ຍັງ​ເຫຼືອ​ບໍ່​ທໍ​ໃດ​ມື້, ນັກ​ຮຽນ​ໃນ​ທົ່ວ​ປະ​ເທດຈະ​ກ້າວ​ເຂົ້າ​ສູ່ສົກຮຽນ​ໃໝ່ 2026 – 2027. ຢູ່​ບັນ​ດາ​ບ້ານ​ເຂດ​ພູ​ສູງ, ເຂດ​ຊາຍ​ແດນ, ສົກຮຽນ​ໃໝ່​ຂອງ​ພວກ​ນ້ອງ​ນັກ​ຮຽນ​ຈະ​ເລີ່ມ​ຕົ້ນ​ຢູ່​ບັນ​ດາ​ໂຮງ​ຮຽນ​ໄດ້​ກໍ່​ສ້າງໃໝ່, ໃຫຍ່ໂຕສວຍງາມກວ່າ.

ເປີດ​ສະ​ຖານ​ທີ່​ສຶກ​ສາ​ໃໝ່​ຢູ່​ເຂດພູ​ສູງ, ເຂດ​ຊາຍ​ແດນ

ໃນ​ຊຸມ​ປີ​ຜ່ານ​ມາ, ບັນ​ດາ​ນະ​ໂນ​ບາຍ​ສຶກ​ສາ​ສະ​ຫງວນ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ບັນດາເຜົ່າ​ສ່ວນ​ໜ້ອຍ, ເຂດ​ພູ​ສູງ​ໄດ້​ເປີດກວ້າງ​ເທື່ອ​ລະ​ກ້າວ, ຈາກ​ການ​ໜູນ​ຊ່ວຍ​ນັກ​ຮຽນ ຕະ​ຫຼອດ​ຮອດ​ການ​ລົງ​ທຶນ​ກໍ່​ສ້າງວັດ​ຖຸ​ອຸ​ປະ​ກອນ ແລະ ພັດ​ທະ​ນາ​ລະ​ບົບ​ໂຮງ​ຮຽນ​ກິນ​ນອນ​, ເຄິ່ງ​ກິນນອນຊົນ​ເຜົ່າ. ຢູ່​ບັນ​ດາ​ຕາ​ແສງເຂດ​ຊາຍ​ແດນ, ແຜນ​ນະ​ໂຍ​ບາຍ​ກໍ່​ສ້າງ​ໂຮງ​ຮຽນກິນນອນຄົບ​ວົງ​ຈອນ​ ໄດ້​ເພີ່ມ​ແຫຼ່ງ​ກຳ​ລັງ​ສຳ​ຄັນ​ໃຫ້​ແກ່​ການ​ສຶກ​ສາ, ມຸ່ງ​ໄປ​ເຖິງ​ການ​ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ຮ່ຳ​ຮຽນ​ທີ່​ເປັນ​ປົກ​ກະ​ຕິ ແລະ ເໝາະ​ສົມ​ກກວ່າດ້ວຍ​ລັກ​ສະ​ນະ​ພິ​ເສດ​ຂອງ​ແຕ່​ລະ​ທ້ອງ​ຖິ່ນ. ດ້ວຍ​ເດັກ​ນ້ອຍ​ເຂດ​ຊາຍ​ແດນ, ໂຮງ​ຮຽນ​ໄດ້​ຮັບ​ການ​ລົງ​ທຶນ​ກໍ່​ສ້າງ​ຢ່າງ​ຄົບ​ຊຸດ ອາດ​ສາ​ມາດ​ສ້າງ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ເພື່ອ​ໃຫ້​ພວກ​ນ້ອງ​ໆ​ຮ່ຳ​ຮຽນ, ຝືກ​ຝົນຫຼໍ່ໍໍຫຼອມ. ສິ່ງ​ສຳ​ຄັນ​ທີ່​ສຸດ​ແມ່ນ​ບັນ​ດາ​ແຫຼ່ງ​ກຳ​ລັງ​ນັ້ນ​ສຸດ​ທ້າຍ​ ໄດ້​ຫັນ​ປ່ຽນ​ກາຍ​ເປັນ​ເງື່ອນ​ໄຂ​ຮ່ຳ​ຮຽນ​ລະ​ອຽດ​ໃຫ້​ແກ່​ນັກ​ຮຽນ.

