(ພາບ: VGP)
ໃນສະພາບການເສດຖະກິດໂລກພວມສ້າງໂຄງປະກອບຄືນໃໝ່, ການແກ່ງແຍ້ງດ້ານເຕັກໂນໂລຢີເພີ່ມຂຶ້ນ ແລະ ບັນດາກະແສທຶນ ຊອກຫາບັນດາພື້ນທີ່ພັດທະນາໃໝ່ນັ້ນ, ຫວຽດນາມ ພວມມຸ່ງໄປເຖິງບົດບາດເປັນເຈົ້າການຫຼາຍກວ່າ ໃນການເຊື່ອມຕໍ່ບັນດາແຫຼ່ງຊັບພະຍາກອນສາກົນ. ເວທີປາໄສເສດຖະກິດລະດູໃບໄມ້ຫຼົ່ນ (AEF) 2026, ທີ່ພວມຈັດຂຶ້ນທີ່ນະຄອນ ໂຮ່ຈິມິນ (ແຕ່ວັນທີ 26-29 ຕຸລາ), ບໍ່ພຽງແຕ່ເປີດໂອກາດໃຫ້ແກ່ການສົນທະນາລະຫວ່າງລັດຖະບານ, ບັນດາອົງການຈັດຕັ້ງສາກົນ ແລະ ວິສາຫະກິດເທົ່ານັ້ນ, ຫາກຍັງວາງອອກ ຄວາມຮຽກຮ້ອງຫັນບັນດາການເຊື່ອມຕໍ່ນັ້ນໃຫ້ກາຍເປັນບັນດາໂຄງການລົງທຶນ, ຄວາມສາມາດຜະລິດ, ແລະ ກຳລັງໜູນການເຕີບໂຕໃນໄລຍະຍາວອີກດ້ວຍ.
ເວທີປາໄສ AEF 2026 ໄດ້ເຕົ້າໂຮມຜູ້ແທນຢູ່ພາຍໃນ ແລະ ຕ່າງປະເທດກວ່າ 1.500 ຄົນ, ໃນນັ້ນມີການເຂົ້າຮ່ວມຂອງຜູ້ອຳນວຍການໃຫຍ່ຝ່າຍບໍລິຫານ ແລະ ການນຳບັນດາກຸ່ມບໍລິສັດນາໆຊາດນັບຮ້ອຍຄົນ. ເວທີປາໄສສະແດງໃຫ້ເຫັນເຖິງຄວາມດຶງດູດຂອງ ຫວຽດນາມ ບໍ່ພຽງແຕ່ນອນໃນກຳລັງບົ່ມຊ້ອນຂອງຕະຫຼາດເທົ່ານັ້ນ, ຫາກຍັງໃນຄວາມສາມາດເຊື່ອມຕໍ່ເຕັກໂນໂລຢີ, ມະນຸດ, ລະບອບລະບຽບການ ແລະ ຄູ່ຮ່ວມມືທົ່ວໂລກອີກດ້ວຍ.
ຈາກສະຖານທີ່ເຂົ້າມາລົງທຶນໄປສູ່ພື້ນທີ່ເຊື່ອມຕໍ່ແຫຼ່ງຊັບພະຍາກອນເພື່ອການເຕີບໂຕ
ຫວຽດນາມ ມີໂອກາດເປີດກວ້າງບົດບາດໃນເຄືອຂ່າຍເສດຖະກິດທົ່ວໂລກ ຍ້ອນທີ່ຕັ້ງຍຸດທະສາດ, ຊັບພະຍາກອນມະນຸດທີ່ອຸດົມສົມບູນ ແລະ ຄວາມສາມາດເຊື່ອມຕໍ່ກັບບັນດາຕະຫຼາດສາກົນ. ໃນສະພາບການນັ້ນ, ການດຶງດູດການລົງທຶນພໍ່ພຽງແຕ່ຢຸດຢູ່ເລື່ອງເປີດກວ້າງຂອບຂະໜາດທຶນເທົ່ານັ້ນ, ຫາກຍັງມຸ່ງໄປເຖິງການຮັບເອົາເຕັກໂນໂລຊີ, ພູມປັນຍາ ແລະ ວິທີການຄຸ້ມຄອງທີ່ທັນສະໄໝ, ຈາກນັ້ນ ຈຶ່ງຍົກສູງຄວາມສາມາດຜະລິດ ແລະ ມູນຄ່າເພີ່ມຢູ່ພາຍໃນປະເທດ.
