ວັນ​ທີ 23 ກໍ​ລະ​ກົດ, ຫ້ອງ​ການຜູ້​ຕາງ​ໜ້າ​ການ​ຄ້າ ອາ​ເມ​ລິ​ກາ (USTR) ໄດ້​ປະ​ກາດ​ກາ​ນ​ຈັດ​ວາງ​ອັດ​ຕາ​ພາ​ສີ​ສຳ​ລັບ 60 ພື້​ນ​ຖານ​ເສດ​ຖະ​ກິດ​ເພື່ອ​ແນ​ໃສ່ທົດ​ແທນ​ລະ​ດັບ​ພາ​ສີ​ຊົ່ວ​ຄາວ 10% ໂດຍ​ທ່ານ Donald Trump ​ປະ​ທາ​ນາ​ທິ​ບໍ​ດີ ອ​າ​ເມ​ລິ​ກາ ຈັດ​ວາງ​ກ່ອນ​ນັ້ນ. ນັບ​ແຕ່​ວັນ​ທີ 24 ກໍ​ລະ​ກົດ, 60 ພື້ນ​ຖານ​ເສດ​ຖະ​ກິດ, ໃນ​ນັ້ນ​ມີ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ທີ່​ສຸດ​ຂອງ​ ອາ​ເມ​ລິ​ກາ ຕ້ອງຈ່າຍ​ອັດ​ຕາ​ພາ​ສີ​ແຕ່ 10% ຫາ 12,5%.

ນະ​ໂຍ​ບາຍ​ພຽງລຳ​ພັງ​ຝ່າຍດຽວໃໝ່

ຕາມການ​ອະ​ທິ​ບາຍ​ຂອງ USTR ແລ້ວ, ບັນ​ດາ​ອັດ​ຕາ​ພາ​ສີ​ໃໝ່​ໄດ້​ຈັດ​ວາງ​ຕາມ​ມາດ​ຕາ 301 ຂອງ​ກົດ​ໝາຍ​ວ່​າ​ດ້ວຍ​ການ​ຄ້າ​ ປີ 1974. ຕາມ​ປະ​ມວນ​ກົດ​ໝາຍ​ສະ​ບັບ​ນີ້, ອຳ​ນາດ​ການ​ປົກ​ຄອງ​ ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ ​ເຂົາ​ເຈົ້າ​ພົບ​ເຫັນ​ວ່າ 60 ພື້ນ​ຖານ​ເສດ​ຖະ​ກິດ​ດັ່ງ​ກ່າວ​ບໍ່ “ນຳ​ໃຊ້ ແລະ ປະ​ຕິ​ບັດ​ຄຳ​ສັ່ງ​ຫ້າມ​ນຳ​ເຂົ້າບັນດາ​ສິນ​ຄ້າ​ທີ່​ໄດ້​ຮັບ​ການ​ຜະ​ລິ​ດດ້ວຍ​ແຮງ​ງານບີບ​ບັງ​ຄັບ​ຢ່າງ​ມີ​ປະ​ສິດ​ທິ​ຜົນ”. ໃນ​ຕົວ​ຈິງ, ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເຄື່ອງ​ມື​ການ​ຄ້າ​ເຊິ່ງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ໄດ້​ນຳ​ໃຊ້​ນັບ​ແຕ່​ເມື່ອ​ວັນ​ທີ 20 ກຸມ​ພາ ສານ​ສູງ​ສຸດ​ອາ​ເມ​ລິ​ກາ ປະ​ຕິ​ເສດ​ບັນ​ດາ​ລະ​ດັບ​ພາ​ສີ​ສົມ​ທົບ​ທົ່ວ​ໂລກ ເຊິ່ງ​ອຳ​ນາດ​ການ​ປົກ​ຄອງ ອາ​ເມ​ລິ​ກາ ຍົກ​ອອກ​ມາ​ໃນ​ປີ​ກາຍ​ນີ້.

