ໂດຍຮ່ວມ​ເດີນ​ທາງ​ພ້ອມ​ກັບ​ປະ​ເທດ​ຊາດ​ມາເປັນ​ເວ​ລາກວ່າ 1 ສະ​ຕະ​ວັດ, ສື່ມວນ​ຊົນ​ປະ​ຕິ​ວັດ ຫວຽດ​ນາມ ບໍ່​ພຽງ​ແຕ່​ແມ່ນ​ສຽງ​ຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ ຫວຽດ​ນາມ ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ກຳ​ລັງ​ນຳ​ໜ້າ​ໃນ​ແນວຮົບໂຄ​ສະ​ນາ​ສື່ສານການ​ຕ່າງ​ປະ​ເທດ, ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈເຊິ່ງ​ກັນ ແລະ ກັນ ແລະ ປັບ​ປຸງ​ຄວາມ​ສາ​ມັກ​ຄີ​ລະ​ຫວ່າງ ຫວຽດ​ນາມ ກັບ​ເພື່ອນ​ມິດ​ສາ​ກົນ. ໃນ​ນັ້ນ, ​ຍາມ​ໃດບັນ​ດານັກ​ຂ່າວ​ສອງ​ປະ​ເທດ​​ລຸ້ນ​ຕ່າງໆ​ກໍ່​ຮັກ​ສາ, ເສີມ​ສ້າງ​ແລະ​ແຜ່​ຂະ​ຫຍາຍສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ, ກາ​ນ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ ດ້ວຍ​ບັນ​ດາ​ເລື່ອງ​ລາວ​ທີ່​ແທ້​ຈິງ ແລະ ເຕັມ​ໄປ​ດ້ວຍ​ຄວາມ​ສະ​ເທືອນ​ໃຈ. ເນື່ອງ​ໃນ​ໂອ​ກາດສະ​ເຫຼີມ​ສະຫຼອງວັນ​ສື່​ມວນ​ຊົນ​ປະ​ຕິ​ວັດ ຫວຽດ​ນາມ ຄົບ​ຮອບ 101 ປີ (ວັນ​ທີ 21 ມິ​ຖຸ​ນາ 1925 – 21 ມິ​ຖຸ​ນາ 2026), ເຊີນ​ທ່ານ​ຜູ້​ຟັງ​ ຫວນ​ຄືນ​ໄລ​ຍະ​ທາງ​ທີ່​ບັນ​ດານັກ​ຂ່າວ ຫວຽດ​ນາມ ແລະ ລາວ ຮຽງ​ບ່າ​ຮຽງ​ໄຫຼ່​ກັນ​ເພື່ອ​ຮັກ​ສາ​ຂົວ​ຕໍ່​​ນາມ​ມະ​ທຳ ​ແຕ່​ໜຽວ​ແໜ້ນ​ທີ່​ສຸດໄວ້ - ນັ້ນ​ແມ່ນ​ຂົວ​ຕໍ່​​ຂໍ້​ມູນ​ຂ່າວ​ສານ, ຂົວ​ຕໍ່​ແຫ່ງ​ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ ກັນ ແລະ ໄມ​ຕີ​ຈິດ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງຊາດ​ອ້າຍ​ນ້ອງ.

