ຫວຽດ​ນາມ​ ກຳ​ນົດ​ການ​ປະ​ຕິ​ຮູບ​ລະ​ບອບ​ລະ​ບຽບ​ການ​ແມ່ນ​ຂອດ​ບຸກ​ທະ​ລຸ​ຍຸດ​ທະ​ສາດ. ການຫັນ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ໃຫຍ່​ຂອງ​ພັກ, ລັດ​ຖະ​ບານ​ເປັນ​ລະ​ອຽດ​ໄດ້​ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ຮູບ​ຢ່າງວ່ອງ​ໄວ​ແບບທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ. ການ​ປະ​ຕິ​ວັດ ກ່ຽວ​ກັບ​ການ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ​ພວມ​ນຳ​ຂຶ້ນສູ່​ລະ​ດັບ​ສູງ​ທີ່​ສຸດ ເພື່ອ​ແນ​ໃສ່​ປະ​ຕິ​ບັດ​ການ​ຫັນ​ແງ່​ຫວັງ​ການ​ເຕີ​ບ​ໂຕ​ບັນ​ລຸ​ລະ​ດັບ ສອງ​ຕົວ​ເລກ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ.

​ເລືອກເອົາ​ເສັ້ນ​ທາງ​ປະ​ຕິ​ຮູບ​ຢ່າງ​ແທ້​ຈິງ

ວັນ​ທີ 29 ເມ​ສາ, ລັດ​ຖະ​ບານ​ໄດ້​ປະ​ກາດ​ໃຊ້ 8 ມະ​ຕິ​ເພື່ອຫຼຸດ​ຜ່ອນ, ແບ່ງ​ຂັ້ນ, ຫັນ​ການ​ປະ​ຕິ​ບັດ​ລະ​ບຽບ​ການ​ບໍ​ລິ​ຫານ​ເປັນງ່າຍ​ດາຍ, ຫຼຸດ​ຜ່ອນ, ຫັນ​ເງື່ອນ​ໄຂ​ດຳ​ເນີນ​ທຸ​ລະ​ກິດ​ເປັນ​ງ່າຍ​ດາຍ​ໃນ​ທຸກ​ຂົງ​ເຂດທີ່​ຂຶ້ນ​ກັບ​ຂອບ​ເຂດ​ບໍ​ລິ​ຫານ​ລັດ ຂອງ 14 ກະ​ຊວງ, ອົງ​ການ​ທຽບ​ເທົ່າ​ກະ​ຊວງ.

ຕາມ​ນັ້ນ​ແລ້ວ, ລັດ​ຖະ​ບານກໍ່​ໄດ້​ດຳ​ເນີນ​ກາ​ນ​ປັບ​ປຸງ, ເພີ່ມ​ເຕີມ​ເອ​ກະ​ສານກອບ​ນິ​ຕິ​ກຳຄົບຊຸດ 163 ສະ​ບັບ, ໃນ​ນັ້​ມມີ 155 ມະ​ຕິ - ຕົວ​ເລກ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ບັນ​ດາ​ບັ້ນ​ປະ​ຕິ​ຮູບ​ຄັ້ງ​ກ່ອນ. ບົນ​ພື້​ນ​ຖານ​ນັ້ນ, 184 ​ລະ​ບຽບ​ການ​ບໍ​ລິ​ຫານ​ໄດ້​ລົບ​ລ້າງ, 134 ລະ​ບຽບ​ການ​ບໍ​ລິ​ຫານ​ໄດ້​ແບ່ງ​ຂັ້ນ ແລະ 349 ລະ​ບຽບ​ການ​ບໍ​ລິ​ຫານ​ໄດ້​ຫັນ​ເປັນ​ງ່າຍ​ດາຍ. ບັນ​ດາ​ຕົວ​ເລກນີ້ບໍ່​ພຽງ​ແຕ່​ສ່ອງ​ແສງ​ຂອບ​ຂະ​ໜ​າດ​ເທົ່າ​ນັ້ນ ຫາກ​ຍັງ​ສະ​ແດງ​ໃຫ້​ເຫັນ​ວິ​ທີ​ການ​ເຂົ້າ​ເຖິງ​ໃໝ່: ປ່ຽນ​ແປງ​ໃໝ່​ໂດຍ​ພື້ນ​ຖານ ແລະ ມີ​ລະ​ບົບ, ແທນ​ທີ່​ປ່ຽນ​ແປງ​ແຕ່​ລະ​ສ່ວນ​ທີ່​ກະ​ແຈກ​ກະ​ຈາຍ​ຄືໃນ​ເມື່ອ​ກ່ອນ.

3 ວັນ​ພາຍຫຼັງ​ລັດ​ຖະ​ບານ​ປະ​ກາດ​ໃຊ້​ມະ​ຕິຫຼາຍ​ສະ​ບັບ​ເພື່ອຫຼຸດ​ຜ່ອນ​ລະ​ບຽບ​ການ​ບໍ​ລິ​ຫານ​ໃນ​ຂອບ​ຂະ​ໜາດ​ໃຫຍ່, ວັນ​ທີ 2 ພຶດ​ສະ​ພາ, ຫ້ອງວ່າ​ການ​ລັດ​ຖະ​ບານ ສືບ​ຕໍ່​ສົ່ງ​ຄຳ​ຊີ້​ນຳ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເລ​ມິງ​ຮຶງ, ຮຽກ​ຮ້ອງ​ບັນ​ດາ​ກະ​ຊວງ​ຮີບ​ເຮັ່ງສຳຫຼວດກວດ​ກາ, ສະ​ເໜີ​ການຫຼຸດ​ຜ່ອນ​ລະ​ບຽບ​ການ​ບໍ​ລິ​ຫານ​ໃນ 4 ຂົງ​ເຂດ: ປ້ອງ​ກັນ​ຕ້ານ​ອັກຄີໄພ; ສ້າງ ແລະ ນຳ​ເຂົ້​າ​ເຄື່ອນ​ໄຫວ​ເຂດ​ອຸດ​ສາ​ຫະ​ກຳ, ຕີ​ລາ​ຄາ​ຜົນ​ກະ​ທົບ​ດ້ານ​ສິ່ງ​ແວດ​ລ້ອມ; ອອກ​ໃບ​ອະ​ນຸ​ຍາດ​ການ​ກໍ່​ສ້າງ. ກຳນົດເວ​ລາ​ລາຍ​ງານ​ໄດ້​ກຳ​ນົດ​ໃນ​ວັ​ນ​ທີ 10 ພຶດ​ສະ​ພາ, ພ້ອມ​ທັງ​ສົ່ງ​ໄປ​ຍັງ​ກະ​ຊວງ​ຍຸ​ຕິ​ທຳ​ເພື່ອ​ຕີ​ລາ​ຄາ​ເປັນ​ເອ​ກະ​ລາດ.

ຖ້​າ​ການຫຼຸດ​ຜ່ອນ​ຄັ້ງ​ທີ 29 ເມ​ສາ ສຸມ​​ໃສ່ການ​ລົບ​ລ້າ​ງ​ບັນ​ດາ​ລະ​ບຽບ​ການ​ບໍ​ລິ​ຫານ​ທີ່​ບໍ່​ເໝາະ​ສົມນັ້ນ, ຄຳ​ສັ່ງໃນ​ວັນ​ທີ 2 ພຶດ​ສະ​ພາ ສະ​​ແດງ​ໃຫ້​ເຫັນຄວາມ​ຕັດ​ສິນ​ໃຈ​ແກ້​ໄຂ​ບັນ​ດາ​ຈຸດ​ອຸດ​ຕັນ​ລະ​ອຽດ. ຍ້ອນ​ວ່າ 4 ຂົງ​ເຂ​ດດັ່ງ​ກ່າວ​ແມ່ນ​ບັນ​ດາຂົງ​ເຂດ​ເຊິ່ງວິ​ສາ​ຫະ​ກິດ​ສ່ອງ​ແສງຫຼາຍ​ຂໍ້​ຕິດ​ຂັດ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ລະ​ບຽບ​ການ​ບໍ​ລິ​ຫານ (ຕາມ​ບົດ​ລາຍ​ງານ​ດັດ​ຊະ​ນີ ຄວາມ​ສາ​ມາດ​ໃນ​ການ​ແກ້ງ​ແຍ້ງ​ຂັ້ນ​ແຂວງ (PCI) ປີ 2024). ທ່ານ​ຮອງ​ລັດ​ຖະ​ມົນ​ຕີ, ກະ​ຊວງ​ຍຸ​ຕິ​ທຳ ຫງວຽນ​ແທັງ​ຕິງ ໃຫ້​ຮູ້​ວ່າ:

“ນີ້​ແມ່ນ​ບັ້ນ​ປະ​ຕິ​ຮູບ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ​ທີ່​ສຸດ. ໃນ​ເວ​ລາ​ບໍ່​ຮອດ 1 ເດືອນ ທີ່ເຄື່ອນ​ໄຫວ​ລັດ​ຖະ​ບານ​ຊຸດ​ໃໝ່, ພວກ​ເຮົາ​ໄດ້​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ຄື ຫຼຸດ​ຜ່ອນ, ຫັນ​ລະ​ບຽບ​ການ​ບໍ​ລິ​ຫານ​ ແລະ ຂະແໜງອາ​ຊີບ​ດຳ​ເນີນ​ທຸ​ລະ​ກິດ​ທີ່ມີ​ເງື່ອນ​ໄຂເປັນ​ງ່າຍ​ດາຍ ຖືກ​ຕ້ອງ​ຕາມ​ຄຳ​ຊີ້​ນຳ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ”.

ບັນດາຜົນກະ​ທົບ​ໂດຍ​ກົງ

ຄວາມ​ຂ້ຽວ​ຂາດ​ໃນ​ການ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ​ດັ່ງ​ກ່າວ​ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ດ້ານ​ລະ​ບອບ​ລະ​ບຽບ​ການ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ຜົນ​ກະ​ທົບ​ໂດຍ​ກົງ​ຕໍ່​ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ ແລະ ທົ່ວ​ພື້ນ​ຖານ​ເສດ​ຖະ​ກິດ​ອີກ​ດ້ວຍ.

ສຳ​ລັບ​ວິ​ສາ​ຫະ​ກິດ, ການຫຼຸດ​ຜ່ອນ​ລະ​ບຽບ​ການ​ບໍ​ລິ​ຫານ ແລະ ເງື່ອນ​ໄຂ​ດຳ​ເນີນ​ທຸ​ລະ​ກິດ ກໍ່ໝາຍຄວາມວ່າຫຼຸດ​ຜ່ອນ​ຄ່າ​ທຳ​ນຽມຫຼາຍ​ພໍ​ສົມ​ຄວນ. ວິ​ວັດ​ການ​ຈະ​ແຈ້ງກວ່າ, ໄວ​ກວ່າ ກໍ່​ຊ່ວຍ​ວິ​ສາ​ຫະ​ກິດ ເພີ່ມ​ຄວາມ​ໄວ​ໃນ​ການ​ຕັດ​ສິນ, ຍົກ​ສູງ​ຄວາມ​ສາ​ມາດ​ຂອງ​ຕົນ.

ລະບຽບ​ການ​ບໍ​ລິ​ຫາ​ນ​ຫຼຸດ​ລົງ​ຊ່ວຍ​ວິ​ສາ​ຫະ​ກິດຫຼຸ​ດ​ຜ່ອນ​ຄ່າ​ໃຊ້​ຈ່າຍ ແລະ ຍູ້​ໄວ​ການ​ພັດ​ທະ​ນາ​ຜະ​ລິດ​ຕະ​ພັນ ແລະ ເປີດ​ກ້​ວາງ​ຊ່ອງ​ທາງ​ແຈກ​ຢາຍ. ສານ​ຈະ​ແຈ້ງ​ທີ່​ສຸດ: ລັດ​ຖະ​ບານ​ຮ່ວມ​ເດີນ​ທາງ​ຢ່າງ​ແທ້​ຈິງ, ມີ​ການ​ກະ​ທຳ​ໂດຍ​ໄວ ແລະ ຂ້ຽວ​ຂາດ ເພື່ອ​ການ​ພັ​ດ​ທະ​ນາ​ຂອງ ວິ​ສາ​ຫະ​ກິດ.

