ຖ້າ search ຕາມຄຳສັບ “ຮຽນພາສາໄທ”, ເພື່ອນສາມາດຊອກເຫັນ chanel tiktok Intat Vu ຂອງຄູສອນ ຫງວຽນລອງຫວູ, ອະດີດນັກສຶກສາ ມະຫາວິທະໄລພາສາຕ່າງປະເທດ, ຄູສອນໂຮງຮຽນມັດທະຍົມຕອນຕົ້ນ ນາມຕື່ລຽມ ຮ່າໂນ້ຍ ໄດ້ຢ່າງງ່າຍດາຍ. ບໍ່ພຽງແຕ່ສອນພາສາເທົ່ານັ້ນ, ຫ້ອງຮຽນອອນໄລໃນ tiktok ຂອງຄູ ຫວູ ເລີ່ມແຕ່ເວລາ 19 ໂມງ 30 ນາທີ ຂອງທຸກໆມື້ນັ້ນ ຍັງແມ່ນບ່ອນແບ່ງປັນບັນດາເລື່ອງລາວກ່ຽວກັບວັດທະນະທຳ, ຮີດຄອງປະເພນີ ແລະ ການດຳລົງຊີວິດຢູ່ໄທ ອີກດ້ວຍ, ດ້ວຍຄວາມຫວັງຢາກນຳວັດທະນະທຳໄທ ຫຍັບເຂົ້າໃກ້ກັບຊາວຫວຽດນາມ ກວ່າອີກ. ປັດຈຸບັນ chanel tiktok Intat Vu ມີຜູ້ຕິດຕາມກວ່າ 4.000 ຄົນ.
ຂ້າພະເຈົ້າເລືອກ Tiktok ຍ້ອນວ່າ ນີ້ແມ່ນໂປຼແກຼມທີ່ຄົນເລີ່ມຮຽນສາມາດເຂົ້າເຖິງໄດ້ງ່າຍ. ຕົວໜັງສືໄທຂຽນຍາກພໍສົມຄວນ, ຖ້າເລີ່ມຕົ້ນຈາກປຶ້ມຕຳລາຮຽນ ຫຼາຍຄົນຈະຮູ້ສຶກທໍ້ຖອຍໃຈ. ເພາະສະນັ້ນ, Tiktok ຄ້າຍຄືກັນກັບ”ຈຸດເລີ່ມຕົ້ນ” ທີ່ມ່ວນໆ ແລະ ບໍ່ມີຄວາມກົດດັນ, ຊ່ວຍໃຫ້ທຸກຄົນໄດ້ທຳຄວາມລຶ້ງເຄີຍກັບພາສາໃນໂທລະສັບກ່ອນ, ໂດຍບໍ່ຕ້ອງກັງວົນກ່ຽວກັບເວລາ ຫຼື ຄ່າຮຽນຄືໃນຫ້ອງຮຽນແບບທົ່ວໄປ.
ບໍ່ພຽງແຕ່ຢຸດຢູ່ໃນຫ້ອງຮຽນທາງໄກ, ບັນດາເນື້ອໃນເຊິ່ງ ຄູ ຫວູ ແລະ ບັນດາຜູ້ຜະລິດເນື້ອໃນທີ່ຄ້າຍຄືກັນ ໄດ້ປະກອບສ່ວນສ້າງເປັນ “ຂົວເຊື່ອມຕໍ່ດີຈີຕອນ” ລະຫວ່າງຊາວຫວຽດນາມ ແລະ ຊາວໄທ. ຜ່ານບັນດາວີດີໂອຄຼິບສັ້ນກ່ຽວກັບພາສາ, ວິທີການທັກທາຍ, ອາຫານການກິນ ຫຼື ຊີວິດປະຈຳວັນ, ຜູ້ຊົມບໍ່ພຽງແຕ່ໄດ້ຮຽນຄວາມຮູ້ຕື່ມເທົ່ານັ້ນ ຫາກຍັງຮູ້ສຶກໄດ້ຄວາມໃກ້ຊິດກ່ຽວກັບວັດທະນະທຳລະຫວ່າງສອງປະເທດອີກດ້ວຍ. ບັນດາສິ່ງເຫຼົ່ານັ້ນໄດ້ປະກອບສ່ວນຍູ້ແຮງການພົບປະແລກປ່ຽນ, ໂຄສະນາພາບພົດຂອງປະເທດຊາດ ແລະ ຊາວໄທ ເຖິງຊາວ ຫວຽດນາມ, ພ້ອມທັງເປີດການຕິດຕໍ່ສອງສົ້ນເມື່ອຊາວໄທ. ສາມາດເຂົ້າເຖິງ ແລະ ຕິດຕໍ່ໂດຍກົງໄດ້.
