊາ​ວ​ອິນ​ໂດ​ເນ​ເຊຍ ຫຼາຍ​ຄົນ​ມັກ​ເຕື້​ອງ​ເຖິງ​ເມື່ອ​ເວົ້າ​​ເຖິງ ຫວຽດ​ນາມ, ດ້ວຍລາຍ​ການ​​ທ່ອງ​ທ່ຽວ ​ຮ່າ​ໂນ້ຍ - ຊາ​ຊາ - ຈ່າງ​ອານ - ຮະ​ລອງ. ຊາ​ປາ ​ສ້າງ​ຄວາມ​ດຶງ​ດູດ​ ດ້ວຍ​ອາ​ກາດເຢັນ​ສະ​ບາຍ, ເຊິ່ງແມ່ນ​ສິ່ງ​ທີ່​ຕ່າງ​ຫາກ​ເມື່ອ​ທຽບ​ໃສ່​ຫຼາຍເຂດ​​ຢູ່​ ອິນ​ໂດ​ເນ​ເຊຍ. ຢູ່ບ່ອນນີ້ມີບັນດາຜືນ​​ປ່າທີ່ເຕັມ​ໄປ​ດ້ວຍດອກ​ໄມ້​ເບັ່ງບານ, ພ້ອມ​ກັບໝອກ​ບາງໆ​​ປົກ​ຄຸມ ແລະ ມີ​ປະ​ສົບ​ການດ້ານວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະຫຼາຍ​ຢ່າງ. ສິ່ງ​​ພິ​ເສດ​​ເຊິ່ງແຂກ​ທ່ອງ​ທ່ຽວ​ອິນ​ໂດ​ເນ​ເຊຍ​ລໍ​ຄອຍ​ນັ້ນ ແມ່ນ​ມາ​ ຊາ​ປາ ​​ຍາມ​ລະ​ດູ​ໜາວ​ເພື່ອ​ມີ​ໂອ​ກາດ​ໄດ້​ເຫັນ ແລະ ສຳຜັດກັບຫິ​ມະ​. ເອື້ອຍ ຕານ​ຕີ ຊາວ​ອິນ​ໂດ​ເນ​ເຊຍ ແບ່ງ​ປັນ​ກັບ​ນັກ​ຂ່​າວ VOV ວ່າ:

ຂ້າ​ພະ​ເຈົ້າ​ຍັງ​ບໍ່​ທັນໄດ້​ມາ ຫວຽດ​ນາມ​​ເທື່ອ ແຕ່​ພວມ​ຂຶ້ນ​ແຜ​ນຄົ້ນ​ຄວ້າ. ເມື່ອເບິ່ງ​ທາງ​ສື່​ສັງ​ຄົມ​ອອນ​ໄລ, ຂ້າ​ພະ​ເຈົ້າ​ຢາກ​ໄປ ຊາ​ປາ ເພື່ອ​ໄດ້ສຳຜັັດກັບ​​ອາກາດ​ທີ່​ໜາວ​ເຢັນ, ​ຊົມ​​ເບິ່ງ​ຜືນປ່າ​ດອກ​ໄມ້. ຖ້າ​ໂຊກ​ດີ ຂ້າ​ພະ​ເຈົ້າ​ອາດຈະເຫັນ​ຫິ​ມະ​ຕົກ - ສິ່ງ​ທີ່​ຫາ​ຍາກ​ຖ້າ​ໄປ​ທ່ຽວ​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ອື່ນໆ.

