ເນື່ອງ​ໃນ​ໂອ​ກາດ​ນີ້, ນັກ​ຂ່າວ​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ໄດ້​ມີ​ການ​ສຳ​ພາດ ​ທ່ານ Uch Leang, ຮັກ​ສາ​ການ​ຫົວ​ໜ້າ​ກົມ​ຄົ້ນ​ຄ້​ວາ ອາ​ຊີ - ອາຟະລິກາ ແລະ ພາກ​ພື້ນ​ຕາ​ເວັນ​ອອກ​ກາງ, ສະ​ຖາ​ບັນ​ການ​ພົວ​ພັນ​ສາ​ກົນ ກຳ​ປູ​ເຈຍ, ສະຖາບັນ​ດິດ​ພະ​ບໍ​ລົມ​ວົງ​ສາ​ນຸວົງ ກຳ​ປູ​ເຈຍ, ​ທັງ​ເປັນ​ປະ​ທານສະມາຄົມ​ອະ​ດີດ​ນັກ​ສຶກ​ສາ​ ກຳ​ປູ​ເຈຍ​ ຮ່ຳ​ຮຽນ​ຢູ່ ຫວຽດ​ນາມ ກ່ຽວ​ກັບ​ບົດ​ບາດ​ ແລະຄວາມ​ສຳ​ຄັນ​ຂອງ​ ອາ​ຊຽນ ​ທີ່​ມີຕໍ່​ການ​ພັດ​ທະ​ນາ​ຂອງ​ ຫວຽດ​ນາມ ແລະ ກຳ​ປູ​ເຈຍ ກ​ໍ່​ຄື​ບັນ​ດາ​ການ​ປະ​ກອ​ບ​ສ່ວນ​ອັນ​ພົ້​ນ​ເດັ່ນ​ຂອງສອງ​ປະ​ເທດ​ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້.

ຕາມ​ການ​ຕີ​ລາ​ຄາ​ຂອງ​ ນັກ​ຮຽນ​ຮູ້ Uch Leang ແລ້ວ, ໃນ​ສະ​ພາບ​ການ​ທົ່ວ​ໂລກ​ທີ່ເຕັມ​ໄປ​ດ້ວຍ​ການ​ຜັ​ນ​ແປ, ອາ​ຊຽນ ສືບ​ຕໍ່​ຢັ້ງ​ຢືນ​ທີ່​ຕັ້ງ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ພາກ​ພື້ນ​​ຂະ​ຫຍັນ​ຂັນ​ເຄື່ອນ​ທີ່​ສຸດ​ໃນ​ໂລກ. ເມື່ອຕີ​ລາ​ຄາ​ສູງ​​ຄວາມ​ສຳ​ຄັນ​ຂອງ ​ອາ​ຊຽນ ຕໍ່​ການ​ພັດ​ທະ​ນາ​ຂອງ ຫວຽດ​ນາມ ແລະ ກຳ​ປູ​ເຈຍ, ທ່ານໃຫ້​ຮູ້​ວ່າ ອາ​ຊຽນ ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ຢ່າງ​ແທ້​ຈິງ​ໃນຫຼາຍ​ດ້ານ​ຄື: ເປີດ​ກວ້າງ​​ຕະຫຼາດ​ສົ່ງ​ອອກ, ດຶງ​ດູດ​ການ​ລົງ​ທຶນ​ຕ່າງ​ປະ​ເທດ, ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ, ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ເຂົ້າ​ຮ່ວມ​ບັນ​ດາ​ລະ​ບົບ​ຕ່ອງ​ໂສ້ມູນ​ຄ່າ​ໃນ​ພາກ​ພື້ນ.

