ກ່ອນນີ້ 65 ປີ (10 ສິງຫາ 1961), ບັນດາຖ້ຽວບິນທຳອິດຂອງກອງທັບອາເມລິກາ ໄດ້ຫວ່ານທາດຂ້າຫຍ້າລົງໃສ່ເຂດພາກໃຕ້ ຫວຽດນາມ ເປີດສາກໃຫ້ແກ່ວິນາດຕະກຳ ສ້າງຜົນຕາມມາທີ່ຍາວນານ ຕໍ່ປະຊາຊົນ ແລະ ສິ່ງແວດລ້ອມ. 65 ປີຜ່ານມາ, ຫວຽດນາມ ໄດ້ຢຶດໝັ້ນຕໍ່ວິວັດການແກ້ໄຂຜົນຮ້າຍຢ້ອນຫຼັງ, ເບິ່ງແຍງດູແລບັນດາຜູ້ປະສົບເຄາະຮ້າຍ, ຟື້ນຟູສິ່ງແວດລ້ອມ ແລະ ຊຸກຍູ້ການຮ່ວມມືສາກົນເພື່ອປົວແປງບາດແຜອະດີດຕະການ.
65 ປີຜ່ານມາ ແມ່ນວິວັດແຫ່ງຄວາມມານະພະຍາຍາມຂອງຄວາມຮັບຜິດຊອບແຫ່ງຊາດຕໍ່ບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ, ແມ່ນຄວາມມານະພະຍາຍາມຮ່ວມມືສາກົນຜ່ານຜ່າບັນດາຄວາມແຕກຕ່າງກັນຂອງປະຫວັດສາດ
ລະດົມທຸກແຫຼ່ງກຳລັງ
ຜົນຕາມມາຂອງທາດພິດສີສົ້ມ/ດີໂອຊິນສຳລັບປະຊາຊົນ ແລະ ສິ່ງແວດລ້ອມມີຄວາມຮ້າຍແຮງພິເສດ, ແກ່ຍາວຜ່ານຫຼາຍທົດສະວັດ ແລະ ສືບຕໍ່ວາງອອກບັນດາສິ່ງທ້າທາຍຕໍ່ຫຼາຍຄອບຄົວ ຫວຽດນາມ.
ຕາມບັນດາຕົວເລກໂດຍ ຫວຽດນາມປະກາດແລ້ວ, ມີປະຊາຊົນປະມານ 4,8 ລ້ານຄົນຖືກສຳຜັດກັບທາດພິດສີສົ້ມ/ດີໂອຊິນ, ໃນນັ້ນມີປະຊາຊົນປະມານ 3,1 ລ້ານຄົນໄດ້ກຳນົດແມ່ນຜູ້ປະສົບເຄາະຮ້າຍໂດຍກົງ. ບັນດາຜົນຕາມມາກ່ຽວກັບສຸຂະພາບອາດສາມາດແກ່ຍາວຜ່ານຫຼາຍລຸ້ນຄົນ. ທ່ານ ຫງວຽນເຕິນເດົ່າ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຢູ່ກ໋ວາງຈິງ ແບ່ງປັນວ່າ:
ຂ້າພະເຈົ້າເຄື່ອນໄຫວຢູ່ສະໜາມຮົບ ທະຫານເຂດ 5 ນັບແຕ່ປີ 1968 ຮອດປີ 1971. ໃນຄອບຄົວ ຂ້າພະເຈົ້າຕິດທາດພິດສີສົ້ມ/ດີໂອຊິນ, ໃນຕົວມີພະຍາດຫຼາຍຢ່າງ, ພິເສດປັດຈຸບັນບໍ່ມີບົດບາດເປັນຜູ້ຊາຍ. ຂ້າພະເຈົ້າມີລູກ 10 ຄົນແຕ່ ຕ່າຍ 5 ຄົນ, ຄົນໜຶ່ງເປັນຄົນພິການມາແຕ່ເກີດ.