ຕາມການ​ປະ​ກາດຂອງ USTR, ລະ​ດັບ​ພາ​ສີ 10% ໄດ້​ຈັດ​ວາງ​ໃສ່​ສິນ​ຄ້າ​ນຳ​ເຂົ້າ​ຈາກ​ບັນ​ດາ​ປະ​ເທດ​ຄື: ອາກ​ຊັງ​ຕິນ, ບັງ​ກາ​ລະ​ເທດ, ອັງ​ກິດ, ກຳ​ປູ​ເຈຍ, ກາ​ນາ​ດາ, ເອກົວດໍ, ອິນ​ເດຍ, ອິນ​ໂດ​ເນ​ເຊຍ, ຈໍ​ແດນ, ມາ​ເລ​ເຊຍ, ເມັກ​ຊີ​ໂກ… ສຳ​ລັບ​ສະ​ຫະ​ພາບ​ເອີ​ລ​ົ​ບ (EU), ໄຕ້ຫວັນ (ຈີນ), ຍີ່​ປຸ່ນ, ສ.ເກົາຫຼີ ແລະ ສະ​ວິດ, ລະ​ດັບ​ພາ​ສີ​ໃໝ່​ພາຍຫຼັງ​ບວກ​ກັບ​ພາ​ສີສຳລັບ​ບັນ​ດາ​ປະ​ເທດ​ໄດ້​ຮັບ​​ບຸ​ລິ​ມະ​ສິດ​ສູງ ​ໃນ​ປັດ​ຈຸ​ບັນຈະ​ແມ່ນ 10% ຫຼື 12,5% ແລ້ວ​ແຕ່ແຕ່ລະ​ພື້ນ​ຖານ​ເສດ​ຖະ​ກິດ. 38 ປະ​ເທດທີ່​ຍັງ​ເຫຼືອ ແມ່ນ​ຖືກ​ຈັດ​ວາງ​ອັດ​ຕາ​ພາ​ສີ 12,5% ໃນ​ນັ້ນ​ມີ ຈີນ, ຟີ​ລິບ​ປິນ, ໄທ…

ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່ານ Jamieson Greer ຜູ້​ຕາ​ງ​ໜ້າ​ທາງ​ການ​ຄ້າ ​ອາ​ເມ​ລິ​ກາ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ກັບ​ບັນ​ດາ​ປະ​ເທດທີ່​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ທາງ​ການ​ຄ້າກັບ ວໍ​ຊິງ​ຕັນ ​ວ່າ ລະ​ດັບ​ພາ​ສີ​ໃໝ່​ຈະ​ບໍ່​ເຮັດ​ໃຫ້​ຍອດ​ຄ່າພາ​ສີ​ລື່ນ​ກາຍ​ລະ​ດັບ​ເພ​ດານທີ່​ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ ແຕ່​ໃນ​ຕົວ​ຈິງ​ສະ​ແດງ​ໃຫ້​ເຫັນ​ວ່າ ລະ​ດັບ​ພາ​ສີ​ໃໝ່​ສຳ​ລັບ 60 ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ແຖວ​ໜ້າ ອາ​ເມ​ລິ​ກາ, ກວມ​ເອົາ 99,4% ຍອດ​ປະ​ລິ​ມານ​ສິນ​ຄ້າ​ນ​ຳ​ເຂົ້າ​ຂອງ​ປະ​ເທດ​ນີ້, ຍັງ​ຊ້ອນ​ແຝງ​ໄປດ້ວຍຄວາມ​ສ່ຽງ​ເຮັ​ດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ດ້ານ​ການ​ຄ້າ​ເພີ່ມ​ຂຶ້ນ, ຍິ່ງ​ໄປ​ກວ່າ​ນັ້ນແມ່ນ​ມີ​ຄວາມ​ສ່ຽງ​ເຮັດ​ໃຫ້​ບັນ​ດາ​ຂໍ້​ຕົກ​ລົງ​ເຊິ່ງ ອາ​ເມ​ລິ​ກາ ບັນ​ລຸ​ໄດ້​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ຖືກລົ້ມເຫຼວ. ​ທ່ານ​ນາງ Kaja Kallas ຜູ້​ຕ​າງ​ໜ້າ​ຂັ້ນ​ສູງ ກ່ຽວ​ກັບ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​​ເທດ ແລະ ຄວາ​ມ​ໝັ້ນ​ຄົງ ຂອງ EU ຖະແຫຼງ​ວ່າ:

ພວກ​ຂ້າ​ພະ​ເຈົ້າໄດ້​ມີ​ຂໍ້​ຕົກ​ລົງ​ກັບ ​ອາ​ເມ​ລິ​ກາ ແລະ ພວກ​ຂ້າ​ພະ​ເຈົ້າ​ໄດ້​ປະ​ຕິ​ບັດ​ຢ່າງຖືກ​ຕ້ອງ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຕົນ. ຕ້ອງ​ເວົ້າ​ວ່າ ວິ​ວັດ​ການ​ເຈ​ລະ​ຈາ​ບໍ່​ງ່າຍ​ເລີຍ. ສຳ​ລັບ​ບັນ​ດາ​ວິ​ສ​າ​ຫະ​ກິດ​ຂອງພວກ​ຂ້າ​ພະ​ເຈົ້າ, ຄວາມ​ສ​ະ​ຖຽນ​ລະ​ພາບ ແລະ ຄວາມ​ສາ​ມາດ​ຄາດ​ຄະ​ເນ​ສະ​ພາບ​ການ​ແມ່ນ​ສຳ​ຄັນ​ທີ່​ສຸດ. ເພາະ​ສະ​ນັ້ນ, ບັນ​ດາ​ວິ​ສາ​ຫະ​ກິດ​ຍາມ​ໃດ​ກໍ່​ເລັ່ງ​ການ​ບັນ​ລຸ​ໄດ້​ໝາກ​ຜົນ ແລະ ການ​ລົງ​ນາມ​ບັນ​ດາ​ຂໍ້​ຕົກ​ລົງ, ຍ້ອນ​ວ່າ​ ເລື່ອງກຳໄດ້​ສະ​ພາບ​ການ​ໃນ​ອະ​ນາ​ຄົດ ​ຍັງ​ດີກວ່າຫຼາຍ​ເມື່ອ​ທຽບ​ໃສ່​ກັບ​ສະ​ພາບ​ການທີ່ມືດມົວ,​ ບໍ່​ຮູ້​ສິ່ງ​ໃດ​ຈະ​ເກີດ​ຂຶ້ນ.

ສິ່ງ​ທີ່​ເຮັດ​ໃຫ້​ທຸກ​ຄູ່​ຮ່ວມ​ມືທີ່​ຖືກ​ຈັດ​ວາງ​ອັດ​ຕາ​ພາ​ສີ​ຂອງ ອາ​ເມ​ລິ​ກາ ຮູ້​ສຶກ​ບໍ່​ພໍ​ໃຈ ແລະ ອອກສຽງ​ຄັດ​ຄ້ານ​ຢ່າງ​ແຮງ​ແມ່ນ​ບັນ​ດາ​ຄຳ​ກ່າວ​ຫາ​ຂອງ ອາ​ເມ​ລິ​ກາ ກ່ຽວ​ກັບ “ການ​ນຳ​ໃຊ້​ແຮງ​ງານບີບ​ບັງ​ຄັບ”, ເມື່ອ​ຄຳ​ກ່າວ​ຫາ​ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ບໍ່​ມີ​ລັກ​ສະ​ນະ​ຊວນ​ເຊື່ອ. ທ່ານ Don Farrell ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ ອົດ​ສະ​ຕາ​ລີ ໃຫ້​ຮູ້​ວ່າ:

ຂ້າ​ພະ​ເຈົ້າ ຂໍ​ສະ​ແດງ​ຄວາມ​ຜິດ​ຫວັງ​ຢ່າງ​ເລິກ​ເຊິ່ງ​ຕໍ່​ການ​ຕັດ​ສິນ​ຂອງ​ຜູ້​ຕາງ​ໜ້າ​ທາງ​ການ​ຄ້າ ອາ​ເມ​ລິ​ກາ ກ່ຽວ​ກັບ​ການ​ເພີ່ມ​ອັດ​ຕາ​ພາ​ສີ​ສຳ​ລັບ​ສິນ​ຄ້າ​ຈຳ​ນວນ​ໜຶ່ງ​ຂອງ ອົດ​ສະ​ຕາ​ລີ ທີ່ສົ່ງ​ອ​ອກ​ໄປ​ຍັງ​ ອາ​ເມ​ລິ​ກາ. ພວກ​ຂ້າ​ພະ​ເຈົ້າຖື​ວ່າ ການ​ຕັດ​ສິນ​ນີ້​ແມ່ນບໍ່​ມີ​ພື້ນ​ຖານ​ອ້າງ​ອີງ, ພວກ​ຂ້າ​ພະ​ເຈົ້າ ຖື​ວ່າ ໃນ​ບັນ​ດາ​ປະ​ເທດ​ທັງ​ໝົດ​ໃນ​ໂລກ, ອົດ​ສະ​ຕາ​ລີ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ​ບັນ​ຫາ​ຂ້າ​ທາດ ແລະ ຂ້າ​ທາດ​ທັນ​ສະ​ໄໝ, ແລະ ສືບ​ຕໍ່​ຮັກ​ສາ​ຄຳ​ໝັ້ນ​ສັນ​ຍາ​ນັ້ນ.

