ທຳ​ນອງ​ “ບົດ​ເພງເຂດ​ດິນ​ແດນ​ທາງ​ທິດ​ໃຕ້” ໂດຍ​ນ້ອງ ພົງພິສຸດ ເພັງສຸກ (Pongpisut Pengsuk) ຊື່​ຫວຽດ​ແມ່ນ ຕວັນ​ຟອງ ມາ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ ຈຸລາລົງກອນ (Chulalongkorn) ສະແດງນັ້ນ ໄດ້​ເຮັດ​ໃຫ້​ບັນ​ຍາ​ກາດ​ໃນ​ຫໍ​ປະ​ຊຸມ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ ສີນະຄະຣິນວິໂຣດ (Srinakharinwirot) ຄຶກ​ຄັກກວ່າ. ບັນ​ດາ​ນັກ​ສຶກ​ສາ​ໄທ ​ໄດ້​ເລົ່າ​ເລື່ອງ​ລາວກ່ຽວ​ກັບ​ ຫວຽດ​ນາມ ຕາມ​ວິ​ທີ​ສະ​ເພາະ​ຂອງ​ຕົນ ​ຜ່ານ​​ສຽງ​ເພງ, ສາຍ​ຕາ ແລະ ຄວາມ​ຕື້ນຕັນ​ໃຈ​​ໃນການ​ແຂ່ງ​ຂັນ My Viet Nam Story 2026 – ໂດຍ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ​ໄທ ​ຈັດ​ຂຶ້ນ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງ​ກາ​ນ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ໄທ ໄດ້​ປະ​ກອບ​ສ່ວນ​ສ້າງກະແສ​ລົມ​ໃໝ່, ເຮັດ​ໃຫ້​ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ຊາດ​ເລິກ​ເຊິ່ງກວ່າ​ອີກ.

ສິ່ງ​ທີ່​ສ້າງ​ຄວາມ​ດຶງ​ດູດ​ພິ​ເສດ​ຂອງ​ການ​ແຂ່ງ​ຂັນ​ບໍ່​ແມ່ນລັກ​ສະ​ນະ​ແກ່ງ​ແຍ່ງກັນ, ຫາກ​ແມ່ນຄວາມ​ຮູ້​ສຶກ​ທີ່​ເລິກ​ເຊິ່ງ. ພາ​ສາ​ຫວຽດ, ຜ່ານ​ການ​ສະ​ແດງ​ຂອງ​ຜູ້​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ, ມັນບໍ່​​ແມ່ນ​ພາ​ສາ​ທີ່​ແປກ​ປະຫຼາດ ຫາກ​​ໄດ້​ກາຍ​ເປັນ​ພາ​ຫະ​ນະ​ເພື່ອ​ສະ​ແດງ​​ຄວາມ​ຮັກ​ແພງ, ເພື່ອ​​ເຂົ້າ​ໃຈ​ ແລະ ແບ່ງ​ປັນກັນ. ຈາກ​​ການສະແດງພິນສາຍດຽວ, ລະຄອນຫຸ່ນ​ເງົາ​ ທີ່ວາ​ດ​ພາບ​ເລື່ອງ​ນິຍາຍພື້ນເມືອງ “ເຕິມ​ກ້າມ”, ຕະຫຼອ​ດ​ຮອ​ດ​ບັນ​ດາ​ເລື່ອງ​ລາວ​ກ່ຽວ​ກັບ​ນ້ຳ​ປາ​ ຝູກວັກ ຫຼື ວິ​ຖີ​ດຳ​ລົງ​ຊີ​ວິດ​ຂອງ​ຄອບ​ຄົວ ຫວຽດ - ທຸກ​ສິ່ງ​ທຸກ​ຢ່າງ​ເບິ່ງ​ຄື​ວ່າ​ປະ​ສົມ​ປະ​ສານ​ກັນ​ກາຍ​ເປັນ​ຮູບພາບ​ວັດ​ທະ​ນະ​ທຳ​ ທັງ​ໃກ້​ຊິດສະໜິດສະໝົມ ທັງ​ໃໝ່​ອ່ຽມ.

