ເພື່ອ​ຮັກ​ສາ​ລະ​ດັບ​ເຕີບ​ໂຕ​ໃນ​ປີ​ນີ້, ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ການ​ລົງ​ທຶນ​ຕ່າງ​ປະ​ເທດ​ແມ່ນ​ແຮງ​ຈູງ​ໃຈສຳ​ຄັນ. ພ້ອມ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ​ການ​ລົງ​ທຶນໂດຍ​ກົງ​ຈາກຕ່າງປະ​ເທດ (FDI) ນັບ​ມື້​ນັບໄດ້ຮັບ​ຄວາມ​ຫວັງ​ຈະສ້າງ​​ມູນ​ຄ່າ​ຫຼາຍກວ່າໃຫ້​ແກ່​ພື້ນ​ຖານ​ເສດ​ຖະ​ກິດ, ຈາກ​ເຕັກ​ໂນ​ໂລ​ຢີ, ຊັບ​ພະ​ຍາ​ກອນ​ມະ​ນຸດ ຕະ​ຫຼອດ​ຮອດ​ຄວາມ​ສາ​ມາດ​ໃນ​ການ​ຜະ​ລິດ​ຢູ່​ກັບ​ທີ່. ຄວາມ​ຈິງ​ແລ້ວການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ ໄທ ​ຢູ່ ຫວຽດ​ນາມ​ສະ​ແດງ​ໃຫ້​ເຫັນ​ວ່າ: ບໍ່​ພຽງ​ແຕ່​ສືບ​ຕໍ່​ລົງ​ທຶນ ແລະ ເປີດກວ້າງ​ການ​ເຄື່ອ​ນ​ໄຫວ, ວິ​ສາ​ຫະ​ກິດ ​ໄທ ຍັງ​ເພີ່ມ​ທະ​ວີ​ການ​ບຳ​ລຸງ​ສ້າງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ ຫວຽດ​ນາມ, ຖ່າຍ​ທອດ​ບົດ​ຮຽນ​ປະ​ສົບ​ການ ແລະ ເຕັກ​ໂນ​ໂລ​ຢີ​ເທື່ອ​ລະ​ກ້າວ, ພ້ອມ​ທັງ​ຮ່ວມ​ມື​ກັບ​ບັນ​ດາ​​ວິ​ສາະວະ​ກອນ, ວິ​ສາ​ຫະ​ກິດ ຫວຽດ​ນາມ ໃນ​ບັນ​ດາ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີ​ໃໝ່. ນັກ​ຂ່າວ VOV ໄດ້​ມີ​ການ​ແລກ​ປ່ຽນ​ກັບ ​ທ່ານ ສຸພະ ໄວສະຍາຣັດ (Supa Waisayarat), ຊ່ຽວ​ຊານ​ດ້ານ​ການ​ໃຫ້​ຄຳ​ປຶກ​ສາຂອງ ບໍ​ລິ​ສັດ Super Energy ຢູ່ ຫວຽດ​ນາມ, ທັງ​ເປັນ​ປະ​ທານ​ກຸ່ມ​ບັນ​ດາ​ວິ​ສາ​ຫະ​ກິດພະ​ລັງ​ງານ ໄທ ຢູ່ ຫວຽດ​ນາມ ເພື່ອ​ຊອກຮູ້ຕື່ມ​ກ່ຽວ​ກັບ​ບັນ​ຫາ​ນີ້.

