ວັນທີ 24 ກັນຍາ, ທ່ານ Donald Trump, ປະທານາທິບໍດີ ອາ​ເມ​ລິ​ກາ ແລະ ທ່ານ ສີຈິ້ນຜິງ, ປະທານປະເທດ ຈີນ ໄດ້ພົບປະກັນຂັ້ນ​ສຸດຍອດ ຢູ່ວໍຊິງຕັນ ດີຊີ, ສືບ​ຕໍ່ຢືນຢັນ​ຄືນ​ໃໝ່​ເລື່ອງຮັກສາສະຖຽນລະພາບທາງດ້ານຍຸດທະສາດໃນການພົວພັນສອງຝ່າຍ, ພ້ອມກັນ​ນັ້ນ, ຊຸກ​ຍູ້ຄວາມເຫັນດີ​ເຫັນ​ພ້ອມ ແລະ ການສົນທະນາໃນບັນຫາ​ຫຼັ​ກ​ແຫຼ່ງ​ຈຳ​ນວນ​ໜຶ່ງທີ່ກ່ຽວຂ້ອງ​ເຖິງ​ດ້ານການຄ້າ ແລະ ເຕັກໂນໂລຊີ.

ການ​ພົບ​ປະ​ຂັ້ນສຸດຍອດ ອາ​ເມ​ລິ​ກາ - ຈີນ ດຳ​ເນີນໃນວັນທີ 24 ກັນຍາ ​ຢູ່ ວໍຊິງຕັນ ດີຊີ ສ້າງ​ຂີດ​ໝາຍ​ການພົບປະແບບເຊິ່ງໜ້າຄັ້ງທີສອງລະຫວ່າງ​ການນຳ ອາ​ເມ​ລິ​ກາ ແລະ ຈີນ ໃນເວລາບໍ່ຮອດ​ເຄິ່​ງ​ປີ ພາຍ​ຫຼັງກອງປະຊຸມສຸດຍອດທີ່ ຈັດ​ຂຶ້​ນ​ຢູ່ ປັກກິ່ງ, ປະ​ເທດ ຈີນ ໃນເດືອນ ພຶດສະພາ. ນີ້ກໍ່​ແມ່ນການຢ້ຽມຢາມເປັນຄັ້ງທຳອິດຂອງ​ທ່ານ​ປະ​ທານປະເທດ ຈີນ ສີຈິນຜິງ ​ໄປ ອາ​ເມ​ລິ​ກາ ​ພາຍ​ຫຼັງ​ໄລ​ຍະ 11 ປີ.

ຮັກ​ສາ​ສະຖຽນລະພາບທາງດ້ານຍຸດ​ທະ​ສາດ​

ການພົບປະລະຫວ່າງການນຳຂອງສອງ​ພື້ນ​ຖານເສດຖະກິດໃຫຍ່ສຸດໃນໂລກ ໄດ້ດຶງ​ດູດຄວາມສົນໃຈ ເມື່ອໃນວັນທີ 23 ກັນຍາ ​ທ່ານປະທານາທິບໍດີ Donald Trump ໄດ້ໄປ​ຮອດຂັ້ນ​ໄດ​ຂອງເຮືອບິນເພື່ອຕ້ອນຮັບປະທານປະເທດ ຈີນ ທ່ານ ສີຈິ້ນຜິງ ຢູ່ທີ່ຖານ​ທີ່​ໝັ້ນ​ກອງທັບອາກາດ Andrews (ລັດ​ Maryland). ນີ້ແມ່ນການກະທຳ​ຕ້ອນ​ຮັບທີ່ຫາຍາກໃນປະຫວັດສາດຂອງປະທານາທິບໍດີ ອ​າ​ເມ​ລິ​ກາ ສ​ະ​ໄໝ​ຕ່າງໆ. ​ຕາມ​ວົງ​ການ​ນັກສັງເກດການ​ແລ້ວ, ການຕ້ອນຮັບຢ່າງສົມ​ກຽດຂອງ​​ປະ​ເທດ​ ອາ​ເມ​ລິ​ກາ ຕໍ່ກັບ​ການນຳ ຈີນ ໃນຂະນະທີ່ ຈີນ ກໍ່ເຄີຍໃຫ້ການຕ້ອນຮັບທ່ານປະທານາທິບໍດີ Donald Trump ເຊັ່ນ​ດຽວ​ກັນ​ກ່ອນນີ້, ​ແຕ່​ດ້ານ​ອື່ນກໍໍ່​ສອງ​ແສງໃຫ້ເຫັນເຖິງການຖື​ເປັນ​ສຳ​ຄັນພິເສດຂອງ ທຳນຽບຂາວ​ຕໍ່ຄວາມສຳຄັນຂອງ​ການ​ພົບ​ປະ​ຂັ້ນສຸດຍອດ​ໃນ​ການ​ຄຸ້ມຄອງ ການພົວພັນ​ທີ່​ສັບ​ສົນ​ທີ່​ສຸດ ແລະ ​ຜົນ​ສະ​ທ້ອນ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ຈີນ.