ໂຮງ​ຮຽນ​ຂອງ​ນ້ອງ​ນັ່ງຄົນ​ລະ​ໂຕະ, ຍັງ​ມີ​ໂທ​ລະ​ພາບ​ອີກ. ຫ້ອງ​ນອນຂອງ​ນ້ອງ​ມີ​ໂຕ້​ຕັ່ງ​ຮັບໃຊ້ການຮຽນ, ມີ​ຕູ້​ສະ​ເພາະ​ສ່ວນ​ຕົວ.

ເງື່ອນ​ໄຂ​ຮ່ຳ​ຮຽນ​ໄດ້​ຮັບ​ການ​ປັບ​ປຸງ​ແມ່ນ​ພື້ນ​ຖານ​ທີ່​ດີ​ເພື່ອ​ໃຫ້​ພວກ​ນ້ອງໆ​ມີ​ການ​ຄັດ​ເລືອກ​ຕື່ມ​ໃນ​ວິ​ວັດ​ການ​ຮ່ຳ​ຮຽນ ແລະ ກ້າວ​ໄປ​ເຖິງ​ອະ​ນາ​ຄົດ. ທ່ານ​ຮອງ​ສາດ​ສະ​ດາ​ຈານ, ປະ​ລິນ​ຍາ​ເອກ ບຸຍ​ຮ່​ວາຍ​ເຊີນ, ກຳ​ມະ​ການ​ຮັບ​ຜິດ​ຊອບ​ກຳ​ມາ​ທິ​ການ​ວັ​ດ​ທະ​ນະ​ທຳ ແລະ ສັງ​ຄົມ​ຂອງ​ສະ​ພາ​ແຫ່ງ​ຊາດ ຖື​ວ່າ:

ການ​ກໍ່​ສ້າງ​ບັນ​ດາ​ໂຮງ​ຮຽນ​ມັດ​ຖະ​ຍົມ​ຄົບ​ວົງ​ຈອນ​ຢູ່​ເຂດ​ຊາຍ​ແດນ​ແມ່ນ​ນະ​ໂຍ​ບາຍ​ວັດ​ທະ​ນະ​ທຳ​ມະ​ນຸດ​ດີທີ່​ສຸດ. ສຳ​ລັບ​ເດັກ​ນ້ອຍ​ເຂດ​ພູ​ສູງ, ໄລ​ຍະ​ຫ່າງ​ດ້ານ​ພູ​ມີ​ສາດ, ການ​ເດີນ​ທາງ​ທີ່​ຫຍຸ້ງ​ຍາກ, ເງື່ອນ​ໄຂ​ເສດ​ຖະ​ກິດ​ຄອບ​ຄົວ ແລະ ຂ​າດ​​ບັນ​ດາ​ຮາກ​ຖານ​ການ​ສຶກ​ສາ​ຍັງ​ແມ່ນ​ບັນ​ດາ​ຮົ້ວ​ກີດ​ຂ້​ວາງ​ໃນ​ຕົວ​ຈິງ​ຕໍ່​ສິດ​ໄດ້​ໄປ​ຮຽນ. ໂຮງ​ຮຽນ​ທີ່​ດີ​ພໍ​ສົມ​ຄວນ, ໃກ້​ຊິດ ແລະ ມີ​ເງື່ອນ​ໄຂ​ຮ່ຳ​ຮຽນ, ການ​ດຳ​ລົງ​ຊີ​ວິດ​ທີ່​ປອດ​ໄພ​ຈະ​ຊ່ວຍ​ນ້ອງໆ ໄດ້​ເຂົ້າເຖິງການ​ສຶກ​ສາ​ຢ່າງ​ມີ​ຄວາມ​ສະ​ເໝີ​ພາບກວ່າ, ພ້ອມ​ທັງ​ສ້າງ​ສະ​ພາບ​ແວດ​ລ້ອມ​ເພື່ອ​ໃຫ້​ພວກ​ນ້ອງ​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ​ກ່ຽວ​ກັບ​ພູ​ມປັນ​ຍາ, ທັກ​ສະ ແລະ ບຸກ​ຄະ​ລິກ​ກະ​ພາບ.

