ປຶກສາຫາລືກ່ຽວກັບແຜນການພັດທະນາເສດຖະກິດສັງຄົມໄລຍະ 2026 – 2030, ມີຄຳເຫັນຂອງສະມາຊິກສະພາແຫ່ງຊາດຫຼາຍທ່ານສະແດງຄວາມເຫັນດີເຫັນພ້ອມສູງຕໍ່ບັນດາການຕີລາຄາກ່ຽວກັບສະພາບການສາກົນຂອງລັດຖະບານ, ພ້ອມທັງເຫັນດີກັບບັນດາທັດສະນະ, ເປົ້າໝາຍ, ບັນດາກຸ່ມມາດຕະການ ແລະ ໜ້າທີ່ເຊິ່ງລັດຖະບານໄດ້ລາຍງານຕໍ່ໜ້າສະພາແຫ່ງຊາດ.
ລຸລ່ວງແຫຼ່ງກຳລັງລະບອບລະບຽບການ, ສ້າງບາດກ້າວບຸກທະລຸພັດທະນາເສດຖະກິດ - ສັງຄົມ
ລຸລ່ວງແຫຼ່ງກຳລັງລະບອບລະບຽບການແມ່ນຂໍ້ກຸນແຈຫຼັກແຫຼ່ງເພື່ອພັດທະນາເສດຖະກິດ - ສັງຄົມຢ່າງບຸກທະລຸ. ດັ່ງນັ້ນ, ຄວນສືບຕໍ່ປະຕິຮູບລະບອບລະບຽບການກວ່າອີກ, ແບ່ງຂັ້ນແບ່ງອຳນາດໃຫ້ແກ່ທ້ອງຖິ່ນຢ່າງແຮງກວ່າ, ພິເສດແມ່ນທີ່ດິນ ແລະ ການລົງທຶນເອກະຊົນ; ສຸມໃສ່ສ້າງກົດໝາຍວ່າດ້ວຍທີ່ດິນ, ການລົງທຶນສາທາລະນະໃຫ້ສົມບູນແບບ ແລະ ສ້າງເຂດປອດໄພດ້ານນິຕິກຳໃຫ້ແກ່ວິສາຫະກິດ. ທ່ານ ຈິ້ງຊວັນອານ, ສະມາຊິກສະພາແຫ່ງຊາດແຂວງ ດົ່ງນາຍ ສະເໜີວ່າ:
“ສະເໜີຫັນປ່ຽນຈິນຕະນາການລັດຢ່າງແຮງ ຈາກການຄຸ້ມຄອງວິສາຫະກິດມາເປັນການຮ່ວມເດີນທາງພ້ອມກັບວິສາຫະກິດ, ສຸມໃສ່ຫຼຸດຜ່ອນຄວາມສ່ຽງດ້ານນິຕິກຳ. ພ້ອມທັງ ມີບັນດາກົນໄກທີ່ແທດຈິງເພື່ອໃຫ້ບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ ເຂົ້າເຖິງແຫຼ່ງທຶນ, ທີ່ດິນ ແລະ ເຂົ້າຮ່ວມລະບົບມູນຄ່າຢ່າງເລິກເຊິ່ງກວ່າ. ລະບຽບການບໍລິຫານຕ້ອງມີການປະຕິຮູບຫຼາຍກວ່າອີກ”.