ໃນການເຈລະຈາ​ທີ່ຈັດ​ຂຶ້​ນໃນຕອນບ່າຍຂອງວັນທີ 24 ກັນຍາ (ເວລາທ້ອງຖິ່ນ ອ​າ​ເມ​ລິ​ກາ), ການ​ນຳ​ທັງສອງ​ທ່ານ ໄດ້ເນັ້ນໜັກເຖິງ ສະຖຽນລະພາບທາງດ້ານຍຸດທະສາດ. ທ່ານ​ປະ​ທານ ສີຈິ້ນຜິງ ຢືນຢັນວ່າ ​ອາ​ເມ​ລິ​ກາ ແລະ ຈີນ ​ລ້ວນ​ແຕ່​ແມ່ນສອງຊາດທີ່ຍິ່ງໃຫຍ່ ສາມາດໜູນຊ່ວຍເຊິ່ງກັນ ແລະ ກັນ, ສະ​ນັ້ນ ອາ​ເມ​ລິ​ກາ ແລະ ຈີນ ຕ້ອງ​ມຸ່ງ​ໄປ​ເຖິງ​ການ​ຮ່ວມ​​ຊີ​ວິດໃນ​ສັນ​ຕິ​ພາບ. ໃນຂະນະນັ້ນ, ທ່ານປະທານາທິບໍດີ Donald Trump ໄດ້ຍ້ອງຍໍທ່ານປະທານ ສີຈິ້ນຜິງ ວ່າເປັນ "ເພື່ອນຜູ້ຍິ່ງໃຫຍ່" ຂອງ​ທ່ານ ແລະ ​ອາ​ເມ​ລິ​ກາ - ຈີນ ມີຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຮ່ວມ​ມື​ຍິ່ງກວ່າ ການສູ້ຢັນກັນ.

“ຖ້າພວກເຮົາສຸມໃສ່ຜົນປະໂຫຍດລວມນັ້ນ, ຂ້າພະເຈົ້າ​ມີ​ຄວາມ​ແນ່ນອນວ່າ ພວກເຮົາສາມາດບັນລຸ​ບັນ​ດາຜົນ​ງານ​ທີ່ຍິ່ງໃຫຍ່ກວ່າ. ​ເລື່ອງ​ເດີນ​ຕາມ​ບັນ​ດາຜົນປະໂຫຍດຮ່ວມນັ້ນ ໄດ້ຮັດ​ແໜ້ນການພົວພັນສອງປະເທດ​ໂດຍບໍ່​ຫົວ​ຊາ​ຕໍ່​ບັນ​ດາມະຫາສະໝຸດອັນກວ້າງໃຫຍ່, ໄລຍະ​ທີ່ຫ່າງ​ໄກ​ດ້ານພູມສາດ ແລະ ຄວາມແຕກຕ່າງກັນຫຼາຍຢ່າງ, ​ຊ້ຳ​ບໍ່​ໜຳ​ຍັງ​ນຳພວກເຮົາ​ກາຍ​ເປັນພັນທະມິດ ໃນສົງຄາມໂລກຄັ້ງທີສອງອ​ີກ​ດ້ວຍ."

