ວັນທີ 1 ກໍ​ລະ​ກົດ 2004,ທ່ານ ຊິໂນຣົດ ເບັນຈະຊະວະກຸນ ​ລົງ​ຈາກ​ເຮືອ​ບິນດ້ວຍ​ຫົວ​ໃຈ​​່​ທັງກະ​ຕື​ລີ​ລົ້ນ​​ທັງຕົກສະເງີ້ງົງ​ງວຍ. ພາ​ສາ, ວັດ​ທະ​ນະ​ທຳ, ຊາວ​ຫວຽດ​ນາມ - ທຸກ​ສິ່ງ​ທຸກ​ຢ່າງ​ລ້ວນ​ແຕ່​​​ໃໝ່ອ່ຽມ. ໃນ​ຕະຫຼອ​ດ​ໄລ​ຍະ​ຕິດ​ພັນ​ກັບ ຫ​ວຽດ​ນາມ, ​ວິ​ວັດ​ການ​ຂອງລາວ​ແມ່ນ​ຊຸມ​ວັນ​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​​ບໍ່ແມ່ນໜ້ອຍ. ຈາກ​ຄວາມ​ຫຍຸ້ງ​ຍາກ​ດ້ານ​ພາ​ສາ ແລະ ຄວາມ​ແຕກ​ຕ່າງ​ກັນ​ດ້ານ​ວັດ​ທະ​ນະ​ທຳ, ລາວ​ຄ່ອຍໆ​ຮຽນ​​ພາ​ສາ, ຊອກ​ຮູ້​ກ່ຽວ​ກັບ​ຮີດຄອງ​ປະ​ເພ​ນີ​ເພື່ອ​​ສາ​ມາດ​ເຊື່ອມ​ຕໍ່​ກັບ​ຊາວ​ຫວຽດ​ນາມໄດ້​ຢ່າງ​ເລິກ​ເຊິ່ງກວ່າ, ພິ​ເສດ​ແມ່ນ​ບັນ​ດາ​ພາ​ລະ​ກອນ​ຂອງ​ຕົນ​ຢູ່​​ສາ​ຂາ​ທັງ​ໝົດ​ໃນ​ທົ່ວ​ເຂດ​ພາກ​ທີ່​ແຕກ​ຕ່າງ​ກັນ​ຂອງຫວຽດ​ນາມ. ໂດຍ​ແມ່ນ​ຊາວ​ຕ່າງ​ປະ​ເທ​ດທີ່​ດຳ​ລົງ​ຊີ​ວິດໄລ​ຍະ​ຍາວ​ຢູ່ຫວຽດ​ນາມ, ​ນີ້​ບໍ່​ພຽງ​ແຕ່​ແມ່ນ​ບ່ອນ ເຮັດ​ວຽກ​ຂອງທ່ານ ຊິໂນຣົດ ເບັນຈະຊະວະກຸນເທົ່າ​ນັ້ນ, ຫາກ​ຍັງ​ກາຍ​ເປັນ​ບ້ານ​ເກີດ​ເມືອງນອນ​ແຫ່ງ​ທີ 2, ແມ່ນ​ຫ້ອງ​ຮຽນ​ຂອງ​ຊີ​ວິດ, ແມ່ນ​ບ່ອນ​ເຕີບ​ໃຫຍ່ດ້ວຍ​​ຄວາມ​ຊົງ​ຈຳ​ໃຕະຫຼອດ​ໄລ​ຍະ 20 ປີ​ຜ່ານ​ມາ​ຂອງ​ລາວອີກ​ດ້ວຍ.

