ເວທີປາໄສອະນາຄົດ ອາຊຽນ 2026 (AFF 2026) ສ່ອງແສງບົດບາດທີ່ຕັ້ງໜ້າຂອງ ຫວຽດນາມ, ຫັນປ່ຽນຈາກການ “ເຂົ້າຮ່ວມ” ໄປສູ່ການ “ສ້າງໂຄງການດຳເນີນງານຍຸດທະສາດຂອງ ອາຊຽນ”. ການສ້າງຕັ້ງ ແລະ ສືບຕໍ່ຮັກສາກຳລັງດຶງດູດຂອງເວທີປາໄສສະແດງໃຫ້ເຫັນວ່າ ຫວຽດນາມ ມີຄວາມສາມາດນຳພາ, ເຕົ້າໂຮມການໂອ້ລົມສົນທະນາໃນພາກພື້ນກ່ຽວກັບບັນດາບັນຫາຍຸດທະສາດ, ຊ່ວຍຍົກສູງພາບພົດ ແລະ ຖານະບົດບາດຂອງ ຫວຽດນາມ. ນີ້ແມ່ນຄຳເຫັນຂອງບັນດານັກການທູດສາກົນເມື່ອຕີລາຄາກ່ຽວກັບເວທີປາໄສອະນາຄົດຂອງ ອາຊຽນ ຄັ້ງທີ 3 ທີ່ໄດ້ຈັດຂຶ້ນແຕ່ວັນທີ 9 – 10 ມິຖຸນາ ຢູ່ນະຄອນຫຼວງ ຮ່າໂນ້ຍ, ຫວຽດນາມ.
ເວທີປາໄສອະນາຄົດ ອາຊຽນ ແມ່ນຂໍ້ລິເລີ່ມສຳຄັນໂດຍລັດຖະບານ ຫວຽດນາມຍົກອອກມາ ແລະ ຜັນຂະຫຍາຍແຕ່ປີ 2024, ເຊິ່ງດຶງດູດຄວາມສົນໃຈ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງບັນດາປະເທດ ອາຊຽນ. ຫົວຂໍ້ຂອງເວທີປາໄສອະນາຄົດ ອາຊຽນ 2026 ແມ່ນ “ພ້ອມກັນສ້າງອະນາຄົດຮ່ວມ: ສັນຕິພາບ, ວັດທະນາຖາວອນ, ຖືປະຊາຊົນເປັນໃຈກາງ”, ຕິດແທດກັບຫົວຂໍ້ທີ່ໄດ້ຍົກອອກມາໃນວິໄສທັດປະຊາຄົມ ອາຊຽນ 2045 ທີ່ສຸດ ກໍ່ຄືສ່ອງແສງໃຫ້ເຫັນບຸລິມະສິດການຮ່ວມມືຂອງ ອາຊຽນ ໃນບັນດາເສົາຄ້ຳດ້ານການເມືອງ, ຄວາມໝັ້ນຄົງເສດຖະກິດ ແລະ ວັດທະນະທຳສັງຄົມ.
ຕາມທ່ານ Kao Kim Hourn ເລຂາທິການໃຫຍ່ ອາຊຽນ ແລ້ວ, ເວທີປາໄສພວມສ້າງອິດທິພົນຊື່ສຽງ, ເຄື່ອງໝາຍ
ການຄ້າ, ແມ່ນຊ່ອງທາງແລກປ່ຽນທີ່ເປັນປະໂຫຍດ ແລະ ແທດຈິງ, ປະກອບສ່ວນໃຫ້ບັນດາວິວັດການວາງແຜນນະໂຍບາຍ ແລະ ຊຸກຍູ້ການຮ່ວມມືກໍ່ຄືເພີ່ມທະວີບົດບາດໃຈກາງຂອງ ອາຊຽນ. ທ່ານເລຂາທິການໃຫຍ່ Kao Kim Hourn ໃຫ້ຮູ້ວ່າ:
“ເວທີປາໄສອະນາຄົດ ອາຊຽນ ແມ່ນຂໍ້ລິເລີ່ມສຳຄັນຂອງ ຫວຽດນາມ ເພື່ອແນໃສ່ຊຸກຍູ້ການທູດ ອາຊຽນ ຢູ່ພາກພື້ນ ແລະ ທົ່ວໂລກ. ຂ້າພະເຈົ້າຄິດວ່າ ນີ້ແມ່ນການປະກອບສ່ວນຢ່າງຕັ້ງໜ້າໃຫ້ ອາຊຽນ. ປີນີ້ ຫວຽດນາມ ຈະເປັນເຈົ້າພາບຈັດເວທີປາໄສອະນາຄົດ ອາຊຽນ ປະຈຳປີຄັ້ງທີ 3, ເສີມຂະຫຍາຍຜົນສຳເລັດຂອງສອງປີເຊິ່ງ ຫວຽດນາມໄດ້ຈັດຂຶ້ນໃນປີ 2024, 2025. ພວກເຮົາຕ້ອງນຳ ອາຊຽນ ຂຶ້ນແຜນທີ່ທົ່ວໂລກ. ເວທີປາໄສພິເສດນີ້ແມ່ນໜຶ່ງໃນບັນດາເວທີປາໄສສຳຄັນ ເຊິ່ງ ຫວຽດນາມ ພວມສວມບົດບາດທີ່ມີລັກສະນະສ້າງສັນຂອງຕົນເພື່ອສ້າງສານຍຸດທະສາດຂອງ ອາຊຽນ ຄືນໃໝ່”.
