​ຈາກ​ຄຳ​ສັ່ງ​ເລກ​ທີ 34 ຂອງ​ຄະ​ນະ​ເລ​ຂາ​ທິ​ການສູນກາງພັກ ວ່າດ້ວຍ​ການ​ເພີ່ມ​ທະ​ວີ​ການ​ນຳ​ພາຂອງ​ພັກ ສຳ​ລັບ​ວຽກ​ງານ​ພັດ​ທະ​ນາ​ເຮືອນ​ຢູ່​ສັງ​ຄົມ​ໃນ​ສະ​ພາບ​ການ​ໃໝ່, ແຜນ​ຮ່​າງ “ລົງ​ທຶນ​ກໍ່​ສ້າງ​ເຮືອນ​ຢູ່​ສັງ​ຄົມໃຫ້​ແກ່​ເປົ້າໝາຍ​ທີ່​ມີ​ລາຍ​ຮັບ​ຕ່ຳ, ກຳ​ມະ​ກອນ​ເຂດ​ອຸດ​ສາ​ຫະ​ກຳ​ ​ຢ່າງ​ໜ້ອຍ​ສຸດ 1 ລ້ານຫ້ອງ/ຫຼັງ ໄລ​ຍະ 2021 – 2030 ຂອງ​ລັດ​ຖະ​ບານຕະຫຼອດຮອດ​ບັນ​ດາ​ການ​ຊີ້​ນຳ​ໃໝ່​ກ່ຽວ​ກັບ​ການ​ພັດ​ທະ​ນາ​ເຮືອນ​ຢູ່​ໃຫ້​ເຊົ່າ… ບັນ​ດາ​ນະ​ໂຍ​ບາຍ​ໃຫຍ່​ພວມ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນ​ຫາ​ເຮືອນ​ຢູ່ອາໄສ.

​ຈາກ​​ກຳ​ມະ​ສິດ ​ຮອດ​ສິດ​ເຂົ້າ​ເຖິງ​ເຮືອນ​ຢູ່

ບັນ​ດາ​ການ​ກຳ​ນົດ​ທິດ​ໃໝ່​ໄດ້​ຮັບ​ການ​ຫັນ​ເປັນ​ລະ​ອຽດ​ໂດຍ​ໄວ ດ້ວຍ​ບັນ​ດາ​ໂຄງ​ການ ແລະ ກົນ​ໄກ​ຜັນ​ຂະ​ຫຍາຍ​ໃນ​ຕົວ​ຈິງ. ມາ​ຮອດ​ປັດ​ຈຸ​ບັນ, ແຜນ​ຮ່າງ​ກໍ່ສ້າງ​ເຮືອນ​ຢູ່​ສັງ​ຄົມ​ຢ່າງ​ໜ້ອຍ​ສຸດ 1 ລ້ານຫ້ອງ/ຫຼັງ​ ໄດ້ບັນລຸປະ​ມານ 72,5% ແຜນ​ການ​ທີ່​ໄດ້​ວາງ​ອອກ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ກະ​ຊວງ​ກໍ່​ສ້າງ ຫວຽດນາມ ​ຄາດ​ວ່າ​ຄວາມ​ຕ້ອງ​ການ​ເຮືອນ​ຢູ່​ໃຫ້​ເຊົ່າ​ໃນ 5 ປີ​ຈະ​ມາ​ເຖິງ ຈະຂຶ້ນ​ເຖິງ 71.000 ຫ້ອງ/ຫຼັງ, ໃນ​ຂະ​ນະ​ທີ່​ປັດ​ຈຸ​ບັນ​ໃນ​ທົ່ວ​ປະ​ເທດ​ຫາ​ກໍ່​ມີ​ເຮືອນ​ຢູ່​ສັງ​ຄົມ​ໃຫ້​ເຊົ່າ​ປະ​ມານ 42.000 ຫ້ອງ/ຫຼັງ. ບັນ​ດາ​ຕົວ​ເລກ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ ເຮືອນ​ຢູ່​ພວມ​ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ບັນ​ຫາ​ພັດ​ທະ​ນາ​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ແຖວ​ໜ້າ​ໃນ​ປັດ​ຈຸ​ບັນ.

