ໃນ 4 ວັນ​ທີ່ດຳ​ເນີນ​ຊຸດ​ບຳ​ລຸງ​ສ້າງ, ​ບັນ​ດາ​ຄູ່​ຮ່ວມ​ງານ​ຝ່າຍ ຫວຽດ​ນາມ ໄດ້ແນະ​ນຳ​ລາຍລະ​ອຽດ, ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ທັງ​ດ້ານ​ທິດ​ສະ​ດີ ແລະ ການ​ປະ​ຕິ​ບັດຕົວ​ຈິງ​ກ່ຽວ​ກັບ​ບັນ​ດາ​ທັກ​ສະການ​ດຳເນີນອາຊີບ​​ທີ່​ຈຳ​ເປັນ​ໃນ​ສະ​ພາບ​ການ​ຫັນ​ສື່ມວນ​ຊົນ​ເປັນ​ດີ​ຈີ​ຕອນ ໃຫ້ບັນ​ດາ​ຜູ້​ທີ່ເຮັດ​ວຽກ​ງານ​ ສື່ມວນ​ຊົນ​ ​ກຳ​ປູ​ເຈຍ.

ສຽງ​​ຂອງ​ຄູ​ສອນ ​ໂດ​ວັນ​ທ້ຽນ, ອະ​ດີດ​ຮອງເລ​ຂາ​ທິການກອງ​ບັນ​ນາ​ທິ​ການ​ໃຫຍ່ ໜັງ​ສື​ພິມ​ກົດ​ໝາຍ ນະ​ຄອນ​ໂຮ່​ຈີ​ມິນ ດັງຂຶ້ນໃນ​ຫ້ອງ​ຮຽນ, ສະຫຼັບ​ກັບ​ສຽງ​ແລກ​ປ່ຽນ, ສຽງ​ຫົວ​​ມ່ວນ ເມື່ອມີ​ຜູ້​ໃດ​ໜຶ່ງ​ຫາ​ກໍ່​ສ້າງ​ສ້​ເລັດ​​ວີ​ດີ​ໂອ​ສັ້ນໆ​​ດ້ວຍສະ​ມາດ​ໂຟນ​ຂອງ​ຕົນ. ນັ້ນ​ແມ່ນ​ບັນ​ຍາ​ກາດ​ທີ່​ຊິນ​ເຄີຍ​ໃນ​ຕະຫຼອດ​ໄລ​ຍະ 4 ວັນ​ຂອງ​ຊຸດ​ບຳ​ລຸງ​ສ້າງ. ນັກ​ຂ່າວ Yan Yeat, ມາ​ຈາກ​ແຂວງ Tboung Khmum (ກຳ​ປູ​ເຈຍ) ແບ່ງ​ປັນ​ວ່າ:

ຂ້າ​ພະ​ເຈົ້າ​ຄິດ​ວ່າ​ມີ​ສອງ​ທັກ​ສະ​ທີ່ຕົນ​ເອງ​ຮຽນ​ໄດ້ ແລະ ນຳ​ໃຊ້​ດີ​ພໍ​ສົມ​ຄວນ​ໃນ​ຊຸດ​ບຳ​ລຸງ​ສ້າງ​ຄັ້ງ​ນີ້. ທີ​ໜຶ່ງ​ແມ່ນ AI, ຄູ​ສອນ​ໄດ້​ອະ​ທິ​ບາຍ​​ລາຍລະ​ອຽດ​ກ່ຽວ​ກັບ​ວິ​ທີ​ການ​ນຳ​ໃຊ້ AI ໃນ​ສື່ມວນ​ຊົນ. ທີ​ສອງ​ແມ່ນວິ​ທີ​ຖ່າຍ​ວີ​ດີ​ໂອ. ໃນ​ເມື່ອ​ກ່ອນ, ຂ້າ​ພະ​ເຈົ້າ​ບໍ່​ຮູ້​ວ່າ​ຕົນ​ເອງ​ຕ້ອງ​ຖ່າຍ​ເປົ້າ​ໝາຍ​ໃດ​ແດ່, ວາງມູມ​ກອງ​ຖ​ຢູ່​ໃສ, ພາຍຫຼັງ​ຊຸດ​ບຳ​ລຸງ​ສ້າງ​ນີ້, ຂ້າ​ພະ​ເຈົ້າ​ໄດ້ມີ​ຄວາມ​ຮູ້​ຕື່ມ​ອີກຫຼາຍ​ຢ່າງ​.