ທ່ານເລຂາທິການໃຫຍ່ Kao Kim Hourn ຢັ້ງຢືນວ່າ ພາບພົດ, ຖານະບົດບາດແລະ ການປະກອບສ່ວນຂອງ ຫວຽດນາມ ພາຍຫຼັງ 30 ປິີທີ່ເຂົ້າຮ່ວມ ອາຊຽນ ນັບມື້ນັບໄດ້ຮັບການຢັ້ງຢືນ ແລະ ເຊີດຊູ. ຫວຽດນາມ ແມ່ນສະມາຊິກທີ່ສຳຄັນ ແລະ ຕັ້ງໜ້າທີ່ສຸດຂອງ ອາຊຽນ ນັບແຕ່ປີ 1995. ການປະກອບສ່ວນຂອງ ຫວຽດນາມ ອາດຮັບຮູ້ໄດ້ໃນຫຼາຍດ້ານ, ປະກອບສ່ວນໃຫ້ແກ່ສັນຕິພາບ ແລະ ສະຖຽນລະພາບ, ຄວາມວັດທະນາຖາວອນ, ວິວັດການເຊື່ອມໂຍງຂອງພາກພື້ນ ແລະ ໃນການສ້າງປະຊາຄົມ ອາຊຽນ:
“ພື້ນຖານເສດຖະກິດຂອງ ຫວຽດນາມ ພວມເຕີບໂຕຢ່າງວ່ອງໄວທີ່ສຸດ. ນີ້ແມ່ນສິ່ງເຊິ່ງພວກຂ້າພະເຈົ້າຕີລາຄາສູງທຸກສິ່ງທີ່ ຫວຽດນາມ ພວມເຮັດ. ດ້ວຍຖັນແຖວການນຳໃໝ່, ທ່ານໂຕເລິມ ໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈທີ່ສະຫງວນໃຫ້ເພິ່ນ, ບໍ່ພຽງແຕ່ຈາກປະຊາຊົນ ຫວຽດນາມ ເທົ່ານັ້ນ ຫາກຂ້າພະເຈົ້າຄິດວ່າ ທັງພາກພື້ນ ແລະ ປະຊາຊົນໃນທົ່ວໂລກ ລ້ວນແຕ່ເຫັນວ່າ ຫວຽດນາມ ພວມມີຄະນະການນຳທີ່ໝັ້ນແກ່ນ. ເພາະສະນັ້ນ, ພວກຂ້າພະເຈົ້າລໍຖ້າ ທີ່ໄດ້ເຫັນ ບົດບາດ ແລະ ການປະກອບສ່ວນຂອງ ຫວຽດນາມ, ພິເສດແມ່ນໃນບັນດາແງ່ມູມທີ່ແຕກຕ່າງກັນຂອງ ອາຊຽນ”.
ທ່ານເລຂາທິການໃຫຍ່ ອາຊຽນ ສະແດງຄວາມຫວັງວ່າ ການນຳພາໃໝ່ ແລະ ໝັ້ນແກ່ນຂອງ ຫວຽດນາມ ຈະມີຄວາມໝາຍສຳຄັນຕໍ່ ອາຊຽນ ໃນສະພາບການພາກພື້ນຫາກໍ່ເລີ່ມປະຕິບັດວິໄສທັດປະຊາຄົມ ອາຊຽນ 2045 ແລະ ບັນດາແຜນການຍຸດທະສາດ. ຫວຽດນາມ ຈະມີການປະກອບສ່ວນຫຼາຍກວ່າ ເຂົ້າໃນປະຊາຄົມເສດຖະກິດ ອາຊຽນ, ປະຊາຄົມການເມືອງ - ຄວາມໝັ້ນຄົງ ອາຊຽນ, ປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ ກໍຄືຫຼາຍຂົງເຂດອື່ນໆຕາມຫຼາຍວິທີທີ່ແຕກຕ່າງກັນ.