ເວ​ລາ​ນັ້ນ, ຫວຽດ​ນາມພວມ​ຢູ່ໃນ​ໄລ​ຍະ​ພັດ​ທະ​ນາ ແລະ ຂ້າ​ພະ​ເຈົ້າ​ສາ​ມາດເຫັນ​​ໄດ້ຫຼາຍ​ໂອ​ກາດທີ່ສຸດ. ທີ​ໜຶ່ງ​ແມ່ນ​ ໂອ​ກາດ​ໃຫ້​ແກ່​ຕົນ​ເອງ - ບ່ອນສະ​ແດງ​ຄວາມ​ສາ​ມາດ, ບົດ​ຮຽນ​ປະ​ສົບ​ການ ເຊິ່ງ​ຂ້າ​ພະ​ເຈົ້າ​ສະ​ສົມ​ມາ​ໄດ້​ເມື່ອເຮັດ​ວຽກ​ຢູ່​ໄທ, ກໍ່​ຄື​ໝູນ​ໃຊ້​ຄວາມ​ຮູ້ວິຊາສະເພາະ​ຂອງ​ຕົນ​ເພື່ອ​ແບ່​ງ​ປັນ ແລະ ຮ່ຳ​ຮຽນ​ຕື່ມ​ອີກກ່ຽວ​ກັບ​ວັດ​ທະ​ນະ​ທຳ​ຢູ່​ທີ່​ນີ້. ສິ່ງ​ນີ້​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ທັງ​ສອງ​ຝ່າຍ: ສຳ​ລັບ​ຂ້າ​ພະ​ເຈົ້າ​​ເອງ​ກໍ່ມີ​ບົດ​ຮຽນ​ປະ​ສົບ​ການ​ຕື່ມ​ອີກ, ສ່ວນ​ຝ່າຍ ຫວຽດ​ນາມ ກໍ່​ມີ​ການ​ເຊື່ອມ​ໂຍງຕື່ມດ້ານຄວາມ​ຮູ້, ວັດ​ທະ​ນະ​ທຳ, ພາ​ສາ ແລະ ວິ​ຖີຊີ​ວິດ​ຈາກ​ຄົນ​ຕ່າງ​ປະ​ເທດ.

ພາຍຫຼັງ​ຫຼາຍ​ປີທີ່​ຕິດ​ພັນ​ກັບຫວຽດ​ນາມ, ທ່ານ ຊິໂນຣົດ ເບັນຈະຊະວະກຸນ ໄດ້​ເຫັນ​ປະ​ຈັກ​ຕາບັນ​ດາ​ໄລ​ຍະ​ຫັນ​ປ່ຽນ​ຂອງ​ຫວຽດ​ນາມ - ຈາກ​ຄວາມ​ຫຍຸ້ງ​ຍາກ​ໃນ​ເບື້ອງ​ຕົ້ນ​ເຖິງການ​ພັດ​ທະ​ນາ​ຢ່າງ​ແຮງ​ໃນ​ປັດ​ຈຸ​ບັນ. ບັນ​ດາ​ພຶດຕິກຳ​ຕົວ​ຈິງ​ນັ້ນ ໄດ້​ສ້າງ​ເປັນມູມມອງໜຶ່ງ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ເຄົາ​ລົບ​ນັບ​ຖືກ່ຽວກັບມະ​ນຸດ ແລະການ​ພັດ​ທະ​ນາ ຢູ່ທີ່ນີ້.

“ຈາກ​ບັນ​ດາ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ເຫັນ​ປະ​ຈັກ​ຕາ​ໃນ​ເມື່ອ​ກ່ອນ​ມາ​ຮອດ​ປັດ​ຈຸ​ບັນ, ດ້ວຍ​ຖາ​ນະ​ເປັນ​ຊາວ​ໄທທີ່​ໄດ້​ດຳ​ລົງ​ຊີ​ວິດ​ຢູ່ຫວຽດ​ນາມ​ເປັນເວ​ລາຫຼາຍ​ທົດ​ສະ​ວັດ, ຂ້າ​ພະ​ເຈົ້າ​ເຫັນ​ໄດ້​ຄວາມ​ພ້ອມ​ຂອງ​ປະ​ຊາ​ຊົນ​ ກໍ່​ຄື​ຄວາມ​ສາ​ມາດ​ໃນ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ທີ່​ນັບ​ມື້​ນັບ​ສົມ​ບູນ​. ຈາກ​ປະ​ເທດ​ພັດ​ທະ​ນາບໍ່​ແຮງ, ມາ​ຮອດ​ປັດ​ຈຸ​ບັນ ຫວຽດ​ນາມ​ໄດ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ຢ່າງ​ຈະ​ແຈ້ງ. ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຫວຽດ​ນາມ ແລະ ຮູ້​ສຶກເອກ​ອ້າງ​ທະ​ນົງ​ໃຈ​ເມື່ອ​ເປັນສ່ວນ​ໜຶ່ງ​ໃນ​ວິ​ວັດ​ການ​ພັດ​ທະ​ນາ​ນັ້ນ”.