ດ້ວຍ​ບົດ​ບາດ​ເປັນຊ່ຽວ​ຊານ​ດ້ານ​ການ​ໃຫ້​ຄຳ​ປຶກ​ສາຂອງ Super Energy ຢູ່ ຫວຽດ​ນາມ, ທັງ​ເປັນ​ປະ​ທານ​ກຸ່ມ​ບັນ​ດາ​ວິ​ສາ​ຫະ​ກິດ​ພະ​ລັງ​ງານ​ ໄທ ຢູ່ ຫວຽດ​ນາມ ​ດ້ວຍ​ປະ​ມານ 20 ​ບໍ​ລິ​ສັດ, ທ່ານ Supa Waisayarat ໃຫ້​ຮູ້​ວ່າ ບໍ​ລິ​ສັດ Super Energy ກໍ່​ຄື​​ບັນ​ດາ​ບໍ​ລິ​ສັດ​ອື່ນ​ຂອງ ​ໄທ ລ້ວນ​ແຕ່​ພະ​ຍາ​ຍາມ​ບຳ​ລຸງກໍ່​ສ້າງ​ແຮງ​ງານຫວຽດ​ນາມ ເພື່ອ​ໃຫ້​ເຂົາ​ເຈົ້າ​ອ​ສາ​ມາດ​ປະ​ຕິ​ບັດ​ວຽກ​ງານ​ຢູ່​ບໍ​ລິ​ສັດ. ປັດ​ຈຸ​ບັນ, ຢູ່ Super Energy ມີ​ຜູ້​ຄຸ້ມ​ຄອງ​ຊາວ ​ໄທ ​ພຽງ​ 2 ຄົນເທົ່າ​ນັ້ນ, ​ໃນ​ເບື້ອ​ງຕົ້ນ​ມີ​ນັບ​ສິບ​ຄົນ. ຈຳ​ນວນ​ຄົນ​ ໄທ ຫຼຸດ​ລົງ​ເພື່ອ​ໃຫ້​ຄົ​ນ ຫວຽດ​ນາມ ສາ​ມາດ​ບໍ​ລິ​ຫານ​ເອງ. ມີຫຼາຍ​ບໍ​ລິ​ສັດ​ກໍ່ໄດ້​ສ້າງ​ໂອ​ກາດໃຫ້​ແກ່​ພາ​ລະ​ກອນ ຫວຽດ​ນາມ ພັດ​ທະ​ນາ​ຂຶ້ນ​ສູ່​ຕຳ​ແໜ່ງ​ສູງກວ່າ ແລະ ເປັນ​ຜູ້​ຄຸ້ມ​ຄອງ​ໃນ​ບັນ​ດາໂຄງ​ການ. ໃນ​ອະ​ນາ​ຄົດ, ບໍ​ລິ​ສັດ​ແມ່​ອາດ​ສາ​ມາດ​ຮັບ​ຜິດ​ຊອບ​ກ່ຽວ​ກັບ​ນະ​ໂຍ​ບາຍ ແລະ ການ​ລົງ​ທຶນ, ສ່ວນ​​ການ​ເຄື່ອນ​ໄຫວດຳ​ເນີນ​ງານ​ ອາດຈະແມ່ນ​ພາ​ລະ​ກອນ​ຢູ່ ຫວຽດ​ນາມ ຮັບ​ຜິດ​ຊອບ.

ນອກ​ນັ້ນ, ຈາກຄວາມ​ຈິງ​ແຫ່ງການເຮັດ​ວຽກ​ກັບຫຼາຍ​ບໍ​ລິ​ສັດ​ຢູ່ ຫວຽດ​ນາມ, Super Energy ເຫັນ​ໄດ້​ວ່າ​ ບັນ​ດາ​ວິ​ສະ​ວະ​ກອນ ຫວຽດ​ນາມ ​ອາດ​ມີ​ທ່າ​ແຮງ​​ດ້ານ​ຊອບ​ແວ ແລະ ການ​ພັດ​ທະ​ນາ​ຊອບ​ແວ. ດັ່ງ​ນັ້ນ, ນອກ​ຈາກ​ການ​ນຳ​ໃຊ້​ຊອບ​ແວ​ຕ່າງ​ປະ​ເທດ, ວິ​ສາ​ຫະ​ກິດ​ນີ້ ​ຍັງ​ນຳ​ໃຊ້​ຊອບ​ແວ​ໂດຍ​ບັນ​ດາ​​​ວິ​ສະ​ວະ​ກອນ ຫວຽດ​ນາມ ພັດ​ທະ​ນາ.

