ພາຍຫຼັງ​ການ​ເຮັດ​ວຽກ​ມາ​ເປັນ​ 2 ຄັ້ງ (03 – 13/08 ແລະ 19 – 24/08), ກອງ​ປະ​ຊຸມ​ວິ​ມາ​ມັນ​ຄັ້ງ​ປະ​ຖົມ​ມະ​ເລິກ, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI ໄດ້​ອັດ​ລົງ​ໃນ​ວັນ​ທີ 24 ສິງ​ຫາ, ປະ​ຕິ​ບັດ​ສຳ​ເລັດ​ຈຳ​ນວນ​ວຽກ​ງານ​ທີ່​ໃຫຍ່ຫຼວງ​ກ່ຽວ​ກັບ​ການ​ສ້າງ​ກົດ​ໝາຍ ແລະ ຕັດ​ສິນຫຼາຍ​ບັນ​ຫາ​ສຳ​ຄັນ​ຂອງ​ປະ​ເທດ​ຊາດ. ບໍ່​ພຽງ​ແຕ່​ຢູ່​ຈຳ​ນວນ​ກົດ​ໝາຍ, ມະ​ຕິ​ໄດ້​ຮັບ​ການ​ພິ​ຈາ​ລະ​ນາ, ຮັບ​ຮອງ​ເອົາ, ຂີດ​ໝາຍ​ຂອງກອງ​ປະ​ຊຸມ​ຍັງ​ແມ່ນ ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ທີ່​ນັມ​ມື້​ນັບ​ຈະ​ແຈ້ງກວ່າ​ກ່ຽວ​ກັບ​ຄຸນ​ນະ​ພາບ​ນະ​ໂຍ​ບາຍ, ​ຄວາມ​ເປັນ​ໄປ​ໄດ້ແລະ ຄວາມ​ສາ​ມາດ​ເຂົ້າ​ສູ່​ຊີ​ວິດ​ຕົວຈິງຂອງ​ບັນ​ດາ​ຂໍ້​ກຳ​ນົດ​ດ້ານ​ກົດ​ໝາຍ.

ທີ່ກອງປະຊຸມວິສາມັນຄັ້ງທີໜຶ່ງ, ສະພາແຫ່ງຊາດຊຸດທີ XVI ໄດ້ພິຈາລະນາວຽກງານຈຳນວນຫຼວງຫຼາຍ, ເຊິ່ງສຸມໃສ່ແມ່ນ ວຽກງານການສ້າງກົດໝາຍ ແລະ ຕັດ​ສິນບັນ​ດາບັນຫາສຳຄັນ, ຮີບດ່ວນສຳ​ລັບການ​ພັດທະນາເສດຖະກິດ - ສັງຄົມ. ສະພາແຫ່ງຊາດໄດ້ພິຈາລະນາ 33 ເນື້ອໃນ, ໃນນັ້ນ ໄດ້ຮັບຮອງເອົາ 15 ຮ່າງກົດໝາຍ, 4 ມະຕິລະບຽບກົດໝາຍ; ໃຫ້ຄຳເຫັນຄັ້ງທຳອິດ ໃສ່ 7 ຮ່າງກົດໝາຍ ແລະ ຕັດ​ສິນບາງເນື້ອໃນສຳຄັນອື່ນໆ.

ການສ້າງກົດໝາຍ ແມ່ນເລີ່ມຕົ້ນຈາກບັນຫາພຶດຕິກຳຕົວຈິງ

ບັນດາເນື້ອໃນທີ່ໄດ້ຮັບການພິຈາລະນາ ຢູ່ກອງປະຊຸມວິສາມັນຄັ້ງທີໜຶ່ງ, ສະພາແຫ່ງຊາດຊຸດທີ XVI ແມ່ນກວມເອົາຫຼາຍຂົງເຂດ, ນັບຕັ້ງແຕ່ການພັດທະນາຕົວເມືອງ, ທີ່ດິນ, ນ້ຳມັນເຊື້ອໄຟ, ການທະນາຄານ, ເຕັກໂນໂລຊີ, ໂທລະຄົມມະນາຄົມ ຕະຫຼອດຮອດບັນດານະໂຍບາຍທີ່ກ່ຽວຂ້ອງ​ໂດຍກົງເຖິງວິສາຫະກິດ, ຊາວຜູ້ອອກແຮງງານ ແລະ ປະຊາຊົນ.

