ໃນ​ໄລ​ຍະ​ເຄິ່ງ​ສະ​ຕະ​ວັດແຫ່ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ -ໄທ, ​ຄຽງ​ຄູ່​ກັບ​ບັນ​ດາ​ຂີດ​ໝາຍ​ຮ່ວມ​ມື​ດ້ານ​ການ​ເມືອງ, ເສດ​ຖະ​ກິດແລ້ວ, ​ມີຫຼາຍ​ຄົນ​ຍັງປະ​ກອບ​ສ່ວນ​ຢ່າງ​ມິດ​ງຽບ​ເຂົ້າ​ໃນການ​ເຊື່ອມ​ຕໍ່​ສອງ​ຊາ​ດ​ດ້ວຍ​ພາ​ສາ, ວັດ​ທະ​ນະ​ທຳ ແລະ ນ້ຳ​ໃຈ​ອັນຈິງ​ໃຈ. ຄູ​ສອນ ໂດ​ຖຸຍ​ຮ່າ ຜູ້​ທີ່​ສິດ​ສອນ​ພາ​ສາຫວຽດ ​ຢູ່ ໄທ ເປັນເວລາກວ່າ 25 ປີ - ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຂົວ​ເຊື່ອມ​ຕໍ່​ອັນ​ໜຽວ​ແໜ້ນ. ບໍ່​ພຽງ​ແຕ່​ນຳ​ພາ​ສາຫວຽດ​ ໄປ​ເຖິງ​ເພື່ອນ​ມິ​ດ ໄທ ​ເທົ່າ​ນັ້ນ, ລາວຍັງ​ນຳ​ເອົາ​ວັດ​ທະ​ນະ​ທຳ ຫວຽດ​ນາມ​ ເຂົ້າໃນ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ໄວ​ໜຸ່ມ​ ​ໄທ ອີກ​ດ້ວຍ.

​ຊົ່ວ​ໂມງຮຽນ​ພາ​ສາ​ຫວຽດ ຢູ່​ສູ​ນ​ພາ​ສາ ແລະ ຄວາມ​ຮູ້ ຫວຽດ​ນາມ (VLK) ທີ່ ​ບາງກອກ ​ໄດ້​ເຈາະ​ຈີ້ຫຼາຍສິ່ງທີ່​ຈັບ​ໃຈ​ເພື່ອ​ໃຫ້​ຄູ​ ແລະ ນັກ​ຮຽນ​ພ້ອມ​ກັນ​ຄົ້ນ​ຫາ. ນັ້ນ​ແມ່ນ​ວິ​ທີ​ເຊິ່ງ ​ຄູ​ ໂດ​ຖຸຍ​ຮ່າ ນຳ​ໃຊ້​ເພື່ອ​ໃຫ້ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ ​ມີ​ຄວາມ​ໃກ້​ຊິດ, ມີ​ຊີ​ວິດ​ຊີ​ວາກວ່​າ​ໃນ​ສາຍ​ຕາ​ຂອງ​ຊາວ​ໄທ. ຄູ​ ຖຸຍ​ຮ່າ ​ແບ່ງ​ປັນ​ວ່າ​ ໃນ​ຊຸມ​ປີ​ທ້າຍ​ຂອງ​ໄລ​ຍະ 1990 – 1999, ການ​ສອນ​ພາ​ສາຫວຽດ​ ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ຈຸ​ລາ​ລົງ​ກອນ, ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ​ແຖວ​ໜ້າ​ຂອງ ​ໄທ ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ. ເອ​ກະ​ສານ​ພາ​ສາຫວຽດ ຫາ​ຍາກ, ອິນ​ເຕີ​ເນັດ​ບໍ່ທັນເປັນທີ່​ຮູ້​ຈັກທົ່ວໄປ, ພາບ​ພົດ​ກ່ຽວ​ກັບ ຫວຽດ​ນາມ ​ສ່ວນຫຼາຍແມ່ນ​ຕິດ​ພັນ​ກັບຄວາມຊົງຈຳ​ກ່ຽວ​ກັບ​ສົງ​ຄາມ ແລະ ເລື່ອງ​ລາວກ່ຽວ​ກັບ​ປະ​ຫວັດ​ສາດ. ຈາກ​ຄວາມ​ຈິງ​ແຫ່ງ​ການ​​ສິດສອນ​, ຄູ​ ໂດ​ຖຸຍ​ຮ່າ ໄດ້​ຮັບ​ຮູ້ແຕ່​ຫົວ​ທີ​ວ່າ ການ​ສອນ​ພາ​ສາຫວຽດ​ ບໍ່​ພຽງແຕ່ແມ່ນການ​ສອນ​ຄຳ​ສັບ, ໄວ​ຍະ​ກອນ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ການ​ສອນກ່ຽວກັບ​ວິ​ທີ​​ຄິດ, ວິ​ຖີ​ດຳ​ລົງ​ຊີ​ວິດ​ຂອງ​ຄົນ​ຫວຽດ ​ອີກ​ດ້ວຍ.