“ປັດ​ຈຸ​ບັນ​ອາ​ຊຽນ ຢືນ​ອັນ​ດັບ​ທີ 5 ໃນທົ່ວ​ໂລກ​ກ່ຽວ​ກັບ​ຂອບ​ຂະ​ໜາດ GDP. ພາກ​ພື້ນ ອາ​ຊຽນ + 3 ສືບ​ຕໍ່​ພົ້ນ​ເດັ່ນ​ຂຶ້ນ​ຄື​ດັ່ງໜຶ່ງ​ໃນ​ບັນ​ດາ​ຕະຫຼາດ​ໃຫຍ່​ທີ່​ສຸດ​​ຢູ່ໂລກ, ດ້ວຍ​ລະ​ດັບ​ການ​ເຕີ​ບ​ໂຕ​ເສດ​ຖະ​ກິດ​ຂຶ້ນ​ເຖິງ 4,5% ໃນ​ປີ 2025, ໄດ້​ຮັບ​ການ​ຊຸກ​ຍູ້​ຢ່າງ​ແຮງ​ຍ້ອນ​ການ​ຫັນ​ເປັນ​ດີ​ຈີ​ຕອນ, ເສດ​ຖະ​ກິດ​ສີ​ຂຽວ, ລະ​ບົບ​ຕ່ອງ​ໂສ້​ການສະ​ໜອງ​ໃນ​ພາກ​ພື້ນ ແລະ ຄວາມ​ຕ້ອງ​ການ​ທີ່ນັບ​ມື້​ນັບ​ສູງ​ສຳ​ລັບ​ບັນ​ດາ​ຜະ​ລິດ​ຕະ​ພັນ​ກະ​ເສດ, ປ່າ​ໄມ້, ສິນ​ໃນ​ນ້ຳ, ບັນ​ດາ​ຂົງ​ເຂດ​ເຊິ່ງທັງ ຫວຽດ​ນາມ ແລະ ກຳ​ປູ​ເຈຍ​ ລ້ວນ​ແຕ່​ມີ​ທ່າ​ໄດ້​ປຽບ​ໃນ​ການ​ແກ້ງ​ແຍ້ງ​ຢ່າງ​ຈະ​ແຈ້ງ.”

ນັ​ກ​ຮຽນ​ຮູ້ Uch Leang ຢັ້ງ​ຢືນ​ວ່າ ການ​ພັດ​ທ​ະ​ນາ​ຂອງ​ທັງ ຫວຽດ​ນາມ ແລະ ກຳ​ປູ​ເຈຍ ​ແມ່ນ​ບໍ່​ສາ​ມາດ​ຕັດ​ແຍກ​ອອກ​ຈາກຄວາມ​ວັດ​ທະ​ນາ​ຖາ​ວອນ​ລວມ​ຂອງທັງ​ພາກ​ພື້ນ ອາ​ຊຽນໄດ້.

ໂດຍເນັ້ນ​ໜັກ​ເຖິງ​ນ້ຳ​ໃຈ​ສາມ​ັກ​ຄີ​ເຊິ່ງ​ສອງ​ປະ​ເທດ ຫວຽດ​ນາມ - ກຳ​ປູ​ເຈຍ​ ໄດ້​ຮັກ​ສາ​ໃນ​ຕະຫຼອດ​ຊຸມ​ປີ​ຜ່ານ​ມາ, ນັ​ກ​ຮຽນ​ຮູ້​ Uch Leang ໃຫ້​ຮູ້​ວ່າ ນີ້​ແມ່ນ​ແບບ​ຢ່າງ​ທີ່​ໃສແຈ້ງ​ໃນ​ພາກ​ພື້ນ. ທີ່ກອງ​ປະ​ຊຸມ​ສຸດຍອດ ​ອາ​ຊຽນ ຄັ້ງ​ທີ 48 ທີ່​ໄດ້​ດຳ​ເນີນ​ໃນ​ສະ​ພາບ​ການ​ໂລກ​ມີ​ການ​ຜັນ​ແປຫຼາຍ​ຢ່າງ, ຫວຽດ​ນາມ ແລະ ກຳ​ປູ​ເຈຍ ໄດ້​ມີ​ການ​ປະ​ກອບ​ສ່ວນ​​ອັນ​ໂດດເດັ່ນ. ນັກ​ຮຽນ​ຮູ້ Uch Leang ໃຫ້​ຂໍ້​ສັງ​ເກດ​ວ່າ:

“ສຳ​ລັບ​ຝ່າຍ ​ຫວຽດ​ນາມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ​ ໄດ້​ຍົກ​ອອກ​ບັນ​ດາ​ຂໍ້​ສະ​ເໜີ​ລະ​ອຽດ, ມີ​ລັກ​ສະ​ນະ​ສ້າງ​ສັນ ແລະ ທັນ​ການ ເພື່ອ​ແນ​ໃສ່​ຊຸກ​ຍູ້​ວິ​ວັດ​ການ​ສ້າງ​ປະ​ຊາ​ຄົມ ​ອາ​ຊຽນ, ປະ​ກອບ​ສ່ວນ​ປັບ​ປຸງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ຍົກ​ສູງ​ຄວາມ​ສາ​ມາດ​ຮັບ​ມື​ຂອງພາກ​ພື້ນ ຕໍ່​​ໜ້າບັນ​ດາ​ສິ່ງ​ທ້າ​ທາຍຫຼາຍ​ດ້ານໃນ​ປັດ​ຈຸ​ບັນ, ພິ​ເສດແມ່ນ​ບັນ​ດາ​ຜົນ​ກະ​ທົບ​ຈາກ​ການ​ປະ​ທະ​ກັນ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ ຕໍ່ກັບ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ, ສະບຽບອາຫານ ແລະ ລະ​ບົບ​ຕ່ອງ​ໂສ້​ການສະ​ໜອງ​​ໃນທົ່ວ​ໂລກ. ສຳ​ລັບ​ຝ່າຍ​ ກຳ​ປູ​ເຈຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ຕ້ອງ​ການ​ໃນ​ການ​ຮັກ​ສາ​ຄວາມ​ສາ​ມັກ​ຄີ​ພາຍ​ໃນ​ກຸ່ມ ແລະ ຊອກ​ຫາ​ມາດ​ຕະ​ການ​ລວມ​ໃຫ້​ບັນ​ດາ​ສິ່ງ​ທ້າ​ທາຍຕໍ່​ຄວາມ​ໝັ້ນ​ຄົງ, ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ ແລະ ສະບຽບອາຫານ.”

ບັນ​ດາ​ການ​ປະ​ກອບ​ສ່ວນ​ໃນ​ຕົວ​ຈິງ ແລະ ຄວາມຄ້າຍ​ຄື​ກັນ​ລະ​ຫວ່າງ ຫວຽດ​ນາມ ແລະ ກຳ​ປູ​ເຈຍ ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ຮັບ​ຮອງ​ເອົາ​ເອ​ກະ​ສານຫຼາຍ​ສະ​ບັບ​ຂອງກອງ​ປະ​ຊຸມ​ຄື: ອະ​ນຸ​ສັນ​ຍາ ເຊ​ບູ, ບັນ​ດາ​ຖະ​ແຫຼງ​ການ​ກ່ຽວ​ກັບ​ກາ​ນ​ຮ່ວມ​ມື​ໃນ​ການ​ເດີນ​ເຮືອ, ການຮັບ​ມື​ກັບ​ວິ​ກິດ​ການ​ຢູ່​ຕາ​ເວັນ​ອອກ​ກາງ, ການມອບ​ສິດ​ໃຫ້​ແກ່​ຊາວ​ໜຸ່ມ​ໃນ​ການ​ກະ​ທຳ​ເພື່ອ​ດິນ​ຟ້າ​ອາ​ກາດ, ການ​ຮ່ວມ​ມື​ເພື່ອ​ຮັບ​ມື​ກັບ​ໄພ​ພິ​ບັດ​ທຳ​ມະ​ຊາດ ແລະ ອະ​ນຸ​ສັນ​ຍາ​ຍຸ​ດ​ທະ​ສາດ​ກ່ຽວ​ກັບ​ການ​ຫັນ​ປ່ຽນ​​ຮອບ​ດ້ານ. ເມື່ອສັງ​ເກດ​ກ່ຽວ​ກັບ​ແງ່ຫວັງໃນອະ​ນາ​ຄົດ, ນັກ​ຮຽນ​ຮູ້ Uch Leang ສະ​ເໜີ​ບຸ​ລິ​ມະ​ສິດ​ຈຳ​ນວນ​ໜຶ່ງ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ກຳ​ປູ​ເຈຍ ເພື່ອ​ບໍ່​ພຽງ​ແຕ່​ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຢູ່​ແຕ່​ລະ​ປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ວິ​ວັດ​ການ​ພັດ​ທ​ະ​ນາລວມ​ຂອງ ອາ​ຊຽນ ອີ​ກ​ດ້ວຍ.