ປະລິມານວຽກງານທີ່ຫຼວງຫຼາຍ ໃນໄລຍະເວລາສັ້ນພໍ​ສົມ​ຄວນ ໄດ້ວາງອອກຄວາມຮຽກຮ້ອງຕ້ອງການສູງ ຕໍ່ທັງອົງການສະເໜີ, ອົງການກວດກາ ແລະ ບັນດາສະມາຊິກສະພາແຫ່ງຊາດ. ທ່​ານ ຈິ້ງຊວນອານ ສະມາຊິກສະພາແຫ່ງຊາດ, ຄະນະນະຄອນ ດົ່ງນາຍ, ໄດ້ເນັ້ນໜັກວ່າ:

ພວກເຮົາກຳລັງກ້າວເຂົ້າສູ່ຂະບວນການທີ່ວ່າ: ລະຫວ່າງນະໂຍບາຍ ແລະ ຂັ້ນຕອນການຈັດຕັ້ງປະຕິບັດຕ້ອງໄປຄຽງຄູ່ກັນ.ສິ່ງທີ່ພວກເຮົານຳເຂົ້າໃນກອງປະຊຸມຄັ້ງນີ້ແນ່ນອນວ່າຈະກາຍເປັນທ່າແຮງ,ກາຍເປັນກຳລັງຜັກດັນ,ຮັບປະກັນຄວາມເປັນໄປໄດ້ເພື່ອໃຫ້ພວກເຮົານຳໃຊ້ເຂົ້າໃນຊີວິດຕົວຈິງໄດ້ຢ່າງທັນທີ,ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງເສດຖະກິດ - ສັງຄົມ ກໍຄືຊີວິດການເປັນຢູ່, ຄວາມມຸ່ງມາດປາຖະໜາຂອງປະຊາຊົນ ແລະ ວິສາຫະກິດ.

ກອງປະຊຸມຄັ້ງນີ້ໄດ້ສະແດງໃຫ້ເຫັນເຖິງການຫັນປ່ຽນໃນວິທີການເຂົ້າເຖິງວຽກງານການສ້າງກົດໝາຍ. ຈາກພຶດຕິກຳແຫ່ງການຄົ້ນຄວ້າສົນທະນາຢູ່ຫໍປະຊຸມ, ບັນດາສະມາຊິກສະພາແຫ່ງຊາດໄດ້ວາງອອກ​ຄວາມຮຽກຮ້ອງຕ້ອງການໃໝ່ ຫຼາຍປະການ ຕໍ່ກັບຂະບວນການວ່ງກຳນົດນະໂຍບາຍ. ທ່ານ ບຸຍ​ຮ່​ວາຍ​ເຊີນ ສະມາຊິກສະພາແຫ່ງຊາດ, ຄະນະນະຄອນ ຮ່າໂນ້ຍ, ຖືວ່າການຫັນປ່ຽນທີ່ຊັດເຈນທີ່ສຸດແມ່ນການປ່ຽນແປງໃນຈິນຕະນາການດ້ານນິຕິບັນຍັດ: ຈາກຈິນຕະນາການທີ່ເນັ້ນໃສ່ການຄຸ້ມຄອງ ໄປສູ່ຈິນຕະນາການແຫ່ງການສ້າງສັນເພື່ອການພັດທະນາ; ຈາກຄຳຖາມທີ່ວ່າ “ຈະຄຸ້ມຄອງແນວໃດໃຫ້ຮັດກຸມ” ໄປສູ່ການຕັ້ງ​ຄຳຖາມວ່າ “ກົດໝາຍຕ້ອງເຮັດ ແນວໃດເພື່ອປົດປ່ອຍແຫຼ່ງກຳ​ລັງແລະສ້າງເງື່ອນໄຂໃຫ້ແກ່ສິ່ງໃໝ່ໆໄດ້ຮັບການ ພັດທະນາ”.

ປະລິມານວຽກງານແມ່ນຫຼວງຫຼາຍທີ່ສຸດແຕ່ຈິດໃຈລວມແມ່ນບໍ່ແມ່ນການສ້າງກົດໝາຍເພື່ອແລ່ນນຳຈຳນວນ ຫຼື ເພື່ອໃຫ້ສຳເລັດຕາມແຜນງານ, ຫາກ​ຍັງແມ່ນພະຍາຍາມຮັບປະກັນໃຫ້ກົດໝາຍແຕ່ລະສະບັບສາມາດແກ້ໄຂບັນຫາຕົວຈິງຂອງຊີວິດໄດ້ຢ່າງແທ້ຈິງ. ກອງປະຊຸມໄດ້ພິຈາລະນາ ແລະ ຕົກລົງຫຼາຍເນື້ອໃນ, ໃນນັ້ນມີບັນດາຮ່າງກົດໝາຍແລະມະຕິທີ່ກ່ຽວຂ້ອງເຖິງບັນຫາໃຫຍ່ໆຂອງປະເທດຊາດ. ນີ້ແມ່ນຄວາມກົດດັນທີ່ໃຫຍ່ຫຼວງທີ່ສຸດຕໍ່ທັງອົງການສະເໜີ, ອົງການກວດກາ ແລະ ບັນດາສະມາຊິກສະພາແຫ່ງຊາດ.