​ເຫດຜົນ​ໃໝ່ ເນື້ອ​ໃນ​ເກົ່າ

ເມື່ອຕີ​ລາ​ຄາ​ກ່ຽວ​ກັບ​ບັນ​ດາ​ລະ​ດັບ​ອັດ​ຕາ​ພາ​ສີ​ໃໝ່​ຂອງ​ອຳ​ນາດ​ການ​ປົກ​ຄອງ​ ອາ​ເມ​ລິ​ກາ, ວົງ​ການ​ສັງ​ເກດ​ການ​ສາ​ກົນ ຖື​ວ່າ ການ​ຈັດ​ວາງ​ອັດ​ຕາ​ພາ​ສີ​ໃໝ່​ສະ​ແດງ​ໃຫ້​ເຫັນ​ນະ​ໂຍ​ບາຍ “​ເຫດ​ຜົນໃໝ່ ເນື້ອ​ໃນ​ເກົ່າ” ຂອງ​ທຳ​ນຽບ​ຂາວ ແລະ ມາດ​ຕາ 301 ພວມ​ຖືກ​ຫັນ​ເປັນ​ອາ​ວຸດ. ​ເລື່ອງອ້າງ​​ເຫດຜົນ ຕ້ານ​ການ​ນຳ​ໃຊ້​ແຮງ​ງານ​ບັງ​ຄັບ ໄດ້​ຮັບ​ຖື​ວ່າ​ແມ່ນ “ເສື້ອ​ຄຸມ​ດ້ານນິ​ຕິ​ກຳ” ມີ​ເວ​ລາ​ສຳຫຼວດກວ​ດຄືນ 4 ປີ ເພື່ອ​ຮັກ​ສາ​ລະ​ດັບ​ພາ​ສີ​ແບບ​ຍືນ​ຍົງ.

ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ການ​ຄ້າ​ທົ່ວ​ໂລກ (GTRI), ມ​ີ​ສຳ​ນັກ​ງານ​ຢູ່ New Dehli (ອິນ​ເດຍ), ຫຼື​ສະ​ຖາ​ບັນ​ນະ​ໂຍ​ບາຍທີ່​ກ້າວ​ໜ້າ (PPI), ມີ​ສຳ​ນັກ​ງານ​ຢູ່ Washington (ອ​າ​ເມ​ລິ​ກາ) ຖື​ວ່າ ​ບົດ​ລາຍ​ງານ​ຂອງ USTR ຂາດຫຼັກ​ຖານຕົວຈິງ​ລະ​ອຽດ​ກ່ຽວ​ກັບ​ການ​ລະ​ເມີດ​ການບັງຄັບໃຊ້ແຮງ​ງານ​ຢູ່​ແຕ່​ລະ​ປະ​ເທດ​ສະ​ເພາະ, ເຮັດ​ໃຫ້​ການ​ກະ​ທຳ​ນີ້​ມີ​ລັກ​ສະ​ນະ​ການ​ເມືອງ ແລະ ການ​ອາ​ລັກ​ຂາ​ເສດ​ຖະ​ກິດ​ທີ່​ຈະ​ແຈ້ງກວ່າ​ດ້ວຍ​​ເຫດ​ຜົນມະ​ນຸດ​ສະ​ທຳ. ທ່ານ Glenn Stevens Jr., ຫ້ອງ​ການ​ການ​ຄ້າ ເຂດ Detroit, ລັດ Michigan (ອາ​ເມ​ລິ​ກາ) ໃຫ້​ຮູ້​ວ່າ:

ພວກ​ຂ້າ​ພະ​ເຈົ້າ​ໄດ້​ແລກ​ປ່ຽນ​ກັບ​ການ​ນຳ​ວິ​ສ​າ​ຫະ​ກິດຫຼາຍ​ທ່ານ​ເປັນ​ປະ​ຈຳ ແລະ ລົງ​ຢ້ຽມ​ຢາມ​ໂຮງ​ງານ​ໃນ​ທົ່ວ​ລັດ​ໂດຍ​ກົງ, ສິ່ງ​ທີ່​ເຂົາ​ເຈົ້າ​ຢາກ​ບັນ​ລຸ​ໄດ້​ຢ່າງ​ແທ້​ຈິງ​ນັ້ນ​ແມ່ນ​ຄວາມ​ແນ່ນອນ​ໃນ​ລະ​ບົບ​ສະ​ໜອງ, ກໍ່​ຄື​ໃນ​ວຽກ​ງານ​ວາງ​ແຜນ​ຜັງ​ດຳ​ເນີນ​ທຸ​ລະ​ກິດ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຂົາ​ເຈົ້າພັດ​ບໍ່​ມີ​ສິ່ງ​ນັ້ນ ເມື່ອສະ​ພາບ​ການ​ການ​ຄ້າ ແລະ ພາ​ສີ​ອາ​ກອນ​ຢູ່ຫຼາຍ​ປະ​ເທດ, ພິ​ເສດ​ແມ່ນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ມີຫຼາຍ​ການ​ຜັ​ນ​ແປ​ຕໍ່​ເນື່ອງ, ໃນ​ຂະ​ນະ​ນັ້ນ ສະ​ຖຽນ​ລະ​ພາບ​ນີ້​ແມ່ນ​ປັດ​ໄຈ​ທີ່​ຈຳ​ເປັນ​ໃຫ້​ແກ່​ອະ​ນ​ຄົດ.

ຕາມ​ການ​ຄາດ​ຄະ​ເນ​ຈ​າກ​ທະ​ນາ​ຄານ​ກາງ ສະ​ຫະ​ລັດ ອາ​ເມ​ລິ​ກາ (Fed) ສາ​ຂາ New York ແລະ PPI, ​​ຜູ້ບໍ​ລິ​ໂພກ ແລະ ວິ​ສາ​ຫະ​ກິດ​ນຳ​ເຂົ້າ ອາ​ເມ​ລິ​ກາ ຈະຕ້ອງ​ຈ່າຍ ກວ່າ 90% ຄ່າ​ໃຊ້​ຈ່າຍ​ເພີ່ມ​ຂຶ້ນ​ຈາກ​ພາ​ສີ​ (ຄາດ​ວ່າ​ຕ້ອງ​ໃຊ້​ເງິນ​ປະ​ມານ 100 ຕື້ USD/ປີ), ຈາກ​ນັ້ນ ກໍ່​ເພີ່ມ​ຄວາມ​ກົດ​ດັນ​ໄພ​ເງິນ​ເຟີ້​ພາຍ​ໃນ​ປະ​ເທດຂຶ້ນ. ໃນ​ຕົວ​ຈິງ, ທຳ​ນຽບ​ຂາວ​ກໍ່​ມີ​ຄວາມວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ກໍ​ລະ​ນີ​ນີ້ ດັ່ງ​ນັ້ນ​ໃນ​ລະ​ດັບ​ພາ​ສີ​ໃໝ່, ມີ​ບາງ​ກໍ​ລະ​ນີ​ໄດ້​ຮັບ​ການຍົກ​ເວັ້ນ​, ໃນ​ນັ້ນ ​ມີ​ປຸ໋ຍ ແລະ ເຊື້ອ​ເພີງ​ບາງ​ຊະ​ນິດ ເຊິ່ງ​ແມ່ນ​ສິນ​ຄ້າ​ສອງ​ປະ​ເພດ​ພວມ​ຂຶ້ນ​ລາ​ຄາ​ຢ່າງແຮງ​ຍ້ອນ​ການ​ປະ​ທະ​ກັນ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ອີ​ຣານ. ພ້ອມ​ກັນ​ນັ້ນ, ອາ​ຫານ, ລົດ​ໂອ​ໂຕ, ໂລ​ຫະ​ ແລະ ຢຸກ​ຢາ​ ບາງ​ຊະ​ນິດ ກໍ່​ໄດ້ຮັບການ​ຍົກ​ເວັ້ນ​ພາ​ສີ.