ການ​ພົວ​ພັນທາງການ​ທູດ​ລະ​ຫວ່າງ ຫວຽດ​ນາມ - ໄທ ​ໃນ​ຕະຫຼອດ​ໄລ​ຍະ 50 ປີ​ຜ່ານ​ມາ ບໍ່​ພຽງ​ແຕ່​ແມ່ນ​ບ​ບັນ​ດາຕົວ​ເລກ​ເທົ່າ​ນັ້ນ. ​ຫາກໃນ​ວິ​ວັດ​​ແຫ່ງການ​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ໃນ​ຂົງ​ເຂດ​ການ​ສຶກ​ສາກວ່າ 25 ປີ​ຢູ່ ​ໄທ ຂ້າ​ພະ​ເຈົ້າ​​ໄດ້ເຫັນ​ການ​ປ່ຽນ​ແປງ​ຢ່າງ​ຈະ​ແຈ້ງ​ຈາກ​ນັກ​ສຶກ​ສາ​ລຸ້ນ​ຕ່າງໆ. ບັນ​ດາ​ນັກ​ສຶກ​ສາ​ລຸ້ນ​ທຳ​ອິດ​ທີ່​ຂ້າ​ພະ​ເຈົ້າ​​ສິດສອນ​ສ່ວນຫຼາຍ​ແມ່ນ​ນັກ​ຄົ້ນ​ຄ້​ວາ, ນັກ​ສຶກ​ສາ​ຮຽນ​​ກ່ຽວ​ກັບວັນ​ນະ​ຄະ​ດີ ຫວຽດ​ນາມ ຫຼື​ປະຫວັດ​ສາດ ຫວຽດ​ນາມ… ເຖິ​ງ​ຢ່າງ​ໃດ​ກໍ​ຕາມ, ນັກ​ສຶກ​ສາ​ລຸ້ນ​ຕໍ່​ມາຂອງ ໄທ ​ພັດ​ມີ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ພາ​ສາ, ການ​ທ່ອງ​ທ່ຽວ, ອາ​ຫານ​ການ​ກິນ, ດົນ​ຕີ ແລະ ແຟ​ຊັ່ນ ​ຂອງຫວຽດ​ນາມ ຫຼາຍກວ່າ. ສິ່ງ​ດັ່ງ​ກ່າວສະ​ແດງ​ໃຫ້​ເຫັນ​​ວ່າພາບ​ພົດ​ຂອງ ຫວຽດ​ນາມ​ ໃນ​ຄວາມ​ຮັບຮູ້​ຂອງ​ຊາວ​ໄທ ໄດ້​ຄ່ອຍໆ​ປ່ຽນ​ແປງ, ຈາກ​ປະ​ເທດ​ທີ່ໄດ້​ຮັບ​ການຮູ້​ຈັກ​ສ່ວນຫຼາຍ​ແມ່ນຜ່ານ​ປຶ້​ມ, ກ​ານ​ຄົ້ນ​ຄ້​ວາ ແລະ ປະ​ຫວັດ​ສາດ, ປັດ​ຈຸ​ບັນ​ໄດ້ມີ​ຄວາມ​ໃກ້​ຊິດ, ມີ​ຊີ​ວິດ​ຊາ ແລະ ປະ​ກົດ​ຕົວຫຼາຍກວ່າ​ໃນ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ໄວ​ໜຸ່ມ ​ໄທ​.

ຈາກ​ນັ້ນ, ໃນ​ແຕ່​ລະ​ບົດ​ສອນ​ພາ​ສາ​ຫວຽດ, ​​ຄູ ຮ່າ​ເຄີຍ​ແນະ​ນຳເລື່ອງ​ລາວ​ກ່ຽວ​ກັບ​ປະ​ຊາ​ຊົນ, ງານ​ບຸນ, ຮີດ​ຄອງ​ປະ​ເພ​ນີ, ຊີ​ວິດ​ປະ​ຈຳ​ວັນ​ຂອງ ​ຊາວຫວຽດ​ນາມ ​ຢ່າງ​ມີ​ຊີ​ວິດ​ຊີ​ວາ​. ກວ່າ​ສອງ​ທົດ​ສະ​ວັດ​ທີ່​ຕິດ​ພັນ​ກັບ​ການ​ສິດ​ສອນ, ຄູ ​ຮ່າ ​ໄດ້​ເຫັນ​ປະ​ຈັກ​ຕາ​ການ​ປ່ຽນ​ແປງ​ໃນ​ວິ​ທີ​​ທີ່​ໄວ​ໜຸ່ມ ​ໄທ ​ຮັບ​ຮູ້ກ່ຽວ​ກັບ ​ຫວຽດ​ນາມ - ​ຈາກປະ​ເທດ​ທີ່​​ຕິດ​ພັນ​ກັບ​ປະ​ຫວັດ​ສາດ, ໄປສູ່​ປະ​ເທດ​ທີ່​​ຂະ​ຫຍັນ​ຂັນ​ເຄື່ອນ, ເຕັມ​ໄປ​ດ້ວຍພະລັງ​ຊີ​ວິດ ແລະ ຄວາມ​ໃກ້​ຊິດ.

