ບົດ​ລາຍ​ງານ​ຢັ້ງ​ຢືນ​ເສດ​ຖະ​ກິດ - ສັງ​ຄົມ ປີ 2026 ບັນ​ລຸ​ໄດ້​ຫຼາຍ​ໝາກ​ຜົນ​ສຳ​ຄັນ​, ຮອບ​ດ້ານ​ພໍ​ສົມ​ຄວນ​, ສ້າງ ແລະ ປັບ​ປຸງ​ບັນ​ດາ​ພື້ນ​ຖານ​ສຳ​ຄັນ​ສຳ​ລັບ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ​ເທື່ອ​ລະ​ກ້າວ​. ບົດ​ລາຍ​ງານ​ກໍ່​ຍົກ​ອອກ​ຫຼາຍ​ມາດ​ຕະ​ການ ເພື່ອ​ແນ​ໃສ່​ປະ​ຕິ​ບັດ​ເປົ້າ​ໝາຍ​ເຕີບ​ໂຕ 2 ຕົວ​ເລກ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​.

ໃນ​ສະ​ພາບ​ການ​ສາ​ກົນ​, ພາກ​ພື້ນ​ມີ​ການ​ຜັນ​ແປ​ສັບ​ສົນ​ທີ່​ສຸດ​, ຫຼາຍ​ບັນ​ຫາ​ໃໝ່​ເກີດ​ຂຶ້ນ​ລື່ນ​ກາຍ​ການ​ຄາດ​ຄະ​ເນ​, ປີ 2026, ຫວຽດ​ນາມ ຍັງ​ຄົງ​ບັນ​ລຸ​ໄດ້​ໝາກ​ຜົນ​ສຳ​ຄັນ​ຫຼາຍ​ຢ່າງ​, ຮອບ​ດ້ານ​ກ່ຽວ​ກັບ​ດ້ານ​ເສດ​ຖະ​ກິດ - ສັງ​ຄົມ​ພໍ​ສົມ​ຄວນ​. ຄາດ​ຄະ​ເນ​ຈະ​ບັນ​ລຸ ແລະ ລື່ນ​ກາຍ 14/15 ເປົ້າ​ໝາຍ​ເສດ​ຖະ​ກິດ - ສັງ​ຄົມ​ຕົ້ນ​ຕໍ​.

​ບັນ​ດາ​ໝາກ​ຜົນ​ພົ້ນ​ເດັ່ນ​

ໝາກ​ຜົນ​ພົ້ນ​ເດັ່ນ​ທຳ​ອິດ​ທີ່ ທ່ານ ເລ​ມິງ​ຮືງ​, ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ເຕື້ອງ​ເຖິງ​ໃນ​ບົດ​ລາຍ​ງານ​ແມ່ນ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ສູງ ຕິດ​ພັນ​ກັບ​ຄວາມ​ສະ​ຖຽນ​ລະ​ພາບ​ມະ​ຫາ​ພາກ​, ຄວບ​ຄຸມ​ໄພ​ເງິນ​ເຟີ້​, ຮັບ​ປະ​ກັນ​ຄວາມ​ດຸນ​ດຽງ​ໃຫຍ່​; ບັນ​ດາ​ກຳ​ລັງ​ໜູນ​ເຕີບ​ໂຕ​ໄດ້​ເສີມ​ຂະ​ຫຍາຍ​, ສ້າງ​ພື້ນ​ຖານ​ໃຫ້​ແກ່​ການ​ປ່ຽນ​ໃໝ່​ຮູບ​ແບບ​ການ​ພັດ​ທະ​ນາ​.

ຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ປະ​ເທດ (GDP) ໄຕ​ມາດ III ບັນລຸ ລະດັບເຕີບໂຕ 9,95%; ໃນ 9 ເດືອນ​ບັນລຸ 9,01%. ຕາມ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແລ້ວ​, ໝາກ​ຜົນ​ນີ້​ນອນ​ໃນ​ລະ​ດັບ​ສູງ​ຂອງ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ແລະ ໃນ​ໂລກ​. ໃນ​ຂະ​ນະ​ນັ້ນ​, ດັດ​ສະ​ນີ​ລາ​ຄາ​ໃຊ້​ສອຍ (CPI) ສະ​ເລ່ຍ 9 ເດືອນ​ເພີ່ມ​ຂຶ້ນ​ຢູ່​ໃນ​ລະ​ດັບ 4,52%. ຫວຽດ​ນາມ ກໍ່​ຮັບ​ປະ​ກັນ​ແຫຼ່ງ​ສະ​ໜອງ​, ຮັກ​ສາ​ລາ​ຄາ​ນຳ​້​ມັນ​ຢູ່​ລະ​ດັບ​ຕຳ​່​ເມື່ອ​ທຽບ​ໃສ່​ລາ​ຄາ​ຢູ່​ພາກ​ພື້ນ​. ເປັນ​ຄັ້ງ​ທຳ​ອິດ​, ຕະ​ຫຼາດ​ຫຼັກ​ຊັບ​ໄດ້​ຍົກ​ເປັນ​ລະ​ດັບ Moody’s , ຍົກ​ແງ່​ຫວັງ​ຂອງ ຫວຽດ​ນາມ ຢູ່​ລະ​ດັບ “ເປັນ​ປົກ​ກະ​ຕິ​” ຂຶ້ນ​ເປັນ “ຕັ້ງ​ໜ້າ​”. ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຕີ​ລາ​ຄາ​ສູງ​ກຳ​ລັງ​ທົນ​ທານ ແລະ ແງ່​ຫວັງ​ເຕີບ​ໂຕ​ຂອງ ຫວຽດ​ນາມ​. ການ​ສົ່ງ​ອອກ - ນຳ​ເຂົ້າ​ທັງ​ປີ​ຄາດ​ວ່າ​ບັນ​ລຸ 1.110 ຕື້​ໂດລາ​ສະ​ຫະ​ລັດ​, ເປັນ​ຄັ້ງ​ທຳ​ອິດ​ລື່ນ​ກາຍ​ລະ​ດັບ​ກວ່າ 1.000 ຕື້​ໂດລາ​ສະ​ຫະ​ລັດ​.

ໃນ​ບົດ​ລາຍ​ງານ​, ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮືງ ກໍ່​ໃຫ້​ຮູ້​ຕື່ມ​ອີກ​ວ່າ​:

“ລັດ​ຖະ​ບານ​ໄດ້ ແລະ ພວມ​ຍື່ນ​ສະ​ເໜີ​ສະ​ພາ​ແຫ່ງ​ຊາດ​ກົດ​ໝາຍ​, ມະ​ຕິ​ສຳ​ຄັນ​ຫຼາຍ​ສະ​ບັບ ດ້ວຍ​ບັນ​ດາ​ກົນ​ໄກ​, ນະ​ໂຍ​ບາຍ​ບຸກ​ທະ​ລຸ ເພື່ອ​ໜູນ​ຊ່ວຍ​ການ​ຜະ​ລິດ ດຳ​ເນີນ​ທຸ​ລະ​ກິດ​, ພິ​ເສດ​ແມ່ນ​: ຍົກ​ເວັ້ນ​, ຫລຸດ​ຜ່ອນ​ພາ​ສີ​ອາ​ກອນ​, ຍົກ​ລະ​ດັບ​ເກັບ​ພາ​ສີ​; ກົນ​ໄກ​ກະ​ໂດດ​ຂັ້ນ​ເພື່ອ​ລະ​ດົມ​ແຫຼ່ງ​ກຳ​ລັງ​ໃຫ້​ແກ່​ບັນ​ດາ​ເຂດ​, ພາກ​ສ່ວນ​ເຕີບ​ໂຕ​; ຫັນ​ຈາກ​ການ​ໜູນ​ຊ່ວຍ​ໄປ​ເປັນ​ການ​ພັດ​ທະ​ນາ​ວິສາ​ຫະ​ກິດ​ຢ່າງ​ແຮງ​, ພິ​ເສດ​ແມ່ນ​ວິ​ສາ​ຫະ​ກິດ​ພາກ​ເອ​ກະ​ຊົນ​; ແກ້​ໄຂ​ແຫຼ່ງ​ກຳ​ລັງ​ດ້ານ​ທີ່​ດິນ​, ພັດ​ທະ​ນາ​ເຮືອນ​ຢູ່​ສັງ​ຄົມ​, ເຮືອນ​ໃຫ້​ເຊົ່າ​; ແກ້​ໄຂ​ເດັດ​ຂາດ​, ມີ​ປະ​ສິດ​ທິ​ຜົນ​ບັນ​ດາ​ບັນ​ຫາ​ຄົງ​ຄ້າງ​ແກ່​ຍາວ​, ພິ​ເສດ​ແມ່ນ​ບັນ​ດາ​ໂຄງ​ການ​ກ່ຽວ​ກັບ​ທີ່​ດິນ​, ພະ​ລັງ​ງານ​, ສາ​ທາ​ລະ​ນະ​ສຸກ​”.