ມີ​ສະ​ຖານ​ທີ່​ແຫ່ງ​ໜຶ່ງ​ທີ່​ລຶ້ງ​ເຄີຍ​ກັບ​ແຂກ​ທ່ອງ​ທ່ຽວ​ ອິນ​ໂດ​ເນ​ເຊ​ຍ ​ນັ້ນ​ແມ່ນ ດ່າ​ນັ້ງ, ດ້ວຍ​ທ່າ​ໄດ້​ປຽບ​ກ່ຽວ​ກັບ​ການ​ທ່ອງ​ທ່ຽວ​ທະ​ເລ, ​ປະ​ສົບ​ການມໍ​ລະ​ດົກ​ດ້ານວັດ​ທະ​ນະ​ທຳ. ​ກໍ່​ຄື​ອາ​ຫານທີ່​ອຸ​ດົມ​ສົມ​ບຸນ​ນັ້ນ. ເຂດ​ພາກ​ກາງ​ຂອງ ຫວຽດ​ນາມ ໄດ້​ມີ​ຍຸດ​ທະ​ສາດຕ້ອນ​ຮັບ​​​ແຂກທ່ອງທ່ຽວ ຊາວອິດ​ສະ​ລາມ ແຕ່ຫົວ​ທີ. ມີຫຼາຍ​ໂຄງ​ການ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ, ໂຄ​ສະ​ນາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ເຂດ​ພາກ​ກາງໃຫ້ ຊາວ​ອິດ​ສະ​ລາມ ໄດ້ຮັບການ​ປະ​ຕິ​ບັດ​ຢູ່ ອິນ​ໂດ​ເນ​ເຊຍ ​ເປັນ​ປະ​ຈຳ, ດ້ວຍ​ບັນ​ດາ tour ​ທ່ອງ​ທ່ຽວ​ທີ່​ສ້າງ​ຄວາມດຶງ​ດູດ​. ພິ​ເສດ​ໃນ​ຊຸມ​ປີ​ມໍ່ໆ​ນີ້, ບັນ​ດາ​ແຂວງ, ນະ​ຄອນ​ເຂດ​ພາກ​ກາງ​ໄດ້​ປະ​ສານ​ສົມ​ທົບ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ, ຊຸມ​ຊົນ​ທ່ອງ​ທ່ຽວ​ເພື່ອ​ແນ​ໃສ່​ສ້າງ​ລະ​ບົບ​ນິ​ເວດ​ການ​ທ່ອງ​ທ່ຽວ​ທີ່​ເປັນ​ມິດ​ກັບ​ຊາວ​ອິດ​ສະ​ລາມ, ເອົາ​ໃຈ​ໃສ່​ເປັນ​ພິ​ເສດເຖິງ​ບັນ​ດາ​ຜະ​ລິດ​ຕະ​ພັນ​ກ່ຽວ​ກັບ​ອາ​​ຫານ​ໃຫ້​ຖືກ​ ຕາມ​ມາດ​ຖານ Halal.

ນອກ​ຈາກນັ້ນ, ມີ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ແຫ່ງ​ໜຶ່ງທີ່​ຫາ​ກໍ​ພົ້ນ​ເດັ່ນ​ຂຶ້ນ​​ສຳ​ລັບແຂກ​ທ່ອງ​ທ່ຽວ ​ອິນ​ໂດ​ເນ​ເຊຍ ​ນັ້ນ​ແມ່ນ ​ຝູກວັກ ດ້ວຍ​ອາ​ກາດ​ເຂດ​ຮ້ອນ, ອາ​ຫານ​​ທີ່​ອຸ​ດົມ​ສົມ​ບູນ ແລະ ລະ​ບົບ​ພັກເຊົ່າ​ຄົບ​ທຸກ​ລະ​ດັບ, ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ທີ່ຫຼາຍ​ຮູບຫຼາຍ​ແບບ​ຂອງ​ແຂກ​ທ່ອງ​ທ່ຽວ​ສາ​ກົນ. ທ່ານ Ramanda Raka Aditya ຜູ້​ອຳ​ນວຍ​ການ Marketing ຂອງ​ບໍ​ລິ​ສັດຕົວ​ແທນ​ທ່ອງ​ທ່ຽວ AviaTour ແບ່ງ​ປັນ​ວ່າ:

ຊາວ​ອິນ​ໂດ​ເນ​ເຊຍ ພວມ​ເວົ້າຫຼາຍ​ກ່ຽວ​ກັບ ​ຝູກວັກ - ສະ​ຖານ​ທີ່​ທີ່​ພວກ​ຂ້າ​ພະ​ເຈົ້າ​ປຽບ​ເໝືອນວ່າ​ແມ່ນ 'Monaco ຂອງ ຫວຽດ​ນາມ”. ສະ​ຖານ​ທີ່​ແຫ່ງ​ນີ້​ມີ​ຊື່​ສຽງ​ທີ່​ສຸດ ຍ້ອນ​ນຳ​ມາ​ເຊິ່ງ​ປະ​ສົບການທີ່​ໂດດ​ເດັ່ນ, ຕ່າງ​ກັນຫຼາຍ​ເມື່ອ​ທຽບ​ໃສ່​ກັບ​ສິ່ງ​ທີ່​ເຂົາ​ເຈົ້າ​ເຄີຍ​ນຶກ​ພາບກ່ຽວ​ກັບ​ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຫຼື ຫວຽດ​ນາມ . ນັ້ນ​ແມ່ນ​ສາຍ​ເຫດ​ເພື່ອ​ໃຫ້ ​ບໍ​ລິ​ສັດ ພວກ​ຂ້າ​ພະ​ເຈົ້າ ແລະ ບັນ​ດາ​ບໍ​ລິ​ສັດ​​ຕົວ​ແທນທ່ອງ​ທ່ຽວ​ຢູ່​ ອິນ​ໂດ​ເນ​ເຊຍ ​ ສ້າງ tour ທ່ອງ​ທ່ຽວ​ໄປ ຝູກວັກ.

