ໂດຍ​ໄດ້​ຮັບ​ຄຳ​ເຊື​້ອ​ເຊີນ​ຂອງ​ທ່ານ Tharman Shanmugaratnam ປະ​ທາ​ນາ​ທິ​ບໍ​ດີ ສິງກ​ະ​ໂປ ແລະ ທ່ານ Bastian Giegerich ຜູ້​ອຳ​ນວຍ​ການ​ໃຫຍ່, ທັງ​ເປັນ​ຜູ້​ອຳ​ນວຍ​ການ​ຝ່າຍ​ບໍ​ລິ​ຫານ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ຍຸດ​ທະ​ສາດ​ສາ​ກົນ (IISS), ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ສິງ​ກະ​ໂປ ແລະ ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ Shangri – La ໃນ​ລະ​ຫວ່າງວັນ​ທີ 29 – 31 ພຶດ​ສະ​ພາ 2026. ການ​ຢ້ຽມ​ຢາມ ບໍ່​ພຽງ​ແຕ່​ປະ​ກອບ​ສ່ວນ​ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ສິງ​ກະ​ໂປ ເລິກ​ເຊິ່ງ​ຂຶ້ນ​ຕື່ມເທົ່າ​ນັ້ນ, ຫາກ​ຍັງ​ຢັ້ງ​ຢື​ນ​ບົດ​ບາດ​ທີ່ນັບ​ມື້ນ​ນັບ​ເປັນ​ເຈົ້າ​ການ, ຕັ້ງ​ໜ້າ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ ຫວຽດ​ນາມ ໃນ​ບັນ​ດາ​ບັນ​ຫາ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ ແລະ ການ​ຮ່ວມ​ມື​ໃນ​ພາກ​ພື້ນອີກ​ດ້ວຍ.

ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ສິງ​ກະ​ໂປ ຂອງ​ທ່ານ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຄັ້ງ​ນີ້ ໄດ້​ດຳ​ເນີນ​ພາຍຫຼັງ 1 ປີ ນັບ​ແຕ່​ເມື່ອ​ສອງ​ປະ​ເທດ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ແລະ ສິງ​ກະ​ໂປ ແມ່ນ​ປະ​ເທດ​ທຳ​ອິດ​​ໃນ ອາ​ຊຽນ ​ທີ່​ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄປ​ຢ້ຽມ​ຢາມ ພາຍຫຼັງ​ທີ່​ປະ​ຕິ​ບັດ​ສຳ​ເລັດ​ການ​ບູ​ລະ​ນະ​ກົງ​ຈັກ​ການ​ນຳຫຼັກ​ແຫຼ່ງ.

ເຮັດ​ໃຫ້​ການ​ພົວ​ພັນ ຫວ​ຽດ​ນາມ - ສິງ​ກະ​ໂປ ເລິກ​ເຊິ່ງ​ຂຶ້ນ​ຕື່ມ

ຈຸດ​ພົ້ນ​ເດັ່ນ​ໃນ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ສິງ​ກະ​ໂປ ໃນ​ປັດ​ຈຸ​ບັນ​ແມ່ນ​ຂົງ​ເຂດ​ເສດ​ຖະ​ກິດ, ແມ່ນ​ຕົວ​ແບບ​ທີ່​ປະ​ສົບ​ຜົນ​ສຳ​ເລັດ​ຂອງ​ການ​ພົວ​ພັນ​ຮ່ວມ​ມື​ໃນ ອາ​ຊຽນ. ​​ມີເຂດ​ອຸດ​ສາ​ຫະ​ກຳ ສິງ​ກະ​ໂປ (VSIP), ລະ​ບົບ​ເຂດ​ອຸດ​ສາ​ຫະ​ກຳ​ຕົວ​ແບບ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ສິງ​ກະ​ໂປ 20ແຫ່ງ​ທີ່ສຸມ​ໃສ່​ເຕັກ​ໂນ​ໂລ​ຢີ​ສູງ ແລະ ກາ​ນ​ພັດ​ທະ​ນາ​ແບບ​ຍືນ​ຍົງ ປະ​ກົດ​ຢູ່ຫຼາຍ​ທ້ອງ​ຖິ່ນ​ຂອງ ຫວຽດ​ນາມ. ສອງ​ຝ່າຍ​ກໍ​ພວມ​ສູ້​ຊົນ​ບັນ​ລຸ​ໄດ້ເຂດ​ອຸດ​ສາ​ຫະ​ກຳ VSIP 30 ແຫ່ງໃນ​ປີ​ນີ້.

