ວັນ​ທີ 08 ກໍ​ລະ​ກົດ, ກອງ​ທັບ ອາ​ເມ​ລິ​ກາ ໄດ້​ດຳ​ເນີນ​ບັ້ນ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ຄັ້ງ​ໃໝ່​ເລັ່ງ​ໃສ່ ອີ​ຣານ ຕາມ​ຄຳ​ຊີ້​ນຳ​ຂອງ​ທ່ານ Donald Trump ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ, ສ້າງ​ຂີດ​ໝາຍ​ເກ​ີດ​ການ​ບຸກ​ໂຈມ​ຕີ​ດ້ວຍ​ຂອບ​ຂະ​ໜາດ​ໃຫຍ່​ຢູ່ປະ​ເທດ​ສາ​ທາ​ລະ​ນະ​ລັດ ອິດ​ສະ​ລາມ 2 ຄືນຕິດ​ຕໍ່​ກັນ. ​ກ່ອນ​ໜ້າ​ນັ້ນ, ອີ​ຣານ ໄດ້​ດຳ​ເນີນ​ບັ້ນ​ດັກບຸກ​ໂຈມ​ຕີ​ເລັ່ງ​ໃສ່ກ່ຳ​ປັ່ນ​ການ​ຄ້າ 3 ລຳ​ຢູ່​ຊ່ອງ​ແຄບ​ທະ​ເລ Hormuz.

ເກີດການ​ປະ​ທະ​ກັນ​ຄືນ​ອີກ?

ບັນ​ດາ​ບັ້ນ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ ອາ​ເມ​ລິ​ກາ ໄດ້​ດຳ​ເນີນ​​ພາຍຫຼັງ​ຖະ​ແຫຼງ​ການ​ຂອງ​ທ່ານ​ປ​ະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ໃນ​ກອງ​ປະ​ຊຸມ​ສຸດຍອດ​ອົງ​ການ​ສົນ​ທິ​ສັນ​ຍາ ອັດ​ລັງ​ຕິກ​ເໜືອ (NATO) ໃນ​ວັນ​ທີ 7 – 8 ກໍ​ລະ​ກົດ ຢູ່ Ankara, ຕວັກ​ກີ, ທ່ານ​ຖື​ວ່າ ຂໍ້​ຕົກ​ລົງ​ຢຸດ​ຍິງ​ລະ​ຫວ່າງ ອາ​ເມ​ລິ​ກາ - ອີ​ຣານ ໄດ້​ສິ້ນ​ສຸດ​ລົງ. ຝ່າຍ ອາ​ເມ​ລິ​ກາ ເນັ້ນ​ໜັກ​ວ່າ ນີ້​ແມ່ນ​ປະ​ຕິ​ກິ​ລິ​ຍາ​ຕໍ່​ບັນ​ດາ​ເຫດ​ບຸກ​ໂຈມ​ຕີ​ເລັ່ງ​ໃສ່​ກ່ຳ​ປັ່ນ​ຂົນ​ສົ່ງ​ສິນ​ຄ້າ​ໄປ​ຜ່ານ​ຊ່ອງ​ແຄບ​ທະ​ເລ Hormuz ຢ່າງ​ລຽນ​ຕິດ​ໃນ​ຊຸມ​ວັນ​ກ່ອນ ເຊິ່ງງ​ອາ​ເມ​ລິ​ກາ ຖື​ວ່າ ອີ​ຣານ ແມ່ນ​ຝ່າຍ​ຕ້ອງ​ມີ​ຄວາມ​ຮັບ​ຜິດ​ຊອບ. ຝ່າຍ ອີ​ຣານ​ ໄດ້​ຄັດ​ຄ້ານ​ທັດ​ສະ​ນະ​ດັ່ງ​ກ່າວ ແລະ ກ່າວ​ຫາ ອາ​ເມ​ລິ​ກາ ລ​ະ​ເມີດ​ຂໍ້​ຕົກ​ລົງ​ຢຸ​ດ​ຍິງ ແລະ ມີ​ການ​ໂຕ້​ຕອບ​ຄືນ​ຢ່າງວ່ອງ​ໄວ.