ບັນ​ດາ​ຄົນ​ໜຸ່ມ​ທີ່​ເຂົ້າ​ຮ່ວມ​ການ​​ແຂ່ງ​ຂັນ - “ທູດ​ວັດ​ທະ​ນະ​ທຳ” ບໍ່​ມີຖາ​ນະນາມ​ທີ່​ມາ​ຈາກ 8 ມະ​ຫາ​ວິ​ທະ​ຍາ​ໄລ ທີ່​ມີ​ຂະແໜງພາ​ສາ​ຫວຽດ ​ຢູ່​ໄທ ​ຄື: ຈຸລາລົງກອນ (Chulalongkorn), ທຳມະສາດ (Thammasat), ສີນະຄະຣິນວິໂຣດ (Srinakharinwirot), ນະເຣສວນ (Naresuan), ຊຽງໃໝ່ (Chiang Mai)… ແມ່ນ​ພະ​ຍານຫຼັກ​ຖານ​ທີ່ມີ​ຊີ​ວິດ​ຊີ​ວາກ່ຽວ​ກັບ​ກຳ​ລັງ​ແຜ່​ກະ​ຈາຍ​​ຂອງນ້ຳ​ໃຈ​ມິດ​ຕະ​ພາບ ຫວຽດ​ນາມ - ໄທ. ເມື່ອ​ພາ​ສາ​ໄດ້​​ສະ​ແດງ​ອອກດ້ວຍໝາກ​ຫົວ​ໃຈ, ມັນ​ຈະ​ຂ້າມ​ຜ່ານ​​ສິ່ງ​ທີ່ກີດ​ຂວາງ​ທຸກ​ປະ​ການ​ໄດ້. ຍ້ອນເຫດ​ນັ້ນ, ພາ​ສາ​ຫວຽດ ຈຶ່ງ​ມີ​ຄວາມ​ໃກ້​ຊິດ, ຕິດ​ພັນ​ໃນ​​ຊີ​ວິດ​ປະ​ຈຳ​ວັນ ແລະ ຈະ​ປະ​ກົດ​​ຕົວໃນ​ອະ​ນາ​ຄົດ​ຂອງ​ນັກ​ສຶກ​ສາ​ໄທ ຫຼາຍ​ຄົນ ຄື ຕວັນຟອງ ແລະ ຫັດທະຣັກ ເຜືອກໂສພາ (Huttharak Phueaksopha):

“ນ້ອງ​ເຫັນ​ວ່າຄົນຫວຽດ​ນາມ ແລະ ​ຄົນໄທ ​ຄື​ກັນຫຼາຍ, ​ລ້ວນ​ແຕ່ເປັນ​ຄົນ​ໃຈ​ດີ. ພາຍຫຼັງ​ຮຽນ​ຈົບ​ນ້ອງ​ຈະ​ໄປຮຽນ​ຕໍ່ຢູ່ ຫວຽດ​ນາມ, ຫຼັງ​ຈາກ​ນັ້ນ​​ຈຶ່ງກັບ​​ເມືອໄທ​ ເພື່ອ​ສອນ​ພາ​ສາ​ຫວຽດ​ ໃຫ້​ລຸ້ນ​ໜຸ່ມ ​ໄທ”.

“ເມື່ອ​ຍັງ​ຮ່ຳຮຽນ​ຢູ່​ໂຮງ​ຮຽນ ຂ້າ​ພະ​ເຈົ້າ ແລະ ​ໝູ່ເພື່ອນເຄີຍຫຼິ້ນ​ເກມ​​ແບບ​ງ່າຍ​ໆນັ້ນ​ແມ່ນ ຫຼິ້ນ ແຊ້ມກາ​ໂລ້. ພຽງ​ແຕ່​ໃຊ້​ເຈ້ຍ​ໃບ​ໜຶ່ງ ແລະ ​ບິກ ກໍ່ສາ​ມາດຫຼິ້ນ​ໄດ້. ແຕ່​ແທນ​ທີ່ຫຼິ້ນ​ແບບ​ທົ່ວ​ໄປ, ພວກ​ຂ້າ​ພະ​ເຈົ້າຫຼິ້ນ​ແບບ​ລົມດ້ວຍ​ພາ​ສາ​ຫວຽດ”.

