(ພາບ: Nathan Howard/Pool via AP)
ວັນທີ 21 ມິຖຸນາ, ບັນດາຄະນະຜູ້ແທນຂັ້ນສູນຂອງ ອາເມລິກາ ແລະ ອີຣານ ໄດ້ກ້າວເຂົ້າສູ່ໄລຍະດຳເນີນການເຈລະຈາ 60 ວັນຢູ່ ສະວິດ ເພື່ອບັນລຸໄດ້ຂໍ້ຕົກລົງສັນຕິພາບສະບັບສຸດທ້າຍ. ການເຈລະຈາຄັ້ງທຳອິດບັນລຸໄດ້ຄວາມຄືບໜ້າຈຳນວນໜຶ່ງ, ເຖິງວ່າບັນດາສິ່ງທ້າທາຍໃຫຍ່ຫຼາຍຍັງຂົ່ມຂູ່ຈະທີ່ຈະຍູ້ການເຈລະຈາຕົກເຂົ້າສູ່ສະພາບບໍ່ມີທາງອອກ.
ຄະນະຜູ້ແທນ ອາເມລິກາ, ໂດຍທ່ານ J.D Vance, ຮອງປະທານາທິບໍດີ ອາເມລິກາ ນຳໜ້າ ແລະ ຄະນະຜູ້ແທນ ອີຣານ ໂດຍທ່ານ Mohammad Bagher Ghalibaf, ປະທານສະພາແຫ່ງຊາດ ນຳໜ້າ, ດຳເນີນການເຈລະຈາໂດຍກົງຄັ້ງທຳອິດຢູ່ ສະວິດ, ດ້ວຍການເຂົ້າຮ່ວມຂອງ 2 ປະເທດເປັນກາງແມ່ນ ປາກິດສະຖານ ແລະ ກາຕາ.
ບັນດາຄວາມຄືບໜ້າ
ຕາມແຜນການໃນເບື້ອງຕົ້ນ, ບັນດາການເຈລະຈາລະຫວ່າງ ອາເມລິກາ - ອີຣານ ຈະເລີ່ມດຳເນີນແຕ່ວັນທີ 19 ມິຖຸນາ ແຕ່ຕ້ອງໂຈະໄວ້ 2 ວັນຍ້ອນຄວາມເຄັງຕຶງເພີ່ມຂຶ້ນຢູ່ອ້ອມຊ່ອງແຄບທະເລ Hormuz ໂດຍບັງເອີ້ນ, ເມື່ອ ອີຣານ ຖະແຫຼງປິດຊ່ອງແຄບທະເລນີ້ເພື່ອໂຕ້ຕອບຕໍ່ບັນດາການກະທຳດ້ານການທະຫານຂອງ ອິດສະຣາແອັນ ສືບຕໍ່ເກີດຂຶ້ນຢູ່ ລີບັງ. ເຖິງຢ່າງໃດກໍ່ຕາມ, ຍ້ອນຄວາມມານະພະຍາຍາມຂອງບັນດາຝ່າຍ, ບັນດາວາລະເຈລະຈາທຳອິດໄດ້ດຳເນີນໃນວັນທີ 21 ມິຖຸນາ ຢູ່ເຂດພັກຜ່ອນບຳລຸງສຸຂະພາບ Burgenstock ແລະ ບັນລຸໄດ້ຄວາມຄືບໜ້າເຊິ່ງທັງ 2 ຝ່າຍລ້ວນແຕ່ຖືວ່າມີຄວາມຕັ້ງໜ້າ.
ລະອຽດແມ່ນ, ອາເມລິກາ ແລະ ອີຣານ ບັນລຸໄດ້ກົນໄກອະນຸຍາດໃຫ້ບັນດານັກກວດກາຂອງອົງການພະລັງງານປະລະມານູສາກົນ (IAEA) ກັບຄືນ ອີຣານ ເພື່ອຕິດຕາມກວດກາໂຄງການນິວເຄຼຍຂອງ ອີຣານ. ຕາມທ່ານຮອງປະທານາທິບໍດີ J.D Vance, ແຜນການເພື່ອໃຫ້ບັນດານັກກວດກາ IAEA ກັບ ອີຣານ ຈະເລີ່ມຕົ້ນໃນອາທິດນີ້.