ການນຳ ອາ​ເມ​ລິ​ກາ ແລະ ຈີນ ກໍ່ໄດ້ປຶກສາຫາລືກ່ຽວກັບບັນຫາຮີບດ່ວນ ກ່ຽວຂ້ອງກັບຄວາມໝັ້ນຄົງ, ເຕັກໂນໂລຊີ ແລະ ປັນຍາປະດິດດີ​ເລີດ (SI) - ເຊິ່ງເປັນຄຳສັບທີ່ປະທານາທິບໍດີ ອາ​ເມ​ລິ​ກາ ນຳໃຊ້ເພື່ອ​ເວົ້າ​ເຖິງ ປັນຍາປະດິດ (AI). ທັງສອງຝ່າຍ​ລ້ວນ​ແຕ່​ມີຄວາມສາມາດ ແລະ ຄວາມຮັບຜິດຊອບໃນການພັດທະນາ ແລະ ຄຸ້ມຄອງ AI ເພື່ອ​ຈຸດ​ປະ​ສົງ​ທີ່​ດີ​ງາມ, ​ພ້ອມກັນນັ້ນ​ກໍ່ຮັບປະກັນວ່າ ການພັດທະນາ AI ຍາມ​ໃດ​ກໍ່​ຢູ່ພາຍໃຕ້ການຄວບຄຸມຂອງມະນຸດ ແລະ ຮັບໃຊ້ສະຫວັດດີການຂອງ ປະຊາຊົນ.

ສັນ​ຍານ​ຕັ້ງ​ໜ້າ

ບູລິມະສິດຂອງການຮັກສາການພົວພັນ​ອາ​ເມ​ລິ​ກາ ແລະ ຈີນ ໃຫ້ມີສະຖຽນລະພາບ ຍັງໄດ້ສະແດງໃຫ້ເຫັນຜ່ານ ຂໍ້ຕົກລົງສຳຄັນ ຈຳ​ນວນ​ໜຶ່ງ​ທີ່ບັນລຸໄດ້ກ່ອນນັ້ນ, ເຖິງແມ່ນວ່າ​ບໍ່​ມີ​ລັກ​ນະ​ສະ​ບຸກ​ທະ​ລຸ. ສິ່ງທີ່ໜ້າ​ສົນ​ໃຈແມ່ນ ໃນ​ຈຳ​ນວນນີ້ ເລື່ອງສອງຝ່າຍ​ຕໍ່​ກຳ​ນົດ​ເວ​ລາຢຸດ​ຕິ​ສົງ​ຄາມ​ດ້ານການຄ້າໃນວັນທີ 23 ກັນຍາ. ​ລະ​ອຽດ​ແມ່ນ, ​ຕາມ​ທ່ານ Scott Bessent, ລັດຖະມົນຕີກະຊວງການການ​ເງິນ ອ​າ​ເມ​ລິ​ກາ ແລ້ວ, ອາ​ເມ​ລິ​ກາ ແລະ ຈີນ ໄດ້​ຕໍ່​ກຳ​ນົດ​ເວ​ລາ​ຕື່ມ​ອີກສອງເດືອນ​ສຳ​ລັບຂໍ້ຕົກລົງ ຫຼຸດຜ່ອນຄວາມເຄັ່ງຕຶງທີ່ບັນລຸໄດ້ໃນປີ 2025 ຢູ່ Busan (​ສ.ເກົາຫຼີ), ຜ່ານນັ້ນ​ແກ່​ຍາວຂໍ້ຕົກລົງ​ແຕ່ວັນທີ 10 ພະຈິກ 2026 (​ຄາດ​ວ່າ​ຈະ​ແມ່ນວັນໝົດ​ຜົນ​ສັກ​ສິດ) ​ຮອດວັນທີ 10 ມັງກອນ 2027. ​ທ່ານ​ນາງ Ruby Osman, ທີ່ປຶກສາຂັ້ນ​ສູງ​ກ່ຽວ​ກັບພູມສາດການເມືອງສະ​ເພາະດ້ານ ຈີນ ຢູ່ສະຖາບັນ Tony Blair ກ່ຽວ​ກັບ​ການປ່ຽນແປງ​ທົ່ວໂລກ, ​ໃຫ້​ຂໍ້​ສັງ​ເກດວ່າ:

"ຂ້າ​ພະ​ເຈົ້າ​ບໍ່​ຖື​ວ່ານີ້ແມ່ນຂໍ້​ຕົກ​ລົງ​ຢຸດ​ຕິ​ສົງ​ຄາມທີ່ຈະແກ້ໄຂບັນຫາທັງໝົດ ໃນ​ການພົວພັນນີ້, ແຕ່ຂ້າ​ພະ​ເຈົ້າເຊື່ອ​ໝັ້ນວ່າ ເລື່ອງທັງສອງຝ່າຍ​ລ້ວນ​ແຕ່​ປາດ​ຖະ​ໜາ​ມີ​ການຢຸດ​ຕິ​ສົງ​ຄາມ​ໃດ​ໜຶ່ງ, ​ເຖ​ິງຈະບໍ່ສົມກໍ່​ຕາມ, ແຕ່ກໍ່ສະແດງໃຫ້ເຫັນວ່າ ພວກເຈົ້າເຂົາ​ເຫັນ​ໄດ້ ຄວາມເສຍຫາຍ​ເຊິ່ງແຕ່ລະຝ່າຍ​ອາດສາມາດສ້າງ​ຂຶ້ນຕໍ່ກັນ. ພວກເຮົາໄດ້ເຫັນສິ່ງນີ້​ໃນ​ຈຸດ​ເວ​ລາ​ເຄັ່ງ​ຕຶງ​ທີ່​ສຸດໃນສົງຄາມ​ດ້າ​ນ​ພາ​ສີ​ໃນ​ປີ 2025, ແລະ ຂ້າ​ພະ​ເຈົ້າຄິດວ່າ ຢ່າງໜ້ອຍໃນໄລຍະສັ້ນ, ບໍ່ມີຝ່າຍໃດຢາກຟື້ນຟູ​ສົງ​ຄາມນັ້ນ."

ເບິ່ງລວມແລ້ວ, ການ​ພົບ​ປະ​ຂັ້ນສຸດຍອດ ອາ​ເມ​ລິ​ກາ -ຈີນ ຄັ້ງນີ້ບໍ່ສ້າງຄວາມບາດ​ກ້າວ​ບຸກ​ທ​ະ​ລຸໃດໆ, ​ສິ່ງ​ທີ່​ວົງ​ການ​ນັກສັງເກດການ​ກໍ່ໄດ້ຄາດຄະເນໄວ້ແລ້ວ, ເຖິງຢ່າງໃດກໍ່ຕາມ, ສອງຝ່າຍຍັງໃຫ້​ບຸ​ລິ​ມີ​ສິດ​ຮັກ​ສາ​ການ​ພົວ​ພັນ​ໃຫ້​ມີສະຖຽນລະພາບ ແລະ ຊອກຫາຂໍ້ຕົກລົງແມ່ນບັນ​ດາສັນຍານ​ທີ່​ຕັ້ງ​ໜ້າ​ໃນ​ການພົວພັນລະ​ຫວ່າງ ອາ​ເມ​ລິ​ກາ -ຈີນ ເວົ້າສະເພາະ ແລະ ພູມສັນຖານພູສາດການເມືອງ, ເສດຖະກິດໂລກເວົ້າ​ລວມ.