ແກ້ໄຂຜົນຕາມມາຈາກທາດພິດເຄມີແມ່ນໜ້າທີ່ຍາວນານ, ເພາະສະນັ້ນ ຫວຽດນາມ ຍາມໃດກໍ່ຄ່ອຍໆສ້າງລະບົບນະໂຍບາຍໃຫ້ສົມບູນແບບເພື່ອເບິ່ງແຍງດູແລໃຫ້ແກ່ຜູ້ປະສົບເຄາະຮ້າຍ. ນັບແຕ່ປີ 1998 ມາຮອດປັດຈຸບັນ, ຄະນະປະຈຳສະພາແຫ່ງຊາດໄດ້ປະກາດລັດຖະບັນຍັດກ່ຽວຂ້ອງເຖິງລະບົບ, ນະໂຍບາຍສຳລັບຜູ້ມີຄຸນງາມຄວາມດີເປັນສາມຄັ້ງ, ໃນນັ້ນມີການເຄື່ອນໄຫວໃນການຕໍ່ຕ້ານຖືກຕິດທາດພິດເຄມີ ແລະ ລູກຂອງເຂົາເຈົ້າ. ພ້ອມກັນນັ້ນ, ລັດຖະບານ ແລະ ບັນດາກະຊວງ, ຂະແໜງການໄດ້ຜັນຂະຫຍາຍຫຼາຍນະໂຍບາຍໜູນຊ່ວຍ ກ່ຽວກັບການໜູນຊ່ວຍ, ເບິ່ງແຍງດູແລສຸຂະພາບ, ຟື້ນຟູສະມັດຕະພາບ, ຮຽນວິຊາຊີບ, ສ້າງວຽກເຮັດງານທຳ ແລະ ປັບປຸງເງື່ອນໄຂດຳລົງຊີວິດ. ບັນດານະໂຍບາຍນັ້ນບໍ່ພຽງແຕ່ແນໃສ່ໜູນຊ່ວຍວັດຖຸຕ່າງໆເທົ່ານັ້ນ ຫາກຍັງສ້າງເງື່ອນໄຂເພື່ອໃຫ້ຜູ້ປະສົບເຄາະຮ້າຍ ແລະ ຄອບຄົວມີໂອກາດຕື່ມສ້າງການດຳລົງຊີວິດເປັນປົກກະຕິ, ເຊື່ອມຕົວເຂົ້າກັບວົງຄະນະຍາດ ແລະ ບືນຕົວຂຶ້ນ.
ໄປຄຽງຄູ່ກັນກັບນະໂຍບາຍຊ່ວຍເຫຼືອສັງຄົມ, ຫຼາຍປີຜ່ານມາ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ ພ້ອມກັບບັນດາອົງການ, ສ່ວນບຸກຄົນໄດ້ຢຶດໝັ້ນຂົນຂວາຍ, ໂຄສະນາ ແລະ ຕໍ່ສູ້ເພືີອສິດຂອງບັນດາຜູ້ປະສົບເຄາະຮ້າຍ. ທ່ານພັນເອກ ຟ້າມຊວັນຮຶງ, ຮອງປະທານສະມາຄົມຜູ້ປະສົບເຄາະຮ້າຍທາດພິດສີສົ້ມ/ດີໂອຊິນ ຫວຽດນາມ, ຜູ້ອຳນວຍການກອງທຶນຜູ້ປະສົບເຄາະຮ້າຍທາດພິດສີສົ້ມ/ດີໂອຊິນ ຫວຽດນາມ ໃຫ້ຮູ້ວ່າ:
ໃນການຕໍ່ສູ້ເພື່ອຍາດເອົາຄວາມຍຸຕິທຳ ວຽກງານນີ້ແມ່ນລຳບາກ, ຫຍຸ້ງຍາກທີ່ສຸດ. ປັດຈຸບັນພວກຂ້າພະເຈົ້າສະໜັບສະໜູນເລື່ອງທ່ານນາງ ເຈິ່ນໂຕ້ງາ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຖືສັນຊາດຝລັ່ງ ແລະ ຫວຽດນາມ, ຕໍ່ສູ້ເພື່ອຮຽກຮ້ອງສິດຜົນປະໂຫຍດໃຫ້ແກ່ຜູ້ປະສົບເຄາະຮ້າຍ, ຮຽກຮ້ອງຄວາມຮັບຜິດຊອບຂອງບັນດາບໍລິສັດເຄມີອາເມລິກາ ຕໍ່ຜູ້ປະສົບເຄາະຮ້າຍ, ສຳລັບຜົນຕາມມາເຊິ່ງເຂົາເຈົ້າໄດ້ນຳໃຊ້ທາດພິດເຄມີໃນສົງຄາມຢູ່ ຫວຽດນາມ. ເຖິງຢ່າງໃດກໍຕາມ, ການຕໍ່ສູ້ນີ້ພວກຂ້າພະເຈົ້າຄິດວ່າຍາວນານ.
ຊຸກຍູ້ການຮ່ວມມືສາກົນ
ເຖິງຢ່າງໃດກໍຕາມ, ຂອບຂະໜາດ ແລະ ລັກສະນະສັບສົນຂອງຜົນຕາມມາຈາກສົງຄາມສະແດງໃຫ້ເຫັນປະເທດໜຶ່ງບໍ່ສາມາດແກ້ໄຂໄດ້ທຸກຢ່າງ. ເພາະສະນັ້ນ, ພ້ອມກັບແຫຼ່ງກຳລັງພາຍໃນ, ຫວຽດນາມ ຕ້ອງເປັນເຈົ້າການຊຸກຍູ້ການຮ່ວມມືກັບບັນດາລັດຖະບານ, ອົງການຈັດຕັ້ງສາກົນ, ອົງການມະຫາຊົນ, ນັກວິທະຍາສາດ ແລະ ສ່ວນບຸກຄົນຜູ້ໃຈບູນໃຈກູ້ສົນໃນທົ່ວໂລກ.
