ເພື່ອ​ນຳ​ເຍື່ອງ​ອາ​ຫານ​ຫວຽດ​ ອອກ​ສູ່​ຕະຫຼາດ​ສາ​ກົນ, ສິ່ງ​ທີ່ ກວິ່ງ ບຸ​ລິ​ມະ​ສິດ​ທີ່​ສຸດ​ນັ້ນ​ແມ່ນ​ຮັກ​ສາ​ສີ​ສັນ. ຢູ່​ທີ່​ນີ້, ສີ​ສັນ​ແມ່ນ​ລົດ​ຊາດ​ຂອງ​ອາ​ຫານ. ມັນ​ຕ້ອງ​ຄ້າຍ​ຄືກັບ​ກັບ​ລົດ​ຊາດ​ພື້ນ​ເມືອງ ຫຼື ລົດ​ຊາດ​ແທ້ຂອງ ຫວຽດ​ນາມ ​.

ນັ້ນ​ແມ່ນ​ສິ່ງ​ທຳ​ອິດທີ່​ເອື້ອຍ ​ຮ່າ​ເລິມ​ຕູ​ກວິ່ງ ຄິດ​ເຖິງ ເມື່ອ​ນຳ​ເຂົ້າ​ຈີ່​ໄປ​ຍັງ​ຕະຫຼາດ​ໃໝ່, ບໍ່​ແມ່ນວ່າ​ຈະ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​​ຂາຍໃຫ້​ໄດ້ຫຼາຍກວ່າ, ຫາກ​​ຕ້ອງເຮັດ​ແນວ​ໃດເພື່ອຮັກ​ສາ​​ລົດ​ຊາດ​ເດີມ​ໄວ້​ໄດ້. ແຕ່​ການຮັກ​ສາ​ລົດ​ຊາດ​ບໍ່​ໝາຍ​ຄວາມ​ວ່າ​ຮັກ​ສາ​ທຸກ​ສິ່ງ​ທຸກ​ຢ່າງ. ສຳ​ລັບ​ຜູ້​ທີ່​ໄດ້​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່ ​ສິງ​ກະ​ໂປ ​ມາ​ເປັນ​ເວ​ລາກວ່າ 10 ປີ​ຄື​ເອື້ອຍ​ ຕູກວິ່ງ, Banh Mi Society ຕ້ອງ​ມີ​ໄຫວ​ພິບ​ກ່ຽວ​ກັບ​ສະ​ຖານ​ທີ່, ບໍ່​ຈຳ​ເປັນ​ຕ້ອງ​ຂາຍ​ຢູ່​ແຄມ​ທາງ​ ຈຶ່ງ​ຖືກ​ກັບ​ສີ​ສັນ​ຂອງ ຫວຽດ​ນາມ. ໄປ​ຄຽງ​ຄູ່​ກັນ​ນັ້ນ​ແມ່ນ​ສາມ​ຫຼັກ​ການ​ທີ່​ເອື້ອຍ​ຍາມ​ໃດ​ກໍ່ຖື​ເປັນ​ຄະ​ຕິ​ເຕືອນ​ໃຈ​ນັ້ນ​ແມ່ນ: ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂອງ​ອາ​ຫານໃຫ້​ຖືກ​ຕ້ອງ​ກັບ​ກົດ​ໝາຍ​ຂອງ​ປະ​ເທດ​ປະ​ຈຳ​ຖິ່ນ, ການ​ລະບຸ​ຕົວ​ຕົນ​ດ້ວຍເຄື່ອງ​ໝາຍ​ການ​ຄ້າ​ເປັນ​ເອ​ກະ​ພາບ, ແລະ ຄຸນ​ນະ​ພາບ, ລົດ​ຊາດທີ່ບໍ່ປ່ຽນແປງ. ເອື້ອຍ​ແບ່ງ​ປັນ​ວ່າ:

ພວກ​ເຮົາ​ເຫັນ​ວ່າ ຮ້ານຂາຍ​ອາ​ຫານ​ ຫວຽດ​ນາມ ຈະ​ກວ້າງກວ່າ​​ຮ້ານ​ຂາຍ​ເຄື່ອງ, ຫາ​ກິນ​ໄປແຕ່​ລະ​ວັນ. ຄວາມ​ຈິງ​ນັ້ນ​ແມ່ນ​ວັດ​ທະ​ນະ​ທຳຂອງ ຫວຽດ​ນາມ ທີ່​ໄດ້​ສະ​ແດງ​ໃຫ້​ເຫັນ​ຢູ່​ປະ​ເທດ​ອື່ນ. ເຂົາ​ເຈົ້າ​ມາ​ຮ້ານ​ອາ​ຫານ ຫວຽດນາມ ບໍ່​ພຽງ​ແຕ່ເພື່ອ​ກິນ​​ເທົ່າ​ນັ້ນ, ຫາກ​ເພື່ອ​ຢາກ​ຊອກ​ຮູ້​ກ່ຽວ​ກັບວັດ​ນະ​ທະ​ທຳ​ຂອງ​ປະ​ເທດ​ອື່ນ ຫຼື​ເພື່ອ​ຕອບ​ສະ​ໜອງຄວາມ​​ຕ້ອງ​ການ​ໄດ້​ຮັບ​ປະ​ທານ​ອາ​ຫານ​ທີ່​ມີ​ລົດ​ຊາດແຫ່ງ​ບ້ານ​ເກີດ​ເມືອງນອນ​ຂອງ​ຊາວຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ.

ນັບ​ແຕ່​ເວ​ລາ​ຍັງ​ຝັກ​ໄຝ່ເຖິງ​​ການເປີດ​ຮ້ານ​ Banh Mi Society, ເອື້ອຍ​ ຕູກວິ່ງ ຍາມ​ໃດ​ກໍ່​ເຊື່ອ​ໝັ້ນ​ວ່າ ເມື່ອ​ແຂກ​ສາ​ກົນ​ເຂົ້າມາ​ຮ້ານນີ້​ແລ້ວ, ສິ່ງ​ທີ່​ເກີດ​ຂຶ້ນ​ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ຢາກ​ຮູ້​ຢາກ​ເຫັນ​ເທົ່າ​ນັ້ນ ຫາກ​ບາງ​ເທື່ອ​ຈະ​ແມ່ນ​ຄວາມ​ຮັກ​​ຕໍ່​ພື້ນ​ຖານ​ວັດ​ທະ​ນະ​ທຳ​ທີ່​ແປ​ກ​ໃໝ່. ນັ້ນ​ກໍ່​ແມ່ນ​ວິ​ທີ​​ເຊິ່ງ​ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ ຄື​ເອື້ອຍ, ເລີ່ມ​ຕົ້ນ​​ການ​ແຜ່​ຂະ​ຫຍາຍ​ພະ​ລັງ​ອ່ອນ​ໂຍນແລະ ເຄື່ອງ​ໝາຍ​ການ​ຄ້າ​ຂອງຊາດ. ພິ​ເສດ, ດ້ວຍ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ກວ່າ 6,5 ລ້ານ​ຄົນທີ່ພວມ​ດຳ​ລົງ​ຊີ​ວິດ​ຢູ່ກວ່າ 130 ປະ​ເທດ ແລະ ເຂດ​ແຄ້ວນ, ບັນ​ດາ​ເລື່ອງ​ລາວ​ຄ້າຍ​ຄື​ກັນ​ກັບ​ເອື້ອຍ ​ຕູກວິ່ງ ແລະ Banh Mi Society, ​ອາດສາ​ມາດ​​ຈະກາຍ​ເປັນ​ແຫຼ່ງ​ກຳ​ລັງ​ຍຸດ​ທ​ະ​ສາດ​ທີ່ສຳ​ຄັນ​ຂອງ​ປະ​ເທດ​ຊາດ, ເປັນ​ຂົວ​ເຊື່ອມ​ຕໍ່ ຫວຽດ​ນາມ​ກັບ​ໂລກ, ຖື​ກ​ກັບ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ມະ​ຕິ​ເລກ​ທີ 23 ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ວຽກ​ງານ​ຊາວ​ຫວຽດ​ນາມ​ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ທີ່ປະ​ກາດ​ໃຊ້​ຫວ່າງ​ແລ້ວ​ນີ້. ແບ່​ງ​ປັນ​ກ່ຽວ​ກັບ​ລະ​ດັບ​ຄວາມສຳ​ຄັນ​​ຂອງ​ແຫຼ່ງ​ກຳ​ລັງ​ຈາກ​ຊາວ​ຫວຽດ​ນາມ ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ເອື້ອຍ ​ຕູກວິ່ງ ໃຫ້​ຮູ້​ວ່າ:

ພວກ​ເຮົາ​ບໍ່​ຖື​ຊາວ​ຫວຽດ​ນາມ​ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ພຽງ​ແຕ່​ແມ່ນ​ຊາວ​ຫວຽດ​ນາມ​ ທີ່ມີຍາດ​ຕິ​ພີ່​ນ້ອງ ຫຼື​ເປັນຜູ້​ທີ່​ສົ່ງ​ເງິນ​ຕ່າງ​ປະ​ເທດກັບເມືອບ້ານ ຫຼື​ແຫຼ່ງ​ກຳ​ລັງ​ກ່ຽວ​ກັບ​ເງິນ​ທອງ​ເທົ່າ​ນັ້ນ. ​ຫາກນັ້ນ​ແມ່ນ​ຄວາມ​ຮູ້, ບົດ​ຮຽນ​ປະ​ສົບ​ການ, ຄວາມ​ເຂົ້າ​ໃຈ ແລະ ​ແ​ແມ່ນ​ການ​ເຊື່ອມ​ຕໍ່​​ສາຍ​ພົວ​ພັນ, ແມ່ນ​ network ເຊິ່ງ​ພວກ​ເຮົາ​ອາດ​ສາ​ມາດ​ໝູນໃຊ້​ໄດ້. ຕົວ​ຢ່າງ​ຄື: ​ບັນ​ດາຊາວ​ຫວຽດ​ນາມ​ ອາ​ໄສ​ຢູ່​ ອາ​ເມ​ລິ​ກາ ຈະ​ເຂົ້າ​ໃຈ​ແຈ້ງ​ຕະຫຼາດ​ຢູ່ ອາ​ເມ​ລິ​ກາ ຕ້ອງ​ການ​ຫຍັງແດ່, ບັນ​ດາ​ຜະ​ລິດ​ຕະ​ພັນ​ໃດ​​ສາ​ມາດ​ນຳ​ເຂົ້າ​ຮ້ານ​ສັບ​ພະ​ສິນ​ຄ້າ​ໃຫຍ່​ຢູ່ ອາ​ເມ​ລິກາ. ແລະ​ໄປ​ຄຽງ​ຄູ່​ກັບ​ບັນ​ດາ​ຄວາມ​ຮູ້​ນັ້ນ​ແມ່ນ​ການ​ພົວ​ພັນ​ທຳ​ມາ​ຫາ​ກິນ ເຊິ່ງ​ເຂົາ​ເຈົ້າ​ເອງເປັນ​ຜູ້​ກໍ່​ຕັ້ງ​​ໃຫ້​ແກ່​ຮາກ​ຖານ, ວິ​ສາ​ຫະ​ກິດ​ຂອງ​ເຂົາ​ເຈົ້າ. ດ້ວຍ​ແຫຼ່ງກຳ​ລັງ​ນີ້​ເຊື່ອມ​ຕໍ່​ກັບ​ແຫຼ່ງ​ກຳ​ລັງ​ພາຍ​ໃນ​ປະ​ເທດ, ພວກ​ຂ້າ​ພະ​ເຈົ້າ​ຄິດ​ວ່າ ຈະ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ​ເພື່ອ​ໜູນ​ຊ່ວຍ​ໃຫ້​ເສດ​ຖະ​ກິດ, ກໍ່​ຄື​ປະ​ຊາ​ຄົມ​ນັກ​ທຸ​ລະ​ກິດ​ຢູ່ ຫວຽດ​ນາມ.