ເຖິງວ່າ ປີ​ນີ້, ນັກ​ຂ່າວ ຫງວຽນ​ເຖ​ງຽບ ໄດ້ມີ​ອາ​ຍຸ​ 80 ກວ່າ​ປີ​ແລ້ວ​ກໍ​ຕາມ…, ແຕ່​​​ເມື່ອອ່ານ​ຄືນ​ບັນ​ດາ​ກາບ​ກອນ​ກ່ຽວ​ກັບ​ໄລ​ຍະ​ເວ​ລາ​ຍັງ​ເປັນ​ນັກ​ຊ່ຽວ​ຊານ​ຢູ່​ປະ​ເທດ​ລາວ​ນັ້ນ, ​ທ່ານກໍ່​ຮູ້​ສຶກ​ຕື້ນ​ຕັນ​ໃຈ ແລະ ​ເອກ​ອ້າງ​ທະ​ນົງ​ໃຈ​ທີ່​ສຸດ. ໂດຍ​ເປັນ​ນັກ​ຂ່າວ​ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ປະ​ຈຳຢູ່ ​ເງະ​ອານ ໃນ​ຊຸມ​ເດືອນ​ປີ​ສົງ​ຄາມ​ອັນ​​ດຸ​ເດືອດ, ນັບ​ແຕ່​ປີ 1970 – 1973, ທ່ານ​ໄດ້ຮັບແຕ່ງ​ຕັ້ງ​ໃຫ້​ໄປ​ລາວ ຊ່ວຍ​ເຫຼືອ​ເພື່ອນກໍ່​ສ້າງ​ສຳ​ນັກ​ຂ່າວ​ສານ, ປະ​ກອບ​ສ່ວນ​ສົ່ງ​ຂໍ້​ມູນ​ຂ່າວ​ສານ​ທີ່​ສຳ​ຄັນ​ເພື່ອ​ຮັບ​ໃຊ້​​ພາ​ລະ​ກິດ​ຕໍ່​ສູ້​ປະ​ຕິ​ວັດ​ຂອງ​ປະ​ຊາ​ຊົນ​ສອ​ງ​ປະ​ເທດ… 3 ປີ​​ບໍ່​ແມ່ນ​ໄລ​ຍະຍາວ, ແຕ່​ທ່ານ​ໄດ້​ສະ​ຫງວນ​ທັງ​ຊີ​ວິດ​ຂອງ​ຕົນ​ເພື່ອ​ຮຽບ​ຮຽງ​, ຄົ້ນ​ຄວ້າ, ສັງ​ລວມ​ບັນ​ດາ​ເລື່ອງ​ລາວ, ເຫດ​ການ​ປະ​ຫວັດ​ສາດຂອງ​ສອງ​ປະ​ເທດ, ​ພ້ອມ​ກັບ​ປື້ມຫຼາຍ​ຫົວກ່ຽວ​ກັບ​ນ້ຳ​ໃຈ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ​ . ນັກ​ຂ່າວ ຫງວຽນ​ເຖ​ງຽບ, ເລົ່າ​ສູ່​ຟັງ​ວ່າ:

"ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ, ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ແລະ ວິ​ທະ​ຍຸ​ກະ​ຈາຍ​ສຽງ ປະ​ເທດ​ລາວ ມີ​ສາຍ​ພົວ​ພັນ​​ພິ​ເສດ​ທີ່​ສຸດ ແລະ ມີ​ຄວາມຜູກ​ພັນ​ເລືອດເນື້ອ​ແຕ່​ປີ 1954 ມາ​ຮອດ​ປັດ​ຈຸ​ບັນ. ນັບ​ແຕ່​ປີ 1954, ນັກ​ຂ່າວ ເຈິ່ນ​ເລິມ (ເຊິ່ງ​ເປັນ​ໜຶ່ງ​ໃນ​ຈຳ​ນວນ​ໜ້ອຍ​ຄົນ​ທີ່ໄດ້​ຮັບ​ໜ້າ​ທີ່​ ​​ກໍ່ສ້າງ​ຂະ​ແໜງ​ກະ​ຈາຍ​ສຽງ ຫວຽດ​ນາມຈາກ ​ປະ​ທານ ໂຮ່​ຈີ​ມິນ ​) ໄດ້​ຊ່ວຍ​ເຫຼືອ​ລາວ​ ​ກໍ່ສ້າງ​​ສະ​ຖາ​ນີ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຢູ່​ຄ້າຍ​ອະ​ນຸ​ຊົນ ດົງ​ດາ. ພວກ​ຂ້າ​ພະ​ເຈົ້າ​ກໍ​ຊ່ວຍ​ເຫຼືອ​ລາວ​ ຢູ່​​ຕິດ​ກັບ​ຊາຍ​ແດນ ຊຳ​ເໜືອ. ຫຼັງ​ຈາກ​ນັ້ນ, ເມື່ອ ຊຳ​ເໜືອ​ ໄດ້​ຮັບ​ການ​ປົດ​ປ່ອຍ​ແລ້ວ ກໍ​ຊ່ວຍ​ກໍ່ສ້າງ​ວິ​ທະ​ຍຸ​ກະ​ຈາຍ​ສຽງ ບ້ານ​ບັກ, ພວກ​ຂ້າ​ພະ​ເຈົ້າ ມີ​ສຳ​ນັກ​ຂ່າວ​ສານ​ຕັ້ງ​ຢູ່ ພູ​ແຄ. ທາງຝ່າຍ​ລາວເຮັດ​ໜ້າ​ທີ່ກະ​ຈາຍ​ສຽງ, ​ສ່ວນ​ພວກ​ຂ້າ​ພະ​ເຈົ້າ​ສະ​ໜອງ​​ຂໍ້​ມູນຂ່າວ​ສານ ສະ​ນັ້ນ ​ຈຶ່ງ​ມີ​ສາຍ​ພົວ​ພັນ​​ສະ​ໜິດ​​ຕິດ​ພັນ​ນຳ​ກັນ, ສອງຖືເປັນ​ໜຶ່ງ, ໜຶ່ງ​ຖືເປັນ​ສອງ. ໃນ​ຊຸມ​ປີ 1962 – 1967, ເມື່ອ ອາ​ເມ​ລິ​ກາ ບຸກ​ໂຈ​ມ​ຕີ​ຢ່າງ​ດຸ​ເດືອດ​ນັ້ນ, ນັກ​ຊ່ຽວ​ຊານ ຫວຽດ​ນາມ ໄດ້​ຊ່ວຍ​ລາວ ຍ້າຍ​ສະ​ຖາ​ນີ​ວິ​ທະ​ຍຸ​ໄປ​ຍັງ ຍໍ​ກວານ, ນິງ​ບິ່ງ (ຫວຽດ​ນາມ) ເພື່ອ​ຮັບ​ປະ​ກັນ​ໃຫ້​ຄື້ນ​ກະ​ຈາຍ​ສຽງ​ບໍ່​ຖືກ​ຂາດ​ວັກ​ຂາດ​ຕອນ”.

ບັນ​ດາ​ຄວາມ​ຊົງ​ຈຳ​ຂອງ​ນັກ​ຂ່າວ ຫງວຽນ​ເງ​ງຽບ ບໍ່​ພຽງ​ແຕ່​ເຕື້ອງ​ເຖິງ​ໄລ​ຍະ​ປະ​ຫວັດ​ສາດ​ທີ່​ມີ​ຄວາມ​ສຳ​ຄັນ​ເປັນ​ພິ​ເສດ​ຂອງ​ສື່ມວນ​ຊົນ​ປະ​ຕິ​ວັດ​ສອງ​ປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງສະ​ແດງ​ໃຫ້​ເຫັນ​ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ຫວຽດ​ນາມ - ລາວ ທີ່​ໄດ້​ຮັບ​ການ​ກໍ່ສ້າງ​ແຕ່​ຊຸມ​ວັນ​ທີ່​ຫຍຸ້ງ​ຍາກ​ລຳ​ບາກ​ທີ່​ສຸດ​ອີກ​ດ້ວຍ. ໃນສະ​ພາບ​ສົງ​ຄາມ​ອັນ​ດຸ​ເດືອດ​ທີ່​ສຸດ​ນັ້ນ, ບັນ​ດາ​ນັກ​ຂ່າວ ຫວຽດ​ນາມ ແລະ ເພື່ອນ​ຮ່ວມ​ງານ​ລາວ ໄດ້​ຮ່ວມ​ຂຸມ​ຕະ​ຄອງ​​ດຽວ​ກັນ, ພ້ອມ​ກັນ​ຮັກ​ສາສັນ​ຍານ , ຄື້ນ​ກະ​ຈາຍ​ສຽງ​ບໍ່​ໃຫ້ຂາດ​ວັກ​ຂາດ​ຕອນ, ເພື່ອ​ໃຫ້​ສຽງ​​ຂອງການ​ປະ​ຕິ​ວັດ ດັງກ້ອງກັງ​ວານ ໄປ​ສູ່​ປະ​ຊາ​ຊົນ​ສອງ​ປະ​ເທດ ແລະ ເພື່ອນ​ມິດ​ສາ​ກົນ. ກໍ​ໃນ​ຊຸມ​ເດືອນ​ປີ​ນັ້ນ, ຍ້ອນ​ມີ​ການ​ຊ່ວຍ​ເຫຼືອ​ຂອງ​ບັນ​ດາ​ນັກ​ຊ່ຽວ​ຊານ​ລາວ, ວັນ​ທີ 12 ຕຸ​ລາ 1954, ລາຍ​ການ​ກະ​ຈາຍ​ສຽງ​ພາກ​ພາ​ສາ​ລາວ ​ຂອງວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ໄດ້​ອອກອ​າ​ກາດຢ່າງ​ເປັນ​ທາງ​ການ.

ດ້ວຍ​ຈິດ​ໃຈ​ຊ່ວຍ​ເພື່ອນ​ແມ່ນ​ຊ່ວ​ຍ​ຕົນ​ເອງ, ບັນ​ດາ​ພະ​ນັກ​ງານ ແລະ ນັກ​ຊ່ຽວ​ຊານ​ ຫວຽດ​ນາມ ກໍ​ມາ​ນະ​ພະ​ຍາ​ຍາມ​ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ​ນາໆ​ປະ​ການ ເພື່ອ​ສືບ​ຕໍ່​ສ້າງ​ລາຍ​ການ​ກະ​ຈາຍ​ສຽງພາກພາ​ສາຫວຽດ​ນາມ, ​ວັນ​ທີ 1 ພຶດ​ສະ​ພາ 1966, ລາຍ​ການ​ກະ​ຈາຍ​ສຽງ​ພາກ​ພາ​ສາ​ຫວຽດ​ນາມ ​ ຂອງສະ​ຖາ​ນີ​ວິ​ທະ​ຍ​ຸ​ກະ​ຈາ​ຍ​ສຽງ​ແຫ່ງ​ຊາດ​ລາວ ໃນ​ປັດ​ຈຸ​ບັນ ໄດ້​ອອກອ​າ​ກາດລາຍ​ການ​ທຳ​ອິດ​​ຢ່າງ​ເປັນ​ທາງ​ການ . ທ່ານ ຄຳໄພ ສຸພາວົງໄຕ ເປ​ັນ​ໜຶ່ງ​ໃນ​ໂຄ​ສົກ​ສອງ​ຄົນ​ທຳ​ອິດ​ຂອງ​ລາຍ​ການ ຍັງ​ຈື່ຈຳຊຸມ​​ເດືອນ​ປີ​ທີ່​ຜະ​ລິດ​ລາຍ​ການ​ໃນ​ເງື່ອນ​ໄຂ​​ຫຍຸ້ງ​ຍາກ​ທີ່​ສຸດ​, ແຕ່​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ເພື່ອນ​ມິດ​ສະ​ຫາຍ​, ເພື່ອນ​ຮ່ວມ​ອາ​ຊີບ​.

