ວັນທີ 22 ມິຖຸນາ, ທ່ານ Antonio Costa ປະທານສະພາເອີຣົບ ຖະແຫຼງວ່າ ເອີຣົບ ຕ້ອງມີຊ່ອງທາງຕິດຕໍ່ພົວພັນໂດຍກົງກັບ ລັດເຊຍ ເພື່ອຮອດຈຸດເວລາສະດວກຕໍ່ການດຳເນີນການເຈລະຈາ, ເອີຣົບ ອາດສາມາດຍົກອອກສານຂໍ້ຄວາມຂອງຕົນໄດ້ໂດຍກົງ.
ແນວຮົບທາງການທູດ
ຖະແຫຼງການທີ່ໄດ້ຍົກອອກໃນວັນທີ 22 ມິຖຸນາ, ໃນກອງປະຊຸມສຸດຍອດ EU – Moldova, ແມ່ນຄຳປາໄສຄັ້ງທີ 3 ໃນຮອບດເວລາບໍ່ຮອດ 1 ເດືອນຜ່ານມາຂອງການນຳໜ້າສະພາເອີຣົບ ກ່ຽວກັບເລື່ອງ EU ຈຳເປັນຕ້ອງສ້າງຊ່ອງທາງການທູດໂດຍກົງກັບ ລັດເຊຍ. ໃນຕົວຈິງ, ຫ້ອງການຂອງສະພາເອີຣົບ ໄດ້ດຳເນີນການພົບປະສັ້ນໆຢູ່ຂັ້ນການທູດກັບວັງ Kremlin ໃນເວລາມໍ່ໆມານີ້ ແນໃສ່ເປີດຊ່ອງທາງຕິດຕໍ່ພົວພັນ ແລະ ວັນທີ 19 ມິຖຸນາ, ເມື່ອປະມຸກລັດບັນດາປະເທດ EU ຈັດກອງປະຊຸມສຸດຍອດຢູ່ ບຣຸກແຊນ, ທ່ານ Antonio Costa ກໍ່ໄດ້ປົກປ້ອງບັນດາຂໍ້ຕົກລົງນີ້ຢ່າງແຮງ ໂດຍບໍ່ຫົວຊາຕໍ່ຄຳຕຳໜິຈຳນວນໜຶ່ງຢູ່ພາຍໃນກຸ່ມ. ຕາມຜູ້ນຳໜ້າສະພາເອີຣົບ, ສະພາບການບໍ່ມີທາງອອກຂອງການປະທະກັນ ລັດເຊຍ - ຢູແກຼນ ທີ່ແກ່ຍາວ ບັງຄັບໃຫ້ ເອີຣົບ ຕ້ອງປ່ຽນແປງວິທີການເຂົ້າເຖິງກັບ ລັດເຊຍ, ບໍ່ສາມາດພຽງແຕ່ເອື່ອຍອີງເຂົ້າການກໍ່ກຳລັງກົດດັນກັບ ລັດເຊຍ ຜ່ານບັນດາຄຳສັ່ງລົງໂທດ ແລະ ເພີ່ມທະວີການສະໜັບສະໜູນ ຢູແກຼນ ໄດ້ອີກແລ້ວ, ຫາກຍັງຕ້ອງເປີດທັງແນວຮົບທາງການທູດອີກດ້ວຍ, ພິເສດແມ່ນເມື່ອ ເອີຣົບ ຍາມໃດກໍແມ່ນຝ່າຍຖືກປັດອອກຈາກໃນບັນດາຮອບເຈລະຈາ ເຊິ່ງໃນເມື່ອກ່ອນໄດ້ດຳເນີນພຽງແຕ່ລະຫວ່າງ ລັດເຊຍ ກັບ ຢູແກຼນ ແລະ ອາເມລິກາ. ທ່ານ Antonio Costa ກ່າວວ່າ:
“ບັນດາສິ່ງທີ່ຂ້າພະເຈົ້າພວມເຮັດ ແມ່ນເປີດຊ່ອງທາງການທູດ, ເພາະວ່າ ເມື່ອພວກເຮົາຢາກສົນທະນາກັບ ລັດເຊຍ, ພວກເຮົາຕ້ອງຮັບຟັງເຂົາໂດຍກົງ ແລະ ເມື່ອພວກເຮົາມີສານຂໍ້ຄວາມໃດຢາກສົ່ງໄປ, ພວກເຮົາກໍຕ້ອງສົ່ງເຖິງເຂົາເຈົ້າໂດຍກົງ”.