ພ້ອມ​ກັບ​ບັນ​ດາ​ຖ້ຽວ​ບິນ​ໂດຍ​ກົງ​​ລະ​ຫວ່າງ​ສອງ​ປະ​ເທດ, ການກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ທີ່ເປັນ​ມິດ​ກັບ​ຊາວ​ອິດ​ສະ​ລາມ, ພ້ອມ​ກັບ​ບັນ​ດາ​ລາຍ​ການ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ... ໄດ້​ຊ່ວຍໃຫ້​​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຂອງ ຫວຽດ​ນາມ ນັບ​ມື້​ນັບ​ໃກ້​ຊິດກວ່າ​ກັບ​ແຂກ​ທ່ອງ​ທ່ຽວ​ຊາວ​ອິດ​ສະ​ລາມ ​​ ອິນ​ໂດ​ເນ​ເຊຍ.

ນອກ​ຈາກ​ນັ້ນ, ໃນ​ສະ​ພາບ​​ລະ​ບົບ​ນິ​ເວດ​ສື່​ສັງ​ຄົມ​ອອນ​ໄລ​ຂອງ ອິນ​ໂດ​ເນ​ເຊຍ ​​ພິ​ເສດສະ​ເພາະ​ທີ​ສຸດ ​ຍ້ອນ​ລະ​ດັບ​ການ​ເຊື່ອມ​ຕໍ່​ເຄືອ​ຂ່າຍ​ມື​ຖື​ສູງ ແລະ ຈຳ​ນວນ​ຜູ້​ນຳ​ໃຊ້​ອິນ​ເຕີ​ເນັດ ເພີ່ມ​ຂຶ້ນ​ໃນ​ແຕ່​ລະ​ປີນັ້ນ, ​ການ​ນຳ​ໃຊ້​ຜູ້​ທີ່​ມີອິ​ດ​ທິ​ພົນ​ຊື່​ສຽງ (KOL, vlogger...) ຢູ່ ​ອິນ​ໂດ​ເນ​ເຊຍ ໄດ້ສວມ​ບົດ​ບາດຫຼັກ​​ໃນ​ການ​ກຳ​ນົດ​​ຄວາມ​ຮັບ​ຮູ້​ຂອງ​ຜູ້​ບໍ​ລິ​ໂພກ. ບັນ​ດາແຟຣດຟອມ​ທົ່ວ​ໄປ​ຄື Instagram, TikTok ແລະ YouTube ກໍ່ດຶງ​ດູດ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ປະ​ຊາ​ຊົນຫຼາຍ​ທີ​ສຸດ. ​ຄວາມ​ຈິງ​ແລ້ວ, ເມື່ອ​ຖືກຖາມ, ຊາວ​ອິນ​ໂດນ​ເຊຍ ຫຼາຍ​ຄົນໄດ້ຮູ້​ຈັກ​ເຖິງ ຫວຽດ​ນາມ ຜ່ານ​ພາບ​​ຂອງ KOLs ທ້ອງ​ຖິ່ນ...ດັ່ງ​ນັ້ນ, ສື່​ສັງ​ຄົມ​ອອນ​ໄລ ແລະ ຜູ້​ມີ​ຊື່​ສຽງ​ ແມ່ນ​ຊ່ອງ​ທາງ​ທີ່​ມີ​ປະ​ສິດ​ທິ​ຜົນ​ຊ່ວຍ​ແຜ່​ກະ​ຈາຍ​ພາບ​ພົດ​ຂອງ​ປະ​ເທດ​ຊາດ, ຊາວ​ຫວຽດ​ນາມ ເຖິງ​ປະ​ຊາ​ຊົນ ​ອິນ​ໂດ​ເນ​ເຊຍ.