ເສດຖະກິດພາກເອກະຊົນ ໄດ້ຮັບຖືວ່າແມ່ນສຳຄັນທີ່ສຸດຂອງພື້ນຖານເສດຖະກິດແຕ່ຍັງໄດ້ຮັບຖືວ່າແມ່ນການເຄື່ອນໄຫວໃນຂອບເຂດລະບອບລະບຽບການທີ່ຍັງບໍ່ທັນເໝາະສົມ. ບັນດາຂົງເຂດຍຸດທະສາດ, ເຕັກໂນໂລຢີສູງ, ພື້ນຖານໂຄງລ່າງ… ຂາດເຂີນ ຫຼືຍັງມີຄວາມຈຳກັດໃນບົດບາດນຳພາຂອງເສດຖະກິດພາກເອກະຊົນ. ທ່ານ ຟ້າມຈ້ອງເຍິນ, ສະມາຊິກສະພາແຫ່ງຊາດ ນະຄອນໂຮ່ຈີມິນ ປະກອບຄຳເຫັນວ່າ:
“ຂ້າພະເຈົ້າສະເໜີສະພາແຫ່ງຊາດນຳຂອບກົດໝາຍສະບັບໜຶ່ງທີ່ມີລັກສະນະພື້ນຖານ ເຂົ້າໃນໂຄງການສ້າງກົດໝາຍ, ນັ້ນແມ່ນກົດໝາຍຮັບປະກັນສິດພັດທະນາເສດຖະກິດພາກເອກະຊົນ. ກົດໝາຍສະບັບນີ້ໄດ້ສຸມເຂົ້າສາມເສົາຄ້ຳ. ທີໜຶ່ງ, ແມ່ນຫັນບັນດາຫຼັກການສະເໝີພາບທີ່ແທ້ຈິງ ແລະ ຄວາມເປັນເອກະພາບລະຫວ່າງບັນດາພາກສ່ວນເສດຖະກິດ ເປັນກົດໝາຍ, ນັບແຕ່ທີ່ດິນ, ສິນເຊື່ອ, ຕະຫຼາດ… ທີສອງ, ກຳນົດເຂດປອດໄພດ້ານນິຕິກຳໃຫ້ແກ່ການເຄື່ອນໄຫວຜະລິດດຳເນີນທຸລະກິດ ແລະ ປົກປ້ອງສິດຊັບສິນຍາວນານ, ຈຳກັດສູງສຸດຄວາມສ່ຽງທີ່ຈະເກີດຂຶ້ນຈາກການປ່ຽນແປງນະໂຍບາຍ. ທີສາມ, ສ້າງກົນໄກຕິດຕາມກວດກາຜ່ານບົດລາຍງານປະຈຳປີຂອງລັດຖະບານຕໍ່ສະພາແຫ່ງຊາດ ກ່ຽວກັບການປະຕິບັດບັນດາສິດຂອງຂົງເຂດເສດຖະກິດພາກເອກະຊົນເພື່ອຕີລາຄາຂົງເຂດນີ້ຢ່າງຮອບດ້ານ”.
ປ່ຽນແປງໃໝ່ຮູບແບບການເຕີບໂຕ, ຫັນປ່ຽນຈາກລວງກວ້າງມາເປັນລວງເລິກ
ສຳລັບເປົ້າໝາຍການເຕີບໂຕຢູ່ລະດັບສອງຕົວເລກ, ແຕ່ 10%/ປີ ຂຶ້ນໄປໃນໄລຍະ 2026 – 2030, ບັນດາສະມາຊິກສະພາແຫ່ງຊາດຖືວ່າ ນີ້ແມ່ນສິ່ງທ້າທາຍໃຫຍ່, ແຕ່ແມ່ນເສັ້ນທາງທີ່ຕ້ອງເປັນໄປ. ພາຍໃຕ້ແງ່ມູມຂອງລັດຖະບານ, ທ່ານ ຫງວຽນວັນທັ້ງ ຮອງນາຍົກລັດຖະມົນຕີ ຫວຽດນາມ ຖືວ່າ ເພື່ອຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການເຕີບໂຕສູງ, ມີສະຖຽນລະພາບ, ແທ້ຈິງ ແລະ ຍືນຍົງ, ພ້ອມກັບບັນດາມາດຕະການທີ່ພວມຜັນຂະຫຍາຍນັ້ນ, ບໍ່ມີເສັ້ນທາງໃດນອກເໜືອຈາກການຕ້ອງປ່ຽນແປງໃໝ່ຮູບແບບການເຕີບໂຕ ແລະ ຕ້ອງປະຕິບັດຢ່າງແຮງທີ່ສຸດ, ປ່ຽນແປງໂຄງປະກອບຂອງພື້ນຖານເສດຖະກິດ ໂດຍພື້ນຖານ. ເພາະສະນັ້ນ, ລັດຖະບານຕ້ອງສືບຕໍ່ກຳນົດການສ້າງເສດຖະກິດມະຫາພາກເປັນປົກກະຕິ ແມ່ນເງື່ອນໄຂຕັດສິນຊີ້ຂາດ, ເປັນພື້ນຖານເພື່ອບັນລຸໄດ້ລະດັບການເຕີບໂຕເສດຖະກິດສູງ, ຢ່າງຕໍ່ເນື່ອງ ແລະ ມີສະຖຽນລະພາບ.