ໃນ​ວິ​ວັດ​ແຫ່ງການ​ຕິດ​ພັນ​ກັບຫວຽດ​ນາມ, ສິ່ງ​ຈັບໃຈ​ທີ່​ສຸດ​ແມ່ນ​​ລາວໄດ້​ຊອກ​ເຫັນ​ຄວາມ​ໝາຍ​ໃນ​ການ​ດຳ​ລົງ​ຊີ​ວິດ​ຂອງ​ຕົນ, ເມື່ອ​ບັນ​ຫາຢູ່​ຫວຽດ​ນາມ ຫຼື ອອກ​ຈາກ​ຫວຽດ​ນາມ ບໍ່​ມີ​ຄວາມ​ສຳ​ຄັນ​ອີກ. ລາວຮູ້​ສຶກ​ເອກ​ອ້າງ​ທະ​ນົງ​ໃຈ​ພິ​ເສດ​​ຕໍ່​ຊື່ຫວຽດ​ນາມ​ຂອງ​ຕົນ​ແມ່ນ “ຫງວຽນ​ບາ​ຕີ” ໂດຍ​ທ່ານ​ໝໍ​ຫວຽດ​ນາມ​ຕັ້ງ​ໃຫ້​ໃນ​ການ​ເຄື່ອນ​ໄຫ​ວອາ​ສາ​ໝັກ​ຢູ່ຫວຽດ​ນາມ.

ໃນ​ເຫດ​ການ​ຈຳ​ນວນ​ໜຶ່ງ, ເມື່ອ ເຫັນປ້າຍທີ່​ມີ​ຊື່​ຂອງ​ຕົນແມ່ນ ຫງວຽນ​ບາ​ຕີ້ ​ຕັ້ງຢູ່​ເທິງ​ໂຕະ​, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເອກ​ອ້າງ​ທະ​ນົງ​​ໃຈຫຼາຍ. ບາງເທື່ອ​ການ​​ໃຊ້​ຊື່​ຫວຽດ​ໃນການ​ເຮັດ​ວຽກ, ຫຼື​​ທຳ​ຄວາມ​ຮູ້ຈັກ​ເບື້ອງ​ຕົ້ນ ​ຮູ້​ສຶກ​ວ່າ​ມີ​ຄວາມໃກ້​ຊິດກວ່າ. ເຂົາບັນທຶກ​ຊື່​ຂ້າ​ພະ​ເຈົ້າ​ໃນ​ໂທ​ລະ​ສັບ​ວ່າ ຕີ ແລະ ເມື່ອ​ໂທ​ຫາ​ເຂົາ​​ກໍ່ບອກວ່າ ອ້າຍ​ຕີ… ເຮັດ​ໃຫ້​​ຂ້າ​ພະ​ເຈົ້າ​ດີ​ໃຈ, ຮູ້​ສຶກ​ເປັນຕາ​ຮັກ ແລະ ເປັນ​ມິດກວ່າ.