ທ່ານ Peter James Opdahl, ປະທານບໍລິສັດ Ito Group Holding, ໃຫ້ຮູ້ວ່າ:
ໜຶ່ງໃນບັນດາສິ່ງທີ່ເຮັດໃຫ້ຂ້າພະເຈົ້າມັກ ທີ່ສຸດຢູ່ ຫວຽດນາມ ແມ່ນຂ້າພະເຈົ້າສາມາດມາພົບປະກັບນັກວິສະວະກອນຢູ່ໂຮງງານ ຫຼື ພາລະກອນ ແລະ ເວົ້າກັບເຂົາເຈົ້າວ່າ, "ຈົ່ງເຮັດວຽກງານນີ້ເດີ." ບໍ່ມີຜູ້ປະຕິເສດ ແລະ ເຂົາເຈົ້າຕອບວ່າ "ໄດ້", ແລ້ວກໍ່ມານະພະຍາຍາມສຸດຄວາມສາມາດເພື່ອປະຕິບັດສຳເລັດວຽກງານ. ບໍ່ແມ່ນວ່າຢູ່ແຫ່ງໃດໃນໂລກກໍ່ມີຄົນຄືແນວນັ້ນ, ແຕ່ມີຢູ່ ຫວຽດນາມ ພັດມີ.
ຖ້າແຫຼ່ງຊັບພະຍາກອນມະນຸດແມ່ນທ່າໄດ້ປຽບໃນການຜະລິດ, ເຕັກໂນໂລຊີດີຈີຕອນ ແລະ ປັນຍາປະດິດ ພວມເປີດພື້ນທີ່ຮ່ວມມືໃໝ່. ທ່ານ Sang Eng, ປະທານ Work Optional.ai (ສິງກະໂປ), ໃຫ້ຂໍ້ສັງເກດກ່ຽວກັບຄວາມສາມາດບົ່ມຊ້ອນຂອງ ຫວຽດນາມ ຜ່ານປັດໃຈຄື:
ຂ້າພະເຈົ້າຖືວ່າ ຫວຽດນາມ ໄດ້ນຳໃຊ້ແນວທາງການທູດໄມ້ໄຜ່ຢ່າງຄ່ອງແຄ່ວ. ຂ້າພະເຈົ້າເຊື່ອໝັ້ນວ່າ ຫວຽດນາມ ກໍ່ພວມເປີດກວ້າງຈິດໃຈນັ້ນໄປສູ່ຂົງເຂດເຕັກໂນໂລຊີ AI ໄມ້ໃຜ່. ເມື່ອປຽບໃສ່ກັບບັນດາປະເທດ ອາຊີຕາເວັນອອກສຽງໃຕ້ ອື່ນໆ, ຂ້າພະເຈົ້າຖືວ່າ ຫວຽດນາມ ຄວບຄຸມອຳນາດຂໍ້ມູນ ແລະ ຊັບພະຍາກອນມະນຸດດ້ານພູມປັນຍາດີກວ່າ. ປັດໄຈຕໍ່ໄປແມ່ນພື້ນຖານການສຶກສາ ແລະ ຈິດໃຈເລີ່ມທຸລະກິດຂອງຊາວ ຫວຽດນາມ.
(ພາບ: VGP)
ເພື່ອໃຫ້ບັນດາທ່າໄດ້ປຽບເຫຼົ່ານັ້ນກາຍເປັນກຳລັງໜູນການເຕີບໂຕໃນໄລຍະຍາວ, ຄວາມຮຽກຮ້ອງທີ່ໄດ້ວາງອອກແມ່ນເພີ່ມທະວີການເຊື່ອມຕໍ່ລະຫວ່າງວິສາຫະກິດຕ່າງປະເທດ ກັບວິສາຫະກິດຢູ່ພາຍໃນປະເທດ, ຊ່ວຍໃຫ້ວິສາຫະກິດ ຫວຽດນາມ ສາມາດເຂົ້າເຖິງເຕັກໂນໂລຢີ ແລະ ເຂົ້າຮ່ວມລະບົບຕ່ອງໂສ້ການສະໜອງເລິກກວ່າ. ທ່ານ ຫງວຽນກົງວິງ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈິມິນ ຖືວ່າ.
ທ້ອງຖິ່ນສ້າງສັນພື້ນທີ່ການເຕີບໂຕ; ສູນກາງປັບປຸງກົນໄກໃຫ້ ແລະຄວາມສາມາດດ້ານການເງິນໃຫ້ສົມບູນແບບ; ການພົວພັນຕ່າງປະເທດເຊື່ອມຕໍ່ ແລະ ລະດົມແຫຼ່ງຊັບພະຍາກອນທົ່ວໂລກ. ເມື່ອບັນດາບົດບາດເຫຼົ່ານີ້ໄດ້ຮັບການສົມທົບກັນຢ່າງຄົບຊຸດ, FDI, ເຕັກໂນໂລຊີ ແລະ ການເງິນຈະບໍ່ເປັນກະແສຕ່າງຫາກອີກ, ຫາກກາຍເປັນແກນເຊື່ອມຕໍ່ຮັບໃຊ້ການພັດທະນາ.