ໃນ​ສະ​ພາບ​ການ​ນັ້ນ, ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ທີ່ວາງ​ອອກ​ບໍ່​ພຽງ​ແຕ່​ຕອບ​ສະ​ໜອງ​ຢ່າງ​ຄົບ​ຖ້ວນ​ກ່ຽວ​ກັບ​ຈຳ​ນວນເທົ່າ​ນັ້ນ ຫາກ​ຍັງ​ຕ້ອງ​ຮັບຮູ້​ຢ່າງ​ຮອບ​ດ້ານກວ່າ​ກ່ຽວ​ກັບ​ບົດ​ບາດ​ຂອງ​ນະ​ໂຍ ບາຍຮັບປະກັນມີ​ເຮືອນ​ຢູ່​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ. ບໍ່​ພຽງ​ແຕ່​ແນ​ໃສ່​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ເຮືອນ​ຢູ່​ຂອງ​ປະ​ຊາ​ຊົນ​ເທົ່າ​ນັ້ນ, ​ນະ​ໂຍ​ບາຍ​ທີ່​ກ່ຽວ​ຂ້ອງ​ຍັງ​ຕິດ​ພັນ​ກັບ​ເປົ້າ​ໝາຍ​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ຮັບ​ປະ​ກັນ​ສະ​ຫວັດ​ດີ​ການ​ສັງ​ຄົມ ແລະ ຍົກ​ສູງ​ຄຸນ​ນະ​ພາບ​ຕົວ​ເມືອງ. ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປ​ະ​ທານ​ປະ​ເທດ ຫວຽດນາມ ຊີ້​ແຈ້ງວ່າ:

ນະ​ໂຍ​ບາຍ​ເຮືອນ​ຢູ່​ໃນ​ໄລ​ຍະ​ໃໝ່​ຕ້ອງ​ໄດ້​ອອກ​ແບບ​ດ້ວ​ຍ​ຈິນ​ຕະ​ນາ​ການ​ໃໝ່, ວິ​ໄສ​ທັດ​ໃໝ່, ຮັບ​ປະ​ກັນ​ທຸກ​ຄົນ​ລ້ວນ​ແຕ່​ມີ​ເຮືອນ​ຢູ່. ນີ້​ແມ່ນ​ເປົ້າ​ໝາຍ​ສຳ​ຄັນ​ທີ່​ສຸດ. ເຮືອນ​ແມ່ນ​ບ່ອນ​ຢູ່​ ບໍ່​ແມ່ນ​ເພື່ອດຳ​ເນີນ​ທຸ​ລະ​ກິດ, ເພື່ອ​ສະ​ສົມ​ຊັບ​ສິນ. ຕ້ອງ​ຄວບ​ຄຸມ​ເປົ້າ​ໝາຍ​​ຊົມ​ໃຊ້​ນະ​ໂຍ​ບາຍ​ເຮືອນ​ຢູ່​, ກົນ​ໄກ​ຊື້​ຂາຍຢ່າງ​ເຄັ່ງຂັດ, ບໍ່​ປະ​ໃຫ້​ສະ​ພາບ​ການ​ເຮືອນ​ຢູ່​ກາຍ​ເປັນ​ຊັບ​ສິນສະ​ສົມກັກຕຸນ, ບໍ່​ປະ​ໃຫ້​ນະ​ໂຍ​ບາຍ​ເຮືອນ​ຢູ່​ຖືກ​ສວຍ​ໃຊ້​ເພື່ອ​ຫວັງ​ຜົນ​ປະ​ໂຫຍດ.