ປັດ​ຈຸ​ບັນ, ສອງ​ປະ​ເທດ​ພວມ​ສຸ​ມ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ຢູ່​ບັນ​ດາ​ຂົງ​ເຂດ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ຄື: ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ດີ​ຈີ​ຕອນ, ເສດ​ຖະ​ກິດ​ສີ​ຂຽວ, ປັນ​ຍາ​ປະ​ດິດ, ທາດ​ເຄິ່ງ​ຊັກ​ນຳ. ນີ້​ແມ່ນ​ບັນ​ດາ​ຂົງ​ເຂດ​ທີ່​ມີ​ກຳ​ລັງ​ບົ່ມ​ຊ້ອນຫຼາຍ​ຢ່າງ ເຊິ່ງ​ສອ​ງ​ຝ່າຍ​ກຳ​ນົດ​ວ່າ ແມ່ນ​ເສົາ​ຄ້ຳ​ໃນ​ການ​ເຊື່ອມ​ຕໍ່​ການ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ ຫວຽດ​ນາມ - ສິ​ງ​ກະ​ໂປ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ໃນ​ສະ​ພາບ​ການ​ນັ້ນ, ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດຢູ່ ສິງ​ກະ​ໂປ ​ຂອງ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ສອງ​ປະ​ເທດ​ ​ຮ່ວມ​ມືກັນ​ໃນຫຼາຍ​ຂົງ​ເຂດ​ສຳ​ຄັນ, ຍຸດ​ທະ​ສາດ ເຂົ້າ​ສູ່​ລວງ​ເລິກ, ໂດຍ​ສະ​ເພາະ​ແມ່ນ​ບັນ​ດາ​ຂົງ​ເຂດ​ທີ່​ມີ​ກຳ​ລັງ​ບົ່ມ​ຊ້ອນ​ດັ່ງ​ກ່າວ. ທ່ານ ຫງວຽນ​ແມ້ງ​ເກື່ອງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໃຫ້​ຮູ້​ວ່າ:

“ໃນ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້, ສອງ​ປະ​ເທດ​ຈະ​ຊຸກ​ຍູ້​ການ​ຮ່ວມ​ມື​ກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ເຕັກ​ໂນ​ໂລ​ຢີ. ​ຫວຽດ​ນາມ ​ຈະ​ຜັນ​ຂະ​ຫຍາຍ​ຂໍ້​ລິ​ເລີ່ມ​ເຊື່ອມ​ຕໍ່​ເຕັກ​ໂນ​ໂລ​ຢີ TechConnect ຫວຽດ​ນາມ - ສິງ​ກະ​ໂປ ເພື່ອ​ແນ​ໃສ່​ເຊື່ອມ​ຕໍ່ ລັດ, ນັກ​ວິ​ທະ​ຍາ​ສາດ ແລະ ວິ​ສາ​ຫະ​ກິດ ເພື່ອ​ນຳ​ການ​ຮ່ວມ​ມື​ເຊື່ອມ​ຕໍ່​ເຕັກ​ໂນ​ໂລ​ຢີ​ລະ​ຫວ່າງ​ສອງ​ປະ​ເທດ ເຂົ້າ​ໃນການ​ປະ​ຕິ​ບັດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ແທດ​ຈິງ. ແລະມຸ່ງ​ໄປ​ເຖິງ​ການ​ຊຸກ​ຍູ້​ສ້າງ​ຕັ້ງ​ພື້​ນ​ທີ່, ລະ​ບົບ​ນິ​ເວ​ດ​ກ່ຽວ​ກັບ​ການຮ​່ວມ​ມື​ເຊື່ອມ​ຕ​ໍ່​ເຕັກ​ໂນ​ໂລ​ຢີລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ - ສິງ​ກະ​ໂປ”.