ໂດຍສະໜັບສະໜູນທັດສະນະນີ້, ຫຼາຍການນຳ EU, ລວມມີທ່ານນາງ Ursula von der Leyen ປະທານຄະນະກຳມະການເອີຣົບ, ທ່ານ Emmanuel Macron ປະທານາທິບໍດີ ຝລັ່ງ, ທ່ານນາຍົກລັດຖະມົນຕີ ອີຕາລີ ນາງ Giorgia Meloni ກໍຖືວ່າ ເຖິງວ່າ ເອີຣົບ ບໍ່ແມ່ນຝ່າຍເປັນກາງໄກ່ເກ່ຍ ແຕ່ຫາກແມ່ນຝ່າຍສະໜັບສະໜູນ ຢູແກຼນ ກໍຕາມ, ແຕ່ກຸ່ມນີ້ຕ້ອງມີໜ້າຢູ່ໂຕະເຈລະຈາເພື່ອປົກປ້ອງບັນດາຜົນປະໂຫຍດດ້ານຄວາມໝັ້ນຄົງ, ເສດຖະກິດ ແລະ ພູມີສາດການເມືອງຂອງກຸ່ມນີ້. ທ່ານ Emmanuel Macron ປະທານາທິບໍດີ ຝລັ່ງ ເນັ້ນໜັກວ່າ:
“ເມື່ອບັນດາການເຈລະຈາໄດ້ດໍາເນີນ, ຊາວ ເອີຣົບ ຕ້ອງມີໜ້າ. ເພາະວ່າ ຜົນປະໂຫຍດຂອງ ເອີຣົບ ພວມຖືກນາບຂູ່, ບັນດາຜົນປະໂຫຍດທີ່ກ່ຽວຂ້ອງສ່ວນໃດສ່ວນໜຶ່ງເຖິງບັນດາສິ່ງທີ່ພວມເກີດຂຶ້ນຢູ່ ຢູແກຼນ, ຜ່ານການຊ່ວຍເຫຼືອ ທີ່ພວກເຮົາໄດ້ສະໜອງໃຫ້, ຜ່ານບັນດາບັນຫາເປີດກວ້າງ ທີ່ ເອີຣົບ ມີຄວາມສົນໃຈ ແລະ ທັງຜ່ານການໜູນຊ່ວຍດ້ານການເງິນເຊິ່ງພວກເຮົາໄດ້ສາມາດສະໜອງຕາມຂໍ້ກຳນົດການເງິນໃນປັດຈຸບັນ. ດັ່ງນັ້ນ, ສະຫະພາບເອີຣົບ ຕ້ອງໄດ້ມີຜູ້ຕາງໜ້າ, ແລະ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ, ທ່ານ Antonio Costa ປະທານສະພາເອີຣົບ ຈະມີໜຶ່ງບ່ອນນັ່ງໃນໂຕະເຈລະຈາ.”
ເຖິງວ່າຕ້ອງປະເຊີນໜ້າກັບປະຕິກິລິຍາຢ່າງລະມັດລະວັງຈາກບາງປະເທດສະມາຊິກ ສ່ວນຫຼາຍແມ່ນບັນດາປະເທດ ເອີຣົບຕາເວັນອອກ ແລະ ບານຕິກ ກໍຕາມ, ແຕ່ບັນດາການກະທຳດັ່ງກ່າວຂອງ EU ພວມໄດ້ຮັບຄວາມເຫັນດີເຫັນພ້ອມຈາກຝ່າຍ ຢູແກຼນ ເອງ.
ສົນທະນາຄືແນວໃດ?