ການກຳ​ນົດ​​ທິດ​ໃໝ່​ພວມ​ສະ​ແດງ​ໃຫ້​ເຫັນ​ວິ​ທີ​ການ​ເຂົ້າ​ເຖິງ​ບັນ​ຫາ​ເຮືອນ​ຢູ່​ຢ່າງກວ້າງ​ຂວາງກວ່າ. ຕາມ​ນັ້ນ​ແລ້ວ, ເຮືອນ​ຢູ່​ບໍ່​ພຽງ​ແຕ່​ແມ່ນ​ບ່ອນ​ຢູ່​ຂອງ​ແຕ່​ລະ​ຄອບ​ຄົວ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ພາກ​ສ່ວນ​ຂອງ​ໂຄງ​ປະ​ກອບ​ຕົວ​ເມືອງ, ສະ​ຫວັດ​ດີ​ການ​ສັງ​ຄົມ ແລະ ຕະຫຼາດ​ອະ​ສັງ​ຫາ​ລິ​ມະ​ຊັບ. ຈາກວິ​ທີ​ການ​ເຂົ້າ​ເຖິງ​ນີ້, ເຮືອນ​ຢູ່​ນັບ​ມື້​ນັບ​ໄດ້​ຮັບ​ການ​ຮັບ​ຮູ້​ຄື​ພາກ​ສ່ວນ​ໜຶ່ງ​ໃນ​ຍຸດ​ທະ​ສາດ​ພັດ​ທະ​ນາໄລ​ຍະ​ຍາວ​ຂອງ​ປະ​ເທດ​ຊາດ. ເປົ້າ​ໝາຍ​ທີ່​ໄດ້​ວາງ​ອອກ​ບໍ່​ພຽງ​ແຕ່​ເພີ່ມ​ຈຳ​ນວນ​ເຮືອນ​ຢູ່​ເທົ່າ​ນັ້ນ ຫາກ​ຍັງ​ຮັບ​ປະ​ກັນໃຫ້​ປະ​ຊາ​ຊົນ​ມີ​ໂອ​ກາດ​ເຂົ້າ​ເຖິງ​ບັນ​ດາ​ຮູບ​ແບບ​ເຮືອນ​ຢູ່ທີ່​ເໝາະ​ສົມ​ກັບ​ຄວາມ​ຕ້ອງການ ແລະ ຄວາມ​ສາ​ມາດ​ໃນ​ການ​ຈ່າຍ​ອີກ​ດ້ວຍ. ທ່ານ​ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ເນັ້ນ​ໜັກ​ວ່າ:

ພວກ​ເຮົາ​ຕ້ອງ​ຄົ້ນ​ຄ້​ວາ​ຢ່າງ​ລະ​ອຽດ​ເພື່ອ​ຫັນ​ປ່ຽນ​ວິ​ທີ​ການ​ຮັບ​ຮູ້​ຈາກ​​ກຳ​ມະ​ສິດ​ເຮືອນ​ຢູ່​ມາ​ເປັນ​ການ​ສັບ​ຊ້ອນ​ສິດມີ​ເຮືອນ​ຢູ່. ໝາຍ​ຄວາມ​ວ່າ​ ຖ້າ​ໃຜ​ມີ​ລາຍ​ຮັບ​ທີ່ບໍ່ສາ​ມາດ​ກຳ​ມະ​ສິດ​ເຮືອນ​ຢູ່ ​ອາດ​ສາ​ມາດ​ເຂົ້າ​ເຖິງ​ແຫຼ່ງ​ເຮືອນ​ຢູ່​ໃຫ້​ເຊົ່າ​ໄລ​ຍະ​ຍາວ ແລະ ມີ​ລາ​ຄາ​ທີ່ເໝາະ​ສົມ. ນີ້​ແມ່ນ​ສິ່ງ​ເຊິ່ງ​ພວກ​ເຮົາ​ຫັນ​ປ່ຽນ​ຈິນ​ຕະ​ນາ​ການ, ວິ​ທີ​ການ​ຄິດ, ວິ​ທີ​ການ​ເຂົ້າ​ເຖິງ ແລະ ໄປ​ຄຽງ​ຄູ່​ກັນ​ນັ້ນ, ພວ​ກ​ເຮົາ​ຍັງ​ຕ້ອງ​ພັດ​ທະ​ນາ​ເຮືອນ​ຢູ່​ແບບການ​ຄ້າ.

ຈຸດ​ສຸມ​ຂອງ​ນະ​ໂຍ​ບາຍ​ພວມ​ຄ່ອຍໆ​ຫັນ​ປ່ຽນ​ຈາກ​ການ​ໜູນ​ຊ່ວຍ​ກຳ​ມະ​ສິດ​ເຮືອນ​ຢູ່​ດ້ວຍ​ທຸກວິ​ທີ ​ໄປ​ຍັງ​ການ​ຄັດ​ເລືອກ​ເຮືອນ​ຢູ່​ໃຫ້​ເໝາະ​ສົມ​ກັບ​ແຕ່​ລະ​ກຸ່ມຕາມຄວາມ​ຕ້ອງ​ການ​ທີ່​ແຕກ​ຕ່າງ​ກັນ. ນີ້​ກໍ່​ແມ່ນ​ວິ​ທີ​ການ​ເຂົ້າ​ເຖິງ​ເຊິ່ງຫຼາຍ​ປະ​ເທດ​ພັດ​ທະ​ນາ​ພວມ​ໝູນ​ໃຊ້​ເພື່ອ​ແນ​ໃສ່​ຮັບ​ປະ​ກັນ​ສິດ​ເຂົ້າ​ເຖິງ​ເຮືອນ​ຢູ່​ໃຫ້​ແກ່​ປະ​ຊາ​ຊົນ​ຈຳ​ນວນ​ຫຼາຍ.

