ໃນ​ວ​າ​ລະໄຂ​ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລຶກ ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ X ທີ່​ໄດ້​ດຳ​ເນີນ​ໃນ​ທ້າຍ​ເດືອນມີ​ນາ​ຜ່ານ​ມາ, ລາວ​ໄດ້​ຮັບ​ຮອງ​ເອົາ​ເປົ້າ​ໝາຍ​ຍຸດ​ທະ​ສາດ​ໃຫ້ໄລ​ຍະ 5 ປີ​ຈະ​ມາ​ເຖິງ​ຢ່າງ​ເປັນ​ທາງ​ການ ​ດ້ວຍ​ຄວາມ​ຕັດ​ສິນ​ໃຈ​ບັນ​ລຸ​ລະດັບການ​ເຕີບ​ໂຕ GDP ແຕ່ 6% ຫາ 7%. ນີ້​ບໍ່​ພຽງ​ແຕ່​ແມ່ນ​ແຜນ​ການ​ເສດ​ຖະ​ກິດ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຄຳ​ຢັ້ງ​ຢືນ​ກ່ຽວ​ກັບ​ເຈດ​ຈຳ​ນົງ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​ຂອງ​ປະ​ເທດ​ລາວໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ບຸກ​ທະ​ລຸ​ເພື່ອຫຼຸດ​ພົ້ນ​ອອກ​ຈາກ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ປະ​ເທດ​ດ້ອຍ​ພັດ​ທະ​ນາອີກ​ດ້ວຍ. ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມແຫ່ງຊາດ ໄລ​ຍະ 5 ປີ​ຈະ​ມາ​ເຖິງ​ຂອງລັດຖະບານ​ລາວ ໄດ້ວາດພາບ​ຮູບພາບ​​ສັງ​ລວມ ຈາກ​ສິ່ງ​ທ້າ​ທາຍ​ທີ່​ເຄັ່ງ​ຄັດໃນ​ອະ​ດີດ​ ຕະຫຼອດ​ຮອດ​ຄວາມ​ມຸ່ງ​ຫວັງ​ວັດ​ທະ​ນາ​ຖາ​ວອນ​ໃນ​ອະ​ນາ​ຄົດ.

ຫວນ​ຄືນ​ໄລ​ຍະທາງທີ່​ຜ່ານ​ມາ, ພື້ນ​ຖານ​ເສດ​ຖະ​ກິດລາວ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​​ຜົນ​​ຮ້າຍ​ຈາກ​ໂລກ​ພະ​ຍາດ​ໂຄວິດ 19 ແລະ ການຜັນຜວນ​ຂອງ​ລາຄາ​ພະ​ລັງ​ງານ​ທົ່ວ​ໂລກ. ສະ​ພາບ​​ລະ​ບົບຕ່ອງ​ໂສ້​ການ​ສະ​ໜອງ​ຖືກ​ຂາດ​ວັກ​ຂາດ​ຕອນ ບວກ​ກັບ​ຄວ​າ​ມ​ກົດ​ດັນ​ຈາກ​ໜີ້​ສາ​ທາ​ລະ​ນະ ໄດ້​ສ້າງເປັນວົງຈອນ​ແຫ່ງ​ຄວາມ​ຫຍຸ້ງ​​ເຫຍືອງ, ເຮັດ​ໃຫ້​ການ​ບໍ​ລິ​ຫານນະ​ໂຍ​ບາຍ​ເງິນ​ຕາ​​ສັບ​ສົນທີ່ສຸດ, ໃນ​ຂະ​ນະ​ນັ້ນ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ ພັດຖືກ​ຜົນ​ກະ​ທົບ​ໂດຍ​ກົງ​ຈາກ​ຄ່າ​ຄອງຊີບທີ່​ເພີ່ມ​ຂຶ້ນ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ລາວ​ໄດ້​ພິ​ສູດ​ໃຫ້​ເຫັນກຳ​ລັງ​​ທົນ​ທານຢ່າງ​ກ້າ​ແກ່ນ​ເມື່ອ​ຮັກ​ສາ​ໄດ້​ທ່າ​ເຕີບ​ໂຕ. ຢັ້ງ​ຢືນ​ກ່ຽວ​ກັບ​ບັນ​ດາ​ໝາກ​ຜົນ​ທີ່​ມີ​ລັກ​ສະ​ນະ​ບາດ​ລ້ຽວ, ທ່ານ ສອນ​ໄຊ ສີ​ພັນ​ດອນ ​ນາ​ຍົກ​ລັດ​ຖະ​ມົນ​ຕີລາວ ເນັ້ນ​ໜັກ​ວ່າ:

ເພື່ອ​ສ້າງການ​ບຸ​ກ​ທະ​ລຸ​ຢ່າງ​ແທ້​ຈິງ, ລາວ​ບໍ່ພຽງ​ແຕ່​ຢຸດ​ຢູ່​ການ​ລົງ​ທຶນ​ໃຫ້​ຂົງ​ເຂດ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ເທົ່າ​ນັ້ນ ຫາກ​ຍັງສຸມແຮງໃສ່ການ​ປ່ຽນ​ແປງ​ໂຄ​ງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຕາ​ມ​ທິດ​ຍືນ​ຍົງ. ລັດ​ຖະ​ບານ​ພວມ​ມາ​ນະ​ພະ​ຍາ​ຍາມ​ຫັນ​ບັນ​ດາ​ຄວາມ​ສ​າ​ມາດ​ບົ່ມ​ຊ້ອນ​ທຳ​ມະ​ຊາດ​ທີ່​ມີ​ຢູ່​ແລ້ວ​ ໃຫ້​ເປັນ​ຊັບ​ພະ​ຍາ​ກອນ​ການ​ເງິນໄລຍະ​ຍາວ ໂດຍຜ່ານ​ການ​ພັດ​ທະ​ນາ​ບັນ​ດາ​ໂຄງ​ການ​ພະ​ລັງ​ງານ​ທົດ​ແທນ​ທີ່​ມີ​ຂອບ​ຂະໜາດ​ໃຫຍ່.

ກ່ຽວ​ກັບ​ການ​ໝູນ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ນິກ ແລະ ການຫັນ​ເປັນ​ດີ​ຈີ​ຕອນ ໃນ​ບັນ​ດາ​ຂະ​ແໜງ​ການ​ຜະ​ລິດ​ປາຍ​ແຫຼມ​ຄື ​ກະ​ສິ​ກຳ ແລະ ການ​ທ່ອງ​ທ່ຽ​ວ​ຊີວະພາບ ພວ​ມ​ໄດ້​ຮັ​ບ​ຖື​ວ່າ​ແມ່ນ​ເສັ້ນ​ທາງ​ສັ້ນ​ທີ່​ສຸດ​ເພື່ອ​ຍົກ​ສູງ​ສະ​ມັດ​ຕະ​ພາບ​ແຫ່ງ​ຊາດ. ກ່ຽວ​ກັບ​ວິ​ໄສ​ທັດ​ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສອນ​ໄຊ ສີ​ພັນ​ດອນ ໃຫ້​ຮູ້​ວ່າ:

ເພື່​ອ​ຫັນ​ຄວາມ​ມຸ່ງ​ຫວັງ​ນີ້​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ, ລັດ​ຖະ​ບານ​ລາວ​ໄດ້​ຜັນ​ຂະ​ຫຍາຍ​ລະ​ບົບ​ມາດ​ຕ​ະ​ການ​ກ່ຽວ​ກັບ​ການ​ເງິນ ແລະ ການ​ຄຸ້ມ​ຄອງບໍລິຫານ​ຢ່າງ​ຄົບ​ຊຸດ. ກ​ານ​ຫັນ​ເປັນ​ດີ​ຈີ​ຕອນໃນ​ການ​ຄຸ້ມ​ຄອງ​ລັດ ແລະ ນຳ​ໃຊ້​ບັນ​ດາ​ຊັບ​ພະ​ຍາ​ກອນ ແຫ່ງ​ຊາດ​ທີ່​ພວມ​ໄດ້​ຮັບ​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ໃຫ້​ດີ​ທີ​ສຸດ​ ​ເພື່ອ​ສ້າງ​ລະ​ບົບ​​ບໍ​ລິ​ຫານ​ຮັບ​ໃຊ້​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ​ໃຫ້​ດີກວ່າເກົ່າ. ລາວ​ກໍ່​ສຸມ​ໃສ່​ການ​ສ້າງ​ສະ​ພາບ​ແວດ​ລ້ອມ​​ສະ​ເໝີ​ພາບ, ສົ່ງ​ເສີມ​ບັນ​ດາ​ພາກ​ສ່ວນ​ເສດ​ຖະ​ກິດ ເຂົ້າ​ຮ່ວມ​ບັນ​ດາ​ໂຄງ​ການ​ຈຸດ​ສຸມ​ຜ່ານ​ຮູບ​ແບບ​ຮ່ວມ​ມື​ພາກ​ລັດ - ເອ​ກະ​ຊົນ (PPP). ເປົ້າ​ໝາຍ​ສູງ​ສຸ​ດ​ແມ່ນ​ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ​ໂປ່ງ​ໃສ ເຊິ່ງ​ແມ່ນ​ບ່ອນທີ່​ທຸກ​ແຫຼ່ງ​ກຳ​ລັງ​ລ້ວນ​ແຕ່​ໄດ້​ສຸມ​ໃສ່​ການ​ສ້າງ​ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສອນ​ໄຊ ສີ​ພັນ​ດອນ ຢັ້ງ​ຢຶນ​ວ່າ:

ໄປ​ຄຽງ​ຄູ່​ກັບ​ເສດ​ຖະ​ກິດ, ມາດ​ຕະ​ການ​ກ່ຽວ​ກັບ​ການ​ພັດ​ທະ​ນາການ​ລົງ​ທຶນ​ໃຫ້​ມະ​ນຸດ ແລະ ເຕັກ​ໂນ​ໂລ​ຢີ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ກຳ​ລັງ​ໜູນຫຼັກ​ແຫຼ່ງ​ໃຫ້​ແກ່​ຄວາ​ມ​ຍືນ​ຍົງ. ລາວ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ລົງ​ທຶນ​ຢ່າງ​ແຮງ​ເຂົ້າ​ຂົງ​ເຂດ​ການ​ສຶກ​ສາ​ວິຊາ​ຊີບ, ສຸມ​ໃສ່ທັກ​ສະ​ດີ​ຈີ​ຕອນ ແລະ ປັນ​ຍາ​ປະ​ດິດ ເພື່ອ​ທ່ວງທັນ​ກັບ​ທ່າ​ອ່ຽງ​ທົ່ວ​ໂລກ. ດ້ວຍ​ການ​ປະ​ສານ​ສົມ​ທົບ​ລະ​ຫວ່າງ​ກຳ​ລັງ​ພາຍ​ໃນ ກັບ​ການ​ຮ່ວມ​ມື​ສາ​ກົນ, ລາວ​ພວມ​ກ້າວ​ເດີນ​ຢ່າງ​ໝັ້ນ​ແກ່ນ​ບົນ​ເສັ້​ນ​ທາງ​ຢັ້ງ​ຢືນ​ຖາ​ນະບົດບາດ​ໃໝ່, ຕັດ​ສິນ​ໃຈຫຼຸດ​ພົ້ນ​ອອກ​ຈາກ​ປະ​ເທດ​ດ້ອຍ​ພັດ​ທະ​ນາ ເພື່ອນຳ​​ຄວາ​ມ​ວັດ​ທະ​ນາ​ຖາ​ວອນທີ່ແທ້ຈິງມາ​ໃຫ້​​ປະ​ຊາ​ຊົນ​.