ການວັດແທກຄຸນນະພາບດ້ານນິຕິບັນຍັດດ້ວຍປະສິດທິຜົນແຫ່ງການຈັດຕັ້ງປະຕິບັດ.

ກອງປະຊຸມປິດລົງ ກໍແມ່ນເວລາທີ່ບັນດາກົດໝາຍ ແລະ ມະຕິທີ່ໄດ້ຮັບການຮັບຮອງເອົານັ້ນ ກ້າວເຂົ້າສູ່ໄລຍະທີ່ສຳຄັນ ຄື:ການຈັດຕັ້ງປະຕິບັດ.ນີ້ກໍແມ່ນເວລາທີ່ປະສິດທິຜົນຂອງວຽກງານການສ້າງກົດໝາຍໄດ້ຮັບການພິສູດຢັ້ງຢືນຢ່າງຊັດເຈນທີ່ສຸດ.ເພື່ອໃຫ້ບັນດາໝາກຜົນຫຼັງກອງປະຊຸມໄດ້ຮັບການຮັກສາ ແລະ ເສີມຂະຫຍາຍ, ຄວາມຮຽກຮ້ອງຕ້ອງການທີ່ວາງອອກ ບໍ່ພຽງແຕ່ແມ່ນການຈັດຕັ້ງປະຕິບັດເປັນຢ່າງດີຕໍ່ແຕ່ລະກົດໝາຍ ແລະ ມະຕິເທົ່ານັ້ນ, ແຕ່ຍັງຕ້ອງສືບຕໍ່ປັບປຸງຄວາມເປັນເອກະພາບຂອງທົ່ວລະບົບກົດໝາຍໃຫ້ສົມບູນແບບຕື່ມອີກ. ທ່ານ ດຣ ຫງວຽນ ມິງ ຟອງ, ນັກຊ່ຽວຊານດ້ານເສດຖະກິດ ຖືວ່າ:

ພວກເຮົາຖືວ່າ ພາຍຫຼັງໝາກຜົນຂອງກອງປະຊຸມສະພາແຫ່ງຊາດຄັ້ງນີ້, ແນ່ນອນວ່າຈິນຕະນາການແຫ່ງການສ້າງສາລະບົບນິເວດທີ່ມຸ່ງໄປ​ເຖິງປະຊາຊົນ ແລະ ເອົາຄວາມເພິ່ງພໍໃຈຂອງປະຊາຊົນ, ການພັດທະນາຂອງເສດຖະກິດ ແລະ ວິສາຫະກິດ ເປັນໄມ້ຫຼາວັດແທກຕົວຈິງນັ້ນ ຈະໄດ້ຮັບການຫັນປະ​ກົດ​ຜົນເປັນຈິງ. ປະ​ຊາ​ຄົມວິສາຫະກິດມີຄວາມຫວັງຕໍ່ໝາກຜົນຂອງກອງປະຊຸມຄັ້ງນີ້, ນັ້ນແມ່ນ ບັນຫາຫັນເປັນເສລີພາບໃຫ້ຫຼາຍຂຶ້ນ,ຫຼຸດຜ່ອນເງື່ອນໄຂການດຳເນີນທຸລະກິດຢ່າງ ໜ້ອຍ 30% ຕໍ່ກັບບັນດາຂະແໜງອາຊີບທຸລະກິດທີ່ມີເງື່ອນໄຂ.

ກອງປະຊຸມວິ​ສາ​ສາ​ມັນ ຄັ້ງ​ປະ​ຖົມ​ມະ​ເລິກຂອງສະພາແຫ່ງຊາດຊຸດທີ 16 ໄດ້ສຳເລັດໜ້າທີ່ທັງໝົດທີ່ວາງໄວ້,ແຕ່ກໍໄດ້ຕັ້ງຄວາມຮຽກຮ້ອງຕ້ອງການໃຫ້ສືບຕໍ່ ປ່ຽນແປງໃໝ່ວຽກງານສ້າງຕັ້ງ ແລະ ຈັດຕັ້ງປະຕິບັດກົດໝາຍໃຫ້ແຂງແຮງກວ່າເກົ່າ, ເພື່ອໃຫ້ລະບົບລະ​ບອບ​ລະ​ບຽບການນັບ​ມື້​ນັບຄົບຊຸດ, ມີສະຖຽນລະພາບ ແລະ ທັນກັບຄວາມຮຽກຮ້ອງຕ້ອງການຂອງການພັດທະນາ.ນີ້ກໍແມ່ນພື້ນຖານເພື່ອໃຫ້ບັນດານະໂຍບາຍຂອງສະພາແຫ່ງຊາດໄດ້ຫັນປ່ຽນເປັນກຳລັງໜູນໃນການພັດທະນາໃນໄລຍະຕໍ່ໜ້າ.