ເຮືອນ​ຢູ່​ໃຫ້​ເຊົ່າ - ເສົາ​ຄ້ຳ​ໃໝ່​ຂອງ​ນະ​ໂຍ​ບາຍ​ເຮືອນ​ຢູ່

ຖ້າ​ການຫັນ​ປ່ຽນ​ກ່ຽວ​ກັບ​ຈິນ​ຕະ​ນາ​ການ​ແມ່ນ​ພື້ນ​ຖານນັ້ນ ການ​ພັດ​ທະ​ນາ​ເຮືອນ​ຢູ່​ໃຫ້​ເຊົ່າກໍ່​ໄດ້​ຮັບ​ຖື​ວ່າ​ແມ່ນ​ບາດ​ກ້າວ​ລະ​ອຽດ​ເພື່ອ​ຫັນ​ເປົ້າ​ໝາຍ​ນັ້ນ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ. ໃນ​ການ​ກຳ​ນົດ​ທິດ​ໃໝ່, ເຮືອນ​ຢູ່​ໃຫ້​ເຊົ່າ​ໄດ້​ຖືກກຳ​ນົດ​ແມ່ນ​ພາກ​ສ່ວນ​ສຳ​ຄັນ​ຂອງ​ລະ​ບົບ​ເຮືອນ​ຢູ່​ໃນ​ອະ​ນາ​ຄົດ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຊີ້​ນຳ​ວ່າ:

ນັບ​ແຕ່​ປັດ​ຈຸ​ບັນ​ຈົນ​ຮອດ​ປີ 2030, ເຮືອນ​ຢູ່​ເພື່ອ​ຂາຍ​ຍັງ​ມີຄວາມຈຳ​ເປັນ, ແຕ່​ເຮືອນ​ຢູ່​ໃຫ້​ເຊົ່າ​ຕ້ອງ​ກຳ​ນົດ​ແມ່ນ​ເສົາ​ຄ້ຳ​ຍຸດ​ທະ​ສາດ, ເປັນ​ຕົ້ນ​ແມ່ນ​ຢູ່​ບັນ​ດາ​ຕົວ​ເມືອງ​ໃຫຍ່, ເຂດ​ອຸດ​ສາ​ຫະ​ກຳເຊິ່ງ​ແມ່ນ​ເຂດ​ແຮງ​ງານ​ເຂົ້າ​ເຮັດ​ວຽກ ແລະ ບັນ​ດາ​ບໍ​ລິ​ເວນ​ທີ່​ມີ​ລາ​ຄາ​ເຮືອນ​ຢູ່​ສູງກວ່າຫຼາຍ​ເມື່ອ​ທຽບ​ກັບ​ລ​າຍ​ຮັບຂອງ​ປະ​ຊາ​ຊົນ. ສ້າງ​ໂຄງ​ປະ​ກອບ​ຜະ​ລິດ​ຕະ​ພັນ​ຄືນ​ໃໝ່ໃຫ້​ສົມ​ດູນ. ສ້າງ​ທຸກ​ຄວາມ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ​ກໍ່ສ້າງເຮືອນ​ຢູ່​ໃຫ້​ເຊົ່າ. ຕ້ອງ​ຄົ້ນ​ຄ້​ວາ​ນະ​ໂຍ​ບາຍ​ເພື່ອ​ເພີ່ມ​ທະ​ວີ​ການ​ພັດ​ທະ​ນາ​ຕະຫຼາດ​ເຮືອນ​ຢູ່​ໃຫ້​ເຊົ່າ.