“ຂ້າພະເຈົ້າຄິດວ່າ ສິ່ງສຳຄັນແມ່ນພວກເຮົາທຸກຄົນຕ້ອງຕີລາຄາສູງບັນດາສິ່ງທີ່ບັນລຸໄດ້, ແຕ່ຄວາມຈິງແລ້ວ, ຍັງມີຫຼາຍວຽກງານຕ້ອງເຮັດ ເມື່ອພວກເຮົາສືບຕໍ່ບັນລຸໄດ້ບາດກ້າວຄືບໜ້າໃນບັນດາການເຈລະຈານິວເຄຼຍ, ການເຈລະຈາດ້ານເສດຖະກິດ, ເມື່ອພວກເຮົາສືບຕໍ່ມ້າງທຳລາຍລະເບີດຢູ່ຊ່ອງແຄບທະເລ ແລະ ຮັບປະກັນວ່າ ການສັນຈອນໄປມາສືບຕໍ່ໄດ້ຮັບການຟື້ນຟູ. ໄດ້ມີຄວາມຄືບໜ້າຫຼາຍຢ່າງ, ແຕ່ຍັງມີວຽກງານຈຳນວນໜຶ່ງຈະຕ້ອງເຮັດ, ແລະ ພວກຂ້າພະເຈົ້າໃຫ້ຄຳໝັ້ນສັນຍາວ່າຈະເຮັດສິ່ງເຫຼົ່ານັ້ນຢ່າງຊັດເຈັນ”.
(ພາບ: Urs Flueeler/Keystone, Pool via AP)
ກ່ຽວກັບຝ່າຍ ອີຣານ, ບັນດາເຈົ້າໜ້າທີ່ຂອງປະເທດນີ້ໃຫ້ຮູ້ວ່າ ບັນລຸໄດ້ໝາກຜົນຫຼັກຈຳນວນໜຶ່ງ, ສິ່ງທີ່ໜ້າສົນໃຈແມ່ນການສ້າງຕັ້ງກົນໄກຕິດຕໍ່ຢູ່ຊ່ອງແຄບທະເລ Hormuz ເພື່ອຫຼີກລຽງຄວາມເຂົ້າໃຈຜິດ ແລະ ບໍ່ໃຫ້ສະພາບເຄັ່ງຕຶງຂຶ້ນ. ທ່ານປະທານສະພາແຫ່ງຊາດ Mohammad Bagher Ghalibaf, ຫົວໜ້າຄະນະເຈລະຈາ ອີຣານ, ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າໄດ້ເຫັນດີສ້າງຕັ້ງບັນດາກົນໄກສົມທົບກັນຢູ່ທີ່ນັ້ນ, ລວມທັງໂທລະສັບສາຍດ່ວນ ແລະ ສູນຕິດຕໍ່ເມື່ອເກີດສະພາບບໍ່ແນ່ນອນ ຫຼື ການຂັດແຍ້ງກັນ. ໃນເວລາ 30 ວັນນີ້, ບັນດາຝ່າຍສາມາດຮັກສາການສົມທົບກັນຢ່າງແໜ້ນແຟ້ນ ເພື່ອໃຫ້ບັນດາກຳປັ່ນໄປມາຜ່ານຊ່ອງແຄບຢ່າງປອດໄພ ແລະ ມີປະສິດທິຜົນກວ່າ. ສິ່ງນີ້ໄດ້ຊ່ວຍປັບປຸງການສັນຈອນໄປມາ ແລະ ປະລິມານສິນຄ້າທີ່ຂົນສົ່ງຜ່ານຊ່ອງແຄບ”.
ສິ່ງສຳຄັນທີ່ສຸດ, ຝ່າຍ ອີຣານ ໃຫ້ຮູ້ວ່າ ບັນລຸໄດ້ເງື່ອນໄຂເບື້ອງຕົ້ນເພື່ອດຳເນີນການເຈລະຈາຂໍ້ຕົກລົງສຸດທ້າຍ, ຕາມນັ້ນແລ້ວ 3 ກຸ່ມປະຕິບັດງານສະເພາະກິດ (ນິວເຄຼຍ, ຂວ້ຳບາດ, ຕິດຕາມກວດກາ) ພຽງແຕ່ເຄື່ອນໄຫວພາຍຫຼັງທີ່ ອາເມລິກາ ປະຕິບັດການຢຸດຍິງຢ່າງຮອບດ້ານ, ຍົກເລີດການປິດລ້ອມການເດີນທະເລ, ຢຸດຕິການກັບຊັບສິນ ແລະ ຍົກເວັ້ນການລົງໂທດສຳລັບນ້ຳມັນອ້າຍແກັດ.