ກວ່າ 2 ທົດ​ສະ​ວັດ​ແຫ່ງ​ການ​ແຜ່​ກະ​ຈາຍ​ບັນ​ດາ​ຄຸນ​ຄ່າ​ມະ​ນຸດ​ສະ​ທຳ

ໃນ​ໄລ​ຍະ​ເວ​ລາກວ່າ 20 ປີ​ແຫ່ງ​ການ​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່ຫວຽດ​ນາມ, ທຸ​ກ​ການ​ເຄື່ອ​ນ​ໄຫວ​ຂອງ​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ລ້ຽງ​ສັດ CP ຫວຽດ​ນາມ ຄື​ການ​ບໍ​ລິ​ຈາກ​ເລືອດດ້ວຍ​ຄວາມ​ສະ​ໝັກ​ໃຈ, ກວດ​ປິ່ນ​ປົວ​ພະ​ຍາດ​ແບບ​ເຄື່ອນ​ທີ່, ​ການ​ຊ່ວຍເຫຼືອ​ປະ​ຊາ​ຊົນ​ເຂດ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ມອບ​ທຶນ​ການ​ສຶກ​ສາ, ​ການຮ່ວມ​ມື​ກັບ​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ, ​ການຮັບ​ເອົາ​ນັກ​ສຶກ​ສາ​ມາ​ຝືກ​ງານ, ກໍ່​ຄື​ບັນ​ດາ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ຄົນ​ທຸກ​ຍາກ, ຄົນ​ພິ​ການ ແລະ ເດັກ​ກຳ​ພ້າ ແລະ ກູ້​ຊ່ວຍຍາມຖືກໄພ​ທຳ​ມ​ະ​ຊາດ, ພາ​ຍຸ​ນ້ຳ​ຖ້ວມຢູ່ຫວຽດ​ນາມ… ລ້ວນ​ແຕ່​ມີ​ການ​ເຂົ້າ​ຮ່ວມ​ຂອງ​ ທ່ານ ຫງວຽນ​ບາ​ຕີ.

ເປີດ​ແຕ່​ລະ​ໜ້າ “ປຶ້ມ​ແດງ” ບໍ​ລິ​ຈາກ​ເລືອດ ເຊິ່ງ​ລາວ​ໄດ້ຮັກ​ສາໄວ້​ຢ່າງ​ລະ​ມັດ​ລະ​ວັງໃນ​ໄລ​ຍະ 30 ກວ່າປີນັ້ນ, ສາ​ມາດ​ເຫັນ​ໄດ້​ຄວາມ​ຊົງ​ຈຳ​ທີ່​ມິດ​ງຽບ​ແຕ່​ທົນ​ທານ. ຈາກ​ຊຸມ​ວັນ​ຍັງ​ເປັນ​ນັກ​ສຶກ​ສາ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ຊຽງ​ໃໝ່ ທີ່​ໄດ້​ບໍ​ລິ​ຈາກ​ເລືອດ​ຄັ້ງ​ທຳ​ອິດ, ມາ​ຮອດ​ປັດ​ຈຸ​ບັນ​ເມື່ອ​ກາຍ​ເປັນ​ການ​ນຳ​ຂັ້ນ​ສູງ​ຂອງ CP ຫວຽດ​ນາມ, ສິ່ງ​ທີ່​ບໍ່​ປ່ຽນ​ແປງ​​ສຳ​ລັບ​ລາວ​​ນັ້ນແມ່ນ​ຫົວ​ໃຈ​​ຍາມ​ໃດ​ກໍ່​ມຸ່ງ​ໄປ​ເຖິງ​ການ​ແບ່ງ​ປັນ. ໂດຍ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຊາວ​ຕ່າງ​ປະ​ເທດ​ຢູ່ຫວຽດ​ນາມ ທີ່​ໄດ້ບໍ​ລິ​ຈາກ​ເລືອດຫຼາຍ​ທີ່​ສຸດ: 36 ຄັ້ງ​ໃນ​ການ​ບໍ​ລິ​ຈາກ​ເລືອດ​ທັງ​ໝົດ 65 ຄັ້ງໄລ່​ຮອດ​ປັດ​ຈຸ​ບັນ, ແລະ​ເປົ້າ​ໝາຍ​ທີ່ລາວ​​ໄດ້​ວາງ​ອອກ​ແມ່ນຈະ​ເຂົ້າ​ຮ່ວມການ​ບໍ​ລິ​ຈາກ​ເລືອດ 100 ຄັ້ງ. ບັນ​ດາ​ສິ່ງ​ທີ່​ລຽບ​ງ່າຍ​ເຫຼົ່າ​ນັ້ນ​ໄດ້​ເຮັດ​ໃຫ້​ລາວ​ກາຍ​ເປັນ​ຜູ້​ສ້າງ​ແຮງ​ບັນ​ດານ​ໃຈ​ໃຫ້​ແກ່​ຜູ້​ຮ່ວມ​ງານ​ຫວຽດ​ນາມ.