ຮ່າ​ໂນ້ຍ ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ທ້ອງ​ຖິ່ນ​ນຳ​ໜ້າ​ການຫັນ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ກາຍ​ເປັນ​ການ​ກະ​ທຳ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ. ໃນເດືອນ​ມິ​ຖຸ​ນາ​ນີ້, ທາງ​ນະ​ຄອນ​ຄາດ​ວ່າ​ຈະ​ເລີ່ມ​ລົງ​ມື​ກໍ່​ສ້າງ 7 ໂຄງ​ການ​ດ້ວຍ​ເຮືອນ​ຢູ່​ປະ​ມານ 6.300 ຫ້ອງ/ຫຼັງ, ໃນ​ນັ້ນ​ມີ 1.000 ຫ້ອງ/ຫຼັງ​ໃຫ້​ເຊົ່າ. ວັນ​ທີ 22 ມິ​ຖຸ​ນາ ​ຜ່ານ​ມາ, ມີ 3 ໂຄງ​ການ​ໃຫຍ່​ໂດຍ​ນະ​ຄອນ​ພ້ອມ​ກັນ​ເລີ່ມ​ລົງ​ມື​ກໍ່​ສ້າງ. ນີ້​ບໍ່​ພຽງ​ແຕ່​ແມ່ນ​ບັນ​ດາ​ໂຄງ​ການ​ອະ​ສັງ​ຫາ​ລິ​ມະ​ຊັບ​ຢ່າງ​ດຽວ ຫາກ​ຍັງ​ແມ່ນ​ບາດ​ກ້າວ​ທົດ​ລອງ​ຮູບ​ແບບ​ພັດ​ທະ​ນາ​ເຮືອນ​ຢູ່​ໃໝ່. ທ່ານ​ ຫວູ​ດ້າຍ​ທັ້ງ ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ:

ເປົ້າ​ໝາຍ​ຂອງ​ນະ​ຄອນ​ແມ່ນ​ຄ່ອຍໆ​ສ້າງ​ຕະຫຼາດ​ເຮືອນ​ຢູ່​ໃຫ້​ເຊົ່າທີ່​ເປັນ​ມື​ອາ​ຊີບ, ມີ​ຄຸນ​ນະ​ພາບ​ສູງ, ລາ​ຄາ​ເໝາະ​ສົມ, ພ້ອມ​ທັງ​ປະ​ກອບ​ສ່ວນຫຼຸດ​ຜ່ອນ​ກຳ​ລັງ​ກົດດັນ​ການກຳ​ມະ​ສິດ​ເຮືອນ​ຢູ່​ດ້ວຍ​ທຸກວິ​ທີ, ສ້າງ​ຕະຫຼາດ​ອະ​ສັງ​ຫາ​ລິ​ມະ​ຊັບ​ພັດ​ທະ​ນາ​ຢ່າງ​ປອດ​ໄພ, ຍືນ​ຍົງ ແລະ ສອດ​ຄ່ອງ​ກັບ​ທ່າ​ອ່ຽງ​ພັດ​ທະ​ນາ​ສາ​ກົນ. ໃນ​ອະ​ນາ​ຄົດ, ບັນ​ດາ​ເຂດ​ເຮືອນ​ຢູ່​ໃຫ້​ເຊົ່າ​ຈະ​ໄດ້​ຮັບ​ການ​ວາງ​ແຜນ​ກຳ​ນົດ​ຢ່າງ​ຄົບ​ຊຸດ​ກັບ​ບັນ​ດາ​ເສັ້ນ​ທາງ​ລົດ​ໄຟ​ໃນ​ຕົວ​ເມືອງ, ບັນ​ດາ​ສູນ​ວຽກ​ເຮັດ​ງານ​ທຳ, ການ​ສຶກ​ສາ, ສາ​ທາ​ລະ​ນະ​ສຸກ ແລະ ການ​ບໍ​ລິ​ການ​ສາ​ທາ​ສ​ລະ​ນະ, ສ້າງ​ເປັນ​ເຂດ​ຊຸມ​ຊົນ​ຕົວ​ເມືອງທີ່​ທັນ​ສະ​ໄໝ, ສີ​ວິ​ໄລ ແລະ ສະ​ດວກ​ໃຫ້​ແກ່​ປະ​ຊາ​ຊົນ.

ບັນ​ດາ​ບາດ​ກ້າວ​ຫັນ​ປ່ຽນ​ໃໝ່​ຂອງ ຫວຽດ​ນາມ ​ໃນ​ນະ​ໂຍ​ບາຍ​ເຮືອນ​ຢູ່​ສະ​ແດງ​ໃຫ້​ເຫັນ​ວ່າ ຫວຽດ​ນາມ ພວມ​ກະ​ກຽມ​ບັນ​ດາ​ພື້ນ​ຖານ​ທີ່​ຈຳ​ເປັນ​ໃຫ້​ແກ່​ວິ​ວັດ​ການ​ຫັນ​ເປັນ​ຕົວ​ເມືອງ​ແບບ​ຍືນ​ຍົງ​ກວາ, ພ້ອມ​ທັງ​ເປີດກວ້າງ​ໂອ​ກາດ​ມີ​ເຮືອນ​ຢູ່​ຖາ​ວອນ​ໃຫ້​ແກ່​ປະ​ຊາ​ຊົນ.