ເຖິງວ່າ ບັນ​ດາ​ການ​ກະ​ທຳ​ປະ​ທະ​ກັນ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ອີ​ຣານ ຍັງ​ເກີດ​ຂຶ້ນ​ແບບ​ກະ​ແຈກ​ກະ​ຈາຍ ນັບ​ແຕ່​ເມື່ອ​ສອງ​ຝ່າຍ​ລົງ​ນາ​ມ​ໃນ​ບົດ​ບັນ​ທຶກ​ຄວ​າມ​ເຂົ້າ​ໃຈ (MOU) ວ່າ​ດ້ວຍ​ຂໍ້​ຕົກ​ລົງ​ຢຸດ​ຍິງ​ໃນ​ວັນ​ທີ 17 ມິ​ຖຸ​ນາ ກໍ​ຕາມ, ແຕ່​ເລື່ອງ​ສອງ​ຝ່າຍ​ບຸກ​ໂຈມ​ຕີ​ເຊິ່ງ​ກັນ ແລະ ກັນ​ດ້ວຍ​ຄວາມ​ຖີ່​ສູງ​ຄື​ໃນ​ປັດ​ຈຸ​ບັນ, ໄປ​ຄຽງ​ຄູ່​ກັບ​ຖະ​ແຫຼງ​ການ​ກ່ຽວກັບ​ການ​ຢຸດ​ຕິ​ຄຳ​ສັ່ງ​ຢຸດ​ຍິງ​ຂອງ​ທ່ານ Donald Trump, ອາດຈະ​ຍູ້ໃຫ້​ເຂົ້າ​ໄປ​ໃນ​ວົງ​ຈອນການ​ໃຊ້​ຄວາມ​ຮຸນ​ແຮງ​ຮອບ​ໃໝ່, ເຮັດ​ໃຫ້​ສອງ​ປະ​ເທດ​ກັບ​ຄືນ​​ໄປສູ່​ສະ​ພາ​ວະ​ປະ​ທະ​ກັນ​ຢ່າງ​ຮອບ​ດ້ານ, ເຊິ່ງ​ແມ່​ນ​ແຜນ​ການ​ທີ່​ປະ​ຊາ​ຄົມ​ສາ​ກົນ​ບໍ່​ປາດ​ຖະ​ໜາ. ວັນ​ທີ 09 ກໍ​ລະ​ກົດ, ທ່ານ Stephane Dujarric ໂຄ​ສົກ​ ສ​ປ​ຊ ຖະ​ແຫຼງວ່າ:

“ບັນ​ດາ​ເຫ​ດ​ການ​ທີ່​ເກີດ​ຂຶ້ນ​ໃນ 24 ຊົ່ວ​ໂມງ​ຜ່ານ​ມາ​ມີ​ຄວາມ​ສ່ຽງ​ເຮັດ​ໃຫ້​ບັນ​ດາ​ຄວາມ​ຄືບ​ໜ້າ​ທາງ​ການ​ທູດ​ທີ່ ອີ​ຣານ ແລະ ອາ​ເມ​ລິ​ກາ ບັນ​ລຸ​ໄດ້​ແລ້ວ​ນັ້ນ ຈະ​ໄປ​ຜິດ​ເຂວ. ເລື່ອງ​ການ​ປ​ະ​ທະ​ກັນ​​ຮອບ​ດ້ານເກີດ​ຂຶ້ນ​ຄືນ​ໃໝ່​ ຈະ​ກໍ່​ຜົນ​ຮ້າຍ​ຢ້ອນຫຼັງ​ທີ່​ຮ້າຍ​ແຮງ​ຕໍ່​ປະ​ຊາ​ຊົນ​ໃນ​ພາກ​ພື້ນ, ​ຕໍ່​ກັບສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ສາ​ກົນ, ກໍ​ຄື​ຕໍ່ກັບ​ພື້ນ​ຖານ​ເສດ​ຖະ​ກິດ​ທົ່ວ​ໂລກ”.