ບັນ​ດາ​ຄວາມ​ຮູ້​ສຶກ​ຂອງ​ ນັກ​ຂ່າວ Yan Yeat ບໍ່​ແມ່ນໂດຍ​ບັງ​ເອີນ, ຫາກ​ມາ​ຈາກ​ຊຸດ​ຝືກ​ອົ​ບ​ຮົບ​ທີ່​ໄດ້​ອອກ​ແບບ​ຢ່າງ​ມີ​ວິ​ທະ​ຍາ​ສາດ. ຊຸດ​ບຳ​ລຸງ​ສ້າງ​ໂດຍ ​ກົມສື່ມວນ​ຊົນ (ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ ​ຫວຽດ​ນາມ) ຈັດ​ຂຶ້ນ​ແຕ່​ວັນ​ທີ 27 ຫາ​ວັນ​ທີ 30 ກໍ​ລະ​ກົດ 2026 ຢູ່​ນະ​ຄອນ​ໂຮ່​ຈີ​ມິນ ທີ່​ສະ​ຫງວນ​ໃຫ້​ແກ່​ພະ​ນັກ​ງານ​ຄຸ້ມ​ຄອງ​ການ​ຖະ​ແຫຼງ​ຂ່າວ ແລະ ນັກ​ຂ່າວ 27 ຄົນ​ທີ່​ມາ​ຈາກ​ບັນ​ດາ​ແຂວງ, ນະ​ຄອນ​ຂອງ​ ກຳ​ປູ​ເຈຍ, ເຊິ່ງນອນ​ໃນ​ຂອບ​ເຂດ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ວ່າ​ດ້ວຍ​ການ​ຮ່ວມ​ມື​ລະ​ຫວ່າງກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ ຫວຽດ​ນາມ ແລະ ກະ​ຊວງ​ຖະ​ແຫຼງ​ຂ່າວ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ ໄລ​ຍະ 2026 – 2030. ໃນ​ໄລ​ຍະ​ເວ​ລາ 4 ມື້, ບັນ​ດາ​ນັກ​ສຳ​ມະ​ນາ​ກອນ​ໄດ້​ເຂົ້າ​ເຖິງ​ບັນ​ດາ​ຄວາມ​ຮູ້ ແລະ ທັກ​ສະ​ໂດຍ​ພື້ນ​ຖານ​ກ່ຽວ​ກັບ​ສື່​ມວນ​ຊົນ​ດີ​ຈີ​ຕອນ: ການ​​ດຳເນີນອາຊີບຫຼາຍ​ຮູບ​ແບບ​ດ້ວຍ​ອຸປະກອນມືຖື, ການ​ຂຽນ​ຂ່າວ​ສັ້ນ, ການ​ຖ່າຍ​ພາບ, ການ​ຜະ​ລິດ ແລະ ການ​ຕັດ​ຕໍ່ວີ​ດີ​ໂອ​ດ້ວຍ​ສະ​ມາດ​ໂຟນ, ພ້ອມ​ກັບ​ການ​ໝູນ​ໃຊ້​ບັນ​ດາ​ເຄື່ອງ​ມື​ດີ​ຈີ​ຕອນ, ປັນ​ຍາ​ປະ​ດິດເຂົ້າໃນ​ການ​ເຄື່ອນ​ໄຫວ​ວຽກງານ​ປະ​ຈຳ​ວັນ. ຕາມ​ທ່ານ Phon Sareth ມາ​ຈາກ​ພະ​ແນກ​ຖະ​ແຫຼງ​ຂ່າວ​ນະ​ຄອນຫຼວງ ພະນົມເປັນ ແລ້ວ ​ຊຸດ​ບຳ​ລຸງສ້າງ​ກໍ່​ສະ​ໜອງຫຼາຍ​ເນື້ອ​ໃນທີ່ເປັນ​ປະ​ໂຫຍດ ແລະ ດຶງ​ດູດ​ໃຈ.