ການແບ່ງ​ປັນ​ຂອງ​ເອື້ອຍ ກວິ່ງ ກໍ່​ແມ່ນ​ວິ​ທີ​ການ​ເຂົ້າ​ເຖິງ​ໃໝ່​ເຊິ່ງ ແຜນ​ນະ​ໂຍ​ບາຍ​ຂອງ​ພັກ ແລະ ລັດ​ ຫວຽດ​ນາມ ພວມ​ມຸ່ງ​ໄປ​ເຖິງ: ບໍ່​ພຽງ​ແຕ່​ຢຸດ​ຢູ່ການ​ຂົນ​ຂວາຍ, ເບິ່ງ​ແຍງ​ດູ​ແລ​ໃຫ້​ແກ່​ຊາວ​ຫວຽດ​ນາມ ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ ​ຄື​ເມື່ອ​ກ່ອນເທົ່າ​ນັ້ນ, ຫາກ​​ຫັນໄປ​ຍັງ​ການ​ຮ່ວມ​ເດີນ​ທາງ, ສ້າງ​ກົນ​ໄກ​ເພື່ອ​ໃຫ້​ບັນ​ດາ​ແຫຼ່ງ​ກຳ​ລັງ, ຄວາມ​ຮູ້ຄວາມເຂົ້າໃຈ​ກ່ຽວ​ກັບຕະ​ຫຼາດ​ຂອງ​ປ​ະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຈະໄດ້​​ຮັບ​ການລະ​ດົມ​ຢ່າງ​ມີ​ແບບ​ມີ​ແຜນກວ່າ.

ຈາກ​ຮ້ານ​ອາ​ຫານ​ນ້ອຍໆ​ຢູ່ ​ສິງ​ກະ​ໂປ, ເລື່ອງ​ລາວ​ຂອງ​ເອື້ອຍ ​ຮ່າ​ເລິມ​ຕູກວິ່ງ ແລະ Banh Mi Society ແມ່ນ​ພະ​ຍານຫຼັກ​ຖານ​ທີ່​ມີ​ຊີ​ວິດ​ຊີ​ວາທີ່ວ່າ ພະ​ລັງ​ອ່ອນ​ໂຍນຂອງວັດ​ທະ​ນະ​ທຳ ຫວຽດ​ນາມ ບໍ່​ພຽງ​ແຕ່​ມາ​ຈາກ​ຍຸດ​ທະ​ສາ​ດ​ລະ​ດັບ​ຊາດເທົ່າ​ນັ້ນ ຫາກ​ຍັງ​ໄດ້ຮັບ​ການ​ເພີ່ມ​​ພູນ​ໃນ​ແຕ່​ລະ​ວັນ, ຈາກຊາວ​ຫວຽດ​ນາມ​ ​ທີ່ພວມ​ດຳ​ລົງ​ຊີ​ວິດ​ຢູ່ໄກ​ຈາກ​ບ້ານ​ເກີດ, ດ້ວຍ​ພູມ​ປັນ​ຍາ, ບົດ​ຮຽນ​ປະ​ສົບ​ການ ແລະ ​ຄວາມ​ຮັກ​ຕໍ່​ບ້ານ​ເກີດ​ເມືອງນອນ, ​ເຂົາ​ເຈົ້າໄດ້ນຳເຂົ້າ​ຈີ່ກ້ອນ​ໜຶ່ງ​​ແລະ ​ພ້ອມກັບນັ້ນແມ່ນ​ທັງ​ພື້ນ​ຖານ​ວັດ​ທະ​ນະ​ທຳ ຫວຽດ​ນາມ, ​ຫຍັບ​​ເຂົ້າໃກ້​ກວ່າກັບເພື່ອນ​ມິດ​ສາ​ກົນ.