“ຮູບແບບການເຕີບໂຕໃໝ່ຕ້ອງເຄື່ອນໄຫວບົນພື້ນຖານລະບອບລະບຽບການພັດທະນາທັນສະໄໝ, ແກ້ງແຍ້ງ, ວັດທະນະທຳການປ່ຽນແປງໃໝ່ຢ່າງປະດິດຄິດສ້າງໃນທົ່ວສັງຄົມ, ແຜນໄລ່ລ່ຽງງົບປະມານເສດຖະກິດ ແລະ ການຈັດແບ່ງແຫຼ່ງກຳລັງຢ່າງມີປະສິດທິຜົນໃນພື້ນຖານເສດຖະກິດ. ເພາະສະນັ້ນ, ລັດຖະບານໄດ້ຍື່ນສະເໜີ 11 ກຸ່ມໜ້າທີ່, ວິທີການຫຼັກແຫຼ່ງໃນໄລຍະ 2026 – 2030 ຕໍ່ສະພາແຫ່ງຊາດ ດ້ວຍ 92 ໜ້າທີ່ລະອຽດ ແລະ ບັນດາໜ້າທີ່ຕ້ອງຜັນຂະຫຍາຍທັນທີໃນປີ 2026, ຕ້ອງຕິດພັນການປ່ຽນແປງຮູບແບບການເຕີບໂຕ, ປະຕິບັດເປົ້າໝາຍການເຕີບໂຕບັນລຸລະດັບສອງຕົວເລກ. ໃນນັ້ນ, ຈຸດສຸມແມ່ນຖືວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນແມ່ນກຳລັງໜູນພັດທະນາຫຼັກ, ພັດທະນາບັນດາກຳລັງໜູນເຕີບໂຕໃໝ່, ຈຸດສຸມແມ່ນເສດຖະກິດຂໍ້ມູນ, ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ”.
ຮູບແບບການເຕີບໂຕໃໝ່ແມ່ນຈຸດຫຼັກແຫຼ່ງທີ່ມີລັກສະນະຕັດສິນ. ຕາມບັນດາສະມາຊິກສະພາແຫ່ງຊາດ, ສິ່ງສຳຄັນບໍ່ພຽງແຕ່ນຳການເຕີບໂຕບັນລຸລະດັບສອງຕົວເລກເທົ່ານັ້ນ ຫາກຍັງຕ້ອງຮັກສາຄວາມເປັນປົກກະຕິ ແລະ ຍາວນານໄດ້ອີກດ້ວຍ. ທ່ານນາງ ຕະທິອຽນ, ສະມາຊິກສະພາແຫ່ງຊາດແຂວງ ດຽນບຽນ ປະກອບຄຳເຫັນວ່າ:
“ຖ້າເດີນຕາມວິທີການເຕີບໂຕເກົ່າ, ອີງໃສ່ທຶນ, ຊັບພະຍາກອນທຳມະຊາດ ແລະ ຄ່າແຮງງານຕ່ຳ ກໍ່ຍາກທີ່ຈະບັນລຸໄດ້ເປົ້າໝາຍ, ຂາດລັກສະນະຍືນຍົງ. ດັ່ງນັ້ນ, ຕ້ອງຫັນປ່ຽນການເຕີບໂຕອີງຕາມສະມັດຕະພາບ, ນະວັດຕະກຳ ແລະ ມູນຄ່າເພີ່ມ, ໃນນັ້ນຕ້ອງເນັ້ນໜັກພິເສດເຖິງບົດບາດຂອງເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ ກໍ່ຄືການຍາດແຍ່ງກາລະໂອກາດຈາກການປະຕິວັດອຸດສາຫະກຳ 4.0.
ລັດຖະບານກຳນົດເປົ້າໝາຍພັດທະນາປະເທດຊາດຢ່າງວ່ອງໄວ ແລະ ຍືນຍົງ, ສູ້ຊົນການເຕີບໂຕ GDP ປີ 2026 ແລະ ສະເລ່ຍ 5 ປີ 2026 – 2030 ຈາກ 10% ຂຶ້ນໄປຕິດພັນກັບການຮັກສາເສດຖະກິດມະຫາພາກເປັນປົກກະຕິ; GDP ສະເລ່ຍຕໍ່ຫົວຄົນໃນປີ 2030 ບັນລຸ 8.500 USD (ທົບ 1,7 ເທົ່າເມື່ອທຽບກັບປີ 2025), ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບຢ່າງໝັ້ນຄົງ, ຍົກສູງທຸກດ້ານໃນຊີວິດຂອງປະຊາຊົນ, ເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ທຸກໝາກຜົນຂອງການພັດທະນາ. ເຮັດໃຫ້ຄືແນວນີ້ ຈຶ່ງຈະສາມາດປະຕິບັດສຳເລັດວິໄສທັດຮອດປີ 2045, ຫວຽດນາມ ກາຍເປັນປະເທດພັດທະນາ, ມີລາຍຮັບສູງ, ອຸດສາຫະກຳທັນສະໄໝ ຖືກຈັດຢູ່ໃນກຸ່ມແຖວໜ້າ ອາຊີ.