ຕາມ​ວົງ​ການ​ນັກ​ສັງ​ເກດ​ການ​ແລ້ວ, ບັນ​ດາ​ຈຸດ​ໃຈ​ກາງ​ຂອງ​ການແຕກ​ແຫງ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ອີ​ຣານ ໃນ​ປັດ​ຈຸ​ບັນ ຍັງ​ຄົງ​ແມ່ນ​ສິດ​ຄວບ​ຄຸມ​ຊ່ອບ​ແຄບ​ທະ​ເລ Horumuz, ເສັ້ນ​ທາງ​ຂົນ​ສົ່ງ​ນ້ຳ​ມັນ​ອາຍ​ແກັດ​ສຳ​ຄັນ​ຂອງ​ໂລກ. ກ​່ອນ​ອື່ນ​ໝົດ, ທັດ​ສະ​ນະ​ແຂງ​ກະ​ດ້າງ​ຂອງສອງ​ຝ່າຍ​ພວມ​ເຮັດ​ໃຫ້​ບັນ​ດາ​ຕະຫຼາດ​ການ​ເງິນ ແລະ ພະ​ລັງ​ງານ​ທົ່ວ​ໂລກ​ມີ​ການ​ເຄື່ອນ​ເໜັງ​ ​ແລະ ເຮັດ​ໃຫ້​ຄວາມ​ຫວັງ​ຄວ​ບ​ຄຸມ​ໄພ​ເງິນ​ເຟີ້​​ຄ່ອຍໆຈືດ​ຈາງ​ໄປ. ທ່ານ Chris Brigati, ຜູ້​ອຳ​ນວຍ​ການ​ຝ່າຍ​ລົງ​ທຶນ​ຂອງ​ບໍ​ລິ​ສັດ​ການ​ບໍ​ລິ​ການ​ການ​ເງິນ SWBC (ອາ​ເມ​ລິ​ກາ) ຕີ​ລາ​ຄາ​ວ່າ:

“ບັນ​ດາ​ນັກ​ຊ່ຽວ​ຊານ​ນ້ຳ​ມັນ​ອາຍ​ແກັດໃຫ້​ຮູ້​ວ່າ ຈະ​ຕ້ອງ​ເສຍ​ເວ​ລາ 2 – 3 ເດືອນ, ຊ້ຳ​ບໍ່​ໜຳ​ແມ່ນ​ເກືອບ 1 ປີ ເພື່ອ​ປະ​ຕິ​ບັດ​ການ​ຟື້ນ​ຟູ​ທຸກ​ຢ່າງ​ທີ່​ກ່ຽວ​ຂ້ອງ​ເຖິງ​ຂອດ​ຈຳ​ໜ່າຍ, ​ການເຄື່ອນ​ໄຫວ​ໂຮງ​ງານ​ກັ່ນ​ຕອງ​ນ້ຳ​ມັນ ແລະ ການ​ຂົນ​ສົ່ງ, ນັບ​ທັງ​ເມື່ອ​ຊ່ອງ​ແຄບ​ທະ​ເລ Hormuz ຍັງ​ເປີດ​ປະ​ຕູ​ຢ່າງ​ລຸ​ລ່ວງ. ເພາະ​ສະ​ນັ້ນ, ​ທີ່​ສຸດແລ້ວ, ຂ້າ​ພະ​ເຈົ້າ​ບໍ່​ຖື​ວ່າ ບັນ​ຫາ​ໄພ​ເງິນ​ເຟີ່​ໄດ້​ສິ້ນ​ສຸດ​ລົງ. ຂ້າ​ພະ​ເຈົ້າ​ຄາດ​ຄະ​ເນ​ວ່າ ສະ​ພາ​ວະໄພ​ເງິນ​ເຟີ້​ ຈະ​ສືບ​ຕໍ່​ແກ່​ຍາວ​ໄປ​ອີກ”.

