ວັນທີ 19 ສິງຫາ, 1945 ໄດ້ເຂົ້າສູ່ປະຫວັດສາດຂອງຊາດ ຫວຽດນາມ ຄືດັ່ງຂີດໝາຍພິເສດ. ພາຍໃຕ້ການຊີ້ນຳຂອງ ຫວຽດມິນ ແລະ ປະທານ ໂຮ່ຈີມິນ, ປະຊາຊົນ ຫວຽດນາມ ໄດ້ລຸກຮື້ຂຶ້ນຍາດເອົາອຳນາດການປົກຄອງ, ສ້າງເປັນໄຊຊະນະຂອງການປະຕິວັດເດືອນ ສິງຫາ, ເປີດສັງກາດເອກະລາດໃຫ້ແກ່ປະເທດຊາດ. 81 ປີໄດ້ຜ່ານໄປ, ປະເທດ ຫວຽດນາມ ໃນປະຈຸບັນໄດ້ມີທີ່ຕັ້ງບົດບາດທີ່ຕ່າງເກົ່າແລ້ວ ແຕ່ບັນດາບົດຮຽນທີ່ສ້າງໄຊຊະນະຂອງລະດູໄມ້ຫຼົ່ນປີ 1945 ຍັງມີຄຸນຄ່າເໝືອນເດີມ, ແມ່ນກຳລັງໜູນຕົ້ນຕໍໃຫ້ແກ່ການເດີນທາງພັດທະນາໃນປະຈຸບັນ.
81 ປີພາຍຫຼັງການປະຕິວັດເດືອນ ສິງຫາ, ສິ່ງທີ່ປະຫວັດສາດໄດ້ມອບໃຫ້ໃນມື້ນີ້ບໍ່ພຽງແຕ່ແມ່ນຄວາມເອກອ້າງທະນົງໃຈກ່ຽວກັບການປະຕິວັດທີ່ໄດ້ສ້າງເປັນເອກະລາດເທົ່ານັ້ນ, ຫາກຍັງແມ່ນວິທີເພື່ອປຸກລຸກກຳລັງແຮງຂອງປະຊາຊົນ, ກຳແໜ້ນໂອກາດ, ເຂັ້ມແຂງດ້ວຍຕົນເອງ ແລະ ການຕັດສິນໃຈກະທຳຢ່າງເດັດຂາດ ເພື່ອຫັນຄວາມຄາດຫວັງໃຫ້ປະກົດຜົນເປັນຈິງ.
ກຳແໜ້ນໂອກາດ, ຕັດສິນໃຈກະທຳຢ່າງເດັດຂາດ, ປຸກລຸກກຳລັງແຮງຂອງປະຊາຊົນ
ການປະຕິວັດເດືອນ ສິງຫາ ແມ່ນໝາກຜົນຂອງທັງວິວັດການກະກຽມຢ່າງຍາວນານ. ແຕ່ເມື່ອປະກົດມີໂອກາດ, ການປະຕິວັດໄດ້ມີການກະທຳຢ່າງວ່ອງໄວ ແລະ ເດັດຂາດ. ທ່ານ ຫງວຽນຢີນຽນ, ອະດີດລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ໄຈ້ແຍກວ່າ:
“ໂອກາດແມ່ນມີຄວາມສຳຄັນຍິ່ງ. ເພື່ອຍາດໄດ້ໄຊຊະນະ, ຍາດໄດ້ເອກະລາດໃນການປະຕິວັດເດືອນ ສິງຫາ 1945, ປະທານ ໂຮ່ຈີມິນ ໄດ້ເລືອກເອົາໂອກາດແມ່ນ ຍີ່ປຸ່ນ ໄດ້ຍູ້ໃຫ້ ຝລັ່ງ ອອກຈາກ ອິນດູຈີນ, ຍີ່ປຸ່ນ ຍອມຈຳນົນຕໍ່ພັນທະມິດ, ເວລານັ້ນ ອົງການສຳພັນທະມິດໂລກຍັງບ່ໍທັນຕົກລົງມອບໃຫ້ໃຜຄວບຄຸມເຂດຫົວເມືອງຂຶ້ນ. ໂອກາດນັ້ນແມ່ນຊ່ວງເວລາສິດອຳນາດຖືກປະຫວ່າງ. ໃນເວລານັ້ນ, ປະທານ ໂຮ່ຈີມິນ ໄດ້ນຳພາປະຊາຊົນຍາດເອົາສິດອຳນາດ, ສ້າງເປັນປະເທດ ສາທາລະນະລັດປະຊາທິປະໄຕ ຫວຽດນາມ”.