ຂ້າ​ພະ​ເຈົ້າ​ຮຽນ​ໄດ້​ວິ​ທີ​ການ​ນຳ​ໃຊ້​ສະ​ມາດ​ໂຟນ​ເພື່ອ​ຜະ​ລິດ​ບັນ​ດາຜະ​ລິດ​ຕະ​ພັນ​ ສື່ມວນ​ຊົນຕື່ມ​ອີກ. ມັນ​ຊ່ວຍ​ໃຫ້ພວກ​ເຮົາ​ຂຽນ​ຂ່າວ​ໄວ, ຖ່າຍ​ພາບ, ຖ່າຍ​ວີ​ດີ​ໂອ, ອັດ​ສຽງ​ ທີ່​ມີ​ຄຸນ​ນະ​ພາບ​ດີ, ບໍ່​ຕ້ອງ​ກະ​ກຽມ​ເຄື່ອງ​ມື​ອາ​ຊີບ​ທີ່​ສັບ​ສົນ ຫຼື​ ຮຽກຮ້ອງຕ້ອງ​​ມີພະ​ນັກ​ງານຫຼາຍ​ຄົນເກີນໄປ.

ໂດຍ​ແມ່ນ​ຄູ​ສອນ​ໂດຍ​ກົງໃນຊຸດ​ຝຶກ​ອົບ​ຮົມ, ນັກ​ຂ່າວ ໂດ​ວັນ​ທ້ຽນ ອະ​ດີດ​ຮອງ​ບັນ​ນາ​ທິ​ການ​ໃຫຍ່ ໜັງ​ສື​ພິມກົດ​ໝາຍ ນະ​ຄອນ​ໂຮ່​ຈີ​ມິນ ຮູ້​ສຶກ​ໄດ້​ຄວາມ​ສຸດ​ຈິດ​ສຸດ​ໃຈ​ຈາກ​ນັກ​ສຳ​ມະ​ນາ​ກອນ, ບັນ​ດາ​ຄູ່​ຮ່ວມ​ອາ​ຊີ​ບ ​ກຳ​ປູ​ເຈຍ ຢ່າງຈະແຈ້ງ.

ຂ້າ​ພະ​ເຈົ້າ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຈິດ​ໃຈ​ຮ່ຳ​ຮຽນ​ຂອງ​ບັນ​ດາ​ເພື່ອນ​ ກຳ​ປູ​ເຈຍ. ພວກ​ເພື່ອນ​ຮຽນ​ ໄດ້​ແລກ​ປ່ຽນ, ປຶກ​ສາ​ນຳ​​ກັນ​ຢ່າງ​ຟົດ​ຟື້ນ. ເມື່ອ​ໄດ້​ຮັ​ບ​ວຽກ​ບ້ານ​ໃນ​ຕ່ອນ​ທ່ຽງ ຫຼື ​ຕອນ​ຄ່ຳ, ພວກ​ເພື່ອນ​ລ້ວນ​ແຕ່​ຍາດ​ເວ​ລາ​ເພື່ອ​ປະ​ຕິ​ບັດ ແລະ ຜົນ​ໄດ້​ຮັບແມ່ນ​ມີບັນ​ດາ​ຜະ​ລິດ​ຕະ​ພັນ​ບົດ​ຂຽນ, ພາບ​ຖ່າຍ, ວີ​ດີ​ໂອ​ທີ່​ມີ​ຊີ​ວິດ​ຊີ​ວາ, ແທດ​ຈິງຫຼາຍ.