ນັກ​ສຶກ​ສາ​ລຸ້ນ​ຕໍ່ມາ​ເອົາ​ໃຈໃສ່​ຫຼາຍກວ່າ​ເຖິງພາ​ສາ, ການ​ທ່ອງ​ທ່ຽວ, ອາ​ຫານ​ການ​ກິນ, ດົນ​ຕີ, ແຟ​ຊັ່ນຂອງ ຫວຽດ​ນາມ . ສິ່ງ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ​ການ​ພົວ​ພັນ​ສອງ​ປະ​ເທດ​ບໍ່​ພຽງ​ແຕ່​ຢຸດຢູ່​ການ​ພົວ​ພັນ​ທາງການ​ທູດ​ເທົ່າ​ນັ້ນ, ຫາກ​ໄດ້ກາຍ​ເປັນ​ສ່ວນ​ໜຶ່ງ​ໃນ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ໄວ​ໜຸ່ມໄທ​ອີກ​ດ້ວຍ.

ບໍ່​ພຽງ​ແຕ່​ສິດສອນ​ຢູ່​ມະ​ຫາ​ວິ​ທະ​ຍ​າ​ໄລ​ເທົ່າ​ນັ້ນ, ແຕ່​ຕົ້ນຊຸມ​ປີ 2000, ​ຄູ​ ໂດ​ຖຸຍ​ຮ່າ ໄດ້​ສ້າງ​ຕັ້ງ​ສູນ​ພາ​ສາ ແລະ ຄວາມ​ຮູ້ ຫວຽດ​ນາມ (VLK) ຢູ່​ບາງກອກອີກ, ໂດຍ​ເລີ່ມ​​ມາຈາກ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຕົວ​ຈິງຂອງ​ຜູ້​ທີ່ມີ​ຄວາມ​ຮັກ​ຕໍ່ ຫວຽດ​ນາມ ​ແຕ່ບໍ່​ມີ​ບ່ອນ​​ເພື່ອຮຽນ​ພາ​ສາ ​ຫວຽດ​ນາມ ແລະ ຊອກຮູ້​ວັດ​ທະ​ນະ​ທຳຫວຽດນາມ. VLK ຄ່ອຍໆ​ກາຍ​ເປັນ “Vietnam Corner” ຢູ່ໃຈ​ກາງ ​ບາງກອກ ບ່ອນທີ່​ຊາວ​ໄທ, ຊາ​ວ​ຫວຽດ​ນາມ ແລະ ເພື່ອນ​ມິດ​ສາ​ກົນ​ອາດ​ສາມາດ​ພົບ​ປະ, ຮຽນ​ພາ​ສາ, ເບິ່ງ​ໜັງ, ຟັງ​ດົນ​ຕີ, ພ້ອມ​ກັນ​ແບ່ງ​ປັນ​ຄວາມ​​ຮັກ​​ຕໍ່​ປະ​ເທດ ຫວຽດ​ນາມ.

