ການປັບໄໝຄັ້ງສະຖິຕິເຊິ່ງ EC ໄດ້ຈັດວາງສຳລັບ Google ນັ້ນ ແມ່ນສືບຕໍ່ບັນດາການກະທຳຂອງ EU ໃນຊຸມປີຜ່ານມາໃນການຮັດກຸມການເຄື່ອນໄຫວຂອງບັນດາກຸ່ມບໍລິສັດເຕັກໂນໂລຢີໃຫຍ່ (Big Tech) ຕ່າງປະເທດ, ໂດຍສະເພາະແມ່ນ ອາເມລິກາ ແລະ ຈີນ, ຍ້ອນບັນດາຄວາມວິຕົກກັງວົນກ່ຽວກັບຄວາມໝັ້ນຄົງ ແລະ ອະທິປະໄຕທາງເຕັກໂນໂລຢີ.
ຍູ້ແຮງການຄວບຄຸມ
ໃນແຈ້ງການກ່ຽວກັບການປັບໄໝ Google ທີ່ໜັກນີ້, EC ຖືວ່າ ກຸ່ມບໍລິສັດເຕັກໂນໂລຢີ ອາເມລິກາ ໄດ້ສວຍໃຊ້ທີ່ຕັ້ງຂອງປະເທດມະຫາອຳນາດເພື່ອໃຫ້ບຸລິມະສິດບັນດາການບໍລິການຂອງຕົນ ແລະ ຈຳກັດການແກ້ງແຍ້ງ. ນີ້ແມ່ນລະດັບປັບໄໝໃຫຍ່ທີ່ສຸດ ເຊິ່ງ EU ຈັດວາງສຳລັບວິສາຫະກິດໜຶ່ງຕາມຂອບເຂດຂອງກົດໝາຍ DMA ນັບແຕ່ເມື່ອກົດໝາຍສະບັບນີ້ມີຜົນສັກສິດໃນປີ 2024. ຕາມ EC ແລ້ວ, ບ້ວງປັບໄໝ Google ໃຫ້ບຸລິມະສິດປະກົດບັນດາການບໍລິການຂອງຕົນມີມູນຄ່າປະມານ 538 ລ້ານ USD, ສ່ວນບ້ວງທີ່ຍັງເຫຼືອມີມູນຄ່າປະມານ 503 ລ້ານ USD ແມ່ນກ່ຽວຂ້ອງເຖິງເລື່ອງ Google ບໍ່ອະນຸຍາດໃຫ້ບັນດາບໍລິສັດພັດທະນາແອັບຟຼີເຄຊັນມີຂໍ້ຄວາມແຈ້ງການເຖິງຜູ້ນຳໃຊ້ ກ່ຽວກັບບັນດາໂປຼເຄຊັບູລິມະສິດ ຫຼື ແບບວິທີຊຳລະຢູ່ນອກສາງ Google Play ໃນໄລຍະແຕ່ເດືອນ ມີນາ 2024 ຫາເດືອນທັນວາ 2025.