ການກະທຳທີ່ຕັ້ງໜ້າໃຫ້ແກ່ ລີບັງ
ໝາກຜົນທີ່ໜ້າສົນໃຈອື່ນອີກເຊິ່ງ ອາເມລິກາ ແລະ ອີຣານ ບັນລຸໄດ້ພາຍຫຼັງການເຈລະຈາຮອບທຳອິດລວມມີ: ກົນໄກຄວບຄຸມການປະທະກັນຢູ່ ລີບັງ, ໃນນັ້ນຄວາມກົດດັນຈາກ ອີຣານ ບັງຄັບໃຫ້ບັນດາຝ່າຍຮັກສາຄຳສັ່ງຢຸດຍິງຊົ່ວຄາວ. ຕາມກົນໄກໃໝ່ທີ່ໄດ້ເຫັນດີເປັນເອກະພາບນຳກັນຢູ່ ສະວິດ, ອີຣານ ອາດສາມາດຍື່ນມືເຂົ້າໂຄງສ້າງຄວາມໝັ້ນຄົງຢູ່ ລີບັງ ຫຼາຍກວ່າ ໃນຂະນະທີ່ບົດບາດຂອງ ອິດສະຣາແອັນ ຖືກຈຳກັດ.
ນີ້ຈະແມ່ນສິ່ງທ້າທາຍໃໝ່ໃຫ້ແກ່ລັດຖະບານຂອງທ່ານ Benjamin Netanyahu, ນາຍົກລັດຖະມົນຕີ ອິດສະຣາແອັນ. ຕາມນັກຊ່ຽວຊານ Jonathan Rynhold, ນັກຄົ້ນຄວ້າຂັ້ນສູງຢູ່ມະຫາວິທະຍາໄລ Bar Ilan (ອິດສະຣາແອັນ) ແລ້ວ, ຝ່າຍ ອິດສະຣາແອັນ ຍາກທີ່ຈະມີການກະທຳຢ່າງຂ້ຽວຂາດໃນຈຸດເວລານີ້ ຍ້ອນອຳນາດການປົກຄອງ ອາເມລິກາ, ພັນທະມິດແຂງທີ່ສຸດຂອງ ອິດສະຣາແອັນ ບໍ່ຢາກໃຫ້ບັນດາຄວາມມານະພະຍາຍາມບັນລຸຂໍ້ຕົກລົງກັບ ອີຣານ ຖືກແຕກຫັກຢ່າງແນ່ນອນ.
“ອິດສະຣາແອັນ ຈະຕ້ອງນຳໃຊ້ວິທີເຂົ້າເຖິງຈຳກັດກວ່າ ເມື່ອທຽບໃສ່ສິ່ງທີ່ເຂົາເຈົ້າເຮັດໄດ້ຫວ່າງມໍ່ໆມານີ້. ບາງເທື່ອເຂົາເຈົ້າຈະຕ້ອງຖອນທະຫານອອກຈາກທາງພາກໃຕ້ ລີບັງ. ແນ່ນອນວ່າ, ເຂົາເຈົ້າຕ້ອງເຮັດຄືແນວນັ້ນພາຍຫຼັງ 60 ວັນ, ຖ້າຫາກອາເມລິກາ ແລະ ອີຣານ ບັນລຸໄດ້ຂໍ້ຕົກລົງຢ່າງຮອບດ້ານ . ແຕ່ ອິດສະຣາແອັນ ຍັງຄົງສືບຕໍ່ມານະພະຍາຍາມຈຳກັດອາວຸດທີ່ສົ່ງໃຫ້ Hezbollah ແລະ ຈຳກັດກະແສເງິນຊ່ວຍເຫຼືອໃຫ້ແກ່ Hezbollah”.
ສຳລັບການເຈລະຈາ ອາເມລິກາ - ອີຣານ ທີ່ຈະມາເຖິງ, ກະຊວງການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ ຄະນະຜູ້ແທນຂອງປະເທດນີ້, ໂດຍທ່ານ Kazem Gharibabadi, ຮອງລັດຖະມົນຕີ ການຕ່າງປະເທດ ຮັບຜິດຊອບບັນດາບັນຫາດ້ານກົດໝາຍ ແລະສາກົນນຳໜ້າ, ຈະສືບຕໍ່ບັນດາວາລະປຶກສາຫາລືດ້ານເຕັກນິກກັບບັນດານັກເຈລະຈາ ອາເມລິກາ, ກາຕາ ຢູ່ ສະວິດ ໃນອາທິດນີ້.