ບັນຫາວາງອອກສຳລັບ EU ໃນປັດຈຸບັນ ອາດຈະບໍ່ແມ່ນເລື່ອງຈະຕ້ອງສົນທະນາກັບ ລັດເຊຍ ແບບເຊິ່ງໜ້າ ຫຼືບໍ ຫາກແມ່ນດຳເນີນການສົນທະນາຄືແນວໃດ? ທ່ານນາງ Giorgia Meloni ນາຍົກລັດຖະມົນຕີ ອີຕາລີ ແມ່ນຜູ້ທີ່ໃຫ້ການສະໜັບສະໜູນຢ່າງແຮງຕໍ່ ເລື່ອງ EU ບົ່ງຕົວທູດພິເສດຄົນດຽວຂອງກຸ່ມ ເພື່ອແກ້ໄຂບັນດາການພົບປະກັບ ລັດເຊຍ. ເຖິງຢ່າງໃດກໍຕາມ, ວັນທີ 17 ມິຖຸນາ, ທ່ານນາງ Giorgia Meloni ກໍຍອມຮັບວ່າ EU ຈະປະສົບກັບຄວາມຫຍຸ້ງຍາກກວ່າ ຖ້າບັນດາຄວາມມານະພະຍາຍາມທາງການທູດນີ້ໄດ້ຮັບການຕັດສິນດ້ວຍກຸ່ມປະເທດໃຫຍ່.
“ຂ້າພະເຈົ້າຄິດວ່າ ຖ້າພວກເຮົາຢາກບັນລຸໄດ້ໝາກຜົນໃນບັນຫານີ້ ແມ່ນຍາກທີ່ຈະແຕ່ງຕັ້ງຜູ້ໜຶ່ງມາຈາກໜຶ່ງໃນບັນດາປະເທດໃຫຍ່ທີ່ສຸດຂອງ ເອີຣົບ ໄດ້. ຂ້າພະເຈົ້າຄິດວ່າ ເລື່ອງແຕ່ງຕັ້ງຜູ້ໜຶ່ງຈາກບັນດາປະເທດເຫຼົ່ານັ້ນ ຈະເຮັດໃຫ້ເລື່ອງບັນລຸໄດ້ຂໍ້ຕົກລົງ ປະສົບກັບຄວາມຫຍຸ້ງຍາກກວ່າ, ນີ້ແມ່ນຕາມທັດສະນະຂອງຂ້າພະເຈົ້າ. ດັ່ງນັ້ນ, ຂ້າພະເຈົ້າຈະມຸ່ງໄປເຖິງບັນດາປະເທດມະຫາອຳນາດລະດັບປານກາງຂອງສະຫະພາບເອີຣົບ”.
ຕາມວົງການນັກສັງເກດການແລ້ວ, ເລື່ອງສືບຕໍ່ດຳເນີນບັນດາການກະທຳແຂງກະດ້າງກັບ ລັດເຊຍ ອາດຈະເຮັດໃຫ້ ມົດສະກູ ບໍ່ໃຫ້ບຸລິມະສິດຕໍ່ການດຳເນີນການສົນທະນາໃນຈຸດເວລານີ້ອີກ. ວົງການນັກສັງເກດການ ກໍໃສ່ໃຈວ່າ ໄປຄຽງຄູ່ກັບການໃຫ້ຄວາມສົນໃຈຕໍ່ບັນຫາ ຢູແກຼນ ໜ້ອຍລົງແລ້ວ, ບັນດາເຈົ້າໜ້າທີ່ ອາເມລິກາ ກໍ່ຍັງສືບຕໍ່ມີບັນດາຄຳຕຳໜິກັບ ເອີຣົບ ຜ່ານບັນດາຖະແຫຼງການຈັດວາງກຳລັງ ອາເມລິກາ ຢູ່ທະວີບນີ້ຄືນໃໝ່. ດັ່ງນັ້ນ, ນີ້ແມ່ນບັນດາການຜັນແປ ເຊິ່ງເອີຣົບ ຕ້ອງແກ້ໄຂຢ່າງຄ່ອງແຄວ້, ແທນທີ່ການເຊື່ອວ່າ ອາເມລິກາ ໄດ້ສະໜັບສະໜູນ ຢູແກຼນ (ແລະ ເອີຣົບ) ກັບຄືນໄປຄືເມື່ອກ່ອນ./.
