ສຳພັນທະມິດ ໂດຍ ອາ​ເມ​ລິ​ກາ ນຳ​ໜ້າໄດ້​ສຳ​ເລັດ​ການຖອນທະຫານ ອອກຈາກ ອີຣັກ ຢ່າງເປັນທາງການໃນວັນທີ 30 ກັນຍາ. ນີ້​ແມ່ນເຫດການ ປະຫວັດສາດ, ສ້າງ​ຂີດ​ໝາຍ​ຕໍ່​ເລື່ອງ​ຢຸດ​ຕິ​ສັງກາດແຊກ​ແຊງ​ດ້ານ​ການ​ທະ​ຫານ​ແບບໂດຍ​ກົງ​ຂອງ ອາ​ເມ​ລິ​ກາ ຢູ່​ປະ​ເທດ ຕາ​ເວັນ​ອອກ​ກາງ ນີ້ ພາຍ​ຫຼັງເວລາກວ່າສອງທົດສະວັດ, ​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ເຫດ​ການນີ້ກໍ່ຍັງ​ວາງ​ອອກ​ບັນ​ດາ​ຄວາມ​ລະ​ແວງ​ສົງ​ໄສ​ຂອງ​ໄລ​ຍະ​ຫວ່າງ​ດ້ານຄວາມໝັ້ນຄົງ​ຢູ່ພາກພື້ນ.

ວັນທີ 30 ກັນຍາ, ທຳ​ນຽບ ​5 ແຈໄດ້ອອກຖະແຫຼງການ​ຢ່າງ​ເປັນ​ທາງການ​ໂດຍຢືນຢັນວ່າ ກຳລັງ ອ​າ​ເມ​ລິ​ກາ ທັງໝົດໄດ້ຖອນອອກຈາກ​ເຂດດິນແດນ ອີຣັກ, ປະ​ຕິ​ບັດສຳເລັດຂໍ້ຕົກລົງຖອນທະຫານທີ່ບັນລຸໄດ້ລະຫວ່າງ Baghdad ແລະ ວໍຊິງຕັນ ທີ່​ບັນ​ລຸ​ໄດ້ໃນເດືອນ ກັນຍາ ປີ 2024 ພ້ອມ​ກັນ​ນັ້ນ, ຢຸດຕິການ​ປະ​ກົດ​ຕົວ​ທາງທະຫານໂດຍກົງຂອງ ອາ​ເມ​ລິ​ກາ ຢູ່ປະເທດ ຕາເວັນອອກກາງ ນີ້ເປັນ​ເວ​ລາກວ່າສອງທົດສະວັດຜ່ານ​ມາ.

ສັງກາດຕົກສະໜົມໄດ້​ປິດ​ລົງ

ຕາມ​ບັນ​ດາ​ຂອບ​ເຂດ​ຂອງຂໍ້ຕົກລົງເດືອນ ກັນຍາ 2024, ກຳລັງທະ​ຫານ​ປະ​ສົບໂດຍ ອາ​ເມລິ​ກາ ນຳ​ໜ້າ​ໄດ້​ປະ​ຕິ​ບັດແຜນການຖອນທະຫານ​ຕ​າມ​ແຕ່​ລະໄລຍະ, ​ລະ​ອຽດແມ່ນ​ຖອນ​ບັນ​ດາ​ຖານ​ທີ່​ໝັ້ນ​ດ້ານ​ການ​ທະ​ຫານ​ໃຫຍ່, ຄື: ຖານທີ່​ໝັ້ນ ​ກອງທັບ​ອາກາດ Al-Asad ໃນທ້າຍປີ 2025. ພ້ອມກັບການຖອນ​ຕົ​ວ​ຂອງສຳພັນທະມິດ​ການ​ທະ​ຫານ, ບັ້ນ​ເຄື່ອນ​ໄຫວ Inherent Resolve ​ຂອງສຳ​ພັນ​ທະ​ມິດ​ດ້ານ​ການທະຫານສາກົນທີ່ສ້າງຕັ້ງຂຶ້ນໃນປີ 2014 ເພື່ອດັບ​ສູນ​ອົງ​ການກໍ່​ການຮ້າຍ ລັດອິດສະລາມ (ISIS) ກໍ​ໄດ້ສິ້ນສຸດລົງຢ່າງເປັນທາງການ. ມີ​ຖັນ​ແຖວພະນັກງານ​ນ້ອຍ​ຂອງ ອາ​ເມ​ລິ​ກາ ຈະຍັງຄົງຢູ່ Baghdad, ຮັບ​ຜິດ​ຊອບ​ໜ້າ​ທີ່ໜຶ່ງ​ດຽວ​ແມ່ນປົກປ້ອງ​ຮາກ​ຖານ​ດ້ານການທູດເທົ່ານັ້ນ.