ເປັນຄັ້ງທຳອິດ, ເວທີປາໄສອະນາຄົດ ອາຊຽນ ມີວາລະປຶກສາຫາລືສະຫງວນສະເພາະໃຫ້ແກ່ການຮ່ວມມືລະຫວ່າງບັນດາພັກການເມືອງ ຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະ ເປັນຄັ້ງທຳອິດທີ່ເວທີປາໄສໄດ້ຈັດກອງປະຊຸມການນຳບັນດານະຄອນ ອາຊຽນ ຂຶ້ນ ໂດຍນະຄອນ ຮ່າໂນ້ຍ ເປັນເຈົ້າພາບ, ພ້ອມກັບບັນດາກິດຈະກຳເຄື່ອນໄຫວອື່ນໆກ່ຽວກັບອະນຸພາກພື້ນແມ່ນ້ຳຂອງ, ຊາວໜຸ່ມ ອາຊີຕາເວັນອອກສ່ຽງໃຕ້ ແລະ ການຄຸ້ມຄອງປັນຍາປະດິດ. ທ່ານ Ben Matthews ຮອງຫົວໜ້າຄະນະຜູ້ແທນລາຊະອານາຈັກ ອັງກິດ ປະຈຳ ອາຊຽນ ທັງເປັນທີ່ປຶກສາຝ່າຍການເມືອງ - ຄວາມໝັ້ນຄົງ ຕີລາຄາສູງບັນດາການເຄື່ອນໄຫວໃນຂອບເຂດເວທີປາໄສ.
“ອັງກິດ ແລະ ອາຊຽນ ພວມມີຫຼາຍການກິດຈະກຳເຄື່ອນໄຫວເພື່ອສະເຫຼີມສະຫຼອງ 5 ປີແຫ່ງການສ້າງຕັ້ງການພົວພັນຄູ່ຮ່ວມມືຄູ່ເຈລະຈາ. ພວກຂ້າພະເຈົ້າຂໍຂອບໃຈຫວຽດນາມ ຢ່າງແທ້ຈິງ ຍ້ອນໄດ້ມີບົດບາດສຳຄັນໃນການໜູນຊ່ວຍພວກຂ້າພະເຈົ້າໃນວິວັດການຮ່ວມເດີນທາງກັບ ອາຊຽນ. ຄະນະຜູ້ແທນລາຊະອານາຈັກ ອັງກິດ ປະຈຳ ອາຊຽນ ໄດ້ປະສານສົມທົບກັບກະຊວງການຕ່າງປະເທດ ຫວດຽດນາມ ຈັດກອງປະຊຸມສຳມະນາ “ລຸ້ນຄົນສືບທອດເວທີປາໄສອະນາຄົດ ອາຊຽນ 2026”. ໝາກຜົນຂອງກອງປະຊຸມສຳມະນາຄັ້ງນີ້ກໍ່ຈະປະກອບທັດສະນະ ເຂົ້າເວທີປາໄສອະນາຄົດ ອາຊຽນ 2026 ທີ່ຈັດຂຶ້ນຢູ່ ຫວຽດນາມ, ກ່ຽວກັບວິທີທີ່ຊາວໜຸ່ມ ອາຊຽນ ຫຼືບັນດາຄູ່ຮ່ວມມືຄືລາຊະອານາຈັກ ອັງກິດ ນຶກຄິດກ່ຽວກັບບັນດາສິ່ງທ້າທາຍໃນອະນາຄົດ ແລະ ການໜູນຊ່ວຍ ອາຊຽນ ໃນການແກ້ໄຂບັນດາບັນຫານີ້”.
ວົງການນັກຊ່ຽວຊານ, ນັກຮຽນຮູ້ພາກພື້ນຫວັງວ່າເວທີປາໄສອະນາຄົດ ອາຊຽນ 2026 ຈະປະກອບຫຼາຍທັດສະນະ, ຂໍ້ລິເລີ່ມ ແລະ ຂໍ້ສະເໜີແນະນະໂຍບາຍທີ່ແທດຈິງໃຫ້ແກ່ວິວັດການກໍ່ສ້າງປະຊາຄົມ ອາຊຽນ, ຜ່ານນັ້ນ ກໍ່ຢັ້ງຢືນບົດບາດຂອງ ຫວຽດນາມ, ເຊິ່ງແມ່ນສະມາຊິກທີ່ເປັນເຈົ້າການ, ຕັ້ງໜ້າ, ປະກອບສ່ວນຢ່າງມີຄວາມຮັບຜິດຊອບຕໍ່ວຽກງານລວມຂອງພາກພື້ນ.
