ເປີດສາກລາຍການແມ່ນພິທີຊັກທຸງອາຊຽນ. ພະນັກງານ, ພາລະກອນພ້ອມກັບຄອບຄົວຂອງສະຖານທູດບັນດາປະເທດ ອາຊຽນ ປະຈຳມົດສະກູ ກວ່າ 200 ຄົນ ໄດ້ພ້ອມກັນເຂົ້າຮ່ວມພິທີເຄົາລົບທຸງ ແລະ ຂັບຮ້ອງເພງອາຊຽນ, ສະແດງໃຫ້ເຫັນຈິດໃຈສາມັກຄີ ແລະ ຄວາມສະໜິດຕິດພັນຂອງປະຊາຄົມອາຊຽນ ຢູ່ສະຫະພັນ ລັດເຊຍ. ກ່າວຄຳເຫັນທີ່ເຫດການ, ທ່ານ Igor Bailen ເອກອັກຄະລັດຖະທູດຟີລິບປິນ ປະຈຳສະຫະພັນລັດເຊຍ, ປະທານໝູນວຽນຄະນະກຳມະການອາຊຽນ ປະຈຳ ມົດສະກູ ປີ 2026 ເນັ້ນໜັກວ່າ ກຳລັງແຮງຂອງອາຊຽນ ແມ່ນຄວາມສາມາດຜ່ານຜ່າສິ່ງທີ່ແຕກຕ່າງກັນເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈຜ່ານການໂອ້ລົມສົນທະນາ ແລະ ການທູດ.
ຕາມທ່ານແລ້ວ, ຈິດໃຈນັ້ນບໍ່ພຽງແຕ່ສະແດງອອກໃນບັນດາຖະແຫຼງການຮ່ວມເທົ່ານັ້ນ ຫາກຍັງໄດ້ເພີ່ມພູນຄູນສ້າງຈາກບັນດາການເຄື່ອນໄຫວພົບປະແລກປ່ຽນລະຫວ່າງປະຊາຄົມອາຊຽນ. ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ປະຈຳສະຫະພັນລັດເຊຍ, ທ່ານເອກອັກຄະລັດຖະທູດ ຕີລາຄາສູງບົດບາດຂອງຫວຽດນາມ ໃນການຊຸກຍູ້ການພົວພັນອາຊຽນ - ລັດເຊຍ ກໍ່ຄືເພີ່ມທະວີຄວາມສະໜິດຕິດພັນຂອງປະຊາຄົມອາຊຽນ ຢູ່ມົດສະກູ.
ອາຊຽນພວມພັດທະນາກາຍເປັນປະຊາຄົມດ້ວຍວິໄສທັດລວມ, ສີສັນລວມ, ເຕົ້າໂຮມ 11 ປະເທດ. ໃນນັ້ນ, ຫວຽດນາມ ແມ່ນສະມາຊິກສຳຄັນທີ່ສຸດ. ເຫດການນີ້ໄດ້ຈັດຂຶ້ນຢູ່ສູນຮ່າໂນ້ຍ - ມົດສະກູ ໂດຍຫວຽດນາມກຳມະສິດ ແລະ ຄຸ້ມຄອງ, ສະແດງໃຫ້ເຫັນຈິດໃຈຮັບຜິດຊອບ ແລະ ບົດບາດນຳພາຂອງຫວຽດນາມ ເມື່ອສ້າງເງື່ອນໄຂເພື່ອໃຫ້ປະຊາຄົມອາຊຽນ ມີສະຖານທີ່ດຳເນີນຊີວິດຮ່ວມຢູ່ທີ່ນີ້. ຫວຽດນາມ ກໍ່ພວມເຮັດໃຫ້ພວກຂ້າພະເຈົ້າເຫັນວິທີຊຸກຍູ້ການພົວພັນກັບສະຫະພັນລັດເຊຍ.
ແຕ່ລະຮ້ານວາງສະແດງໃນວັນບຸນບໍ່ພຽງແຕ່ແນະນຳເຍື່ອງອາຫານ ຫຼືຜະລິດຕະພັນພື້ນເມືອງເທົ່ານັ້ນ ຫາກຍັງເລົ່າເລື່ອງລາວກ່ຽວກັບສີສັນວັດທະນະທຳຂອງແຕ່ລະປະເທດ. ຫວຽດນາມເຂົ້າຮ່ວມດ້ວຍການສະແດງພິນເຈັນ ພ້ອມກັບອາຫານພື້ນເມືອງສອງເຍື່ອງ ນັ້ນແມ່ນ ຢໍ່ຈືດ ແລະ ເຂົ້າໜົມຈືນ.