“ນັບ​ແຕ່​ວັນວັນ​ທີ 10 ມີ​ນາ 1966, ຂ້າ​ພະ​ເຈົ້າ​ໄດ້​ໂຈະ​ການ​ຮຽ​ນ​ໄວ້ ເພື່ອ​ໄປ​ປະ​ຕິ​ບັດ​ໜ້າ​ທີ່​ປະ​ຕິ​ວັດ. ອາວ ແຢວງ​ ຢູ່​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ (VOV) ໄດ້​ມາ​ແນະ​ນຳ​ວິ​ທີ​ແປ​ຂ່າວ​ໃຫ້​ຂ້າ​ພະ​ເຈົ້າ. ເມື່ອ​ແປ​ຂ່າວ​ອອກ​ເປັນ​ພາ​ສາຫວຽດ​ ແລ້ວ, ອາວ ແຢວງ ຈະ​ກວດ​ແກ້​ໃຫ້ ເພື່ອ​ອອກ​ອາ​ກາດ​ລາຍ​ການ​ຂ່າວ ​ພາ​ກ​ພາ​ສາຫວຽດ. ແຕ່​ໃນ​ປີ 1966 ນັ້ນ, ອາ​ເມ​ລິ​ກາ ໄດ້​ຖີ້ມ​ລະ​ເບີດ​ລົງໃສ່​ນະ​ຄອນ ຮ່າ​ໂນ້ຍ 2 – 3 ຄັ້ງ. ເວ​ລາ​ນັ້ນ, ວິ​ທະ​ຍຸ​ກະ​ຈາຍ​ສຽງ ປະ​ເທດ​ລາວ ​ຕ້ອງ​ຍ້າຍ​ໄປ​ຍັງຖ້ຳ B1, ເມືອງ ຍໍ​ກວານ, ແຂວງ ນິງ​ບິ່ງ (ຫວຽດ​ນາມ). VOV ໄດ້​ຊ່ວຍກະ​ກຽມ​​ທຸກ​ຢ່າງ​ຄືສະຖານທີ່, ຖ້ຳ​ສຳ​ລັບບັນ​ນາ​ທິ​ການ, ຖ້ຳ​ຕັ້ງເຄື່ອງ​ຮັບ​ສົ່ງ​ສັນ​ຍານ​ເພື່ອ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ຍ້າຍ​ມາປະ​ຕິ​ບັດ​ໜ້າ​ທີ່​”.

ຈາກ​ບັນ​ດາ​ຖ້ຳ​ກະ​ຈາຍ​ສຽງ​ໃນ​ປາງ​ສົງ​ຄາມ​ຢູ່​ເຂດ​ພູ​ຜາ​ປ່າ​ໄມ້​ ຍໍ​ກວານ, ນິງ​ບິ່ງ (ຫວຽດ​ນາມ), ພູ​ແຄ, ຊຳ​ເໜືອ (ລາວ) ໃນ​ຄາວ​ນັ້ນ… ຕະຫຼອດ​ຮອດ​ບັນ​ດາ​ຫ້ອງ​ອັດສຽງ​ທີ່​ທັນ​ສະ​ໄໝ​ໃນ​ປັດ​ຈຸ​ບັນ, ບັນ​ດາ​ລາ​ຍ​ການ​ຂ່າວການ​ຕ່າງ​ປະ​ເທດ​ຍັງ​ຄົງ​ສືບ​ຕໍ່​ອອກອາກາດ​, ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ ກັນ, ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ ແລະ ຊຸກ​ຍູ້​ການ​ພົບ​ປະ​ແລກ​ປ່ຽນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ. ພິ​ເສດ, ໃນ​ຂົງ​ເຂດ​ກະ​ຈາຍ​ສຽງ - ເຊິ່ງ​ເປັນ​ປະ​ເພດ​ສື່​ສານ​ທີ່​ມີ​ລະ​ດັບ​ສົ່ງ​ສັນ​ຍານ ແລະ ກຳ​ລັງ​ແຜ່​ກະ​ຈາຍ​ຢ່າງກວ້າງ​ຂວາງ, ສອດ​ຄ​່ອງ​ກັບ​ເງື່ອນ​ໄຂ​ພູ​ມີ​ປະ​ເທດ​ທີ່​ມີ​ພູ​ຜາ​ປ່າ​ໄມ້ຫຼາຍ​ຄື​ຢູ່​ລາວ​ນັ້ນ - ການ​ຮ່ວມ​ມື​ລະ​ຫວ່າງ ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ແລະ ສະ​ຖາ​ນີ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ແຫ່ງ​ຊາດ​ລາວ ກໍໍນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ ແລະ ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນ​ແທດ​ຈິງ​ທີ່​ສຸດ. ທ່ານ ຫວູ​ຫາຍກວາງ, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ໃຫ້​ຮູ້​ວ່າ:

“ພາຍຫຼັງ​ປົດ​ປ່ອຍ ເມື່ອ​ປີ 1975, ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ໄດ້​ຊ່ວຍ​ເຫຼືອ​ປະ​ເທດເພື່ອນ​ລາວ ​ກໍ່ສ້າງ​ສະ​ຖາ​ນີ​ວິ​ທະ​ຍຸ​ຢູ່​ບັນ​ດາ​ແຂວງ​ຄື ຊຽງ​ຂວາງ, ຫົວ​ພັນ ແລະ ບໍ​ລິ​ຄຳ​ໄຊ. ນັບແຕ່​ປີ 2008 ມາ​ຮອ​ດ​ປັດ​ຈຸ​ບັນ, ຜ່ານ​ຂໍ້​ຕົກ​ລົງ​ວ່າ​ດ້ວຍ​ການ​ຮ່ວມ​ມື​ສອງ​ຝ່າຍ ຫວຽດ​ນາມ - ລາວ, ​ແຕ່​ລະ​ປີ, ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ​ ໄດ້​ຊ່ວຍ​ກະ​ຊວງ ຖະ​ແຫຼງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ ລາວ ບັນ​ດາ​ໂຄງ​ການ​ເພີ່ມ​ທະ​ວີ​ພື້ນ​ຖານ​ດ້ານ​ວັດ​ຖຸ, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ຜະ​ລິດລາຍ​ການ ແລະ ເປີດກວ້າງ​ພື້ນ​ທີ່ຮັບ​ສົ່ງ​ສັນ​ຍານ​ກະ​ຈາຍ​ສຽງ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ”.

ບັນ​ດາ​ໂຄງ​ການ​ຊ່ວຍ​ເຫຼືອ​ດ້ານ​ເຕັກ​ນິກ, ຍົກ​ສູງ​ຄວາມ​ສາ​ມາດ​ຜະ​ລິດ​ລາຍ​ການ, ເປີດກວ້າງ​ພື້ນ​ທີ່​ຮັບ​ສົ່ງ​ສັນ​ຍານ​ກະ​ຈາຍ​ສຽງ ຫຼື​ ບຳ​ລຸງ​ສ້າງ​​ຊັບ​ພະ​ຍາ​ກອນ​ມະ​ນຸ​ດ​ໃຫ້​ແກ່​ເພື່ອນລາວ ຂອງວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດນາມ ບໍ່​ພຽງ​ແຕ່​ປະ​ກອບ​ສ່ວນ​ພັດ​ທະ​ນາ​ລະ​ບົບ​ສືື່​ມວນ​ຊົນ​ຂອງ​ລາວ ເທົ່າ​ນັ້ນ, ຫາກ​ຍັງ​ສະ​ແດງ​ໃຫ້​ເຫັນ​ຈິດ​ໃຈ​ຮ່ວມ​ມື​ຢ່າງ​ຈິງ​ໃຈ ແລະ ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ​ສອງ​ປະ​ເທດ​ອີກ​ດ້ວຍ.