“ຫວຽດ​ນາມ ແລະ ກຳ​ປູ​ເຈຍ ອາດ​ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ​ໃນຫຼາຍ​ຂົງ​ເຂດ​ບຸ​ລິ​ມະ​ສິດ. ກ່ອນ​ອື່ນ​ໝົດ​, ການ​ຄ້າ ແລະ ການ​ລົງ​ທຶນ​ແມ່ນ​ຂົງ​ເຂດຫຼັກ​ແຫຼ່ງ ແລະ ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ທີ່​ສຸດ. ສອງ​ປະ​ເທດ​ພວກ​ເຮົາພວມ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ບັນ​ລຸ 20 ຕື້ USD ໃນ​ຊຸມ​ປີ​ຕໍ່​ໄປ. ທີ​ສອງ, ຫວຽດ​ນາມ ພວມ​ຮັກ​ສາ​ທ່າ​ເຕີບ​ໂຕ​ທີ່ໜ້າ​ປະ​ທັບ​ໃຈ, ບັນ​ລຸລະ​ດັບກວ່າ 8% GDP ປີ 2025 ແລະ ມີ​ແງ່​ຫວັງ​ບັນ​ລຸ​ລະ​ດັບເຕີບ​ໂຕ​ແຕ່ 10% ຂຶ້ນ​ໄປ​ໃນ​ຊຸມ​ປີ​ຕໍ່​ໄປ, ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ຂະ​ຫຍັນ​ຂັນ​ເຄື່ອນ​ທີ່​ສຸດ​ໃນ​ພາກ​ພື້ນ. ນີ້​ແມ່ນ​ໂອ​ກາດ​ເພື່ອ​ໃຫ້ ​ກຳ​ປູ​ເຈຍ​ ໝູນໃຊ້​ຮູບ​ແບບ “ຫວຽດ​ນາມ + ກຳ​ປູ​ເຈຍ” ຫຼື “ຫວຽດ​ນາມ + 1”.”

ນັກ​ຮຽນ​ຮູ້ Uch Leang ເຊື່ອ​ໝັ້ນ​ວ່າ ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສອງ​ຝ່າຍ ຫວຽດ​ນາມ - ກຳ​ປູ​ເຈຍ ແລະ ການ​ຮ່ວມ​ມື​ຢູ່​ເຂດ​ອະ​ນຸ​ພາກ​ພື້ນ ບໍ່​ພຽງ​ແຕ່​ສ້າງ​ກຳ​ລັງ​ໜູນ​ໃນ​ການ​ເຕີບ​ໂຕ​ໃຫ້​​ແຕ່​ລະ​ປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງ​ກາຍ​ເປັນ​ແບບ​ຢ່າງ​ທີ່​ດີ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ​ອາ​ຊຽນ ອື່ນອີກ, ປະ​ກອບ​ສ່ວນ​ສ້າງ​ປະ​ຊາ​ຄົມ​ ອາ​ຊຽນ ​ສາ​ມັກ​ຄີ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ວັດ​ທະ​ນາ​ຖາ​ວອນ​ອີກດ​ວ້ຍ.