ນ້ອງເຫັນວ່າ ເລື່ອງມີບັນດາຊ່ອງສິດສອນ ແລະ ແນະນຳກ່ຽວກັບພາສາ, ວັດທະນະທຳໄທ ໃນສື່ສັງຄົມອອນໄລແມ່ນມີປະໂຫຍດທີ່ສຸດ. ຍ້ອນເຫດນັ້ນ, ເພື່ອນໆຫວຽດນາມ ສາມາດຮຽນພາສາໄທ ແລະ ຊອກຮູ້ກ່ຽວກັບວັດທະນະທຳໄທ ໄດ້ງ່າຍ, ພິເສດແມ່ນຜ່ານບັນດາວີດີໂອຄຼິບສັ້ນໃນ Tiktok. ເມື່ອເນື້ອໃນໄດ້ສ້າງຂຶ້ນຢ່າງມີຊີວິດຊີວາ, ດຶງດູດໃຈ, ຜູ້ຊົມກໍ່ສາມາດຈື່ຈຳໄດ້ງ່າຍ ແລະ ມີຄວາມຫ້າວຫັນໃນການຮຽນກວ່າ. ຊ່ອງ Tiktok ຂອງຄູ ຫວູ ແມ່ນຕົວຢ່າງພົ້ນເດັ່ນ, ທັງມີລັກສະນະບັນເທິງທັງສະໜອງຄວາມຮູ້ທີ່ມີປະໂຫຍດກ່ຽວກັບໄທ, ດ້ວຍເນື້ອໃນອຸດົມສົມບູນ ແລະ ມີຫຼາຍຮູບຫຼາຍແບບ.
ຜ່ານສື່ສັງຄົມອອນໄລ, ຊາວຫວຽດນາມ ສາມາດເຂົ້າເຖິງວັດທະນະທຳ ແລະ ຊາວໄທ ໄດ້ຢ່າງງ່າຍດາຍ. ຍ້ອນວ່າ ນີ້ແມ່ນຂໍ້ກຸນແຈສຳຄັນຊ່ວຍເພີ່ມທະວີຄວາມເຂົ້າໃຈ ແລະ ເຊື່ອມຕໍ່ລະຫວ່າງຄົນສອງປະເທດ, ເຖິງຢ່າງໃດກໍຕາມ, ການເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບວັດທະນະທຳພັດແມ່ນວິວັດທີ່ຍາວໄກ, ຮຽກຮ້ອງຕ້ອງມີການຊອກຮູ້ທີ່ເປັນລະບົບ, ມີແບບມີແຜນ. ນີ້ກໍ່ແມ່ນຄວາມເຫັນຂອງຄູ ຫວູ ວິຊາພາສາໄທ, ພະແນກອາຊີຕາເວັນອອກສ່ຽງໃຕ້ວິທະຍາ, ໂຮງຮຽນ ວິທະຍາສາດສັງຄົມ ແລະ ມະນຸດສາດ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ.
ວີດີໂອສັ້ນຄືກັນກັບ “ປະກາຍໄຟດົນແຮງບັນດານໃຈ, ດີທີສຸດເພື່ອທົບທວນຄຳສັບ. ແຕ່ມັນບໍ່ສາມາດປ່ຽນແທນວິທີການຮຽນທີ່ເປັນລະບົບໄດ້ຢ່າງສິ້ນເຊີງ. ຂ້າພະເຈົ້າຍາມໃດກໍ່ຕັກເຕືອນວ່າ ຄວນໃຊ້ TikTok ເພື່ອຄົ້ນຫາສິ່ງໃໝ່ໆຂອງພາສາ, ວັດທະນະທຳ ແລະ ອັບເດດພາສາສະແລງງ. ແຕ່ຢາກເກັ່ງແທ້ເພື່ອສາມາດລົມກັນຫຼື ເຮັດວຽກໄດ້, ພວກເຮົາຕ້ອງກຳແໜ້ນໄວຍະກອນເພື່ອເປັນພື້ນຖານຫຼັກ.
