ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 101 ປີ​ແຫ່ງວັນ​ສື່ມວນ​ຊົນປະ​ຕິ​ວັດ ຫວຽດ​ນາມ, ມີ​ນັກ​ຂ່າວຫຼາຍ​ຄົນ​ມາ​ຈາກ​ໄທ, ລາວ ແລະ ກຳ​ປູ​ເຈຍ ໄດ້​ມີ​ໂອ​ກາດ​ເຂົ້າ​ຮ່ວ​ມ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກ​ປ່ຽນ​ວິ​ຊາ​ຊີບ, ວັດ​ທະ​ນະ​ທຳ​ຢູ່​ນະ​ຄອນຫ໋າຍ​ຝ່ອງ. ບໍ່​ພຽງ​ແຕ່​ມີ​ຄວາມປ​ະ​ທັບ​ໃຈ​ຕໍ່​ຂະ​ໜາດ​ຂອງ​ບັນ​ດາ​ເຫດ​ການ​ສື່ມວນ​ຊົນ​ທີ່​ໄດ້​ຈັດ​ຂຶ້ນ​ຢູ່ ຫວຽດ​ນາມເທົ່າ​ນັ້ນ, ບັນ​ດາ​ຜູ້​ແທນ​ສາ​ກົນ​ຍັງ​ສະ​ຫງວນ​ຄວາມ​ຮັກ​ແພງ​ໃຫ້​ແກ່​ນະ​ຄອນ​ທ່າ​ກຳ​ປັ່ນ​ທີ່​ມີ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ, ທັນ​ສະໄໝ​ແຕ່​ຍັງ​ຄົງຮັກ​ສາ​ບັນ​ດາ​ຄຸ​ນ​ຄ່າ​ວັ​ດ​ທະ​ນະ​ທຳ​ທີ່​ເປັມ​ມູນ​ເຊື້ອ​ອັນ​ໂດດເດັ່ນນີ້ອີກດ້ວຍ.

ທ່ານ​ນາງ ຣິນີ ເຣືອງ​ໜູ, ຮອງ​ປະ​ທານ​ສະ​ຫະ​ພັນສື່ມວນ​ຊົນ​ໄທ, ແບ່ງ​ປັນ​ວ່າ ຄະ​ນະ​ຜູ້​ແທນ​ໄທ ຮູ້​ສຶກ​ປະ​ທັບ​ໃຈ​ຕໍ່​ໂສມໜ້າ​​ຂອງ​ນະ​ຄອນ​ທ່າ​ກຳ​ປັ່ນ, ຫ໋າຍ​ຝ່ອງ ​ມີຫຼາຍ​ຈຸດ​ທີ່​ຄ້າຍ​ຄື​ກັນ​ກັບ​ບັນ​ດາ​ຕົວ​ເມືອງ​ໃຫຍ່​ຂອງ​ໄທ ​ຄື: ສີ​ຣາ​ຊາ ແລະ ແຫຼມ ສະບັງ ແຕ່​ຍັງ​ມີ​ສີ​ສັນ​ສະ​ເພາະ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ ແລະ ການດຳລົງຊີ​ວິດ​​ຂອງ​ທ້ອງ​ຖິ່ນ.

ສຳ​ລັບ​ນັກ​ຂ່າວ ກິດ​ຕິ​ນາວັດຊະຣະ ວະຊິຣາບານ​ກຼາງ, ບັນ​ນາ​ທິ​ການຂ່າວ​ກິ​ລາ ​ໜັງ​ສື​ພິມ Thai Post ແລ້ວ, ຫ໋າຍ​ຝ່ອງ​ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ນະ​ຄອນ​ທີ່​ເປັນ​ໜ້າ​ສົນ​ໃຈ​ທີ່​ສຸດ​ຂອງຫວຽດ​ນາມ ​ໃນ​ປັດ​ຈຸ​ບັນ. ເຖິງວ່າ​ເປັນ​ຄັ້ງ​ທຳ​ອິດທີ່​ໄດ້​ມາ​ນະ​ຄອນ​ແຫ່ງ​ນີ້, ທ່າ​ນ​ກໍ່ຮູ້​ສຶກ​ໄດ້ຢ່າງຈະແຈ້ງເຖິງ​ການ​ພັດ​ທະ​ນາ​ກ່ຽວ​ກັບ​ພື້ນ​ຖານ​ໂຄງ​ລ່າງ, ຄົມ​ມະ​ນາ​ຄົມ, ການ​ທ່ອງ​ທ່ຽວ ແລະ ຄຸ​ນ​ນະ​ພາບ​ໃນ​ການ​ດຳ​ລົງ​ຊີ​ວິດ.

ບໍ່​ພຽງ​ແຕ່​ບັນ​ດາ​ຜູ້​ແທນ​ໄທເທົ່າ​ນັ້ນ, ບັນ​ດາ​ນັກ​ຂ່າວ​ມາ​ຈາກ​ລາວ ​ກໍ່​ໃຫ້ຄຳ​ຍ້ອງ​ຍໍຫຼາຍ​ຢ່າງ​ແກ່​ນະ​ຄອນ​ທ່າ​ກຳ​ປັ່ນ​ແຫ່ງ​ນີ້ອີກ. ທ່ານ ວິ​ລະ​ກອນ ຈິດ​ຕະ​ກອນ, ສະ​ມາ​ຊິກ​​ຄະ​ນະ​ສື່ມວນ​ຊົນ​ລາວ ໃຫ້​ຮູ້​ວ່າ:

ໃນ​ຂະ​ນະ​ນັ້ນ, ທ່ານ Puy Kea ປະ​ທານ​ສະ​ໂມ​ສອນ​ນັກ​ຂ່າວ​ກຳ​ປູ​ເຈຍ​ ກໍ່ສະ​ແດງ​ຄວາມ​ຕື່ນຕາຕື່ນໃຈ​ຕໍ່​ຄວາມ​ໄວ​ໃນ​ການ​ພັດ​ທະ​ນາ​ຂອງ​ບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳຢູ່​ຫ໋າຍ​ຝ່ອງ, ແຕ່​ນະ​ຄອນ​ຍັງ​ຮັກ​ສາ​ໄດ້​ບັນ​ດາ​ຄຸນ​ຄ່າ​ທາງດ້ານ​ວັດ​ທະ​ນະ​ທຳ ແລະ ການ​ດຳ​ລົງ​ຊີ​ວິດ​ແບບ​ຊຸມ​ຊົນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ນະ​ຄອນ.

“ເມື່ອ​ຂ້າ​ພະ​ເຈົ້າ​ມາ​ນະ​ຄອນ​ຫ໋າຍ​ຝ່ອງ ຂ້າ​ພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ສອງ​ຢ່າງ. ທີ​ໜຶ່ງແມ່ນ​ການ​ພັດ​ທະ​ນາ​ບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳ​ຂອງ​ນະ​ຄອນ. ທີ​ສອງແມ່ນ​ການ​​ຮັກ​ສາ​ບັນ​ດາ​ຈຸດ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ນະ​ຄອນ. ມີ​ຮ້ານ​ອາ​ຫານ​ຂອງ​ປະ​ຊາ​ຊົນຫຼາຍຮ້ານ ​ເຖິງວ່າຈະ​ນ້ອຍ ​ແຕ່​ເຂົາ​ເຈົ້າ​ຍັງ​ຄ້າ​ຂາຍ​ຢູ່​ຄຽງ​ຂ້າງ​ກັນ ຮູ້ສຶກ​ເປັນ​ມິດຫຼາຍ. ຂ້າ​ພະ​ເຈົ້າ​ມີ​ຄວາມ​ຊິນເຄີຍ​ວ່າ ເມື່ອ​ໄປບ່ອນ​ໃດ​ຂ້າ​ພະ​ເຈົ້າ​​ກໍ່​​​ຂຽນບົດ,​​ບັນ​ດາ​​ ບົດ​ວິ​ຈານ​ກ່ຽວ​ກັບ​ການ​ທ່ອ​ງ​ທ່ຽວ, ທິວ​ທັດ​ທຳ​ມະ​ຊາດ, ຊີ​ວິດ​ທາງດ້ານ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ປະ​ຊາ​ຊົນ​ຢູ່​ບ່ອນນັ້ນ ເພື່ອແນະ​ນຳ​ເຖິງ​ໝູ່ປະ​ຊາ​ຊົນ​ກຳ​ປູ​ເຈຍ”.

ເດີນ​ທາງ​ອອກ​ຈາກ​ຫ໋າຍ​ຝ່ອງ ​ພາຍຫຼັງ​ຊຸມ​ວັນ​ລົງ​ຕົວ​ຈິງ​, ​ບັນ​ດາ​ນັກ​ຂ່າວ​ອາ​ຊຽນ​ ຖື​ວ່າ ບັນ​ດາ​ກິດ​ຈະ​ກຳ​ກຄື​ລາຍ​ການ​ນີ້​ບໍ່​ພຽງ​ແຕ່​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ນ້ຳ​ໃຈ​ສາ​ມັກ​ຄີ​ລະ​ຫວ່າງວົງ​ການ​ສື່ມວນ​ຊົນ​ໃນ​ພາກ​ພື້ນ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຂົວ​ເຊື່ອມ​ຕໍ່​ວັດ​ທະ​ນະ​ທຳ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ​ບັນ​ດາ​ປະ​ເທດໃນ​ພາກ​ພື້ນ​ອີກ​ດ້ວຍ. ເຂົາ​ເຈົ້າ​ຈະ​ນຳ​ບັນ​ດາ​ເລື່ອງ​ລາວ​ກ່ຽວ​ກັບ​ນະ​ຄອນ​ທ່າ​ກຳ​ປັ່ນ​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ, ເປີດ​ອົກເປີດໃຈ ແລະ ພວມ​ບືນ​ຕົ​ວ​ຂຶ້ນ​ຢ່າງ​ແຮງ​ເພື່ອ​ແນະ​ນຳ​​ເຖິງໝູ່​ປະ​ຊາ​ຊົນ​ປະ​ເທດ​ຕົນ. ຜ່ານທັດ​ສະ​ນະ​ຂອງ​ບັນ​ດາ​ນັກ​ຂ່າວ, ຫ໋າຍ​ຝ່ອງ ​ບໍ່​ພຽງ​ແຕ່​ແມ່ນ​ສູນ​ອຸດ​ສາ​ຫະ​ກຳ, logistics ແລະ ການ​ທ່ອງ​ທ່ຽວ​ສຳ​ຄັນ​ຂອງຫວຽດ​ນາມເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ນະ​ຄອນ​ທີ່ເຕັມ​ໄປ​ດ້ວຍ​ສີ​ສັນ, ເປັນ​ມິດ ແລະ ເຕັມ​ໄປ​ດ້ວຍ​ແງ່​ຫວັງ​ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ ແລະ ສາ​ກົນ.