ບົດຮຽນນັ້ນຍັງມີຄວາມໝາຍພິເສດໃນສະພາບການປະຈຸບັນ. ໂອກາດພັດທະນາພວມມາຈາກການຫັນປ່ຽນດ້ານເສດຖະກິດຂອງໂລກ, ວິທະຍາສາດເຕັກໂນໂລຊີ, ການຫັນເປັນດີຈີຕອນ, ປັນຍາປະດິດ ແລະ ບັນດາລະບົບສະໜອງທົ່ວໂລກຢ່າງວ່ອງໄວ. ບົດຮຽນຂອງປີ 1945 ໃນຍຸກສະໄໝປະຈຸບັນກໍ່ແມ່ນການເຫັນໄດ້ເຖິງໂອກາດ, ກະກຽມກຳລັງຄວາມສາມາດຢ່າງພຽງພໍ ແລະ ມີການກະທຳຢ່າງວ່ອງໄວເພື່ອຫັນໂອກາດໃຫ້ກາຍເປັນກຳລັງໜູນຂອງການພັດທະນາ. ທ່ານທະນາຍຄວາມ ດັ້ງວັນເກື່ອງ, ຄະນະທະນາຍຄວາມ ຮ່າໂນ້ຍ, ຖືວ່າ:
“ພັກ ແລະ ລັດ ຫວຽດນາມ ຖືເປັນສຳຄັນເຖິງປັດໄຈຖືເອົາການພັດທະນາຂອງປະຊາຊົນເປັນໄມ້ຫຼາວັດແທກຂອງການພັດທະນາ. ພວກເຮົາພວມສ້າງລັດຖະບານດີຈີຕອນ, ພື້ນຖານເສດຖະກິດດີຈີຕອນ, ພົນລະເມືອງດີຈີຕອນ. ຕາມນັ້ນແລ້ວ, ກໍ່ຮັບປະກັນສິດຂອງປະຊາຊົນໃຫ້ເປັນຢ່າງດີເທື່ອລະກ້າວ”.
ເລື່ອງຖືປະຊາຊົນເປັນໃຈກາງ ນັ້ນກໍ່ແມ່ນການເຊື່ອມຕໍ່ຈິດໃຈຂອງການປະຕິວັດເດືອນ ສິງຫາ: ກຳລັງແຮງຂອງປະເທດຊາດເລີ່ມມາຈາກກຳລັງແຮງຂອງປະຊາຊົນ; ຄວາມຄາດຫວັງຂອງປະເທດຊາດໄດ້ເລີ່ມມາຈາກຄວາມຄາດຫວັງຂອງແຕ່ລະຄົນ.
ສ້າງກຳລັງແຮງຄວາມເຂັ້ມແຂງດ້ວຍຕົນເອງ, ຫັນຄວາມຄາດຫວັງໃຫ້ກາຍເປັນກຳລັງໜູນພັດທະນາ
ການປະຕິວັດເດືອນ ສິງຫາ ເປີດສັງກາດໃໝ່ ຫວຽດນາມ ເອກະລາດ. ໃນໂລກປະຈຸບັນ, ຈິດໃຈເອກະລາດນັ້ນໄດ້ຮັບການສືບທອດດ້ວຍການສ້າງກຳລັງແຮງຄວາມເຂັ້ມແຂງດ້ວຍຕົນເອງ.