ສຳ​ລັບ​ປະ​ຊາ​ຊົນ, ການຫຼຸດ​ຜ່ອນ​ລະ​ບຽບ​ການ​ບໍ​ລິ​ຫານ ແລະ ຫຼຸດ​ຜ່ອນ​ການ​ພົບ​ປະ​ກັບ​ອົງ​ການ​ບໍ​ລິ​ຫານ​ຈະ​ຊ່ວຍຫຼຸດ​ຜ່ອນ​ຄວາມ​ສ່ຽງ​ສໍ້​ລາດ​ບັງຫຼວງ, ພ້ອມ​ທັງ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ.

ສຳ​ລັບ​ພື້ນ​ຖານ​ເສດ​ຖະ​ກິດ, ຄວາມ​ໝາຍ​ຍິ່ງ​ໃຫຍ່​ທີ່​ສຸດ​ແມ່ນ​ລຸ​ລ່ວງ​ກະ​ແສ​ແຫຼ່ງ​ກຳ​ລັງ. ເມື່ອ​ບັນ​ດາ​ຮົ້ວ​ກີດ​ຂວາງ​ແມ່ນ​ລະ​ບຽບ​ການ​ບໍ​ລິ​ຫານ​ໄດ້​ຍົກ​ເລີກ, ແຫຼ່ງ​ເງິນ​ທຶນ, ແນວຄວາມຄິດ ແລະ ຄວາມ​ສາ​ມາດ​ໃນ​ການ​ຜະ​ລິດ ອາດ​ສາ​ມາດ​ໝູນ​ໃຊ້​ໂດຍ​ໄວ, ມີ​ປະ​ສິດ​ທິ​ຜົນ​ກວ່າ. ນີ້​ແມ່ນ​ເງື່ອນ​ໄຂ​ທີ່​ຈຳ​ເປັນ​ເພື່ອ​ບັນ​ລຸ​ໄດ້​ເປົ້າ​ໝາຍ​ການ​ເຕີບ​ໂຕ​ສູງ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ສຳ​ຄັນ​ກວ່າ​ອີກ, ບັນ​ດາ​ການ​ຕັດ​ສິນ​ນີ້​ໄດ້​ປະ​ກອບ​ສ່ວນ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ຂອງວິ​ສາ​ຫະ​ກິດ​ຕໍ່​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະ​ຊາ​ຊົນ​ຕໍ່​ປະ​ສິດ​ທິ​ຜົນ​ຂອງ​ກົງ​ຈັກ​ບໍ​ລິ​ຫານ.

ໃນ​ສະ​ພາບ​ການ​ເສດ​ຖະ​ກິດ​ໂລກ​ມີ​ການ​ຜັນ​ແປຫຼາ​ຍ​ຢ່າງ, ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ​ສອງ​ຕົວ​ເລກ​ແມ່ນ​ສິ່ງ​ທ້າ​ທາຍ​ໃຫຍ່. ແຕ່ຄວາມຈິງ​ພວມ​ສະ​ແດງ​ໃຫ້​ເຫັນ​ວ່າ, ເມື່ອ​ປະ​ຕິ​ຮູບ​ລະ​ບອບ​ລະ​ບຽບ​ການ​ໄດ້​ວາງ​ອອກ​ຖືກ​ທີ່​ຕັ້ງ ຖືກ​ຂັ້ນ​ຕອນ​ ​ບຸກ​ທະ​ລຸ ຍຸດ​ທະ​ສາດ ຖືກ​ຕ້ອງ​ຕາມ​ແນວ​ທາງ​ຂອງ​ພັກ ນັ້ນ​ແມ່ນກົງ​ຕັກ ເລີ່ມ​ຕົ້ນ​ການ​ເຕີບ​ໂຕ. ການ​ປະ​ຕິ​ຮູບ​ລະ​ບອບ​ລະ​ບຽບ​ການ, ເພາ​ະ​ສະ​ນັ້ນ​, ບໍ່​ພຽງ​ແຕ່​ແມ່ນ​ມາດ​ຕະ​ການ​ໃນ​ສະ​ເພາະ​ໜ້າ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ເສັ້ນ​ທາງ​ຕ້ອງ​ເປັນ​ໄປ​ເພື່ອ​ຫັນ​ແງ່​ຫວັງ​ພັດ​ທະ​ນາ​ໃນ​ໄລ​ຍະ​ໃໝ່​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ​ອີກ​ດ້ວຍ.