ຍຸດ​ທະ​ວິ​ທີ​ເຈ​ລະ​ຈາ

ຄຳ​ຖາມ​ທີ່ຕັ້ງ​ມາ​ສຳ​ລັບ​ທຸກ​ຝ່າຍ​ໃນ​ປັດ​ຈຸ​ບັນ​ແມ່ນ ຖະ​ແຫຼງ​ການ “ຢ​ຸດ​ຕິ​ການ​ຢຸດ​ຍິງ” ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ຈະ​ແມ່ນ​ສັນ​ຍານ​ຂອງ​ເລື່ອງ​ການ​ປ​ະ​ທະ​ກັນຮອບ​ດ້ານ​ເກີດ​ຂຶ້ນ​ຄືນ​ໃໝ່​ຫຼື​ບໍ, ຫຼື​ວ່າ ພຽງ​ແຕ່​ແມ່ນ​ຍຸດ​ທະ​ວ​ິ​ທີ​ເຈ​ລະ​ຈາ​ທີ່​ຄຸ້ນ​ເຄີຍ​ຂອງ ວໍ​ຊິງ​ຕັນ ເທົ່າ​ນັ້ນ?

​ຫຼາຍ​ນັກ​ຊ່ຽວ​ຊານ ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ສະ​ພາບ​ການ​ປັດ​ຈຸ​ບັນ​ແມ່ນ​ມີ​ລັກ​ສະ​ນະຈຸ​ດ​ພິ​ເສດ​ຂອງ​ຍຸດ​ທະ​ສາດ​ທາງ​ການທູດ​ທີ່​ຄຸ້ນ​ເຄີຍ​ຈາກ​ຝ່າຍ ອາ​ເມ​ລິ​ກາ ຢ່າງ​ຄົບ​ຖ້ວນ, ນັ້ນ​ແມ່ນ “ການ​ກໍ່​ກຳ​ລັງ​ກົດ​ດັນ​ຢ່າງ​ສຸດ​ຂີດ”. ​ຈຸດ​ປະ​ສົງ​ຂອງ​ຝ່າຍ ອາ​ເມ​ລິ​ກາ ​ຈະ​ແມ່ນ​ຈະ​ແຈ້ງທີ່​ສຸດ ນັ້ນ​ແມ່ນ: ບັງ​ຄັບ ເຕ​ເຮ​ຣານ ຕ້ອງ​ປະ​ນິ​ປະ​ນອມ​ຢ່າງ​ເລິກ​ເຊິ່ງກວ່າ​ອີກ, ຕ້ອງ​ຍອມ​ຮັບ​ບັນ​ດາ​ມາດ​ຕາ​ທີ່​ເຄັ່ງ​ຄັດ​ກວ່າ ກ່ຽວ​ກັບ​ໂຄງ​ການ​ນິວ​ເຄຼຍ​ໃນ​ໄລ​ຍະ​ເວ​ລາ​ກຳ​ນົດ 60 ວັນ​ຂອງ MOU.

ເຖິງ​ແນວ​ນັ້ນ​ກໍ​ຕາມ, ແຕ່​ຄຳ​ເຫັນ​ສ່ວນຫຼາຍ​ກໍ​ຖື​ວ່າ ຍຸດ​ທະ​ວິ​ທີ​ນີ້ ຍາກ​ທີ​່​ຈະ​ເສີມ​ຂະ​ຫຍາຍ​ຜົນ​ປະ​ໂຫຍດ​ໄດ້ ເພາະ​ວ່າ ການ​ຂັດ​ແຍ້ງ​ກັນ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ອີ​ຣານ ສ່ວນຫຼາຍ​ແມ່ນ​ມາ​ຈາກ​ເລື່ອງ​ຄວບ​ຄຸມ​ຊ່ອງ​ແຄບ​ທະ​ເລ Hormuz ແລະ ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ MOU ທີ່​ສອງ​ຝ່າຍ​ໄດ້​ລົງ​ນາມນັ້ນ ໄດ້​ສ້າງ​ຊ່ອງ​ຫວ່າງ​ທີ່​ສັບ​ສົນ​ໃຫ້​ແກ່​ບັນ​ຫາ​ນີ້. ທ່ານ ປອ. Andreas Krieg, ຮອງ​ສາດ​ສະ​ດາ​ຈານ ໂຮງ​ຮຽນ​ຄົ້ນ​ຄວ້າ​ຄວາມ​ໝັ້ນ​ຄົງ​ ຂຶ້ນ​ກັບ King`s College London (ປະ​ເທດ​ອັງ​ກິດ) ໃຫ້​ຂໍ້​ສັງ​ເກດ​ວ່າ:

“ຖ້າ​ພິ​ຈາ​ລະ​ນະ​ເນື້ອ​ໃນ ແລະ ວີ​ທີ​ການ​ສະ​ແດງ​​ອອກຂອງ​ຮ່າງ​ເອ​ກະ​ສານ​ນັ້ນ, ອາດ​ເຫັນ​ວ່າ ຍັງ​ຄົງ​ມີ​ກຳ​ລັງ​ບົ່ມ​ຊ້ອນ ເພື່ອ​ໃຫ້​ຝ່າຍ ອີ​ຣານ ຖະ​ແຫຼງ​ອະ​ທິ​ປະ​ໄຕ, ຊ້ຳ​ບໍ່​ໜຳ​ແມ່ນ​ຈັດ​ວາງ​ຄ່າຄ່າ​ທຳ​ນຽມ​ການ​ບໍ​ລິ​ການ​ສຳ​ລັບ​ສິດ​ເສ​ລີ​ໃນ​ການ​ເດີນ​ເຮືອ, ເຊິ່ງ​ແມ່ນ​ສິ່ງ​ທີ່​ບັນ​ດາ​ປະ​ເທດ​ເຂດ​ອ່າວ ແລະ ອາ​ເມ​ລິ​ກາ ຖື​ວ່າ ບໍ່​ສາ​ມາດຍອມ​ຮັບ​ໄດ້. ດັ່ງ​ນັ້ນ, ອີ​ຣານ ຍັງ​ມີຫຼາຍ​ກາ​ລະ​ໂອ​ກາດເພື່ອ ແຊກ​ແຊງ​ເຂົ້າ​ບັນ​ດາ​ບັນ​ຫາ​ຄື: ເຂົາ​ເຈົ້າ​ເປີດ​ປະ​ຕູ​ຊ່ອງ​ແຄບ​ທະ​ເລ Hormuz ຕາມ​ແບບ​ວິ​ທີ, ຈຸດ​ເວ​ລາ ແລະ ລະ​ດັບ​ໃດ, ກໍ​ຄື​ພາຍ​ໃຕ້​ເງື່ອນ​ໄຂ​ໃດ​ແດ່?”

ຕໍ່​ໜ້າ​ທັດ​ສະ​ນະ​ທີ່​ແຂ​ງ​ກະ​ດ້າງ​ຈາກ​ສອງ​ຝ່າຍ​ຄື​ປັດ​ຈຸ​ບັນ, ບົດ​ບາດ​ຂອງ​ບັນ​ດາ​ປະ​ເທດ​ເປັນ​ກາງ​ໄກ່​ເກ່ຍ​ຄື ປາ​ກິດ​ສະ​ຖານ, ກາ​ຕາ, ອີ​ຢິບ… ໄດ້​ຮັບ​ຖື​ວ່າ ແມ່ນ​ປັດ​ໄຈ​ຕັດ​ສິນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ບັນ​ດາ​ປະ​ເທດ​ເປັນ​ກາງ​ໄກ່​ເກ່ຍ​ໃນ​ພາກ​ພື້ນ ຈະ​ຕ້ອງ​ແຂ່ງ​ກັບ​ເວ​ລາ​ເພື່ອ​ກູ້​ເອົາ​ຂໍ້​ຕົກ​ລົງ​, ເພາະວ່າ​ເກມ “ຢູ່​ປາກ​ເຫວ​ສົງ​ຄາມ” ນີ້ ມີ​ຄວາມ​ສ່ຽງ​ຖືກ​ແຕກ​ຫັກ​ສູງ​ທີ່​ສຸດ, ເມື່ອ​ທັງ​ສອງ​ຝ່າຍ​ລ້ວນ​ແຕ່​ບໍ່​ຢາກ​ສະ​ແດງ​ໃຫ້​ເຫັນ​ຈຸດ​ອ່ອນ​ຂອງ​ຕົນ​ຕໍ່​ຝ່າຍ​ກົງ​ກັນ​ຂ້າມ./.