ສຳລັບ ວໍຊິງຕັນ ແລະ Baghdad, ນີ້ແມ່ນເຫດການປະຫວັດສາດ, ສ້າງ​ຂີດ​ໝາຍ​ເລື່ອງ​ປິດ​ສັງ​ກາດທີ່ເຕັມ​ໄປ​ດ້ວຍ​ຄວາມວຸ້ນວາຍທີ່​ໄດ້ເລີ່ມປະຕິບັດນັບ​ແຕ່ປີ 2003, ເມື່ອ ອາ​ເມ​ລິ​ກາ ດຳ​ເນີນ​ການແຊກແຊງທາງດ້ານທະຫານ​ແບບໂດຍກົງ​ຢູ່ ອີຣັກ. ທ່ານ Donald Trump, ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຖະ​ແຫຼງວ່າ:

"ມີໄລຍະເວລາທີ່ຍາວນານດ້ວຍ​ບັນ​ດາ​ຂໍ້​ຕົກ​ລົງທີ່ຜິດພາດທີ່ຮ້າຍແຮງ ​ເຮັດ​ໃຫ້​​ພວກເຮົາຕົກເຂົ້າ​ສູ່ຢູ່​ສະ​ພາບວຸ້ນວາຍ​ນັບ​ແຕ່ເບື້ອງ​ຕົ້ນ. ສະ​ພາບ​ການນັ້ນ​ຖືກແກ່​ຍາວມາເປັນຫຼາຍປີ. ແຕ່ອີກບໍ່ດົນ, ​ພາກປະຫວັດສາດນັ້ນຈະສິ້ນສຸດລົງ. ພວກ​ເຮົາຈະ​ຖອນທະຫານອອກຈາກນັ້ນ. ສະນັ້ນ, ມື້ນີ້ແມ່ນໄຊຊະນະສຳ​ລັບ ອາ​ເມ​ລິ​ກາ. ມັນແມ່ນໄຊຊະນະຂອງ ອີຣັກ ແລະ ເປັນໄຊຊະນະຕັດ​ສິນຕໍ່​ກັບ ISIS - ອົງການທີ່ຖືກດັບ​ສູງຢ່າງສິ້ນເຊີງ, ນັ້ນ​ກໍ່​ແມ່ນ​ສາ​ຍ​ເຫດ​ທີ່ພວກເຮົາຕ້ອງແຊກແຊງ​ນັບ​ແຕ່​ເບື້ອງຕົ້ນ."

ວັນທີ 30 ກັນຍາ, ມີປະຊາຊົນ ອີຣັກ ນັບພັນຄົນ​ລົງຖະໜົນ​ຢູ່​ບັນ​ດາ​ເຂດ​ຕົວເມືອງໃຫຍ່ເພື່ອສະເຫຼີມສະຫຼອງເຫດການດັ່ງກ່າວ, ໃນຂະນະທີ່ລັດຖະບານ ​ອີ​ຣັກ ໄດ້ປະກາດວັນພັກແຫ່ງຊາດເປັນເວລາສີ່ວັນ, ທີ່​ມີ​ຊ​ື່​ວ່າ "ວັນອະທິປະໄຕ", ເລີ່ມແຕ່ວັນທີ 30 ກັນຍາ. ​ກ່ອນ​ໜ້ານັ້ນ, ໃນ​ບົດ​ກ່າວ​ໄປໄສຂອງທ່ານ Ali Al-Zaidi, ນາຍົກລັດຖະມົນຕີ ອີຣັກ, ທີ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຊຸດ​ທີ 81 (UNGA-81) ເຊິ່ງ​ໄດ້​ຈັດ​ຂຶ້ນ​ໃນອາທິດແລ້ວນີ້, ຢູ່ນິວຢອກ, ທ່ານໄດ້ເນັ້ນໜັກວ່າ:

"ເມື່ອພາລະກິດຂອງສຳພັນທະມິດສາກົນ​ຢູ່ ອີຣັກ ສິ້ນສຸດລົງ, ພວກຂ້າ​ພະ​ເຈົ້າ​ພວມ​ນຳ​ການ​ພົວ​ພັນ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃຫ້ກ້າວ​ເຂົ້າສູ່ໄລຍະໃໝ່: ​ຫັນ​ປ່ຽນຈາກການຮ່ວມມືດ້ານທະຫານໄປສູ່ການຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ ເພື່ອຮັບໃຊ້ຜົນປະໂຫຍດລວມ. ຜ່ານນັ້ນ, ພວກ​ຂ້າ​ພະ​ເຈົ້າ​ບໍ່ພຽງແຕ່​ປັບ​ປຸງໄຊຊະນະຂອງ ອີຣັກ ຕໍ່ລັດ​ທິກໍ່ການຮ້າຍເທົ່ານັ້ນ, ຫາກ​ຍັງ​​ເພີ່ມ​ທະ​ວີ​ຄວາມ​ຕັດ​ສິນ​ໃຈ ແລະ ສ້າງ​ທ່ວງ​ທ່າ​ເພື່ອ​ປະ​ຕິ​ບັດ​ສຳ​ເລັດ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ຄວາມ​ໝັ້ນ​ຄົງ ແລະ ການ​ທະ​ຫານ, ເພື່ອປົກປ້ອງ​ຜືນ​ແຜ່ນ​ດິນ, ປະຊາຊົນ ແລະ ​ອະ​ທິ​ປະໄຕ​ແຫ່ງຊາດ​ອີກ​ດ້ວຍ."

ໄລຍະຫວ່າງດ້ານຄວາມໝັ້ນ​ຄົງ

ເມື່ອຄວາມຕື່ນເຕັ້ນໃນເບື້ອງຕົ້ນ​ຄ່ອຍໆ​ຫຼຸດລົງນັ້ນ, ​ຍັງ​ມື​ຫຼາຍສິ່ງທ້າທາຍ​ໄດ້​ເກີດ​ຂຶ້ນສຳລັບ​ອຳ​ນາດ​ການ​ປົກ​ຄອງ ອີຣັກ, ກໍ​ຄື​ຢູ່​ພາກພື້ນ. ຄຳຖາມທີ່ໃຫຍ່​ສຸດໃນປະຈຸບັນແມ່ນ ໄລຍະຫວ່າງທີ່ສຳພັນທະມິດໂດຍ ອາ​ເມິ​ລ​ກາ ນຳ​ໜ້າ​ໄດ້​ປະ​​ໄວ້​ນັ້ນ​ອາ​ດຈະກາຍເປັນສິ່ງທ້າທາຍດ້ານຄວາມໝັ້ນຄົງໃໝ່​ຕໍ່​ກັບ ອີຣັກ ຫຼືບໍ່, ພິ​ເສດ​ແມ່ນ​ບັນ​ດາກຸ່ມທະຫານນິ​ຍົມ ອີຣານ ຢູ່ ອີຣັກ ໄດ້​ຖື​ການ​ຖອນ​ທະ​ຫານ​ຂອງ ອາ​ເມ​ລິ​ກາ ແມ່ນ "ໄຊຊະນະ", ໃນ​ຈຸດ​ເວລາທີ່​ການ​ປ​ະ​ທະ​ກັນລະຫວ່າງ ອາ​ເມ​ລິ​ກາ ແລະ ອີຣານ ມີຄວາມສ່ຽງທີ່ຈະເພີ່ມຂຶ້ນຄືນ​ໃໝ່ໃນ​ບໍ່​ວ່າ​ຈຸດເວລາໃດ.