ເປົ້າ​ໝາຍ​ເຕີບ​ໂຕ​ປີ 2027 ກວ່າ 10%, GDP ສະ​ເລ່ຍ​ໃສ່​ຫົວ​ຄົນ​ບັນ​ລຸ 6.100 ໂດລາ​ສະ​ຫະ​ລັດ​

ບົດ​ລາຍ​ງານ​ກ່ຽວ​ກັບ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ປີ 2027, ທ່ານ ເລ​ມິງ​ຮືງ​, ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ຊີ້​ແຈ້ງ​ເປົ້າ​ໝາຍ​ເຕີບ​ໂຕ GDP ກວ່າ 10% ຕິດ​ພັນ​ກັບ​ການ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ເສດ​ຖະ​ກິດ​ມະ​ຫາ​ພາກ​, ຄວບ​ຄຸມ​ໄພ​ເງິນ​ເຟີ້​, ຮັບ​ປະ​ກັນ​ບັນ​ດາ​ຄວາມ​ດຸນ​ດຽງ​ໃຫຍ່​. ດ້ວຍ​ເປົ້າ​ໝາຍ​ສຳ​ຄັນ​ອື່ນ​ອີກ​ແມ່ນ GDP ສະ​ເລ່ຍ​ໃສ່​ຫົວ​ຄົນ​ບັນ​ລຸ 6.100 ໂດລາ​ສະ​ຫະ​ລັດ​. ລັດ​ຖະ​ບານ​ກໍ່​ກຳ​ນົດ​ພັດ​ທະ​ນາ​ກົມ​ກຽວ​ກັບ​ເສດ​ຖະ​ກິດ​, ວັດ​ທະ​ນະ​ທຳ​, ສັງ​ຄົມ ແລະ ສິ່ງ​ແວດ​ລ້ອມ​; ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ​, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​; ປັບ​ປຸງ​ການ​ປ້ອງ​ກັນ​ຊາດ​, ປ້ອງ​ກັນ​ຄວາມ​ສະ​ຫງົບ​.

ຫຼາຍ​ໜ້າ​ທີ່​, ມາດ​ຕະ​ການ​ໂດຍ​ລັດ​ຖະ​ບານ​ວາງ​ອອກ​ເພື່ອ​ຫັນ​ບັນ​ດາ​ເປົ້າ​ໝາຍ​ນີ້​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ​, ໃນ​ນັ້ນ​, ກ່ອນ​ອື່ນ​ໝົດ​ແມ່ນ​ສຸມ​ໃສ່​ຊຸກ​ຍູ້​ການ​ເຕີບ​ໂຕ ຕິດ​ພັນ​ກັບ​ການ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ໃຫ້​ສະ​ຖຽນ​ລະ​ພາບ​. ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ຮູ້​ວ່າ​: ເປົ້າ​ໝາຍ​ສູ້​ຊົນ​ເພີ່ມ​ລາຍ​ຮັບ​ງົບ​ປະ​ມານ​ຂອງ​ລັດ​ປະ​ມານ 9,1%, ປະ​ຢັດ​ລາຍ​ຈ່າຍ​ປະ​ຈຳ​ຢ່າງ​ເດັດ​ຂາດ​.

ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ຮູ້​ວ່າ ຈະ​ພັດ​ທະ​ນາ​ໂຄງ​ປະ​ກອບ​ພື້ນ​ຖານ​ໂຄງ​ລ່າງ​ຍຸດ​ທະ​ສາດ​ໃຫ້​ຄົບ​ຊຸດ​, ທັນ​ສະ​ໄໝ​, ພິ​ເສດ​ແມ່ນ​ບັນ​ດາ​ໂຄງ​ການ​ສຳ​ຄັນ​, ຈຸດ​ສຸມ​, ເຊື່ອມ​ຕໍ່​ເຂດ​. ໃນ​ນັ້ນ​, ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ ຄຳ​ຮຽກ​ຮ້ອງ​ຍູ້​ໄວ​ຄວາມ​ຄືບ​ໜ້າ​ຂອງ​ສະ​ໜາມ​ບິນ ລອງ​ແທັ່ງ ແລະ ຢາ​ບິ່ງ​.

