ການ​ພົວ​ພັນ ຫວຽດ​ນາມ - ໄທ ​ພວມ​​ພັດ​ທະ​ນາ​ດີ​ງາມ​ທີ່​ສຸດ​ໃນ​ທຸກ​ຂົງ​ເຂດ, ພິ​ເສດ​ພາຍຫຼັງ​ສອ​ງ​ປະ​ເທດ​ໄດ້​ຍົກ​ລະ​ດັບ​​ການ​ພົວ​ພັນຂຶ້ນ​ເປັນ​​​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ. ໄປ​ຄຽງ​ຄູ່​ກັບ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ການ​ທູດ​ຂັ້ນລັດ, ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ​ກໍ່ພົ້ນ​ເດັ່ນ​ຂຶ້ນ​ຄື​ດັ່ງເສົາ​ຄ້ຳ​ອັນ​ໝັ້ນ​ແກ່ນ, ສ້າງ​ພື້ນ​ຖານ​​ທີ່ໄວ້​ເນື້ອ​ເຊື່ອ​ໃຈ ແລະ ໝັ້ນ​ຄົງ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ. ໃນ​ນັ້ນ, ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ມາ​ຄົມ​ມິດ​ຕະ​ພາບ ​ຫວຽດ​ນາມ - ໄທ ແລະ ສະ​ມາ​ຄົມ​ມິ​ດ​ຕະ​ພາບ ໄທ - ຫວຽດ​ນາມ ແມ່ນ “​ແກ່ນ​ສານ” ຊຸກ​ຍູ້​ຄວາມ​ສະ​ໜິດ​ຕິດ​ພັນອັນ​ເລິກ​ເຊິ່ງ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ.

ໃນຫຼາຍ​ປີ​ຜ່ານ​ມາ, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ໄທ ແລະ ສະ​ມາ​ຄົມ​ມິດ​ຕະ​ພາບ ໄທ - ຫວຽດ​ນາມ ​ສ້າງໄດ້​ກົນ​ໄກ​ປະ​ສານ​ສົມ​ທົບ​ພິ​ເສດ​​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ບໍ່​ພຽງ​ແຕ່​ມີບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ລັກ​ສະ​ນະ​ພິ​ທີ​ການ​ເທົ່າ​ນັ້ນ, ສອງ​ສະ​ມາ​ຄົມ​​ຍັງໄດ້​ຮັກ​ສາ​ກົນ​ໄກ​ກອງ​ປະ​ຊຸມ​ຮ່ວມ​ປະ​ຈຳ​ປີ - ເຊິ່ງ​ແມ່ນ​ເວ​ທີ​ປາ​ໄສທີ່​ມີ​ເນື້ອ​ແທ້​​ເພື່ອ​ໃຫ້​ສອງ​ຝ່າຍ​ພ້ອມ​ກັນ​ສະຫຼຸບ, ຊຸກ​ຍູ້​ການ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ ແລະ ກະ​ກຽມ​ໃຫ້​​ບັນ​ດາ​ເຫດ​ການ​ສະເຫຼີມສະ​ຫຼອງ​ໃຫຍ່, ພິ​ເສດ​ມຸ່ງ​ໄປ​ເຖິງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ. ຍ້ອນ​ເຫດ​ນັ້ນ ​ກົນ​ໄກ​ປະ​ສານ​ສົມ​ທົບ​ນີ້​ໄດ້​ຊ່ວຍແຜ່​ກະ​ຈາຍ​ບັນ​ດາ​ຂໍ້​ລິ​ເລີ່ມ​ມິດ​ຕະ​ພາບ​ ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ​ເຖິງ​ປະ​ຊາ​ຊົນ​ທຸກ​ຊັ້ນ​ຄົນ. ຕີ​ລາ​ຄາ​ກ່ຽວ​ກັບ​ການ​ປະ​ກອບ​ສ່ວນ​ຂອງ​ສອງ​ສະ​ມາຄົມ, ທ່ານ​ ຫງວຽນ​ວັນ​ແທັ່ງ ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ -ໄທ ຢັ້ງ​ຢືນ​ວ່າ:

“ໃນ​ການ​ທູດແຫ່ງ​ລັດ ແລະ ການ​ທູດ​ປະ​ຊາ​ຊົນ, ພວກມ​ເຮົາ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ວ່າ​ ສອງ​ສະ​ມາ​ຄົມ​ໄດ້​ມີ​ການ​ປະ​ກອບ​ສ່ວນ​​ຕັ້ງ​ໜ້າ​ທີ່​ສຸດ​ເພື່ອ​ຍົກ​ລະ​ດັບ​ການ​ພົວ​ພັນ​ສອງ​ປະ​ເທດ​ຂອງ​ພວກ​ເຮົາ. ການ​ຍົກ​ລະ​ດັບ​ການ​ພົວ​ພັນ​ສອ​ງ​ຝ່າຍ​ລະ​ຫວ່າງ​ສອງ​ປະ​ເທດໄດ້​ຢັ້ງ​ຢືນ​ລະ​ດັບ​ການ​ພົວ​ພັນ​​ອັນ​ເລິກ​ເຊິ່ງກວາງ​ຂວາງໃນ​ທຸກ​ຂົງ​ເຂດ​ ການ​ເມືອງ, ເສດ​ຖະ​ກິດ, ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ພິ​ເສດ​ແມ່ນການ​ທູດ​ປະ​ຊາ​ຊົນ”.

ຈຸດ​ພົ້ນ​ເດັນ​​ເປັນ​ໜ້າ​ສົນ​ໃຈ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ສອງ​ສະ​ມາ​ຄົມ ​ນັ້ນ​ແມ່ນ​ການ​ຍູ້ແຮງ​ການ​ທູດ​ເສດ​ຖະ​ກິດ. ໂດຍ​​ຮັບ​ຮູ້​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່ຫຼວງ​ຈາກ​ຕະຫຼາດ​ຂອງ​ກັນ, ສອງ​ສະ​ມາ​ຄົມ​ໄດ້​ປະ​ສານ​ສົມ​ທົບ​ກັນ​ຈັດ​ຕັ້ງຫຼາຍລາຍ​ການ​ເຊື່ອມ​ຕໍ່​ວິ​ສາ​ຫະ​ກິດ, ພິ​ເສດ​ແມ່ນ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ. ຜ່ານ​ບັນ​ດາ​ເວ​ທີ​ປາ​ໄສ​ສົ່ງ​ເສີມ​ການ​ຄ້າ ແລະ ການ​ສຳ​ຫຼວດ​ຕະຫຼາດ​ໂດຍ​ສອງ​ສະ​ມາ​ຄົມ​ຈັດ​ຂຶ້ນ, ມີຫຼາຍ​ວິ​ສາ​ຫະ​ກິດ​ ໄທ​ໄດ້​ຊອກ​ຫາ​ກາ​ລະ​ໂອ​ກາ​ດ​ລົງ​ທຶນ​ຢູ່ ຫວຽດ​ນາມ ແລະ ກົງ​ກັນ​ຂ້າມ. ທ່ານ ສຸ​ວັດ​ໄຊ ຊົງວານິດ ເລ​ຂາ​ທິ​ການ​ໃຫຍ່ ສະ​ມາ​ຄົມ​ມິດ​ຕະ​ພາບ ໄທ - ຫວຽດ​ນາມ ໃຫ້​ຮູ້​ວ່າ:

ເພື່ອ​ໃຫ້​ນ້ຳ​ໃຈ​ມິດ​ຕະ​ພາບ​ນັບ​ມື້​ນັບ​ໝັ້ນ​ຄົງ​ນັ້ນ, ສອງ​ສະ​ມາ​ຄົມ​ຍາມ​ໃດ​ກໍ່​ຖື​ໄວ​ໜຸ່ມ​ເປັນ​ໃຈ​ກາງ. ນີ້​ແມ່ນ​ລຸ້ນ​ຄົນສືບ​ທອດ​ທີ່ຈະ​​ສ້າງ​ເປັນ​ໜ້າ​ປະ​ຫວັດ​ສາດ​ອັນ​ດີ​ງາມຕໍ່​ໄປ​ໃຫ້​ແກ່​​ການ​ພົວ​ພັນລະ​ຫວ່າງ​ສອງ​ປະ​ເທດ​ໃນ​ອະ​ນາ​ຄົດ. ບັນ​ດາ​​ລາຍ​ການ​ພົບ​ປະ​ແລກ​ປ່ຽນ​ຊາວ​ໜຸ່ມ, ແລກ​ປ່ຽນ​ນັກ​ສຶກ​ສາ ແລະ ບັນ​ດາ​ການ​​ແຂ່ງ​ຂັນຊອກ​ຮູ້​ວັດ​ທະ​ນະ​ທຳ, ພາ​ສາ​ສອງ​ປະ​ເທດ​ໄດ້​ຮັບ​ການ​ຈັດ​ຂຶ້ນ​ເປັນ​ປະ​ຈຳ.

ປີ 2026, ມຸ່ງ​ໄປ​ເຖິງ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງ​ການ​ພົວ​ພັນ​ທາ​ງ​ການ​ທູດ​ລະ​ຫວ່າງ​ສອງ​ປະ​ເທດ. ສອງ​ສະ​ມາ​ຄົມ​ສືບ​ຕໍ່​ປະ​ສານ​ສົມ​ທົບກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​​ການ​ຜັນ​ຂະ​ຫຍາຍ​ບັນ​ດາກິດ​ຈະ​ກຳ​​ສະ​ເຫຼີມ​ສະຫຼອງ, ຈຸດ​ສຸມ​ແມ່ນ​ການ​ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ໄທ, ເຊິ່ງຄາດ​ວ່າ​ຈະ​ຈັດ​ຂຶ້ນ​ຢູ່​ແຂວງ ເງະ​ອານ​ ໃນ​ເດືອນ​ມິ​ຖຸ​ນາ 2026. ແບ່ງ​ປັນ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ໃນ​ປີ​ນີ້, ທ່ານ ສຸ​ວັດ​ໄຊ ຊົງວານິດ ເລ​ຂາ​ທິ​ການ​ໃຫຍ່ ສະ​ມາ​ຄົມ​ມິດ​ຕະ​ພາບ ໄທ - ຫວຽດ​ນາມ ໃຫ້​ຮູ້​ວ່າ:

ດ້ວຍ​ຈຸດ​ສຸມ​ແມ່ນ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ແລະ ຜັນ​ຂະ​ຫຍາຍ​ໂຄງ​ການ​ກະ​ທຳ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານຢ່າງ​ມີ​ປະ​ສິດ​ທິ​ຜົນ, ສ​ະ​ມາ​ຄົມ​ມິດ​ຕ​ະ​ພາບ​ສອງ​ປະ​ເທດ​ສືບ​ຕໍ່​ຢັ້ງ​ຢືນ​ບົດ​ບາດ​ແມ່ນ​ຂົວ​ເຊື່ອມ​ຕໍ່​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ, ປະ​ກອບ​ສ່ວນ​ເຮັດ​ໃຫ້​ນ້ຳ​ໃຈ​ມິດ​ຕະ​ພາບ​ເລິກ​ເຊິ່ງກວ່າ​ອີກ, ເພີ່ມທະ​ວີ​ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ ແລະ ສ້າງ​ພື້ນ​ຖານ​ອັນ​ໝັ້​ນ​ແກ່ນ​​ເພື່ອໃຫ້​ການ​ພົວ​ພັນ ຫວຽດ​ນາມ - ໄທ ​ພັດ​ທະ​ນາຢ່າງໝັ້ນທ່ຽງ, ຍືນ​ຍົງໃນ​ໄລ​ຍະ​ໃໝ່.