ຕາມທ່ານນາງ Teresa Ribera ຮອງປະທານຝ່າຍບໍລິຫານ EC, ຜູ້ຮັບຜິດຊອບການແກ້ງແຍ້ງ ແລ້ວ, ຜູ້ບໍລິໂພກ ເອີຣົບ ມີສິດເຂົ້າເຖິງສຳຜັດກັບບັນດາການເລືອກເຟັ້ນ ແລະ ລາຄາທີ່ດີທີ່ສຸດ. ຝ່າຍ EC ກໍປະຕິເສດບັນດາຄຳຕຳໜິຂອງ Google ກ່ຽວກັບການ “ຈຳແນກການປະພຶດ” ເມື່ອໃຫ້ຮູ້ວ່າ ກ່ອນທີ່ຍົກອອກມາດຕະການປັບໄໝ, EC ໄດ້ດຳເນີນກອງປະຊຸມກັບ Google ເກືອບ 90 ຄັ້ງ ໃນຕະຫຼອດວິວັດທະນາການສືບສວນ, ຜ່ານນັ້ນ ກໍມີບັນດາພະຍານຫຼັກຖານອັນໝັ້ນແກ່ແນ່ນອນ. ທ່ານ Thomas Regnier ໂຄສົກຂອງ EC ຖະແຫຼງວ່າ:
“ກ່ຽວກັບບັນດາຖະແຫຼງການຂອງ Google ຖືວ່າ ພວກຂ້າພະເຈົ້າພວມເຮັດໃຫ້ຄຸນນະພາບຜະລິດຕະພັນຫຼຸດລົງ ຫຼື ກີດຂວາງບັນດາບໍລິສັດ ອາເມລິກາ ປ່ຽນແປງໃໝ່ ຫຼື ເຄື່ອນໄຫວຢູ່ EU ນັ້ນ, ແຕ່ຄວາມຈິງແມ່ນກົງກັນຂ້າມ. ຂ້າພະເຈົ້າຈະເຮັດແຈ້ງບັນຫານີ້. ສະພາບການໃນປັດຈຸບັນ ແມ່ນມີຄົນ “ຍາມປະຕູ” ພວມກົດໜ່ວງການປ່ຽນແປງໃໝ່ຂອງ ເອີຣົບ, ກໍຄືກີດຂວາງບັນດາບໍລິສັດ ເອີຣົບ ແກ້ງແຍ້ງ ແລະ ປ່ຽນແປງໃໝ່ຢ່າງຍຸຕິທຳ. ຍ້ອນເຫດນັ້ນ, ຜ່ານບັນດາຄຳສະຫຼຸບເຫຼົ່ານີ້, ພວກຂ້າພະເຈົ້າຮຽກຮ້ອງໃຫ້ Google ຕ້ອງປະຕິບັດຕາມກົດໝາຍວ່າດ້ວຍຕະຫຼາດເຕັກນິກດີຈີຕອນ (DMA) ແລະ ຮັບປະກັນສະພາບແວດລ້ອມທີ່ມີຄວາມຍຸຕິທຳ, ຢ່າງໜ້ອຍສຸດແມ່ນໃນຂອບເຂດສະຫະພາບເອີຣົບ”.
ຕາມ EC ແລ້ວ, Google ຕ້ອງປະຕິບັດບັນດາຄຳຮຽກຮ້ອງຢ່າງຄົບຖ້ວນພາຍໃນເວລາ 60 ວັນ, ຖ້າບໍ່ດັ່ງນັ້ນ ອາດຈະປະເຊີນໜ້າກັບບັນດາບ້ວງປັບໄໝລົງໂທດເພີ່ມເຕີມຕາມລາຍວັນ.
ຂອບເຂດການປະນິປະນອມ
ມາດຕະການລົງໂທດໃໝ່ຂອງ EC ຈັດວາງຕໍ່ Google ພວມເຮັດໃຫ້ເພີ່ມຄວາມເຄັ່ງຕຶງໃນຂົງເຂດທີ່ນັບມື້ນັບໄດ້ເຫັນປະຈັກຕາມີການແກ້ງແຍ້ງ ແລະ ຂັດແຍ້ງກັນຢ່າງຮ້າຍແຮງລະຫວ່າງ EU ແລະ ອາເມລິກາ: ຂົງເຂດຄວບຄຸມເຕັກໂນໂລຢີ. ໃນຂະນະນັ້ນ, EU ຖືກົດໝາຍວ່າດ້ວຍການຕະຫຼາດເຕັກນິກດີຈີຕອນ (DMA) ແລະ ກົດໝາຍວ່າດ້ວຍການບໍລິການດີຈີຕອນ (DSA) ແມ່ນອາວຸດເພື່ອປົກປ້ອງອະທິປະໄຕເຕັກໂນໂລຢີຂອງກຸ່ມນີ້, ສ່ວນ ອຳນາດການປົກຄອງ ອາເມລິກາ ພັດຖືນີ້ແມ່ນເຄື່ອງມືແນໃສ່ທຳລາຍກຳລັງແຮງຂອງບັນດາ Big Tech ອາເມລິກາ ຢູ່ຕະຫຼາດ ເອີຣົບ.