ເປົ້າ​ໝາຍ​ຂອງ​ສູນ​ບໍ່​ພຽງ​ແຕ່​ຢຸດ​ຢູ່​ການ​ສອນ​ພາ​ສາຫວຽດເທົ່າ​ນັ້ານ ຫາກ​ຍັງ​ແມ່ນ​ສະ​ຖານ​ທີ່​ແຫ່ງ​ໜຶ່ງ​ຢູ່​ ບາງກອກ ເພື່ອໃຫ້ຊາວ​ໄທ​ ທີ່ມີ​ຄວາມຮັກ​​ຕໍ່ ຫວຽດ​ນາມ, ແລະຊາວ​ຫວຽດ​ນາມ ​ສາ​ມາດ​ມາ​ພົບ​ປະ​ແລກ​ປ່ຽນ, ແບ່ງ​ປັນ ເພື່ອເຂົ້າ​ໃຈ​ ຫວຽດ​ນາມ ກວ່າ​ອີກ. ຢູ່​ສູນ​ທຸກ​ຄົນ​ສາມາດຢືມ, ເບິ່ງ​ວີ​ດີ​ໂອ, ໜັງ, ຟັງ​ດົນ​ຕີ, ຢືມ​ປຶ້ມ, ເວົ້າ​ພາ​ສາຫວຽດ ຫຼື​ດື່ມ​ກາ​ເຟ. ໃນ​ວັນ​ບຸນ​ສຳ​ຄັນ​ຂອງ ຫວຽດ​ນາມ ຄື​ບຸນ​ເຕັດປະ​ເພ​ນີ, ບຸນ​ຫໍ່​ເຂົ້າປະ​ດັບ​ດິນ, ວັນ​ຊາດ... ສູນ​ກໍ່​ຈັດ​ບັນ​ດາ​ກິດ​ຈະ​ກຳນ້ອຍໆ ເພື່ອ​ໃຫ້​ທຸກ​ຄົນ​ເຂົ້າ​ຮ່ວມຊອກ​ຮູ້ ແລະ ເຊື່ອມ​ຕົວ​ເຂົ້າ​ກັບ​ບັນ​ຍາ​ກາດ​ວັດ​ທະ​ນະ​ທຳ ຫວຽດ​ນາມ ໂດຍບໍ່​ເກັບຄ່າ.

ສານ​ທີ່​ລຽບ​ງ່າຍ​ແຕ່​ເລິກ​ເຊິ່ງ​ທີ່ ຄູ​ ໂດ​ຖຸຍ​ຮ່າ ຢາກ​​ສົ່ງ​ເຖິງ​ຜູ້​ຊົມ​ຜ່ານ​ບັນ​ດາ​​ກິດ​ຈະ​ກຳ​ຂອງ​ສູນ ນັ້ນ​ແມ່ນ ບໍ່​ຈຳ​ເປັນ​ຕ້ອງ​ເລີ່ມ​​ຈາກ​ສິ່ງ​ທີ່​​ໃຫຍ່​ໂຕເທົ່າ​ນັ້ນ ຫາກ​ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ຊາດ​ທີ່​ໄດ້​ຮັບ​ການ​ປູກ​ລ້ຽງ​ຈາກ​ສິ່ງ​ທີ່​ລຽບ​ງ່າຍ​ໃນ​ຊີ​ວິດ​ປະ​ຈຳ​ວັນ.

ນ້ຳ​ໃຈ​ມິດ​ຕະ​ພາບ​ບໍ່​ພຽງ​ແຕ່​ສະ​ແດງໃຫ້ເຫັນ​ຢູ່​ເວ​ທີ​ປາ​ໄສ​ໃຫຍ່ ຫຼື​ຄຳ​ເວົ້າ​ທີ່​ດີ​ງາມ, ຫາກ​ຍັງ​ຢູ່​ໃນ​ຊີ​ວິດ​ປະ​ຈຳ​ວັນ - ໃນ​ສຽງດົນ​ຕີທີ່​ເຮົາ​ໄດ້​ຟັງ, ອາ​ຫານ​ທີ່​ເຮົາ​ມັກ, ​ວິ​ຖີດຳ​ລົງ​ຊີ​ວິດ​ທີ່​ເຮົາ​ຮຽນ​ໄດ້ ແລະ ຄວາມ​ເຄົາ​ລົບ​ນັບ​ຖື​ທີ່ສະ​ຫງວນໃຫ້​ກັນ.

ກວ່າ 25 ປີ​ທີ່​ສອນ​ພາ​ສາ​ຫວຽດ ​ຢູ່ປະ​ເທດ​ ໄທ, ຄູ​ ໂດ​ຖຸຍ​ຮ່າ ໄດ້​ປະ​ກອບ​ສ່ວ​ນນຳ​ ຫວຽດ​ນາມ ຫຍັບ​ໃກ້​ເຂົ້າ​ກັບ​ເພື່ອນ​ມິດ ​ໄທ ​ດ້ວຍ​ພາ​ສາ, ວັດ​ທະ​ນະ​ທຳ ແລະ ຄວາມ​ເຂົ້າ​ໃຈ​ກັນ. ເລື່ອງ​ລາວ​ຂອງ​ຄູ ແມ່ນ​ຫຼັກ​ຖານ​ພະ​ຍານ​ທີ່​ມີ​ຊີ​ວິ​ດ​ຊີ​ວາ​ກ່ຽວ​ກັບ​ກຳ​ລັງ​ແຮງ​ຂອງ​ການ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​ເພື່ອ​ໃຫ້​ນ້ຳ​ໃຈ​ມິດ​ຕະ​ພາບ ຫວຽດ​ນາມ - ໄທ ​ສືບ​ຕໍ່​ໄດ້​ຮັບການເພີ່ມ​ພູນ​ຄູນ​ສ້າງໃນ​ອະ​ນາ​ຄົດ.