ຮ່ວມມືສາກົນໄດ້ຜັນຂະຫຍາຍໃນຫຼາຍຂົງເຂດ: ໜູນຊ່ວຍຜູ້ປະສົບເຄາະຮ້າຍ, ເບິ່ງແຍງດູແລຄົນພິການ, ຟື້ນຟູບົດບາດຄວາມຮັບຜິດຊອບ, ແກ້ໄຂບຳບັດການມົນລະພິດ ແລະ ຟື້ນຟູສິ່ງແວດລ້ອມ.
ໃນສະພາບການຮ່ວມມືນັ້ນ, ຫວຽດນາມ ອາເມລິກາ, ສອງປະເທດເຄີຍຢູ່ສອງຝ່າຍຂອງສົງຄາມ, ຫຼາຍປີຜ່ານມາໄດ້ສ້າງການພົວພັນຮ່ວມມື ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ກາຍເປັນໜຶ່ງໃນບັນດາຂົງເຂດສ້າງຄວາມໄວ້ເນື້ອເຊື່ອໃຈສຳຄັນລະຫວ່າງສອງປະເທດ ເທື່ອລະກ້າວ.
ບຳບັດລ້າງທາດດີໂອຊິນຢູ່ບັນດາບ່ອນຮ້ອນເຮັ່ງແມ່ນສິ່ງພິສູດຢ່າງຈະແຈ້ງທີ່ສຸດ. ຢູ່ສະໜາມບິນດ່ານັ້ງ, ມີເນື້ອທີດິນ 32,4 ເຮັກຕາໄດ້ຮັບການບຳບັດ ແລະ ມອບຮັບໃນປີ 2018. ຢູ່ສະໜາບິນບຽນຮວ່າ, ໂຄງການບຳບັດໄດ້ຜັນຂະຫຍາຍໃນໄລຍະ 2020 – 2030, ດ້ວຍແຫຼ່ງທຶນອາເມລິກາໃຫ້ຄຳໝັ້ນສັນຍາ 183 ລ້ານ USD. ມາຮອດເດືອນ ຕຸລາ 2025, ມີເນື້ອທີດິນກວ່າ 6 ເຮັກຕາ ໂດຍຝ່າຍອາເມລິກາ ມອບໃຫ້ຝ່າຍຫວຽດນາມ ພາຍຫຼັງສຳເລັດການບຳບັດ. ຢູ່ພິທີມອບຮັບເດືອນຕຸລາ 2025, ທ່ານ Marc Knapper ອະດີດເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ (2022-2026) ໄດ້ເນັ້ນໜັ້ກເຖິງຄວາມໝາຍ ຂອງບັນດາຄວາມມານະພະຍາຍາມລວມລະຫວ່າງສອງປະເທດ.
ມື້ນີ້ແມ່ນວັນເຕັມຄວາມໝາຍຢ່າງແທ້ຈິງເມື່ອພວກເຮົາພ້ອມກັນສະຫຼອງ 3 ເຫດການສຳຄັນ: ທີໜຶ່ງແມ່ນພິທີມອບຮັບເນື້ອທີດິນ 6 ເຮັກຕາໄດ້ຮັບການບຳບັດສະອາດດີໂອຊິນ. ທີສອງແມ່ນພິທີລົງນາມເອກະສານສະບັບເພີ່ມເຕີມໃຫ້ຂໍ້ຕົກລົງໜູນຊ່ວຍຄົນພິການ, ດ້ວຍງົບປະມານເພີ່ມ 32 ລ້ານ USD ເພື່ອແນໃສ່ເປີດກວ້າງໂຄງການ. ແລະສຸດທ້າຍແມ່ນພິທີລົງນາມກໍ່ສ້າງໂຮງງານບຳບັດດ້ວຍອູນຫະພູມໃໝ່, ຊ່ວຍຍູ້ໄວ ແລະ ຍົກສູງປະສິດທິຜົນຂອງວຽກງານທຳຄວາມສະອາດດິນຖືກມົນມະພິດຢູ່ທີ່ນີ້.
65 ປີພາຍຫຼັງວັນບັນດາຖ້ຽວບິນທຳອິດຂອງກອງທັບ ອາເມລິກາ ຫວ່ານທາດພິດຂ້າຫຍ້າລົງຫວຽດນາມ, ວິວັດການແກ້ໄຂຜົນຕາມມາຈາກທາດພິດສີສົ້ມ/ດີໂອຊິນຍັງສືບຕໍ່. ຈາກບັນດາບາດແຜສົງຄາມ, ຫວຽດນາມໄດ້ເລືອກເອົາການປົວແປງ. ຈາກຄວາມແຕກຕ່າງກັນຂອງ ປະຫວັດສາດ, ຫວຽດນາມໄດ້ເລືອກເອົາການຮ່ວມມື. ໂອກາດຫວນຄືນ 65 ປີແຫ່ງວັນວິນາດຕະການທາດພິດສີສົ້ມ/ດີໂອຊິນແມ່ນໂອກາດເພື່ອຫວນຄືນຄວາມເຈັບປວດເພື່ອຍິ່ງເຂົ້າໃຈຄຸນຄ່າຂອງສັນຕິພາບ, ປົວແປງອະດີດຕະການ ແລະ ເພີ່ມພູນຄູນສ້າງອະນາຄົດ.