ຢັ້ງ​ຢືນ​ບົດ​ບາດ, ​ສຽງ​ເວົ້າ​ຂອງ ຫວຽດ​ນາມ ໃນ​ໂຄງ​ປະ​ກອບ​ພາ​ກ​ພື້ນ

ຢູ່​ສິງ​ກະ​ໂປ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ໄດ້​ເຂົ້າ​ຮ່ວມ ແລະ ມີ​ບົດ​ຄຳ​ເຫັນ​ເປີດ​​ຄຳ​ນຳ​ສະ​ເໜີ​ໃນ​ກອງ​ປະ​ຊຸມ​ Shangri – la 2026. ນີ້​ແມ່ນ​ເວ​ທີ​ປາ​ໄສ​ຄວາມ​ໝັ້ນ​ຄົງ, ການ​ປ້ອງ​ກັນ​ຊ​າດທີ່​ມີ​ຜົນ​ສະ​ທ້ອນ​ແຖວ​ໜ້າ​ໃນ​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ, ໂດຍ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ຍຸດ​ທະ​ສາດ​ສາ​ກົນ ສ້າງ​ຕັ້ງ​ຂຶ້ນ​ແຕ່​ປີ 2002. ກອງ​ປະ​ຊຸມ​​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນກວ່າ 550 ທ່ານ ທີ່​ມາ​ຈາກ​ບັນ​ດາ​ອົງ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງກວ່າ 40 ປະ​ເທດ​ໃນ​ໂລກ ເຕົ້າ​ໂຮມ​ກັນ​ເພື່ອແບ່ງ​ປັນ​ກ່ຽວ​ກັບ​ວິ​ໄສ​ທັດ ແລະ ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ຍຸດ​ທະ​ສາດ, ການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ.

ເລື່ອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ມີ​ບົດ​ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ Shangri – la ກໍ​່​ແມ່ນ​ໂອ​ກາດ​ເພື່ອ​ໃຫ້ ຫວຽດ​ນາມ ສົ່ງ​ສານ​ຂໍ້​ຄວາມ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ວິ​ໄສ​ທັດ​ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ: ບໍ່​ເລືອກ​ຝ່າຍ​ສູ້​ຢັນ​ກັນ, ບໍ່​ແລ່ນ​ຕາມ​ການ​ແກ້ງ​ແຍ້ງ​ສິດ​ອຳ​ນາດ, ຫາກ​ຊຸກ​ຍູ້​ການ​ຮ່ວມ​ມື, ການ​ສົນ​ທະ​ນາ ແລະ ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຍຸດ​ທະ​ສາດ. ໃນ​ສະ​ພາບ​ການ​ເກີດ​ມີຫຼາຍ​ຈຸດ​ຮ້ອນ​ເຮັ່ງ​ທາງ​ດ້ານ​ຄວາມ​ໝັ້ນ​ຄົງ​ຍັງ​ຊ້ອນ​ແຝ​ງ​ຄວາມ​ສ່ຽງ​ເພີ່ມ​ຂຶ້ນ​ນັ້ນ, ສຽງ​ເວົ້າ​ຍົກ​ສູງກົດ​ໝາຍ​ສາ​ກົນ, ເຄົາ​ລົບ​ອະ​ທິ​ປະ​ໄຕ ແລະ ຮັບ​ປະ​ກັນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຂອງ ຫວຽດ​ນາມ ນັ້ນ ຍິ່ງ​ມີ​ຄຸນ​ຄ່າກວ່າ​ອີກ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫງວຽນ​ແມ້​ງ​ເກື່ອງ ຊີ້​ແຈ້ງວ່າ:

“ຫວຽດ​ນາມ ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ ເພາະ​ວ່າ ພວກ​ເຮົາ​ມີ​ການ​ເຊື່ອມ​ໂຍງ​ກັບ​ໂລກ ແລະ ພາກ​ພື້ນ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ, ແຕ່​ພວກ​ເຮົາ​ຍັງ​ຮັກ​ສາ​ໄດ້​ນະ​ໂຍ​ບາຍ​ເອ​ກະ​ລາດ​ເປັນ​ເຈົ້າ​ຕົນ​ເອງ. ​ບົດ​ກ່າວ​ຄຳ​ເຫັນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຢູ່​ເວ​ທີ​ປ​າ​ໄສ ເຈ​ລະ​ຈາ Shangri-la ຄັ້ງ​ນີ້ ຈະ​ສົ່ງ​ສານ​ຂໍ້​ຄວາມ ແລະ ບັນ​ດາ​ທັດ​ສະ​ນະ​ຂອງ ຫວຽດ​ນາມ ກ່ຽວ​ກັບ​ການກຳ​ນົດ​ທິດ​ຍຸດ​ທະ​ສາດ ເພື່ອ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ທີ່​ເກີດ​ຂຶ້ນ​ໃນ​ວິ​ວັດ​ທະ​ນາ​ການ​ຫັນ​ປ່ຽນ​ໂຄງ​ປະ​ກອບ​ຂອງ​ພາກ​ພື້ນ ແລະ ສາ​ກົນ”.

ທ່ານ ເຈິ່ນ​ເຟືອກ​ແອັງ ເອກ​ອັກ​ຄະ​ລັດ​ຖຸ​ະ​ທູດ ຫວຽດ​ນາມ ປະ​ຈຳ ສິງ​ກະ​ໂປ ຢັ້ງ​ຢືນ​ວ່າ:

“ເມື່ອ​ການ​ນຳ​ສູງ​ສຸດ​ຂອງ ຫວຽດ​ນາມ ເປັນ​ຜູ້​ປະ​ຖະ​ກະ​ຖາ​ນັ້ນ ກໍ​ແມ່ນ​ຂີດ​ໝາຍ​ໜຶ່ງ​ທີ່​ສຳ​ຄັນ. ນີ້​ກໍ​ແມ່ນ​ໂອ​ກາ​ດ​ເພື່ອ​ສົ່ງ​ສານ​ຂໍ້​ຄວາມ, ຜ່ານ​ນັ້ນ ​ກໍ່ສະ​ແດງ​ໃຫ້​ເຫັນ​ທີ່​ຕັ້ງ, ອິດ​ທິ​ພົນ​ຊື່​ສຽງ ແລະ ສຽງ​ເວົ້າ​ຂ​ອງ ຫວຽດ​ນາມ ໃນ​ເວ​ທີ​ສາ​ກົນ, ພິ​ເສດ​ແມ່ນ​ໃນ​ຂ​ົງ​ເຂດ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງ​ພາກ​ພື້ນ ແລະ​ ໃນ​ໂລກ.”

ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ສິງ​ກະ​ໂປ ແລະ ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ເຈ​ລະ​ຈາ Shangri-la ຂອງ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ແມ່ນ​ບາດ​ກ້າວ​ເດີນ​ທາງ​ການ​ຕ່າງ​ປະ​ເທດ​ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ. ນັ້​ນ​ທັງ​ແມ່ນ​ການ​ສືບ​ທອດ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ​ຂອງ ຫວຽດ​ນາມ, ທັງ​ສະ​ແດງ​ໃຫ້​ເຫັນ​ທີ່​ຕັ້ງ​ຂອງ ຫວຽດ​ນາມ ​ທີ່​ນັບ​ມື້​ນັບ​ສູງ​ຂຶ້ນໃນ​ເວ​ທີ​ສາ​ກົນ​ໄດ້​ຢ່າງ​ຈະ​ແຈ້ງ. ໃນ​ສະ​ພາບ​ການ​ໂລກ​ທີ່​ຂາດຄວາມ​ໝັ້ນ​ທ່ຽງ​ຄື​ປັດ​ຈຸ​ບັນ, ຫວຽດ​ນາມ ພວມ​ຊີ້​ໃຫ້​ເຫັນ​ຮູບ​ພາບ​ປະ​ເທດ ຫວຽດ​ນາມ ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ, ເປັນ​ເຈົ້າ​ການ, ກຽມ​ພ້ອມ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ພັ​ດ​ທະ​ນາ​ຂອງ​ພາກ​ພື້ນ ກໍ​ຄື ທົ່ວ​ໂລກ./.