ທ່ານ Sajad Jiyad, ນັກຄົ້ນຄວ້າຂັ້ນ​ສູງຢູ່ສູນນະໂຍບາຍສາກົນ (CIP) ​ມີ​ສຳ​ນັກ​ງານຕັ້ງຢູ່ນິວຢອກ (ອາເມລິກາ), ໃຫ້​ຂໍ້​ສັງ​ເກດວ່າ:

"ຂ້າພະເຈົ້າຢາກຢືນ​ຢັນຢ່າງຈະແຈ້ງວ່າຈະບໍ່ມີການປົດອາວຸດ​ສຳ​ລັບກຸ່ມໃດໆ​ໃນວັນທີ 30 ກັນຍາ. ຂ້າພະເຈົ້າຄິດວ່າ ສິ່ງນີ້ອາດຈະຊັດເຈນຫຼາຍແລ້ວສຳລັບ​ບໍ່​ວ່າ​ຜູ້​ໄດທີ່​ໄດ້ຕິດຕາມ​ສະ​ພາບ​ການ​ດ້ານ​ກາ​ນ​ເມືອງ​ຂອງ ອີຣັກ ຢ່າງ​ໃກ້​ຊິດ. ລັດ​ຖະ​ບານ​ໄດ້ເຕື້ອງ​ເຖິງ​ການ​ໂຮມເຂົ້າກັນ ແລະ ໄດ້ຮຽກຮ້ອງໃຫ້ບາງກຸ່ມນີ້ເຊື່ອມໂຍງ ເຂົ້າກັບກອງກຳລັງລະ​ດົມປະຊາຊົນ (PMF) ໃນຖານະເປັນລະ​ບອ​ບ​ໜຶ່ງ​ໃຫ້​ເປັນ​ຢ່າງ​ດີກວ່າ. ​ເຖິງຢ່າງໃດກໍຕາມ, ຂ້າພະເຈົ້າ​ຖື​ວ່າເຂົາເຈົ້າ​ອາດ​ຈະປະຕິເສດ​ບໍ່​ວ່າສິ່ງໃດ​ທີ່ເອີ້ນວ່າແມ່ນການປົດອາວຸດ."

ຄວາມວິກັງວົນຕໍ່ໄປ​ສຳ​ລັບ ອີຣັກ ຍັງຄົງເປັນຄວາມຢ້ານ​ກົວ​ຕໍ່​ການກໍ່​ການ​ຮ້າຍ. ເຖິງແມ່ນວ່າ ບັ້ນ​ເຄື່ອນ​ໄຫວ Inherent Resolve ໄດ້ທຳລາຍ​ບັນ​ດາ​ເຂດດິນແດນ​ເຊິ່ງ ISIS ເຄີຍ​ຢຶດ​ຄອງກໍ່​ຕາມ, ແຕ່​ຕາມ​ບັນ​ດາ​ນັກ​ຊ່ຽວ​ຊານ​ດ້ານ​ຄວາມ​​ໝັ້ນ​ຄົງ​ແລ້ວ,ຍັງ​ມີ​ຄວາມ​ວິ​ຕົກ​ກັງ​ວົນ​ວ່າ ​ໄລຍະຫວ່າງ​ດ້ານ​ຄວາມ​ໝັ້ນ​ຄົງ​ໂດຍສຳພັນ​ທະ​ມິດປະໄວ້ນັ້ນ ອາດຈະຊຸກ​ຍູ້​ການ​ຟື້ນ​ຕົວ​ບັນ​ດາ​ພາກ​ສ່ວນທຳ​ສົງ​ຄາມ​ສັກ​ສິດ​ອື່ນ. ສະນັ້ນ, ໃນໄລຍະຍາວ, ການຄຸ້ມຄອງອະທິປະໄຕ​​ໃຫ້​ມີ​ປະ​ສິດ​ທິ​ຜົນ​ນັ້ນ​ຍັງ​ຄົງ​ເປັນ​ສິ່ງທ້າທາຍທີ່ສັບສົນສຳລັບ Baghdad ຢູ່.