ຫວຽດນາມ ໄດ້ເປັນເຈົ້າການເຊື່ອມໂຍງ, ຍາດແຍ່ງແຫຼ່ງທຶນ, ເຕັກໂນໂລໂຊີ, ພູມປັນຍາ ແລະ ຕະຫຼາດສາກົນ. ຫວຽດນາມ ເຊື່ອມໂຍງຢ່າງເລິກເຊິ່ງ ແຕ່ກໍ່ບໍ່ເອື່ອຍອີງ; ເປີດປະຕູຕະຫຼາດ ແຕ່ກໍ່ມີກຳລັງຄວາມສາມາດເປັນເຈົ້າ; ມີການຮ່ວມມືຢ່າງກວ້າງຂວາງ ແຕ່ຍາມໃດກໍ່ຖືຜົນປະໂຫຍດຂອງປະເທດ, ຂອງຊາດເໜືອກວ່າສິ່ງໃດໝົດ. ນັ້ນແມ່ນການສືບທອດຈິດໃຈເອກະລາດຂອງລະດູໃບໄມ້ຫຼົ່ນປີ 1945 ໃນເງື່ອນໄຂໃໝ່.
ເພື່ອຫັນຄວາມຄາດຫວັງໃຫ້ປະກົດຜົນເປັນຈິງ, ຫວຽດນາມ ເດັດດ່ຽວປ່ຽນແປງໃໝ່, ແກ້ໄຂບັນດາຈຸດອຸດຕັນກ່ຽວກັບລະບອບລະບຽບການ, ພື້ນຖານໂຄງລ່າງ ແລະ ແຫຼ່ງຊັບພະຍາກອນມະນຸດ, ພ້ອມກັນນັ້ນ ກໍ່ນຳໃຊ້ໂອກາດເຊິ່ງຍຸກສະໄໝພວມເປີດອອກໃຫ້ໄດ້ຫຼາຍທີ່ສຸດ. ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ, ເນັ້ນໜັກວ່າ:
“ຕ້ອງເຫັນໄດ້ເຖິງກາລະໂອກາດໂດຍໄວ ແລະ ຫັນໂອກາດໃຫ້ກາຍເປັນໝາກຜົນ. ພວກເຮົາບໍ່ອາດລໍຖ້າຄວາມສະດວກ, ກໍ່ບໍ່ອາດແກ້ໄຂເມື່ອກໍລະນີໄດ້ເກີດຂຶ້ນ. ເຊື່ອໝັ້ນຕົນເອງ ແຕ່ບໍ່ປະໝາດ, ກ້າທຳ ແຕ່ຕ້ອງແນ່ນອນ, ອອ່ນໂຍນແຕ່ຮັກສາຫຼັກການໄວ້ເໝືອນເດີມ. ເປີດກວ້າງການຮ່ວມມື ພ້ອມທັງປັບປຸງຄວາມເປັນເຈົ້າຍຸດທະສາດ, ກຳລັງແຮງພາຍໃນ ແລະ ຄວາມສາມາດຕ້ານທານ”.
ລະດູໃບໄມ້ຫຼົ່ນ 1945 ພວມເປີດສັງກາດໃໝ່ໃຫ້ແກ່ຊາດ. ລະດູໃບໄມ້ຫຼົ່ນໃນປະຈຸບັນພວມວາງອອກຄວາມຮຽກຮ້ອງໃໝ່: ຫັນບັນດາຜົນງານຂອງເອກະລາດໃຫ້ກາຍເປັນແຫຼ່ງກຳລັງເພື່ອພັດທະນາ, ຫັນຄວາມຄາດຫວັງກ່ຽວກັບ ຫວຽດນາມ ເຂັ້ມແຂງແຮງກ້າໃຫ້ກາຍເປັນໝາກຜົນລະອຽດໃນການດຳລົງຊີວິດ. ນັ້ນກໍ່ແມ່ນບັນດາວີທີທີ່ແທດຈິງທີ່ສຸດເພື່ອໃຫ້ບັນດາຄຸນຄ່າຂອງການປະຕິວັດເດືອນ ສິງຫາ ສືບຕໍ່ໄດ້ສືບທອດ, ເປັນກຳລັງໜູນເພື່ອນຳ ຫວຽດນາມ ກ້າວຂຶ້ນຢ່າງໝັ້ນຄົງເຂັ້ມແຂງໃນຍຸກສະໄໝໃໝ່.