ບໍ່​ພຽງ​ແຕ່​ໃນ​ຂົງ​ເຂດ​ກະ​ຈາຍ​ສຽງ​ເທົ່າ​ນັ້ນ, ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ແຕ່​ລະ​ປີ, ບັນ​ດາ​ອົງ​ການ​ສື່ມວນ​ຊົນ​ໃຫຍ່​ຂອງ​ສອງ​ປະ​ເທດ​ເຊັ່ນ: ວິ​ທະ​ຍຸ​ກະ​ຈາຍ​ສຽງ, ສຳ​ນັກ​ຂ່າວ​ສານ, ໜັງ​ສື​ພິມ​ປະ​ຊາ​ຊົນ ຫຼື ສະ​ມາ​ຄົມ​ນັກ​ຂ່າວ… ກໍໄດ້​ປະ​ສານ​ສົມ​ທົບ​ກັນ​ຈັດ​ຕັ້ງ​ບັນ​ດາ​ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ວິ​ຊາ​ສະ​ເພາະ, ຊຸດ​ບຳ​ລຸງ​, ຝຶກ​ອົບ​ຮົມ​ກ່ຽວ​ກັບ​ວິ​ຊາ​ການ, ແລກ​ປ່ຽນ​ບົດ​ຮຽນ​ປະ​ສົບ​ການ​ກ່ຽວ​ກັບ​ການ​ຫັນ​ເປັນ​ດີ​ຈີ​ຕອນ ແລະ ໝູນ​ໃຊ້​​ເຕັກ​ໂນ​ໂລ​ຢີ​ໃໝ່​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ສື່ມວນ​ຊົນ. ພາຍຫຼັງ​ເຂົ້າ​ຮ່ວມ​ຊຸດ​ຝຶກ​ອົບ​ຮົມ, ບຳ​ລຸງ​ສ້າງ​ກ່ຽວ​ກັບ​ທັກ​ສະ​ລົງ​ຂ່າວ​ບັນ​ດາ​ບັນ​ຫາ​ສິ່ງ​ແວດ​ລ້ອມ ໂດຍສະ​ມາ​ຄົມ​ນັກ​ຂ່າວ ຫວຽດ​ນາມ ແລະ ສະ​ມາ​ຄົມ​ນັກ​ຂ່າວ​ລາວ ສົມ​ທົບ​ກັນ​ຈັດ​ຕັ້ງ ເມື່ອ​ເດືອນ ທັນ​ວາ 2025, ທ່ານ ວິ​ໄລວອນ ສິດ​ທິ​ໄຊ, ຮອງ​ຫົວ​ໜ້າ​ພະແນກ​ສື່ສານ, ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ ສາ​ລະ​ວັນ, ລາວ ໃຫ້​ຮູ້​ວ່າ:

"ໄລຍະຜ່ານມາ ການຮ່ວມມືດ້ານວຽກງານສື່ມວນຊົນ ລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ ແມ່ນມີການປະສານງານພົວພັນກັນຢ່າງແໜ້ນແຟ້ນ ແລະ ໃຫ້ການຊຸກຍູ້, ສົ່ງເສີມຕໍ່ສື່ມວນຊົນລາວ ທຸກດ້ານ ໂດຍສະເພາະ ການຍົກລະດັບ, ບຳລຸງສ້າງບຸກຄະລາກອນ ສື່ມວນຊົນລາວ ທັງໄລຍະສັ້ນ, ໄລຍະຍາວ, ແລກປ່ຽນບົດຮຽນ ແລະ ໃຫ້ຄວາມຮູ້ກ່ຽວກັບການນຳໃຊ້ສື່ແບບໃໝ່ທີ່ທັນສະໄໝ, ເຕັກນິກ, ວິທີການໃນການຜະລິດຂ່າວ, ການນຳໃຊ້ສື່ດິຈິຕັອນ ແລະ ຮູບແບບການຜະລິດຂ່າວ ທີ່ມີເນື້ອໃນ, ຮັດກຸ່ມ ແລະ ເຂົ້າເຖີງທຸກກຸ່ມເປົ້າໝາຍ, ແນະນຳການຜະລິດຂ່າວແບບໃໝ່. ຂ້າພະເຈົ້າ, ມີຄວາມຮູ້ສຶກພາກພູມໃຈ ແລະ ດີໃຈ ທີ່ໄດ້ແລກປ່ຽນບົດຮຽນ, ປະສົບການ ແລະ ໄດ້ຮັບຄວາມຮູ້ໃໝ່ໆ ແລະ ເປັນການສົ່ງຕໍ່ຄວາມຮູ້ ເພື່ອໃຫ້ສື່ມວນຊົນລາວ ໄດ້ມີການປັບປຸງ, ດັດປັບ ແລະ ຫມູນໃຊ້ບົດຮຽນຂອງຫວຽດນາມ ມາປະຍຸກໃຊ້ ແລະ ປັບປຸງໃຫ້ດີຂຶ້ນ."