ເປີດໂອກາດຮ່ວມມືຈາກ AEF 2026
ຫວຽດນາມ ພວມກ້າວເຂົ້າສູ່ສັງກາດພັດທະນາໃໝ່ດ້ວຍສອງເປົ້າໝາຍໃຫຍ່ຄື: ບັນດາລະດັບເຕີບໂຕ GDP ກວ່າ 10% ຕໍ່ປີ ແລະ ເສດຖະກິດດີຈີຕອນປະກອບສ່ວນ 30% GDP ໃນປີ 2030. ການຫັນບັນດາເປົ້າໝາຍນັ້ນໃຫ້ປະກົດຜົນເປັນຈິງຮຽກຮ້ອງຕ້ອງມີແຫຼ່ງຊັບພະຍາກອນໃນລະດັບສາກົນ, ນັບແຕ່ແຫຼ່ງທຶນ, ເຕັກໂນໂລຊີ ຕະຫຼອດຮອດຄູ່ຮ່ວມມືຍຸດທະສາດ. ໃນນັ້ນ, ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກໍາ ແລະ ການຫັນເປັນດີຈີຕອນຖືກກຳນົດວ່າບັນດາໄມ້ງັດຍຸດທະສາດໃຫ້ແກ່ການເຕີບໂຕ.
ສຳລັບນະຄອນ ໂຮ່ຈິມິນ, ພື້ນທີ່ພັດທະນາໃໝ່ສ້າງເງື່ອນໄຂເພື່ອເພີ່ມທະວີການເຊື່ອມຕໍ່ລະຫວ່າງບັນດາຂະແໜງເສດຖະກິດ, ດຶງດູດ FDI, logistic ແລະ ກະແສການເງິນບົນພື້ນຖານການປ່ຽນແປງໃໝ່ວິທະຍາສາດເຕັກໂນໂລຊີ, ພ້ອມທັງເປີດກວ້າງຄວາມສາມາດເຂົ້າເຖິງແຫຼ່ງທຶນ, ພູມປັນຍາ ແລະ ເຄືອຂ່າຍການຮ່ວມມືສາກົນ. ທ່ານ ຫງວຽນກົງວິງ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈິມິນ, ໃຫ້ຮູ້ວ່າ:
ສຳລັບບັນດາຄູ່ຮ່ວມມືສາກົນ ແລະ ປະຊາຄົມວິສາຫະກິດ, ນັກລົງທຶນຕ່າງປະເທດ, ພວກຂ້າພະເຈົ້າປາດຖະໜາຢາກດຶງດູດບໍ່ພຽງແຕ່ແຫຼ່ງເງິນລົງທຶນເທົ່ານັ້ນ, ຫາກຍັງລວມທັງເຕັກໂນໂລຊີ, ພູມປັນຍາ, ວິທີການຄຸ້ມຄອງທີ່ທັນສະໄໝ, ວຽກເຮັດງານທຳທີ່ມີຄຸນນະພາບສູງ ແລະ ຄວາມສາມາດຜະລິດໃໝ່. ນະຄອນ ໂຮ່ຈິມິນ ຂໍຖືເປັນກຽດເຊີນປະຊາຄົມວິສາຫະກິດ ແລະ ບັນດານັກລົງທຶນເຂົ້າຮ່ວມການສ້າງພື້ນທີ່ພັດທະນາໃໝ່: ສີຂຽວກວ່າ, ສະອາດກວ່າ, ນຳໃຊ້ເຕັກໂນໂລຢີກ້າວໜ້າກວ່າ ແລະ ຍືນຍົງກວ່າ.
ຜ່ານ AEF 2026, ນະຄອນ ໂຮ່ຈິມິນ ປາດຖະໜາຢາກເຕົ້າໂຮມບັນດາແຫຼ່ງຊັບພະຍາກອນເຕີບໂຕໃໝ່, ສ້າງພື້ນທີ່ສຳພັນ ແລະ ເພີ່ມທະວີການເຊື່ອມຕໍ່ກັບສູນກາງເສດຖະກິດ ແລະ ນະວັດຕະກໍາທົ່ວໂລກ. ຜ່ານນັ້ນ, ນະຄອນຫັນການກຳນົດທີ່ຕັ້ງ "ການເຕົ້າໂຮມຂອງບັນດາຂົ້ວການເຕີບໂຕໃໝ່ທົ່ວໂລກ" ໃຫ້ເປັນຮູບປະທຳເທື່ອລະກ້າວ.