ຈາກ​ຈິດ​ໃຈ​ຮ່ຳ​ຮຽນ​ທີ່​ຟົດ​ຟື້ນ​ນັ້ນ, ຊຸດບຳ​ລຸງ​ສ້າງ​ໄດ້​ອັດ​ລົງ​ດ້ວຍ​ບັນ​ດາ​ໝາກ​ຜົນ​ເຊິ່ງ​ທັງ​ສອງ​ຝ່າຍ​ຮັບ​ຮູ້. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ອັດ​ຊຸດ​ບຳ​ລຸງ​ສ້າງ, ທ່ານ​ ລຶວ​ດິ່ງ​ຟຸກ, ຫົວ​ໜ້າ​ກົມ​ສື່ມວນ​ຊົນ (ກະ​ຊວງວັດ​ທະ​ນະ​ທຳ​, ກິ​ລາ ແລະ ການ​ທ່ອງ​ທ່ຽວ ຫວຽດ​ນາມ) ເນັ້ນ​ໜັກ​ວ່າ:

ຂ້າ​ພະ​ເຈົ້າ​ດີ​ໃຈຫຼາຍ​ເມື່ອ​ໄດ້​ຮູ້​ວ່າ ພາຍຫຼັງ​ຊຸດ​ບຳ​ລຸງ​ສ້າງ ​ນັກ​ສຳ​ມະ​ນາ​ກອນໄດ້ຕີ​ລາ​ຄາ​ວ່າ ​ນີ້​ແມ່ນ​ຫົວ​ຂໍ້​ທີ່​ດຶງ​ດູດ​ໃຈ, ຈຳ​ເປັນ ແລະ ສົດໆ​ຮ້ອນໆ ເພື່ອ​ໃຫ້​ບັນ​ດາ​ນັກ​ຂ່າວ ​ກຳ​ປູ​ເຈຍ ອັບ​ເ​ດດ​​ຄວາມ​ຮູ້ຕື່ມ, ຍົກ​ສູງ​ຄວາມ​ສາ​ມາດ, ລະ​ດັບ​ວິ​ຊາ​ການ​ໃນ​ການ​ເຄື່ອນ​ໄຫວ​ສື່ມວນ​ຊົນ. ຜົນ​ສຳ​ເລັດ​ຂອງ​ຊຸດ​ບຳ​ລຸງ​ສ້າງ​ສື່ມວນ​ຊົນ​ແມ່ນ​ໄມ້​ຫຼາວັດ​ແທ​ກ​ລັກ​ສະ​ນະ​ປະ​ສິດ​ທິ​ຜົນ​ຂອງ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ວ່າ​ດ້ວຍ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຖະ​ແຫຼງ​ຂ່າວ ແລະ ສື່ມວນ​ຊົນ​ໂດຍ​ສອງ​ກະ​ຊວງ​ລົງ​ນາມ, ​ແມ່ນ​ພື້ນ​ຖານ​ເພື່ອ​ໃຫ້​ພວກ​ເຮົາ​ເປີດກວ້າງ ແລະ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ກະ​ຊວງ​ໃນ​ໄລ​ຍະ​ໃໝ່.

​ຊຸດ​ບຳ​ລຸງ​ສ້າງ​ 4 ວັນ ເຖິງວ່າຈະ​ສັ້ນ, ແຕ່ໄດ້​ສ້າງຄວາມ​ປະ​ທັບ​ໃຈ​ທີ່​ດີ​ງາມ​ໃຫ້​ແກ່​ລັນ​ດາສຳ​ມະ​ນາ​ກອນ ​ນັບ​ແຕ່ທັກ​ສະດຳເນີນອາຊີບທີ່ຫາກໍ່ໄດ້​ຮຽນ​ຮູ້​ຈາກ​ຊຸດ​ຝືກ​ອົ​ບ​ຮົບ, ​ກີ່ນ​ຫອມ​ຂອງ​ຈອກ​ກາ​ເຟ​ ຫວຽດ​ນາມ ໃນ​ເວ​ລາ​ພັກ​ຜ່ອນ, ຕະຫຼອດ​ຮອດ​ຂົວ​ເຊື່ອມ​ຕໍ່​ລະ​ຫວ່າງ​ສອງ​ພື້ນ​ຖານ​ສື່ມວນ​ຊົນ… ທຸກ​ສິ່ງ​ເຫຼົ່ານີ້​ຈະ​ສືບ​ຕໍ່​ຮ່ວມ​ເດີນ​​ທາງ​ພ້ອມ​ກັບນັກ​ຂ່າວ ​ກຳ​ປູ​ເຈຍ 27 ຄົນບົນ​ເສັ້ນ​ທາງ ດຳເນີນອາຊີບໃນຂ້າງໜ້າ.