ຈາກ​ບັນ​ດາ​ລາຍ​ການ​ຂ່າວ​ທີ່​ໄດ້​ສົ່ງ​ໄປ​ໃນ​ປາງ​ສົງ​ຄາມ​ຕະຫຼອດ​ຮອດ​ບັນ​ດາ​ຜະ​ລິດ​ຕະ​ພັນ​ສື່ມວນ​ຊົນຫຼາຍແພຼດຟອມ​ຂອງ​ຍຸກ​ດີ​ຈີ​ຕອນ​ໃນ​ວັນ​ນີ້, ສື່ມວນ​ຊົນ​ປະ​ຕິ​ວັດ ຫວຽດ​ນາມ ຍາມ​ໃດ​ກໍ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ການ​ພັດ​ທະ​ນາ​ຂອງ​ສາຍ​ພົວ​ພັນ ຫວຽດ​ນາມ - ລາວ.

ວັນ​ທີ 13 ພຶດ​ສະ​ພາ 2026 ຜ່ານ​ມາ, ຢູ່​ນະ​ຄອນຫຼວງ ວຽງ​ຈັນ, ​ລາວ, ໃນ​ຂອບ​ເຂດ​ການ​ພົບ​ປະ​ສອງ​ຝ່າຍ​ລະ​ຫວ່າງ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ຫວຽດ​ນາມ ກັບ​ກະ​ຊວງວັດ​ທະ​ນະ​ທຳ ແລະ ການ​ທ່ອງ​ທ່ຽວ ລາວ, ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ບົນ​ບັນ​ທຶກ​ຄ​ວ​າມ​ເຂົ້າ​ໃຈ​ວ່າ​ດ້ວຍ​ການ​ຮ່ວມ​ມື​ດ້ານ​ຂໍ້​ມູນ​ຂ່າວ​ສານ ຫວຽດ​ນາມ - ລາວ, ໄລ​ຍະ 2026 – 2030. ​ໝາກ​ຜົນ​ນີ້ ບໍ່​ພຽງ​ແຕ່​ສ່ອງ​ແສງ​ໃຫ້​ເຫັນ ​ປະ​ສິດ​ທິ​ຜົນ​​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງ​ສະ​ແດງໃຫ້​ເຫັນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ​ຂອງ ຂະ​ແໜງ​ສື່ມວນ​ຊົນ, ​ສື່​ສານ ແລະ ບັນ​ດາ​ນັກ​ຂ່າວ​, ປະ​ກອບ​ສ່ວນ​ເຊື່ອມ​ຕໍ່​ຫົວ​ໃຈ​ກັບ​ຫົວ​ໃຈ, ຊ່ວຍ​ໃຫ້​ປະ​ຊາ​ຊົນ​ສອງ​ປະ​ເທດ​ມີ​ຄວາມ​ເຂົ້າ​ໃຈ​​ກັນກວ່າ, ມີ​ຄວາມໄວ້​ເນື້ອ​ເຊື່ອ​ໃຈ​ກວ່າ​ ແລະ ພ້ອມ​ກັນ​ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ແກ່​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ ແລະ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ - ລາວ ໝັ້ນ​ຄົງ​ຂະ​ໜົງ​ແກ່ນໄປ​ຊົ່ວ​ກາ​ລະ​ນານ./.