ຄຽງ​ຄູ່​ກັນ​ນັ້ນ​, ປີ 2027, ຫວຽດ​ນາມ ສືບ​ຕໍ່​ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ ແລະ ການ​ເຊື່ອມ​ໂຍງ​ສາ​ກົນ​, ພິ​ເສດ​ແມ່ນ​ການ​ທູດ​ເສດ​ຖະ​ກິດ​, ການ​ທູດ ເຕັກ​ໂນ​ໂລ​ຊີ​. ທ່ານ​ກ່າວ​ວ່າ​:

“ຜັນ​ຂະ​ຫຍາຍ​ໝາກ​ຜົນ​ຂອງ​ມະ​ຕິ 06-ມຕ/​ສກ ແລະ 59 - ມຕ/​ສກ ກ່ຽວ​ກັບ​ການ​ພົວ​ພັນ​ຕ່າງ​ປະ​ເທດ​, ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ໃນ​ສະ​ພາບ​ການ​ໃໝ່​ໃຫ້​ມີ​ປະ​ສິດ​ທິ​ຜົນ​. ຢຶດ​ໝັ້ນ​ແນວ​ທາງ​ການ​ພົວ​ພັນ​ຕ່າງ​ປະ​ເທດ ເອ​ກະ​ລາດ​, ເປັນ​ເຈົ້າ​ຕົນ​ເອງ​, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​, ຫັນ​ເປັນ​ຫຼາຍ​ຝ່າຍ​, ຫຼາຍ​ຮູບ​ຫຼາບ​ແບບ​; ຕິດ​ພັນ​ກັບ​ສະ​ພາບ​ການ​ສາ​ກົນ​, ເປັນ​ເຈົ້າ​ການ​ຍຸດ​ທະ​ສາດ​, ບໍ່​ປະ​ໃຫ້​ຕົກ​ໃນ​ທ່າ​ຮັບ​, ບັງ​ເອີນ​ໃນ​ທຸກ​ສະ​ພາບ​ການ​. ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​, ຍົກ​ລະ​ດັບ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ຫຼາຍ​ຝ່າຍ​, ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ລວມ​ຂອງ​ພາກ​ພື້ນ ແລະ ຢູ່​ໃນ​ໂລກ​. ສຸມ​ໃສ່​ກະ​ກຽມ​, ຈັດ​ຕັ້ງ​ປີ APEC 2027 ໃຫ້​ເປັນ​ຢ່າງ​ດີ​, ປະ​ກອບ​ສ່ວນ​ໂຄ​ສະ​ນາ​ພາບ​ພົດ ແລະ ຍົກ​ສູງ​ທີ່​ຕັ້ງ​ຂອງ​ປະ​ເທດ​ບົນ​ເວ​ທີ​ສາ​ກົນ​”.

ນາ​ຍົກ​ລັດ​ຖະ​ມົນ​ຕີ ຢັ້ງ​ຢືນ​ໜ້າ​ທີ່​ແຕ່​ນີ້​ຮອດ​ທ້າຍ​ປີ 2026 ແລະ ໃນ​ປີ 2027 ແມ່ນ​ໜັກ​ໜ່ວງ ແລະ ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ​, ຮຽກ​ຮ້ອງ​ໃຫ້​ທຸກ​ຂັ້ນ​, ບັນ​ດາ​ຂະ​ແໜງ​ການ​, ບັນ​ດາ​ທ້ອງ​ຖິ່ນ​ເສີມ​ຂະ​ຫຍາຍ​ນຳ​້​ໃຈ​ສາ​ມັກ​ຄີ​, ຮ່ວມ​ແຮງ​ຮ່ວມ​ໃຈ​, ຕັດ​ສິນ​ໃຈ​ສູງ​ກວ່າ​, ມາ​ນະ​ພະ​ຍາ​ຍາມ​ຫຼາຍ​ກວ່າ​, ເຄື່ອນ​ໄຫວ​ມີ​ຈຸດ​ສຸມ ແລະ ເດັດ​ຂາດ​ກວ່າ ເພື່ອ​ປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​ເປົ້າ​ໝາຍ​ໄດ້​ວາງ​ອອກ​./.

Van