ອ້າຍ ຊິໂນຣົດ ແມ່ນ​ການ​ນຳ​ທີ່ສຸດ​ຈິດ​ສຸດ​ໃຈ. ລາວ​ບໍ່​ພຽງ​ແຕ່​ກຳ​ນົດ​ທິດ​ຍຸດ​ທະ​ສາດ​​ດ້ານບຸກ​ຄະ​ລາ​ກອນ ແລະ ພັດ​ທະ​ນາ​ວັດ​ທະ​ນະ​ທຳ​ວິ​ສາ​ຫະ​ກິດ​ເທົ່າ​ນັ້ນ ຫາກ​ຍັງ​ສ້າງ​ແ​ຮງບັນ​ດາ​ນໃຈ​ໃຫ້​ແກ່​ພວກ​ຂ້າ​ພະ​ເຈົ້າ​ຜ່ານ​ບັນ​ດາ​ການ​ເຄື່ອນ​ໄຫວສັງ​ຄົມ​ທີ່​ມີ​ຄວາມ​ໝາຍ. ພິ​ເສດ​ແມ່ນ​ການ​ບໍ​ລິ​ຈາກ​ເລືອດຢ່າງ​ສະ​ໝ່ຳ​ສະ​ເໝີ ດ້ວຍ​ເປົ້າ​ໝາຍ​ເຊິ່ງ​ລາວ​ໃກ້​ທີ່ຈະ​ບັນ​ລຸ​ໄດ້​ແມ່ນ100 ຄັ້ງ.

ກວ່າ​ສອງ​ທົດ​ສະ​ວັດທີ່​ຕິດ​ພັນ​ກັບ​ຫງຽດ​ນາມ​, ປະ​ເທດນີ້ໄດ້​ກາຍ​ເປັນ​ເຮືອນ​ແຫ່ງ​ທີ​ສອງ​ຂອງ ​ທ່ານ ຊິໂນຣົດ ເບັນຈະຊະວະກຸນ - ຫງວຽນ​ບາ​ຕີ, ບ່ອນ​ທີ່ລາວ​​ຊອກ​ໄດ້​ການເຕີບ​ໃຫຍ່, ການແບ່ງ​ປັນ ແລະ ​ຄວາມ​ໝາຍ​​ໃນ​ການ​ດຳ​ລົງຊີ​ວິດ. ​ວິ​ວັດແຫ່ງ​ການ​ເຮັດ​ວຽກ​ຢູ່​ຫວຽດ​ນາມ​ຂອງ​ລາວ ບໍ່​ພຽງ​ແຕ່​ແມ່ນ​ເລື່ອງ​ລາວ​ຂອງ​ການ​ນຳ ຫຼື​ຜູ້​ໃຈ​ບຸນ​ເທົ່າ​ນັ້ນ, ຫາກ​ຍັງ​ມີທັງ​ຫົວ​ໃຈ​​ອາ​ສາ​ສະ​ໝັກ​​ກາຍ​ເປັນ​ຂົວ​ເຊື່ອມ​ຕໍ່​ທີ່​ມິດ​ງຽບ​ ແຕ່​ທົນ​ທານ, ຕິດ​ພັນ​ສອງ​ພື້ນ​ຖານ​ວັດ​ທະ​ນະ​ທຳ ຫວຽດ​ນາມ - ໄທ. ແລະ​ເຖິງວ່າ​ຈະຢູ່​ໃສ, ລາວກໍ່​ຈະ​ສືບ​ຕໍ່​ແຜ່​ກະ​ຈາຍ​ບັນ​ດາ​ຄຸນ​ຄ່າ​​ວັດ​ທະ​ນະ​ທຳມະນຸດ, ເຊື່ອມ​ຕໍ່​ລະ​ຫວ່ງ​ຄົນກັບ​ຄົນ.