ພາຍຫຼັງມາດຕະການລົງໂທດໃໝ່ຂອງ EC ເລັ່ງໃສ່ Google, ວັນທີ 24 ກໍລະກົດ, ທ່ານ Donald Trump ນາບຂູ່ວ່າ EC “ຈະຕ້ອງເສຍລາຄາແພງທີ່ສຸດ” ຍ້ອນການກະທຳທີ່ທ່ານຖືວ່າ “ລະເມີດກົດໝາຍ”. ທ່ານປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ທ່ານຈະເລີ່ມດຳເນີນການສືບສວນຕາມມາດຕາ 301 ຂອງກົດໝາຍວ່າດ້ວຍການຄ້າ ປີ 1974 ໃນທັນທີ, ພ້ອມທັງຄາດຄະເນວ່າ ຈະຈັດວາງ “ອັດຕາພາສີສູງພໍສົມຄວ ນ ສຳລັບ EU ໃນເວລາໄວສຸດເທົ່າທີ່ໄວໄດ້. ບໍ່ມີພຽງແຕ່ມີທ່ານ Donald Trump ເທົ່ານັ້ນ, ປັດຈຸບັນ, ໃນວົງການນັກການເມືອງ ແລະ ນັກຊ່ຽວຊານ ອາເມລິກາ ກໍພວມມີຫຼາຍທ່ານສະແດງທັດສະນະແຂງກ້າດ້າງກັບ EU ເຊັ່ນດຽວກັນ.
ຄຳຖາມຕັ້ງມາແມ່ນ ຕໍ່ບັນດາຄຳນາບຂູ່ໂຕ້ຕອບດ້ານການຄ້າຂອງ ອາເມລິກາ EU ຈະຍອມຖອຍໜຶ່ງບາດກ້າວຫຼືບໍ. ຕາມວົງການນັກສັງເກດການແລ້ວ, EU ຍາກທີ່ຈະປະນິປະນອມໃນບັນດາບັນຫາກ່ຽວຂ້ອງເຖິງກົດໝາຍ DMA ແລະ DSA, ຍ້ອນວ່າ ນີ້ໄດ້ຮັບຖືວ່າແມ່ນຂອບເຂດສຸດທ້າຍເພື່ອປົກປັກຮັກສາອະທິປະໄຕດ້ານເຕັກໂນໂລຢີຂອງ EU, ໃນສະພາບການທີ່ EU ພວມຖອຍຫຼັງກ່ຽວກັບເຕັກໂນໂລຢີຫຼາຍພໍສົມຄວນ ເມື່ອທຽບໃສ່ ອາເມລິກາ ແລະ ຈີນ.
ພາຍຫຼັງຄຳນາບຂູ່ຈາກທ່ານ Donald Trump, ບັນດາເຈົ້າໜ້າທີ່ EU ໃຫ້ຮູ້ວ່າ ພ້ອມແລ້ວທີ່ຈະເປັນເຈົ້າການແລກປ່ຽນກັບ ວໍຊິງຕັນ ແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງ, ເຖິງແນວນັ້ນກໍ່ຕາມ ແຕ່ຍັງຄົງເນັ້ນໜັກວ່າ EU ຈະສືບຕໍ່ປົກປ້ອງ “ສິດເປັນເຈົ້າ” ໃນການສ້າງບັນດາຂໍ້ກຳນົດກ່ຽວກັບການຄຸ້ມຄອງຂອງຕົນ./.