ຈາກ​ແງ່​ມູມ​ທີ່ກວ້າງກວ່າ, ບັນ​ດາ​ກິດ​ຈະ​ກຳ​ຄື “My Viet Nam Story 2026” ສະ​ແດງ​ໃຫ້​ເຫັນ​ການ​ຫັນ​ປ່ຽນ​ໃນ​​ການ​ສ້າງ​ການ​ພົວ​ພັນ​ສາ​ກົນ. ຖ້າ​ການ​ທູດ​ການ​ເມືອງ​ສ້າງເປັນ​ພື້ນ​ຖານ, ການ​ທູດ​ປະ​ຊາ​ຊົນ​ຈະແມ່ນ​ຈິດ​ວິນ​ຍານ. ບັນ​ດາ​ການ​ພົວ​ພັນ​ໄດ້​ສ້າງ​ຂຶ້ນ​ຈາກ​ໂຮງ​ຮຽນ, ​ ຈາກ​ບັນ​ດາ​​ກິດ​ຈະ​ກຳ ຫຼື ການ​ການ​ໄປ​ທັດ​ສະ​ນະ​ສຶກ​ສາ… ນັ້ນ​ ແມ່ນ​ເສັ້ນຝ້າຍທີ່​ໜຽວ​ແໜ້ນ​ທີ່​ສຸດ​ລະ​ຫວ່າງ​ສອງ​ປະ​ເທດ. ເພາະ​ສະ​ນັ້ນ, ການ​ຮ່ວມ​ເດີນ​ທາງ​ຂອງ​ສະຖານທູດຫວຽດ​ນາມ​ປະ​ຈຳ​ໄທ ພ້ອມກັບບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ ໄດ້ສ້າງ​ເປັນ “ສະ​ຖານ​ທີ່​ພົບ​ປະ” ທີ່ເຕັມ​ໄປ​ດ້ວຍ​ຄວາມ​ໝາຍ, ບ່ອນທີ່ເມື່ອ​ພາ​ສາຫວຽດ​ ດັງ​ຂຶ້ນ, ວັດ​ທະ​ນະ​ທຳ​ຫວຽດ​ນາມ ​ຈະແຜ່​ກະ​ຈາຍ ແລະ ນ້ຳ​ໃຈ​ເພື່ອນ​ມິດກໍ່​ໄດ້​ສ້າງ​ຂຶ້ນ. ນັ້ນ​ແມ່ນ​ວິ​ທີ​ເຊິ່ງ “ພະ​ລັງ​ອ່ອນ” Soft Power ໄດ້ຫຼໍ່​ລ້ຽງ - ອ່ອນ​ໂຍນ ແຕ່ເລິກ​ເຊິ່ງ. ທ່ານ​ນາງ ລິງ​ຈີ ອາ​ຈານ ມະ​ຫາ​ວິ​ທະ​ຍາ​ໄລ ຈຸລາລົງກອນ (Chulalongkorn) ໃຫ້​ຮູ້​ວ່າ:

50 ປີ​ແມ່ນໄລຍະ​ທາງທີ່​​ຍາວ​​ພໍ​ສົມ​ຄວນເພື່ອ​ຫວນ​ຄືນ, ແຕ່​ກໍ່​ແມ່​ນ​ຈຸດ​ເລີ່ມ​ຕົ້ນ​ໃຫ້​ແກ່​ວິ​ວັດ​ການ​ໃໝ່. ການ​ພົວ​ພັນ ຫວຽດ​ນາມ - ໄທ​ ໃນ​ມື້​ນີ້​ບໍ່​​ຖືກ​ຈຳ​ກັດ​ໃນ​ຂອບ​ເຂດ​ທີ່​ມີ​ມາ​ກ່ອນ​ເ, ຫາກ​ຍັງ​ໄດ້​ເປີດກວ້າງ​ດ້ວຍ​​ການປະ​ດິດ​ຄິດ​ສ້າງ ແລະ ຄວາມ​ສຸດ​ຈິດ​ສຸດ​ໃຈ​ຂອງ​ໄວ​ໜ​ຸ່ມ. ບັນ​ດາ​ເລື່ອງ​ລາວ​ທີ່ເລົ່າ​ດ້ວຍ​ພາ​ສາຫວຽດ​ ຢູ່​ບາງກອກ​ ບໍ່​ພຽງ​ແຕ່​ຢຸດ​ຢູ່​ການແຂ່ງ​ຂັນ​ເທົ່າ​ນັ້ນ ຫາກ​ຍັງ​ສືບ​ຕໍ່​ໄດ້​ຂຽນ​ຕໍ່​ໃນ​ອະ​ນາ​ຄົດ - ຢູ່​ໂຮງ​ຮຽນ, ໃນ​ວຽກ​ງານ ແລະ ໃນ​ການ​ພົວ​ພັນ​ຂ້າມ​ຊາຍ​ແດນ.