ການ​ລົງ​ທຶນ​ໃຫ້​ແກ່​ການ​ສຶກ​ສາ, ສ້າງ​ພື້ນ​ຖານ​ພັດ​ທະ​ນາ​ເຂດ​ຊາຍ​ແດນ

ດ້ວຍ​ແຜນ​ນະ​ໂຍ​ບາຍ​ກໍ່​ສ້າງ​ໂຮງ​ຮຽນ​ກິນນອນ​ຄອບ​ວົງ​ຈອນ​ຢູ່​ເຂດ​ຊາຍ​ແດນ, ການ​ສຶກ​ສາ​ໄດ້​ວາງ​ອອກ​ໃນ​ວິ​ໄສ​ທັດ​ໄລ​ຍະ​ຍາວກວ່າ: ຍົກ​ສູງ​ຄຸນ​ນະ​ພາບ​ແຫຼ່ງ​ບຸກ​ຄະ​ລາ​ກອນ, ສ້າງ​ພື້ນ​ຖານ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ແລະ ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ ຢູ່​ບັນ​ດາ​ທ້ອງ​ຖິ່ນ​ສຳ​ຄັນ​ພິ​ເສດ.

ກົມ​ການ​ເມືອງ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ລົງ​ທຶນ​ກໍ່​ສ້າງ​ໂຮງ​ຮຽນ​ຢູ່​ຕາ​ແສງ​ຊາຍ​ແດນ 248 ແຫ່ງ, ໃນ​ສະ​ເພາະ​ໜ້າ​ແມ່ນ​ຜັນ​ຂະ​ຫຍາຍ 100 ໂຮງ​ຮຽນ, ຫຼັງ​ຈາກ​ນັ້ນ ສືບ​ຕໍ່​ປະ​ຕິ​ບັດ​ໃນ​ວົງ​ກວ້າງ. ແຜນ​ນະ​ໂຍ​ບາຍ​ນີ້​ບໍ່​ພຽງ​ແຕ່​ມຸ່​ງ​ໄປ​ເຖິງ​ການ​ແກ້​ໄຂ​ຄວາມ​ຕ້ອງ​ການ​ໃນ​ສະ​ເພາະ​ໜ້າ​ກ່ຽວ​ກັບ​ພື້ນຖານວັດ​ຖຸ​​ເທົ່າ​ນັ້ນ​ຫາກ​ຍັງ​ສ້າງ​​ລະ​ບົບ​ໂຮງ​ຮຽນ​ເໝາະ​ສົມ​ກກວ່າດ້ວຍ​ເງື່ອນ​ໄຂ​ຂອງ​ບັນ​ດາ​ຕາ​ແສງ​ເຂດ​ຊາຍ​ແດນ. ຢູ່​ພິ​ທີ​ເປີດ​ນຳ​ໃຊ້​ໂຮງ​ຮຽນ​ກິນນອນ​ຊົນ​ເຜົ່າ​ຂັ້ນ​ປະ​ຖົມ​ແລະ ມັດ​ຖະ​ຍົມ​ຕຕອນຕົ້ນຊີ​ປາ​ຟິ່ນ, ແຂວງ​ດຽນ​ບຽນ, ເມື່ອ​ເດືອນ​ມັງ​ກອນ 2026, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ, ປະ​ທາ​ນປະ​ເທດ ຫວຽດ​ນາມ ໂຕ​ເລິມ ເນັ້ນ​ໜັກ​ວ່າ:

ສຳ​ລັບ​ບັນ​ດາ​ທ້ອງ​ຖິ່ນ​ເຂດ​ຊາຍ​ແດນ, ເຂດ​ຫ່າງ​ໄກ​ສອກ​ຫຼີກ, ການ​ສຶກ​ສາ​ບໍ່​ພຽງ​ແຕ່​ແມ່ນ​ຍົກ​ສູງ​ລະ​ດັບ​ຄວາມ​ຮູ້​ຂອງ​ປະ​ຊາ​ຊົນ, ບຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ວິ​ທີ​ການ​ພື້ນ​ຖານ, ຍາວ​ນານ ເພື່ອ​ຮັກ​ສາ​ອະ​ທິ​ປະ​ໄຕ​ແຫງ​ຊາດ​ຈາກ​ກົກ​ເຄົ້າ - ນັ້ນ​ແມ່ນ​ມະ​ນຸດ, ແມ່ນ​ກຸ່ມ​ຊຸມ​ຊົນ​ຕິດ​ພັນ​ກັບ​ທີ່​ດິນ, ໝູ່​ບ້ານ, ເຂດ​ຊາ​ຍ​ແດນ, ຫຼັກ​ໝາຍ​ຊາຍ​ແດນ. ແຜນ​ນະ​ໂຍ​ບາຍ​ການ​ລົງ​ທຶນ​ກໍ່​ສ້າງ​ລະ​ບົບ​ໂຮງ​ຮຽນ​ກິນນອນ​ຊົນ​ເຜົ່າ​ຢູ່​ບັນ​ດາ​ຕາ​ແສງ​ເຂດ​ຊາຍ​ແດນ​ແມ່ນ​ນະ​ໂຍ​ບາຍ​ຊີ້​ຂາດ​ທີ່​ຖືກ​ຕ້ອງ, ມີ​ຄວາມ​ໝາຍ​ກາ​ນ​ເມືອງ ສັງ​ຄົມ​ວັດ​ທະ​ນະ​ທຳ​ມະ​ນຸດ.

ພ້ອ​ມ​ກັບ​ການ​ລົງ​ທຶນ​ດ້ານພື້ນຖານ​ວັດ​ຖຸ, ການ​ຮັບ​ປ​ະ​ກັນ​ໃຫ້​ແກ່​ຖັນ​ແຖວ​ຄູ​ສອນ, ຄຸນ​ນະ​ພາບ​ການ​ສິ​ດ​ສອນ ແລະ ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ລົງ​ຊີ​ວິດ​ໃຫ້​ແກ່​ນັກ​ຮຽນ​ທີ່​ມີ​ຄວາມ​ໝາຍ​ຕັດ​ສິນ​ຕໍ່​ປະ​ສິດ​ທິ​ຜົນ​ຍາວ​ນານ​ຂອງ​ນະ​ໂຍ​ບາຍ. ນີ້​ກໍ່​ແມ່ນ​ການ​ປະ​ສານ​ສົມ​ທົບ​ເພື່ອ​ໃຫ້​ບັນ​ດ​າ​ໂຮງ​ຮຽນ​ໃໝ່​ສາ​ມາດ​ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ໃນ​ການ​ດຳ​ລົງ​ຊີ​ວິດ​ເຂດ​ຊາຍ​ແດນ​ຢ່າງ​ແທ້​ຈິງ. ທ່ານ​ຮອງ​ສາດ​ສະ​ດາ​ຈານ, ປະ​ລິນ​ຍາ​ເອກ ບຸຍ​ຮ​ວ່າງ​ເຊີນ​ຖື​ວ່າ:

ຜົນ​ກະ​ທົບ​ຈາກ​ບັນ​ດາ​ໂຮງ​ຮຽນ​ນີ້, ຕາມ​ຂ້າ​ພະ​ເຈົ້າ​ແລ້ວ ລື່ນ​ກາຍ​ຂອບ​ຂະ​ໜາດ​ການ​ສຶກ​ສາ. ສຳ​ລັບ​ເດັກ​ນ້ອຍ, ນັ້ນ​ແມ່​ນ​ໂອ​ກາດ​ປ່ຽນ​ແປງ​ອະ​ນາ​ຄົດ​ດ້ວຍ​ພູມ​ປັນ​ຍາ, ເປີດກວ້າງ​ຄວາ​ມ​ສາ​ມາດ​ໃນ​ການ​ເລືອ​ກ​ອາ​ຊີບ ແລະ ກ້າວ​ອອກ​ສູ່​ໂລກ​ທີ່ກວ້າງ​ໃຫຍ່ຢ່າງ​ໝັ້ນ​ໃຈ​ແຕ່​ຍັງ​ມີ​ຄວາມ​ເຄົາ​ລົບ​ນັບ​ຖື​ຕໍ່​ສີ​ສັນ​ຂອງ​ບ້ານ​ເກີດ​ເມືອງນອນ​ຕົນ. ສຳ​ລັບ​ແຕ່​ລະ​ຄອບ​ຄົວ, ເມືອ​ລູກ​ຫຼາຍ​ໄດ້​ຮ່ຳ​ຮຽນ​ໃນ​ສະ​ພາບ​ແວດ​ລ້ອມ​ທີ່​ດີ, ຄວາມ​ປອດ​ໄພ, ພໍ່​ແມ່​ຈະ​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ມີ​ກຳ​ລັງ​ໜູນ​ເພື່ອ​ຮັກ​ສາ​ຊີ​ວິດ​ເປັນ​ປົກ​ກະ​ຕິ, ພັດ​ທະ​ນາ​ການ​ຫາ​ເງິນ​ລ້ຽງ​ຊີບ. ສຳ​ລັບ​ປະ​ຊາ​ຄົມ, ໂຮງ​ຮຽນ​ອາດ​ສາ​ມາດ​ກາຍ​ເປັນ​ສູນ​ວັດ​ທະ​ນະ​ທຳ, ພູມ​ປັນ​ຍາ ແລະ ເຊື່ອມ​ຕໍ່​ສັງ​ຄົມ, ປະ​ກອບ​ສ່ວນ​ຍົກ​ສູງ​ພູມ​ປັນ​ຍາ, ການ​ເບິງ​ແຍງ​ດູ​ແລ​ສຸ​ຂະ​ພາ​ບ, ການ​ຮັກ​ສາ​ສຽງ​ເວົ້າ, ຮີດ​ຄອງ​ປະ​ເພ​ນີ ແລະ ບັນ​ດາ​ຄູນ​ຄ່າ​ວັດ​ທະ​ນະ​ທຳ​ອັນ​ດີ​ງາມ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ.

ການ​ເບິ່ງ​ແຍງ​ດູ​ແລ​ການ​ສຶກ​ສາ​ຢູ່​ເຂດ​ພູ​ສູງ, ເຂດ​ຊາຍ​ແດນ​ແມ່ນ​ການ​ສະ​ແດງ​ໃຫ້ເຫັນຢ່າງ​ລະ​ອຽດ​ໃນ​ການ​ຮັບ​ປະ​ກັນ​ສິ​ດ​ໄດ້​ໄປ​ຮຽນ​ຂອງ​ເດັກ​ນ້ອຍ, ຫຼຸດ​ໄລ​ຍະ​ຫ່າງ​ກ່ຽວ​ກັບ​ເງື່ອນ​ໄຂ​ການ​ສຶກ​ສາ​ລະ​ຫວ່າງ​ບັນ​ດາ​ເຂດ​ພາກ ແລະ ສ້າງ​ແຫຼ່ງ​ກຳ​ລັງ​ຍາວ​ນານ​ໃຫ້​ແກ່​ແຕ່​ລະ​ທ້ອງ​ຖິ່ນ. ຈາ​ກ​ແຜນ​ນະ​ໂຍ​ບາຍ​ຂອງ​ພັກ, ການ​ລົງ​ທຶນ​ຂອງ​ລັດ ຕະຫຼອດ​ຮອດ​ບັນ​ດາ​ໂຮງ​ຮຽນ​ປະ​ກົດ​ຕົວ​ໃນ​ຊີ​ວິດ, ເປົ້າ​ໝາຍ​ສຸ​ດ​ທ້າຍ​ຍັງ​ແມ່ນ​ຄຸນ​ນະ​ພາບ​ການ​ສຶກ​ສາ ແລະ​ການ​ພັດ​ທະ​ນາ​ຂອງ​ນັກ​ຮຽນ​ແຕ່​ລະ​ຄົນ. ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ຮ່ຳ​ຮຽນ​ທີ່​ດີ​ຈະ​ສ້າງ​ພື້ນ​ຖານ​ເພື່ອ​ໃຫ້​ພວກ​ນ້ອງ​ສືບ​ຕໍ່​ຮ່ຳ​ຮຽນ, ຝືກ​ຝົນຫຼໍ່ຫຼອມ ແລະ ປະ​ກອບ​ສ່ວນ​ໃຫ້​ແກ່​ບ້ານ​ເກີດ​ເມືອງນອນ​ໃນ​ອະ​ນາ​ຄົດ.