ການແບ່ງປັນຂອງຄູສອນ ຫວູ ສະແດງໃຫ້ເຫັນວ່າ ຜ່ານສື່ສັງຄົມອອນໄລສົມທົບກັບບັນດາຫຼັກສູດການຮຽນທີ່ມີແບບມີແຜນ, ບັນດາຊາວໜຸ່ມຫວຽດນາມ ໄດ້ມີໂອກາດເຂົ້າເຖິງຊີວິດປະຈຳວັນ, ຊາວໄທ ຢ່າງເລິກເຊິ່ງກວ່າ, ຈາກນັ້ນ ກໍ່ປະກອບສ່ວນຊຸກຍູ້ການພົວພັນແລກປ່ຽນປະຊາຊົນລະຫວ່າງສອງປະເທດແບບທຳມະຊາດ ແລະ ໃກ້ຊິດກວ່າ. ໃນຕົວຈິງ, ມີເພື່ອນໜຸ່ມຫວຽດນາມ ຫຼາຍຄົນພວມໝູນໃຊ້ບັນດາພື້ນຖານດີຈີຕອນເພື່ອຄົ້ນຫາ ແລະ ແບ່ງປັນວັດທະນະທຳໄທ ຕາມວິທີການສະເພາະຂອງຕົນ, ຄືກໍລະນີຂອງ ຢາຮຸຍ - ນັກຮຽນຂອງຄູ ຫວູ, ປັດຈຸບັນພວມເຮັດວຽກຢູ່ໄທ:
ສະບາຍດີ, ຂ້າພະເຈົາຊື່ວ່າ ຢາຮຸຍ, ນັກວິຊາການດ້ານເຕັກໂນໂລຊີຢູ່ກຸ່ມບໍລິສັດໃຫ້ຄຳປຶກສາດ້ານເຕັກໂນໂລຢີ Center ມີສຳນັກງານຕັ້ງຢູ່ໄທ. ຂ້າພະເຈົ້າໄດ້ສົມທົບການຮຽນໄວຍະກອນກັບຄູອາຈານຜ່ານຫ້ອງຮຽນອອນໄລ ແລະ ຮຽນເອງຜ່ານບັນດາ ແອັບ (app), YouTube, ສື່ສັງຄົມອອນໄລ ເພື່ອເປີດກວ້າງຄຳສັບ. ຜ່ານສື່ສັງຄົມອອນໄລ, ຂ້າພະເຈົ້າບໍ່ພຽງແຕ່ຮຽນຄຳສັບເທົ່ານັ້ນ ຫາກຍັງໄດ້ຮຽນວິທີສະແດງຄວາມຮູ້ສຶກ, ການນຳໃຊ້ພາສາສະແລງຂອງຄົນໄທ ແລະ ຮູ້ໄດ້ trent ຕ່າງໆທີ່ພວມນິຍົມໃຊ້ໃນປະຈຸບັນ… ພິເສດເມື່ອເຮັດ Content ກິນເຂົ້າຢູ່ໄທ ໃນ tiktok ຂອງຕົນ, ຂ້າພະເຈົ້າກໍ່ໄດ້ຮູ້ວິທີລົມກັບຜູ້ຊົມຊາວທ້ອງຖິ່ນ, ຜ່ານນັ້ນ ເຮົາກໍ່ມີຄວາມຊຳນານກວ່າໃນການພົວພັນແລກປ່ຽນແບບທຳມະຊາດເທົ່າທີ່ຈະເປັນໄປໄດ້ກັບຊາວໄທ.
ອາດເວົ້າໄດ້ວ່າ ສັງກາດດີຈີຕອນ ບໍ່ພຽງແຕ່ເປີດໂອກາດໃນການຮ່ຳຮຽນເທົ່ານັ້ນ ຫາກຍັງສ້າງບັນດາ ຂົວ ເຊື່ອມຕໍ່ວັດທະນະທຳລະຫວ່າງຫວຽດນາມ ແລະ ໄທ. ຜ່ານພາສາ ແລະ ບັນດາພື້ນຖານດີຈີຕອນ, ການພົບປະແລກປ່ຽນປະຊາຊົນພວມດຳເນີນໄປແບບທຳມະຊາດ, ຕໍ່ເນື່ອງ ແລະ ນັບມື້ນັບເລິກເຊິ່ງກວ້າງຂວາງ, ຜ່ານນັ້ນ, ກໍ່ປະກອບສ່ວນປັບປຸງຄວາມຮູ້, ຄວາມເຂົ້າໃຈ, ຄວາມສະໜິດຕິດພັນ ແລະ ຊຸກຍູ້ການພົວພັນຮ່ວມມືຢ່າງແໜ້ນແຟ້ນລະຫວ່າງສອງປະເທດໃນສະພາບການເຊື່ອມໂຍງປັດຈຸບັນ.