ບໍ່​ພຽງ​ແຕ່​ກ່ຽວ​ກັບ​ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ເຕັກ​ໂນ​ໂລ​ຢີ, ຕາມ​ທັດ​ສະ​ນະ​ຂອງ ​ທ່ານ Supa Waisayarat ແລ້ວ, ຫວຽດ​ນາມ ນັບ​ມື້​ນັບ​ມີຫຼາຍ​ໂອ​ກາດ​ເຂົ້າ​ຮ່ວມ​ຕ່ອງ​ໂສ້​ການ​ຜະ​ລິດ​, ການ​ສະ​ໜອງອຸ​ປະ​ກອນ​ໃຫ້​ແກ່​ຂະ​ແໜງ​ພະ​ລັງ​ງານຢ່າງ​ເລິກ​ເຊິ່ງກວ່າ. ຫວຽດ​ນາມ ອາດ​ສາ​ມາດ​​ຜະ​ລິດ​ວັດ​ຖຸ​ອຸ​ປະ​ກອນບາງ​ປະ​ເພດ​ໄດ້ ຕົວ​ຢ່າງ​ຄື​ສາຍ​ໄຟ​, ໂຄງ​ສ້າງ​ເຫຼັກແລະ ຫຼາຍ​​ອຸ​ປະ​ກອນ​ອື່ນໆ​ໃນ​ບັນ​ດາ​ໂຄງ​ການ​ໄຟ​ຟ້າ​ແຮງ​ລົມ​ຢູ່​ເຂດ​ຝັ່ງ​ທະ​ເລ ແລະ ໄຟ​ຟ້າ​ແຮງ​ລົມ​ຢູ່ນອກ​ຝັ່ງ. ຈາກ​ບັນ​ດາ​ສິ່ງ​ທີ່​ພວມ​ດຳ​ເນີນ​ຢູ່ Super Energy, ທ່ານ Supa Waisayarat ​ຫວັງ​ວ່າ ​ການ​ຮ່ວມ​ມື​ລະ​ຫວ່າງ ວິ​ສ​າ​ຫະ​ກິດ ໄທ ແລະ ຫວຽດ​ນາມ ໃນ​ຂົງ​ເຂດ​ພະ​ລັງ​ງານ, ເຕັກ​ໂນ​ໂລ​ຢີ​ຈະ​ນັບ​ມື້​ນັບພັດ​ທະ​ນາ​ຢ່າງ​ແໜ້ນ​ແຟ້ນ ແລະ ມີ​ປະ​ສິດ​ທິ​ຜົນ​ກວ່າ.

ຈາກ​ການ​ເຄື່ອນ​ໄຫວ​ຕົວ​ຈິງ​ຂອງ Super Energy ອາດ​ເຫັນ​ໄດ້​ວ່າ ການ​ພົວ​ພັນ​ຮ່ວມ​ມື​​ລົງ​ທຶນ ຫວຽດ​ນາມ - ໄທ ພວ​ມ​ມີ​ບາດ​ກ້າວ​​ຫັນ​ປ່ຽນ​ໃໝ່. ວິ​ສາ​ຫະ​ກິດ ໄທ ບໍ່​ພຽງ​ແຕ່​ລົງ​ທຶນດ້ານ​ທຶນ​ຮອນ​ເຂົ້າ ຫວຽດ​ນາມ​ ເທົ່າ​ນັ້ນ ຫາກ​​ນັບ​ມື້​ນັບ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ບຳ​ລຸງກໍ່​ສ້າງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ຖ່າຍ​ທອດ​ບົດ​ຮຽນ​ປະ​ສົບ​ການ, ນຳ​ໃຊ້​ຜະ​ລິດ​ຕະ​ພັນ ແລະ ມາດ​ຕະ​ການ​ໂດຍ​ວິ​ສາ​ຫະ​ກິດ, ວິ​ສະ​ວະ​ກອນ ຫວຽດ​ນາມ ພັດ​ທະ​ນາ​ເອງ, ພ້ອມ​ທັງ ເປີດກວ້າງ​ການ​ເຊື່ອມ​ຕໍ່​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ພາຍ​ໃນ​ປະ​ເທດ. ນັ້ນ​ກໍ່​ແມ່ນ​ທິດ​ກ້າວ​ເດີນ​ເພື່ອ​ໃຫ້​ການ​ຮ່ວມ​ມື ຫວຽດ​ນາມ - ໄທ ໃນ​ຂົງ​ເຂດ​ພະ​ລັງ​ງານ ແລະ ເຕັກ​ໂນ​ໂລ​ຢີ​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ແທ້​ຈິງ ແລະ ຍືນ​ຍົງ​ກວ່າ.