ຄຽງຄູ່ກັບການແນະນຳວັດທະນະທຳ ແລະ ອາຫານ, ບັນດານັກການທູດໜຸ່ມຂອງຫວຽດນາມ ກໍ່ໄດ້ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວພົບປະແລກປ່ຽນ, ປະກອບສ່ວນແຜ່ກະຈາຍພາບພົດປະເທດຊາດ ແລະ ຊາວຫວຽດນາມເຖິງເພື່ອນມິດສາກົນ. ທ່ານ ຫງວຽນແທັງລຽມ, ເລຂາຕີ ສະຖານທູດຫວຽດນາມ ປະຈຳສະຫະພັນລັດເຊຍ ແບ່ງປັນວ່າ:
ຈິດໃຈອາຊຽນບໍ່ພຽງແຕ່ສະແດງໃຫ້ເຫັນຜ່ານບັນດາເອກະສານ ຫຼືກອງປະຊຸມເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນຢ່າງຈະແຈ້ງທີ່ສຸດຜ່ານການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ ລະຫວ່າງປະຊາຊົນບັນດາປະເທດອາຊຽນຄືໃນມື້ນີ້. ພວກຂ້າພະເຈົ້າແມ່ນບັນດານັກການທູດໜຸ່ມຮູ້ສຶກເອກອ້າງທະນົງໃຈເມື່ອໂຄສະນາພາບພົດຫວຽດນາມ, ແນະນຳວັດທະນະທຳ, ອາຫານການກິນ ແລະ ສິລະປະຫວຽດນາມ, ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງເຫດການ.
ຖ້າຫາກບັນດາຮ້ານວາງສະແດງອາຫານຈະຊ່ວຍໃຫ້ແຂກມາຄົ້ນຫາສີສັນຂອງແຕ່ລະປະເທດແລ້ວ, ບັນດາການເຄື່ອນໄຫວສະແດງສິລະປະ ແລະ ການລະຫຼິ້ນລວມໝູ່ພັດເຮັດໃຫ້ທຸກຄົນຫຍັບເຂົ້າໃກ້ກັນກວ່າອີກ. ບັນຍາກາດຂອງວັນບຸນຍິ່ງຟົດຟື້ນຂຶ້ນຕື່ມເມື່ອຜູ້ຕາງໜ້າອິນໂດເນເຊຍ ເຊື້ອເຊີນບັນດາຜູ້ແທນພ້ອມກັນເຂົ້າຮ່ວມການເຕັ້ມລວມໝູ່ Gemu Famire. ທ່ານນາງ Ernaher Lina ເລຂາຕີ ຮັບຜິດຊອບວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ສັງຄົມ ສະຖານທູດອິນໂດເນເຊຍ ປະຈຳສະຫະພັນລັດເຊຍ ໃຫ້ຮູ້ວ່າ:
ນີ້ບໍ່ພຽງແຕ່ແມ່ນວັນສະຫຼອງການສ້າງຕັ້ງອາຊຽນເທົ່ານັ້ນ ຫາກຍັງແມ່ນໂອກາດເພື່ອໃຫ້ອາຊຽນສະແດງຈິດໃຈສາມັກຄີ. ບໍ່ພຽງແຕ່ລະຫວ່າງບັນດາປະເທດສະມາຊິກນຳກັນເທົ່ານັ້ນ ຫາກຍັງກັບປະຊາຄົມລັດເຊຍອີກດ້ວຍ, ອາຊຽນຍາມໃດກໍ່ຮຽງບ່າຮຽງໄຫຼ່,ມີຄວາມສາມັກຄີ ແລະ ເປັນເອກະພາບນຳກັນ. ພວກຂ້າພະເຈົ້າຫວັງວ່າ ຈິດໃຈຮ່ວມມື, ນ້ຳໃຈມິດຕະພາບ ແລະ ຄວາມສະໜິດຕິດພັນລະຫວ່າງບັນດາປະເທດອາຊຽນຈະສືບຕໍ່ພັດທະນາ, ບໍ່ພຽງແຕ່ລະຫວ່າງບັນດາສະຖານທູດເທົ່ານັ້ນ ຫາກຍັງໃນປະຊາຄົມ ແລະ ປະຊາຊົນບັນດາປະເທດອາຊຽນທີ່ອາໄສໃນທົ່ວສະຫະພັນ ລັດເຊຍອີກດ້ວຍ.
ພາຍຫຼັງໄລຍະເກືອບ 60 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ, ອາຊຽນ ບໍ່ພຽງແຕ່ເປັນທີ່ຮູ້ຈັກວ່າແມ່ນອົງການຮ່ວມມືພາກພື້ນທີ່ມີປະສິດທິຜົນເທົ່ານັ້ນ ຫາກຍັງກາຍເປັນປະຊາຄົມທີ່ນັບມື້ນັບສະໜິດຕິດພັນ. ວັນບຸນຄອບຄົວອາຊຽນ 2026 ຢູ່ມົດສະກູແມ່ນຮູບຍໍ້ຂອງປະຊາຄົມນັ້ນ, ບ່ອນທີ່ບັນດາປະເທດສະມາຊິກພ້ອມກັນແບ່ງປັນສີສັນວັດທະນະທຳ ແຕ່ຍັງມຸ່ງໄປເຖິງຄຸນຄ່າລວມກ່ຽວກັບສັນຕິພາບ, ການຮ່ວມມື ແລະ ພັດທະນາ.
